ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວ ໃຫ້ຄວາມສຳຄັນ ຕໍ່ການເສີມສ້າງ ຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍ


ກອງປະຊຸມໃຫຍ່ ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ
ກອງປະຊຸມໃຫຍ່ ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ

ລັດຖະບານລາວ ເນັ້ນການເສີມສ້າງຄວາມໝັ້ນຄົງແຫ່ງຊາດ ເພື່ອຮັບປະກັນ ໃຫ້
ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນສົກປີ
2018 ໃຫ້ມີປະສິດທິຜົນ ຢ່າງແທ້ຈິງ.

ທ່ານຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະໂຄສົກຄະນະລັດຖະບານລາວ ຢືນຢັນວ່າ
ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການເສີມສ້າງຄວາມໝັ້ນຄົງ ແລະ
ຄວາມສະຫງົບຮຽບຮ້ອຍພາຍໃນ ເພື່ອຮັບປະກັນໃຫ້ກັບການຈັດຕັ້ງປະຕິບັດ ແຜນການ
ພັດທະນາເສດຖະກິດ-ສັງຄົມ ໃນສົກປີ 2018 ໃຫ້ມີປະສິດທິພາບ ແລະບັນລຸຕາມເປົ້າ
ໝາຍທີ່ວາງໄວ້ ໃນທຸກດ້ານ ໂດຍສະເພາະແມ່ນແຜນເງິນຕາ ແລະແຜນງົບປະມານ
ດັ່ງທີ່ ທ່ານຈະເລີນ ໄດ້ໃຫ້ການຢືນຢັນໃນໂອກາດກອງປະຊຸມເປີດກວ້າງ ລະຫວ່າງ
ຄະນະລັດຖະບານ ກັບບັນດາເຈົ້າແຂວງ ຈາກທົ່ວປະເທດລາວ ຄັ້ງທີ 1 ປະຈຳປີ 2017
ເມື່ອບໍ່ນານມານີ້ວ່າ:

“ເພື່ອກະກຽມໃຫ້ແກ່ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ
ແຜນງົບປະມານ ແຜນເງິນຕາໃນປີ 2018 ຈະຕ້ອງສຸມໃສ່ຮັບປະກັນສະຖຽນລະພາບ ການເມືອງ ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ອັນນີ້ ເປັນບັນ
ຫາໃຫຍ່ ບັນຫາກົກ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາ
ແມ່ນຕ້ອງສຸມໃສ່ເຮັດທຸກວິທີ ເຮັດແນວໃດ ໃຫ້ການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມ ແຜນງົບປະມານ ແຜນເງິນຕາ ໃຫ້ສາມາດບັນລຸໄດ້ຄາດໝາຍ
ໃນນີ້ ກໍໄດ້ຊີ້ນຳວ່າ ຈະຕ້ອງໄດ້ເອົາໃຈໃສ່ ສຸມໃສ່ເລື່ອງຊຸກຍູ້ການຜະລິດສິນຄ້າ
ການເກັບລາຍຮັບງົບປະມານ ເຮັດແນວໃດ ໃຫ້ມັນໄດ້ຄາດໝາຍ ຫຼືວ່າ ລື່ນຄາດ
ໝາຍຍິ່ງດີ.”

ທັງນີ້ ລັດຖະບານລາວ ໄດ້ບັນລຸເປົ້າໝາຍການພັດທະນາຢາງຍືນຍົງ (Sustainable
Development Goal-SDG) ໄວ້ໃນແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ
ເຖິງ 17 ເປົ້າໝາາຍຈາກທັງໝົດ 18 ເປົ້າໝາຍທີ່ລັດຖະບານລາວ ໄດ້ຕົກລົງໄວ້ກັບ
ອົງການສະຫະປະຊາຊາດ ຊຶ່ງລັດຖະບານລາວ ກໍເຊື່ອໝັ້ນວ່າ ຈະສາມາດຈັດຕັ້ງ
ປະຕິບັດໃຫ້ບັນລຸຜົນສຳເລັດໄດ້ທັງ 17 ເປົ້າໝາຍຕາມທີ່ກຳນົດໄວ້ໃນວິໄສທັດ
ການພັດທະນາລາວ ເຖິງປີ 2030 (Vision 2030) ຕໍ່ໄປ.

ນຶ່ງໃນເປົ້າໝາຍ ຂອງການພັດທະນາຢາງຍືນຍົງ (Sustainable Development Goal-SDG) ໃນແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ກໍຄືການລົບລ້າງຄວາມຍາກຈົນ ຂອງປະຊາຊົນລາວ
ນຶ່ງໃນເປົ້າໝາຍ ຂອງການພັດທະນາຢາງຍືນຍົງ (Sustainable Development Goal-SDG) ໃນແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ກໍຄືການລົບລ້າງຄວາມຍາກຈົນ ຂອງປະຊາຊົນລາວ

ທັງນີ້ ໂດຍ 17 ເປົ້າໝາຍດັ່ງກ່າວ ກໍປະກອບດ້ວຍ ການລົບລ້າງຄວາມຍາກຈົນ ລົບລ້າງ
ຄວາມອຶດຫິວ ຮັບປະກັນສຸຂະພາບອະນາໄມທີ່ດີ ຮັບປະກັນຄວາມສະເໝີພາບໃນດ້ານ
ການສຶກສາ ຄວາມສະເໝີພາບ ລະຫວ່າງຍິງແລະຊາຍ ການຕອບສະໜອງນ້ຳສະອາດ
ພະລັງງານສະອາດ ຮັບປະກັນການມີງານທຳ ຊຸກຍູ້ອຸດສາຫະກຳທີ່ຍືນຍົງ ຫລຸດຜ່ອນ ຄວາມບໍ່ເທົ່າທຽມ ສ້າງທີ່ຢູ່ອາໄສທີ່ປອດໄພ ຕອບສະໜອງຄວາມຕ້ອງການໃນຊີວິດ
ປະຈຳວັນຢ່າງພຽງພໍ ສະກັດກັ້ນສະພາວະໂລກຮ້ອນ ນຳໃຊ້ຊັບພະຍາກອນ ທຳມະຊາດ
ຢ່າງຍືນຍົງ ຟື້ນຟູປ່າໄມ້ ແລະ ລະບົບນິເວດທຳມະຊາດ ການສົ່ງເສີມຄວາມຍຸຕິທຳ ໃນ
ສັງຄົມ ແລະເສີມສ້າງການປະກອບສ່ວນຂອງປະຊາຊົນ ເຂົ້າໃນການພັດທະນາ.

ສ່ວນເປົ້າໝາຍທີ່ 18 ຄືການຫລຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ
ໃນລາວ (UXO) ນັ້ນ ຍັງບໍ່ສາມາດບັນຈຸເຂົ້າໃນວິໄສທັດປີ 2030 ໄດ້ ເພາະລັດຖະບານ
ລາວ ບໍ່ເຊື່ອໝັ້ນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ ເພາະຈະຕ້ອງນຳໃຊ້ທຶນ ຢ່າງ ຫລວງຫລາຍ ເພື່ອເກັບກູ້ UXO ທີ່ຍັງຕົກຄ້າງໃນລາວຫລາຍກວ່າ 80 ລ້ານໜ່ວຍ
ນັ້ນເອງ.

ເປົ້າໝາຍທີ່ 18 ຂອງການພັດທະນາຢາງຍືນຍົງ (Sustainable Development Goal-SDG) ໃນແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ຄືການຫລຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ໃນລາວ (UXO).
ເປົ້າໝາຍທີ່ 18 ຂອງການພັດທະນາຢາງຍືນຍົງ (Sustainable Development Goal-SDG) ໃນແຜນພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ຄືການຫລຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ໃນລາວ (UXO).

ທາງດ້ານທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດ ໃຫ້ການຢືນ
ຢັນວ່າ ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລັດຖະບານລາວ ໃນ
ຊ່ວງປີ 2017-2019 ຈະເນັ້ນໜັກການທູດ ເພື່ອດຶງເອົາການຊ່ວຍເຫຼືອຈາກຕ່າງປະເທດ
ໃຫ້ຫຼາຍຂຶ້ນນັບມື້.

ໂດຍຕາມລາຍງານຂອງທະນາຄານໂລກ ລະບຸວ່າ ໃນຊ່ວງປີ 2000-2015 ລັດຖະບານ
ລາວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະເທດ ເຖິງ 28,894.9 ລ້ານໂດລາ ທີ່ແນໃສ່
ການຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນ ໂດຍນານາ
ຊາດ ທີ່ໃຫ້ການຊ່ວຍເຫຼື້ອແກ່ລັດຖະບານລາວ ກໍໄດ້ເນັ້ນໜັກໃຫ້ຄວາມສຳຄັນ ເປັນ
ພິເສດ ໃນ 4 ດ້ານດ້ວຍກັນ ຄືການຄຸ້ມຄອງເສດຖະກິດມະຫາພາກ ທີ່ເຕີບໂຕຢ່າງສົມ
ສ່ວນ ແລະ ຍືນຍົງ ການພັດທະນາຊັບພະຍາກອນມະນຸດ ການໃຊ້ຊັບພະຍາກອນ
ທຳມະຊາດຢ່າງຍືນຍົງ ແລະອະນຸລັກສິ່ງແວດລ້ອມທຳມະຊາດຢ່າງມີປະສິດທິຜົນ
ເພື່ອເຮັດໃຫ້ລາວຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ຢ່າງແທ້ຈິງ ໃນປີ 2020
ຕໍ່ໄປ.

XS
SM
MD
LG