ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະຟື້ນຟູປ່າໄມ້ ໃຫ້ໄດ້ ໃນເນື້ອທີ່ 37,000 ເຮັກຕາ ໃນປີ 2017 ນີ້


ປ່າສະຫງວນ ແຫ່ງຊາດ ນາກາຍ ຢູ່ແຂວງຄຳມ່ວນ ພາກກາງຂອງລາວ.
ປ່າສະຫງວນ ແຫ່ງຊາດ ນາກາຍ ຢູ່ແຂວງຄຳມ່ວນ ພາກກາງຂອງລາວ.

ລັດຖະບານລາວ ຈະຟື້ນຟູປ່າໄມ້ໃຫ້ໄດ້ໃນເນື້ອທີ່ 37,000 ເຮັກຕາ ໃນປີ 2017 ນີ້ ແຕ່ກໍປະສົບຄວາມລົ້ມແຫລວ ໃນແຜນການປູກຕົ້ນໄມ້ຕະຫຼອດມາ ໃນຂະນະທີ່ ປ່າໄມ້ຍັງເຫລືອຢູ່ ບໍ່ເຖິງ 40 ເປີເຊັນ ຂອງພື້ນທີ່.

ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະປ່າໄມ້ ຖະແຫລງວ່າ ຄະນະລັດຖະບານ ໄດ້ວາງເປົ້າໝາຍທີ່ຈະຟື້ນຟູປ່າໄມ້ໃຫ້ໄດ້ໃນເນື້ອທີ່ລວມ 37,000 ເຮັກຕາ ໃນຕະຫຼອດປີ 2017 ນີ້ ໂດຍໄດ້ມອບໝາຍໃຫ້ກະຊວງກະສິກຳ ແລະປ່າໄມ້ ຮັບຜິດຊອບໃນການຕິດຕາມ ກວດກາ ແລະເກັບກຳຂໍ້ມູນເນື້ອທີ່ປ່າໄມ້ ທີ່ໄດ້ຮັບການ ຟື້ນຟູ ຮວມເຖິງການກຳນົດຂອບເຂດ ປັກຫລັກໝາຍ ແລະຕິດປ້າຍເຂດຟື້ນຟູປ່າ ໃຫ້ຈະແຈ້ງ ແລະຊັດເຈນ.

ປ້າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ລົດຄວາມໜາແໜ້ນລົງ ຢ່າງຫລວງຫຼາຍໃນລະຍະ 15 ປີມານີ້ ໂດຍເປັນຜົນມາຈາກ ການລັກລອບຕັດໄມ້.
ປ້າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ລົດຄວາມໜາແໜ້ນລົງ ຢ່າງຫລວງຫຼາຍໃນລະຍະ 15 ປີມານີ້ ໂດຍເປັນຜົນມາຈາກ ການລັກລອບຕັດໄມ້.

ສ່ວນການຈັດຕັ້ງປະຕິບັດໃນຂັ້ນແຂວງ ແລະລະດັບທ້ອງຖິ່ນນັ້ນ ຈະຕ້ອງດຳເນີນ
ການເກັບກຳຄືນ ແກ່ນພັນໄມ້ທີ່ມີຢູ່ແລ້ວ ແລະແກ່ນພັນໄມ້ທີ່ພົບໃໝ່ ເພື່ອຕອບ ສະໜອງແກ່ນພັນໄມ້ ໃຫ້ພຽງພໍ ກັບແຜນການຟື້ນຟູປ່າໄມ້ ໃນແຕ່ລະທ້ອງຖິ່ນ ສ່ວນໄມ້ອຸດສາຫະກຳ ແລະໄມ້ເສດຖະກິດນັ້ນ ກໍໃຫ້ຊຸກຍູ້ຜູ້ປະກອບການຕ່າງໆ ໃຫ້ປູກໃນປ່າປອກໂຫລ້ນ ແລະທີ່ດິນເປົ່າຫວ່າງ ທີ່ລັດຈັດສັນໃຫ້ ທັງຍັງຕ້ອງເກັບ ກຳຂໍ້ມູນການປູກຕົ້ນໄມ້ ໃນລະຍະຜ່ານມາ ໂດຍໃຫ້ແຍກຢ່າງຊັດເຈນ ລະຫວ່າງ ສວນປູກໄມ້ຂອງລັດ ແລະເອກະຊົນ ແລະຕ່າງຊາດອີກດ້ວຍ.

ທາງດ້ານທ່ານເພັດ ພົມພິພັກ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ ແລະຫົວໜ້າຫ້ອງວ່າການ ຄະນະລັດຖະບານລາວ ຢືນຢັນວ່າ ລັດຖະບານລາວ ໄດ້ ວາງແຜນການທີ່ຈະຊຸກຍູ້ ແລະສົ່ງເສີມທຸກພາກສ່ວນໃນທົ່ວປະເທດ ໃຫ້ປະກອບ ສ່ວນເຂົ້າໃນການປູກຕົ້ນໄມ້ ໃຫ້ໄດ້ໃນພື້ນທີ່ບໍ່ຕ່ຳກວ່າ 5 ແສນເຮັກຕາ ຊຶ່ງຖືເປັນ ສ່ວນໜຶ່ງໃນແຜນການເພີ່ມຄວາມໜາແໜ້ນ ຂອງສະພາບປ່າໄມ້ໃຫ້ເຖິງ 70 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໃນປີ 2020 ແຕ່ການທີ່ຈະສາມາດ ບັນລຸເປົ້າໝາຍ ດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ຮັບການຮ່ວມມື ຈາກທຸກ ພາກສ່ວນ ດັ່ງທີ່ທ່ານເພັດ ໄດ້ໃຫ້ການຢືນຢັນວ່າ:

ໂຄງການປູກຕົ້ນໄມ້ ເພື່ອຟືນຟູປ່າໄມ້ ຢູ່ໃນລາວ ຊຶ່ງເປັນການຈັດຕັ້ງປະຕິບັດ ໂດຍທາງການລາວ.
ໂຄງການປູກຕົ້ນໄມ້ ເພື່ອຟືນຟູປ່າໄມ້ ຢູ່ໃນລາວ ຊຶ່ງເປັນການຈັດຕັ້ງປະຕິບັດ ໂດຍທາງການລາວ.

“ຂໍໃຫ້ປະຊາຊົນບັນດາເຜົ່າທັງໝົດ ທັງພະນັກງານ ທັງສະມາຊິກພັກ ລັດຖະກອນ ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ພ້ອມກັນປູກຕົ້ນໄມ້ຕ່ຳສຸດຜູ້ລະຕົ້ນ ສອງຕົ້ນ ສາມ
ຕົ້ນ ຖ້າວ່າເຮົາປູກຫຼາຍກວ່ານີ້ ກໍແມ່ນເພື່ອລູກຫລານເຮົາຈະເລີນຮັ່ງມີໃນມື້ໜ້າ ແລະອັນສຳຄັນ ກໍແມ່ນສິ່ງແວດລ້ອມ ພວກເຮົາ ນັບມື້ນັບດີຂຶ້ນ ເຮັດໃຫ້ປະເທດ
ຊາດຂອງພວກເຮົາ ຊຸ່ມເຢັນ ຮັ່ງມີ ສີຂຽວ ຍືນຍົງ.”

ແຕ່ຢ່າງໃດກໍຕາມ ລະດັບຄວາມໜາແໜ້ນຂອງປ່າໄມ້ໃນລາວ ກໍຍັງລົດລົງຢ່າງຕໍ່ ເນື່ອງໂດຍການສຳຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນລາວໄດ້ລົດລົງຈາກ
17 ລ້ານເຮັກຕາ ຫຼື 71 ເປີເຊັນກວ່າ ຂອງເນື້ອທີ່ທັງໝົດ ໃນປີ 1960 ເປັນ 9.4 ລ້ານ ເຮັກຕາ ຫຼື ຕ່ຳກວ່າ 40 ເປີເຊັນ ຂອງເນື້ອທີ່ທັງໝົດ ໃນປີ 2015 ໂດຍມີສາເຫດສຳຄັນ ມາຈາກການລັກລອບຕັດໄມ້ ເກີນໂຄວຕ້າ ທີ່ໄດ້ຮັບສຳປະທານ ຈາກທາງການລາວ ທັງໃນສ່ວນກາງ ແລະທ້ອງຖິ່ນ.

ໂດຍເຖິງແມ່ນວ່າ ລັດຖະບານລາວ ຈະໄດ້ຈັດສັນປ່າໄມ້ ໃນ 51 ເຂດ ໃຫ້ເປັນເຂດປ່າ ຜະລິດ ຊຶ່ງຄິດເປັນພື້ນທີ່ກວ້າງເຖິງ 3 ລ້ານ 1 ແສນເຮັກຕາ ທົ່ວປະເທດ ແລະໄດ້ມອບ ໝາຍໃຫ້ປະຊາຊົນ ໃນ 442 ພື້ນທີ່ ເປັນພາກສ່ວນທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ເກັບເອົາຜົນປະໂຫຍດຮ່ວມກັນ ອັນຖືເປັນພາກສ່ວນໜຶ່ງ ໃນແຜນການເພີ່ມອັດຕາ ຄວາມໜາແໜ້ນຂອງສະພາບປ່າໄມ້ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນຂອງພື້ນທີ່ ທັງໝົດໃນປີ 2015 ແລະປີ 2020 ຕາມລຳດັບກໍຕາມ.

ແຕ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍອມຮັບວ່າ ເປັນການຍາກຢ່າງຍິ່ງ ທີ່ຈະສາມາດບັນລຸ ເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ ເນື່ອງຈາກວ່າປ້າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ລົດຄວາມໜາແໜ້ນລົງ ຢ່າງຫລວງຫຼາຍໃນລະຍະ 15 ປີມານີ້ ໂດຍເປັນຜົນມາຈາກ ການລັກລອບຕັດໄມ້ ໃນເຂດປ່າສະຫງວນແຫ່ງຊາດຢ່າງກວ້າງຂວາງ ຊຶ່ງກໍເຮັດໃຫ້ປ່າ
ໄມ້ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມທຳມະ ຊາດຂອງລາວ ຍັງຄົງເຫຼືອຢູ່ພຽງ 4 ລ້ານເຮັກຕາ ຫຼືຄິດເປັນພຽງ 16 ເປີເຊັນຂອງເນື້ອທີ່ ທັງໝົດເທົ່ານັ້ນ ໂດຍສາເຫດທີ່ເຮັດໃຫ້ການລັກລອບຕັດໄມ້ສາມາດດຳເນີນການໄດ້ ຢ່າງກວ້າງຂວາງ ກໍເພາະວ່າ ມີຜູ້ບໍລິຫານຂັ້ນສູງໃນລັດຖະບານ ໄດ້ເຂົ້າໄປມີຜົນ ປະໂຫຍດຮ່ວມດ້ວຍນັ້ນເອງ.

XS
SM
MD
LG