ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຢືນຢັນວ່າ ຈະປະຕິບັດ ໜ້າທີ່ ຂອງສະມາຊິກ WTO ໃຫ້ດີທີ່ສຸດ


​ທ່ານນາມ ວິຍາເກດ (ຊ້າຍ) ລັດຖະມົນຕີກະຊວງການຄ້າ ແລະທ່ອງທ່ຽວຂອງລາວ ແລະທ່ານ Pascal Lamy ເລຂາທິການໃຫຍ່ ອົງການການຄ້າໂລກ, ໃນພິທີຮັບເອົາເອກະ ສານການເປັນສະມາຊິກຂອງ WTO ທີ່ກຸງເຈນີວາ, ປະເທດສະວິດເຊີແລນ, ວັນ​ທີ 26 ​ເດືອນ​ຕຸລາ​, 2012
​ທ່ານນາມ ວິຍາເກດ (ຊ້າຍ) ລັດຖະມົນຕີກະຊວງການຄ້າ ແລະທ່ອງທ່ຽວຂອງລາວ ແລະທ່ານ Pascal Lamy ເລຂາທິການໃຫຍ່ ອົງການການຄ້າໂລກ, ໃນພິທີຮັບເອົາເອກະ ສານການເປັນສະມາຊິກຂອງ WTO ທີ່ກຸງເຈນີວາ, ປະເທດສະວິດເຊີແລນ, ວັນ​ທີ 26 ​ເດືອນ​ຕຸລາ​, 2012
ທາງ​ການ​ລາວ​ຢືນຢັນ​ວ່າ ​ຈະ​ດໍາ​ເນີນ​ການ​ປະຕິບັດ​ຢ່າງ​ດີ​ທີ່​
ສຸດ​ໃນ​ຖານະເປັນ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ການ​ຄ້າ
​ໂລກ ພາຍ​ໃຕ້​ຫຼັກການ​ຄ້າ​ຢ່າງ​ເສລີ ​ແລະ​ແກ້ໄຂ​ຂໍ້​ຂັດ​ແຍ້​ງ
ຕ່າງໆ​ ດ້ວຍການ​ເຈລະຈາ.

ທ່ານທອງລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນ
ຕີ​ວ່າການ​ຕ່າງປະ​ເທດ​ ​ໄດ້​ຖະ​ແຫຼ​ງການ​ຢືນຢັນ​ໃນ​ຖານະ​ຫົວ
ໜ້າ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ລາວ ທີ່​ໄດ້​ເຂົ້າຮ່ວມ​ກອງ
​ປະຊຸມ​ປະ​ຈໍາປີ 2012 ຂອງ​ອົງການ​ການ​ຄ້າ​ໂລກ WTO ຢູ່
ກຸງ​ເຈ​ນີວາ ປະ​ເທດ​ສວີ​ດ​ເຊີ​ແລນ​ດ໌ ທີ່​ໄດ້​ລົງມະຕິ​ຮັບຮອງ​ເອົາ
ສປປ.ລາວ​ ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ WTO ຢ່າງ​ເປັນ​ທາງ​
ການ​ໃນ​ວັນ​ທີ 26 ​ເດືອນ​ຕຸລາ​ທີ່ຜ່ານ​ມາ​ວ່າ ສປປ.ລາວ ຈະ​ປະ
ຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງດີ​ທີ່​ສຸດ.
ຄະນະຜູ້ແທນ ສປປ ລາວ ທີ່ນໍາພາໂດຍ ທ່ານທອງລຸນສີສຸລິດ ໄປຮ່່ວມ​ກອງ​ປະຊຸມ​ປະ​ຈໍາປີ 2012 ຂອງ​ WTO ຢູ່ກຸງ​ເຈ​ນີວາ
ຄະນະຜູ້ແທນ ສປປ ລາວ ທີ່ນໍາພາໂດຍ ທ່ານທອງລຸນສີສຸລິດ ໄປຮ່່ວມ​ກອງ​ປະຊຸມ​ປະ​ຈໍາປີ 2012 ຂອງ​ WTO ຢູ່ກຸງ​ເຈ​ນີວາ

ທັງ​ນີ້ ​ຈະ​ສຸ​ມ​ທຸກ​ຄວາມ​ອາດ​ສາມາດ​ເຂົ້າ​ໃນ​ການ​ປະຕິບັດ​ຕາມ​
ບັນດາ​ກົດ​ລະບຽບ ​ແລະ​ຂໍ້​ບັງຄັບ​ຕ່າງໆ​ຂອງ WTO ຢ່າງ​ເຄັ່ງ​ຄັດ
​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິບັດ​ຕາມ​ຫຼັກ ການ​ຄ້າ​ເສລີ ​ແລະ​
ແກ້​ໄຂ​ບັນ​ຫາ​ຂໍ້​ຂັດ​ແຍ້​ງຕ່າງໆ​ດ້ວຍ​ການ​ເຈລະຈາ.

​ພາຍ​ໃຕ້​ຫຼັກການ​ຄ້າ​ເສລີ​ຂອງ WTO ນັ້ນ ທາງ​ການ​ລາວ ​ໄດ້​ຕົກ
ລົງ​ທີ່​ຈະປັບລົດ​ອາກອນ​ການ​ຄ້າ​ໃຫ້​ຢູ່​ໃນ​ອັດຕາ​ສ​ະ​ເລ່ຍບໍ່​ເກີນ
18.8% ສໍາລັບ​ສິນຄ້າ​ປະ​ເພດເຄຶ່ອງ​ໃຊ້​ສອຍ​ຕ່າງໆ ​ແລະ​ສິນຄ້າ​ປະ​ເພດ​ທີ່​ເປັນ​ຜົນ​ຜະລິດ​ຈາກ​ການ​ກະ​ເສດ ​ກໍ​ຈະຈັດເກັບອາ
ກອນ​ການ​ຄ້າ​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 19.3%. ສ່ວນ​ນອກ​ນັ້ນ ​ຈະ​ຈັດໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ 18.7% ​ແລະ​ພ້ອມ​ກັນ​ນັ້ນ ທາງ​ການ​ລາວ​ກໍຍັງ​ຈະຕ້ອງ​ເປີດ​ຕະຫຼາດ​ໃນ​ພາກ​ບໍລິ ການ​ອີກ​ດ້ວຍ ທັງ​ນີ້​ ລັດຖະບານ​ລາວ​ກໍ​ໄດ້​ສັນຍາ​ກັບ WTO ​ໄວ້​ວ່າ ​ຈະ​ເປີດ​ຕະຫຼາດ​ໃນ​ພາກ​ບໍລິການ​ພາຍ​ໃນ​ລາວ​ບໍ່​ໜ້ອຍ​ກວ່າ 10 ພາກສ່ວນ​ ແລະ 79 ກິດຈະການ​ທີ່​ກ່ຽວ ຂ້ອງ​ກັບ​ທຸລະ​ກິດ​ ໃນ​ພາກ​ບໍລິການນໍາ​ອີກ.

ຊຶ່ງ​ດ້ວຍ​ການ​ປັບ​ລົດ​ອາກອນ​ການ​ຄ້າ​ແລະ​ການ​ເປີດ​ຕະຫຼາດ​ໃນ​ພາກ​ບໍລິການ​ໃນ ປະ​ເທດ​ດັ່ງກ່າວ​ນີ້ ກໍ​ເຮັດ​ໃຫ້​ຫຼາຍ​ຝ່າຍ​ຢ້ານ​ກົວ​ວ່າ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ລາຍ​ຮັບ​ເຂົ້າ ງົບປະມານ​ຂອງ​ລັດຖະບານ​ລາວ​ໂດຍ​ກົງ ສ່ວນ​ພາກ​ເອກ​ກະ​ຊົນ​ລາວ​ນັ້ນ ກໍ​ມີ​ລະດັບ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ທີ່​ຕໍ່າ​ກວ່າ​ເອກ​ກະ​ຊົນ​ຈາກ​ຕ່າງ​ຊາດ​ເຊັ່ນ​ດຽວ ກັນ ຈຶ່ງ​ເຊື່ອ​ວ່າ​ຈະ​ຕ້ອງ​ໄດ້​ຮັບ​ຜົນ​ກະທົບ​ບໍ່​ໜ້ອຍ​ຄື​ກັນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ດ້ານ​ສະພາການ​ຄ້າ ​ແລະ​ອຸດສາຫະກໍາ​ແຫ່ງ​ຊາດ​ລາວ ກໍ​ເຊື່ອ​ໝັ້ນ​ວ່າ​ ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ຜົນ​ກະທົບຈາກ​ການ​ເຂົ້າ​ໄປ​ເປັນສະມາຊິກ​ຂອງ WTO ດັ່ງ​ທີ່​ສະມາຊິກ​ໃນ​ຄະນະ​ກໍາມະການ​ບໍລິຫານ​ຂອງ​ສະພາ​ການ​ຄ້າທ່ານ​ນຶ່ງ​ໄດ້ໃຫ້
ການ​ຢືນຢັນ​ວ່າ:

ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ຈະ​ມີ​ຜົນ​ປະ​ໂຫຍ​ດຫຼາຍໃຫ້​ແກ່ ພາກ​ທຸລະ​ກິດ​ຂອງ​ພວກ​ເຮົາ ​ເພາະ​ມັນ​ຈະ​ເປີດ​ຕະຫຼາດ​ການ​ຄ້າ​ຢ່າງ​ກວ້າງຂວາງ ​ໃຫ້​ພວກ​ເຮົາ ​ແຕ່​ທາງ​ພາກ​ລັດ​ແລະ​ພາກ​ທຸລະ​ກິດ​ຂອງ​ພວກ​ເຮົາ​ນີ້ ຈະ​ຕ້ອງ​ໄດ້​ປັບ ປຸງ​ໂຄງ​ສ້າງ​ພື້ນຖານ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ແວດ​ລ້ອມ​ທາງ​ດ້ານ​ການ ຄ້າ ​ແລະ​ການ​ລົງທຶນ​ຢູ່ ສປປ.ລາວ.”

ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ແລະເຈົ້າໜ້າທີ່ລາວ ທີ່ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບພາລະບົດບາດຂອງສະມາຊິກ WTO
ທ່ານນາງ Karen Stewart ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ແລະເຈົ້າໜ້າທີ່ລາວ ທີ່ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບພາລະບົດບາດຂອງສະມາຊິກ WTO

​ທັງ​ນີ້​ ​ທາງການ​ລາວ​ໄດ້​ສະ​ແດງ​ເຈດ​ຈໍານົງ ​ເພື່ອ​ຂໍ​ເຂົ້າ​ໄປ​ເປັນ​
ປະ​ເທດ​ສະມາຊິກ​ຂອງ WTO ​ນັບ​ຕັ້ງ​ແຕ່ປີ 1997 ​ເປັນ​ຕົ້ນ​ມາ​ ​
ໂດຍໄດ້​ພົບ​ປະ​ເຈລະຈາ ​ແລະ​ຕອບ​ຂໍ້​ສົງ​ໄສ​ຕ່າງໆ​ ຂອງ​ບັນດາ​
ປະ​ເທດ​ສະມາຊິກ​ໄປ​ທັງ​ໝົດ​ຫຼາຍ​ກວ່າ 1,000 ກໍລະນີ ລວມທັງ​
ຍັງ​ໄດ້​ຕົກລົງ​ເປີດ​ຕະຫຼາດ​ສິນຄ້າ ​ແລະ​ການ​ບໍລິການ​ແບບທະວິ
ພາຄີຮ່ວມ​ກັບ 9 ປະ​ເທດ ຊຶ່ງ​ລວມ​ເຖິງ​ການ​ຕົກລົງ​ຮ່ວມ​ກັບ​ສະ
ຫະລັດ​ດ້ວຍ.

ກ່ອນ​ໜ້າ​ນີ້ ທ່ານ​ນາງ Karen Stewart ​ເອກ​ອັກຄະ​ລັດຖະທູດ​
ສະຫະລັດ​ປະ​ຈໍາລາວ ກໍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ທາງ​ການ
​ລາວ​ຈະ​ສາມາດ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ແລະ​ລະບຽບ​ການ​ຕ່າງໆ​ຂອງ WTO ​ໄດ້​ເປັນ​ຢ່າງ​ດີ.

ສ່ວນ​ອົງການ​ເພື່ອ​ການ​ພັດທະນາ​ສາກົນ​ຂອງ​ສະຫະລັດ ຫຼື USAID ນັ້ນ​ກໍ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລາວ​ໃນ​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ໃນ​ກັບ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ລັດຖະບານ ​ແລະ​ປະຊາ
ຊົນ​ລາວ​ກ່ຽວ​ກັບ​ຜົນ​ກະທົບ​ທັງໃນ​ດ້ານ​ບວກ​ແລະ​ດ້ານ​ລົບ​ທີ່​ຈະ​ເກີດ​ຂຶ້ນຈາກ​ການ​ທີ່​ລາວ​ຈະ​ເຂົ້າ​ໄປ​ເປັນ​ສະມາຊິກ​ຂອງ ​WTO ​ແລະ​ໃນການ​ຕຽມພ້ອມ​ບຸກຄະລາ​ກອນດ້ານ​ກົດ
ໝາຍ​ແລະ​ສານ​ຍຸຕິ​ທໍາ ​ເພື່ອ​ຮັບ​ມື​ກັບ​ບັນດາ​ຂໍ້​ຂັດ​ແຍ້​ງຕ່າງ​ໆ​ ​ທີ່​ອາດ​ຈະ​ເກີດ​ຂຶ້ນພາຍຫຼັງ​ຈາກ​ທີ່ ລາວ​ໄດ້​ເຂົ້າ​ໄປ​ເປັນ​ສະມາ​ຊິກ​ຂອງ WTO ​ແລ້ວ​ນັ້ນ​ເອງ.
XS
SM
MD
LG