ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວ ນຳໃຊ້ລະບົບ ອີເລັກໂທຣນິກ ເພື່ອຈັດເກັບ ພັນທະ ແລະ ພາສີອາກອນ


ລັດຖະບານລາວ ຈະນຳໃຊ້ເຄື່ອງເກັບເງິນແບບທັນສະໄໝ ຢູ່ໃນບັນດາຫົວໜ່ວຍທຸລະກິດ ເພື່ອເກັບອາກອນມູນຄ່າເພີ້ມ ການມອບພັນທະຜ່ານທະນາຄານ ການແຈ້ງເສຍພາສີອາກອນແບບ Electronic.
ລັດຖະບານລາວ ຈະນຳໃຊ້ເຄື່ອງເກັບເງິນແບບທັນສະໄໝ ຢູ່ໃນບັນດາຫົວໜ່ວຍທຸລະກິດ ເພື່ອເກັບອາກອນມູນຄ່າເພີ້ມ ການມອບພັນທະຜ່ານທະນາຄານ ການແຈ້ງເສຍພາສີອາກອນແບບ Electronic.

ລັດຖະບານລາວ ວາງແຜນການທີ່ຈະຈັດເກັບລາຍຮັບໃຫ້ໄດ້ ຢ່າງມີປະສິດທິິພາບ
ສູງຂຶ້ນ ໃນປີ 2017 ດ້ວຍການນຳໃຊ້ລະບົບ Electronic ທີ່ທັນສະໄໝເຂົ້າໃນການ
ຈັດເກັບພັນທະທຸລະກິດ ແລະ ພາສີອາກອນມູນຄ່າເພີ້ມ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ
ຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຈັດລາຍຮັບ ຈາກພັນທະ ແລະ
ພາສີອາກອນຕ່າງໆ ໃຫ້ມີປະສິດທິພາບສູງຂຶ້ນ ໃນຕະຫຼອດປີ 2017 ດ້ວຍການນຳໃຊ້
ລະບົບ Electronic ທີ່ທັນສະໄໝ ເຂົ້າໃນການຈັດເກັບພັນທະທາງທຸລະກິດ ແລະ ພາສີອາກອນມູນຄ່າເພີ້ມ ໃຫ້ກວ້າງຂວາງຫຼາຍຂຶ້ນ ທັງຍັງຈະເຮັດໃຫ້ພາກສ່ວນທີ່
ກ່ຽວຂ້ອງ ສາມາດທີ່ຈະປະສານງານກັນໄດ້ຢ່າງທົ່ວເຖິງອີກດ້ວຍ ດັ່ງທີ່ທ່ານໄດ້ໃຫ້
ການຢືນຢັນວ່າ:

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຈັດລາຍຮັບ ຈາກພັນທະ ແລະ ພາສີອາກອນຕ່າງໆ ໃຫ້ມີປະສິດທິພາບສູງຂຶ້ນ.
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຈັດລາຍຮັບ ຈາກພັນທະ ແລະ ພາສີອາກອນຕ່າງໆ ໃຫ້ມີປະສິດທິພາບສູງຂຶ້ນ.

“ໃນປີ 2017 ນີ້ ຍັງຈະສືບຕໍ່ ເນັ້ນໜັກ ການເພີ້ມປະສິດທິພາບໃນການຈັດເກັບ
ລາຍຮັບ ໂດຍຫັນເອົາເຄື່ອງມືທີ່ທັນສະໄໝເຂົ້າຊ່ວຍ ເພີ້ມຄວາມຮັບຜິດຊອບ
ເຂົ້າໃນການປະສານສົມທົບກັບ ຂະແໜງການສູນກາງ ແລະທ້ອງຖິ່ນ ເພື່ອໃຫ້
ທຸກພາກສ່ວນມີສ່ວນຮ່ວມ ໃນການຊີ້ນຳ ຕິດຕາມ ກວດກາ ການເກັບລາຍຮັບ
ແລະຜັນຂະຫຍາຍໃຫ້ສາມາດເຄື່ອນໄຫວ ຢ່າງກວ້າງຂວາງ ແລະ ທົ່ວເຖິງ
ກວ່າເກົ່າ ເຊັ່ນ ການນຳໃຊ້ເຄື່ອງເກັບເງິນແບບທັນສະໄໝ ຢູ່ໃນບັນດາຫົວໜ່ວຍ
ທຸລະກິດ ເພື່ອເກັບອາກອນມູນຄ່າເພີ້ມ ການມອບພັນທະຜ່ານທະນາຄານ
ການແຈ້ງເສຍພາສີອາກອນແບບ Electronic.”

ທັງນີ້ ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍການຈັດເກັບລາຍຮັບ ໃນຊ່ວງແຜນ
ການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ໃນຊ່ວງປີ
2016-2020 ໃຫ້ໄດ້ເພີ້ມຂຶ້ນໃນອັດຕາ ສະເລ່ຍ 50 ເປີເຊັນ ທຽບໃສ່ສົກປີ 2011-
2015 ຊຶ່ງຈະເຮັດໃຫ້ລັດຖະບານລາວ ມີລາຍຮັບຄິດເປັນມູນຄ່າລວມທັງໝົດເຖິງ
149,600 ຕື້ກີບ ໂດຍຄິດເປັນ 19 ຫາ 20 ເປີເຊັນ ຂອງຍອດຜະລິດຕະພັນລວມ
(GDP) ໃນຕະຫຼອດລະຍະ 5 ປີດັ່ງກ່າວ.

ທ່ານສົມດີ ບອກວ່າ ຄາດໝາຍລາຍຮັບດັ່ງກ່າວ ແບ່ງເປັນລາຍຮັບພາຍໃນ 131,800
ຕື້ກີບ ຫຼືເພີ້ມຂຶ້ນເຖິງ 72 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-2015 ແລະພ້ອມ
ກັນນີ້ ລັດຖະບານລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມທັງໝົດບໍ່ເກີນ
176,400 ຕື້ກີບ ໂດຍເພີ້ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ແຜນການ ໃນສົກປີ 2011-
2015 ຫາກແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນ ຂອງ GDP ໃນຕະຫຼອດສົກປີ
2016-2020 ໂດຍໃນນີ້ ກໍລວມເຖິງລາຍຈ່າຍເງິນເດືອນພະນັກງານລັດດ້ວຍ ໃນ
ມູນຄ່າລວມ 60,000 ຕື້ກີບ ຫຼືເພີ້ມຂຶ້ນເຖິງ 85 ເປີເຊັນ ທຽບໃສ່ສົກປີ 2011-2015
ອັນມີສາເຫດຈາກການປັບຂຶ້ນດັດຊະນີເງິນເດືອນພະນັກງານລັດ ໃນອັດຕາສະເລ່ຍ
500 ກີບຕໍ່ດັດຊະນີ ໃນແຕ່ລະປີ ທີ່ເລີ້ມມີຜົນບັງຄັບ ນັບຈາກປີ 2017 ນີ້ ເປັນຕົ້ນໄປ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ປັບລົດຄາດໝາຍ ການຂະຫຍາຍຕົວທາງ
ເສດຖະກິດລົງຈາກ 7.5 ເປີເຊັນ ເປັນ 7.2 ເປີເຊັນ ຕໍ່ປີໃນຊ່ວງປີ 2017-2020 ຊຶ່ງ
ຈະເຮັດໃຫ້ GDP ມີມູນຄ່າລວມ ຫຼາຍກວ່າ 597,682 ຕື້ກີບ ແລະຄິດສະເລ່ຍ ເປັນ
ລາຍໄດ້ ຂອງປະຊາຊົນລາວ ທີ່ລະດັບ 23.82 ລ້ານກີບຫຼື 2,978 ໃນປີ 2020 ແລະ
ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງນຳໃຊ້ເງິນທຶນ
ບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື 21,666 ລ້ານໂດລາ ຄິດເປັນ 29 ເປີເຊັນ ຂອງ GDP
ຊຶ່ງໃນນີ້ແບ່ງເປັນການລົງທຶນຂອງລັດ 21,723 ຕື້ກີບ ເງິນທຶນຈາກການກູ້ຢືມ ແລະ
ຂໍຄວາມຊ່ວຍເຫຼືອ ຈາກຕ່າງປະເທດ 33,960 ຕື້ກີບ ການລົງທຶນຂອງເອກກະຊົນລາວ
ແລະຕ່າງຊາດ 79,447 ຕື້ກີບ ແລະສິນເຊື່ອໃນລະບົບທະນາຄານ ໃນປະເທດອີກ
38,199 ຕື້ກີບ ຕາມລຳດັບ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດໄວ້ ໃນ
ອັດຕາສະເລ່ຍ 7.5 ເປີເຊັນ ຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າ GDP
ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ເຖິງ 3,100 ໂດລາ ຕໍ່ຄົນໃນປີ 2020 ຫາກ
ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກຍູ້ໃຫ້
ພາກກະສິກຳ ຂະຫຍາຍຕົວເພີ້ມຂຶ້ນ 3.2 ເປີເຊັນ ພາກອຸດສາຫະກຳ 9.3 ເປີເຊັນ
ແລະ ພາກບໍລິການ 8.9 ເປີເຊັນ ຕໍ່ປີ ໂດຍຈະຕ້ອງລະດົມເງິນລົງທຶນໃຫ້ໄດ້ເຖິງ
27,000 ລ້ານໂດລາ ໃນຕະຫຼອດລະຍະ 5 ປີດັ່ງກ່າວ ທັງຍັງຈະຕ້ອງຄວບຄຸມອັດຕາ
ເງິນເຟີ້ ແລະປະລິມານເງິນທຶນໝຸນວຽນ ໃຫ້ໄດ້ຕາມແຜນການ ທີ່ວາງໄວ້ອີກດ້ວຍ.

XS
SM
MD
LG