ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ເກັບລາຍຮັບ ຈາກພາສີ ໄດ້ຕ່ຳກວ່າ ເປົ້າໝາຍ 10%


ພິທີມອບຮັບຕຳແໜ່ງ ລະຫວ່າງທ່ານພູເພັດ ຄຳພູນວົງ ລັດຖະມົນຕີການເງິນຄົນເກົ່າ ແລະທ່ານລຽນ ທິແກ້ວ ລັດຖະມົນຕີຄົນໃໝ່
ພິທີມອບຮັບຕຳແໜ່ງ ລະຫວ່າງທ່ານພູເພັດ ຄຳພູນວົງ ລັດຖະມົນຕີການເງິນຄົນເກົ່າ ແລະທ່ານລຽນ ທິແກ້ວ ລັດຖະມົນຕີຄົນໃໝ່
ລັດຖະບານລາວຈັດເກັບລາຍຮັບຈາກພາສີອາກອນໄດ້ຕ່ຳ
ກວ່າເປົ້າໝາຍ ທີ່ວາງໄວ້ເກີນກວ່າ 10 ເປີເຊັນ ໃນງວດທີ
1 ຂອງແຜນການປີ 2013-2014 ຈຶ່ງເຮັດໃຫ້ຈະຕ້ອງຈັດ
ເກັບລາຍຮັບພາສີ ໃຫ້ໄດ້ຫຼາຍຂຶ້ນ ໃນງວດທີ 2 ນີ້.

ກະຊວງການເງິນ ໄດ້ສະເໜີລາຍງານພາຍຫຼັງຈາກທີ່ໄດ້ມີ
ການປັບປ່ຽນຕຳແໜ່ງ ລັດຖະມົນຕີວ່າການກະຊວງ ຈາກ
ທ່ານພູເພັດ ຄຳພູນວົງ ມາເປັນ ທ່ານລຽນ ທິແກ້ວ ອະດີດເຈົ້າແຂວງໄຊຍະບູລີທີ່ໄດ້ມີ ການມອບຮັບໜ້າທີ່ຢ່າງເປັນທາງການ ເມື່ອກາງເດືອນມີ ນາທີ່ຜ່ານມານີ້ວ່າ ການຈັດ ເກັບລາຍຮັບດ້ານພາສີອາກອນ ຂອງລັດຖະບານລາວ ໃນງວດທີ 1 ກໍຄືໃນລະຍະ 3
ເດືອນທຳອິດຂອງແຜນການປີ 2013-2014 ນີ້ສາມາດຈັດເກັບໄດ້ທັງໝົດ 1,128.54 ຕື້ກີບໂດຍຄິດເປັນ 89.01% ຂອງແຜນການປະຈຳງວດແລະຄິດເປັນ 22.25% ຂອງ
ແຜນການຕະຫຼອດປີເທົ່ານັ້ນ.
ກອງປະຊຸມ ວຽກງານກວດກາການເງິນ ທົ່ວປະເທດ
ກອງປະຊຸມ ວຽກງານກວດກາການເງິນ ທົ່ວປະເທດ

ໂດຍລາຍງານດັ່ງກ່າວນີ້ຍັງໄດ້ລະບຸດ້ວຍວ່າສາເຫດສຳຄັນ
ທີ່ເຮັດໃຫ້ ການຈັດເກັບລາຍຮັບຈາກພາສີ ໄດ້ຕ່ຳກວ່າເປົ້າ
ໝາຍທີ່ວາງໄວ້ນັ້ນ ກໍຍ້ອນວ່າ ມີພະນັກງານຈຳນວນນຶ່ງໄດ້
ສວຍໂອກາດ ແລະສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອ ຫາຜົນປະ
ໂຫຍດສ່ວນຕົວດ້ວຍການສວຍໃຊ້ຊ່ອງວ່າງໃນວິທີການຈັດ ເກັບພາສີທີ່ຍັງບໍ່ເປັນລະບົບມາດຕາຖານສາກົນຫຼືຜ່ານລະ
ບົບທະນາຄານຫາກແຕ່ຍັງຈັດເກັບເປັນເງິນສົດຈາກຜູ້ເສຍ
ພາສີອາກອນຢູ່ເລື້ອຍມາ ຈຶ່ງເຮັດໃຫ້ງ່າຍ ຕໍ່ການຊ່ວຍເຫຼືອ
ໃຫ້ພາກເອກະຊົນ ຫລົບລ້ຽງການສຳລະພາສີອາກອນຢ່າງ
ຖືກຕ້ອງຕາມກົດໝາຍ ໂດຍທີ່ພະນັກງານພາສີ ຂອງລັດຖະບານ ໄດ້ຮັບສິນບົນ ເປັນ
ການຕອບແທນສ່ວນຕົວ.

ຊຶ່ງຖ້າຫາກວ່າບັນຫາດັ່ງກ່າວນີ້ບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງກໍຄົງທີ່ຈະສົ່ງຜົນກະທົບ ຕໍ່ເປົ້າໝາຍໃນການຈັດເກັບລາຍຮັບຈາກພາສີອາການຂອງລັດຖະບານລາວຕະຫຼອດ
ແຜນການປີ 2013-2014 ນີ້ ຢ່າງຫຼີກລ້ຽງບໍ່ໄດ້ ກໍຄືໃນມູນຄ່າລວມໜ້ອຍກວ່າ 5,072
ຕື້ກີບ ໝາຍຄວາມວ່ານັບຈາກປັດຈຸບັນໄປຈົນເຖິງສິ້ນເດືອນກັນຍາປີນີ້ ກະຊວງການ
ເງິນຂອງລາວ ກໍຈະຕ້ອງຈັດເກັບລາຍຮັບ ຈາກພາສີອາກອນໃຫ້ໄດ້ອີກ ບໍ່ໜ້ອຍກວ່າ 3,943.46 ຕື້ກີບນັ້ນເອງ.

ກ່ອນໜ້ານີ້ ທ່ານພູເພັດ ລັດຖະມົນຕີວ່າການກະຊວງການເງິນຜູ້ເກົ່າກໍໄດ້ຖະແຫຼງຢືນ ຢັນວ່າສາເຫດທີ່ສຳຄັນປະການນຶ່ງທີ່ເຮັດໃຫ້ການຈັດເກັບລາຍຮັບຈາກພາສີອາກອນ ຂອງລັດຖະບານລາວ ບໍ່ເປັນໄປຕາມເປົ້າໝາຍ ທີ່ວາງໄວ້ນັ້ນ ກໍຄື ບັນດາບໍລິສັດຕ່າງ ຊາດຈຳນວນນຶ່ງທີ່ລົງທຶນໃນລາວ ບໍ່ປະຕິບັດຕາມລະບຽບກົດໝາຍ ກ່ຽວກັບການນຳ ເຂົ້ານ້ຳມັນເຊື້ອໄຟ ແລະຍວດຍານພາຫະນະຕ່າງໆ ເພື່ອນຳມາຮັບໃຊ້ໃນການລົງທຶນ ຂອງພວກຕົນ.

ທັງນີ້ກໍເນື່ອງຈາກວ່າ ໂດຍຜົນຂອງກົດໝາຍ ວ່າດ້ວຍການລົງທຶນໃນລາວນັ້ນ ຈະຍົກ ເວັ້ນພາສີແລະອາກອນການນຳເຂົ້ານ້ຳມັນເຊື້ອໄຟແລະຍານພາຫະນະໃຫ້ກັບບັນດາ ບໍລິສັດຕ່າງຊາດທີ່ໄດ້ນຳເຂົ້ານ້ຳມັນເຊື້ອໄຟແລະຍານພາຫະນະຕ່າງໆ ມາຮັບໃຊ້ໂຄງ ການລົງທຶນຕ່າງໆໃນລາວຫາກແຕ່ໃນການປະຕິບັດຕົວຈິງນັ້ນກັບປາກົດວ່າໄດ້ມີການ ນຳເຂົ້ານ້ຳມັນເຊື້ອໄຟ ໃນປະລິມານທີ່ຫຼາຍເກີນກວ່າ ຄວາມຕ້ອງການທີ່ເປັນຈິງ ຊຶ່ງກໍ ເຊັ່ນດຽວກັນ ກັບຍານພາຫະນະ ຂອງໂຄງການລົງທຶນ ແຕ່ກໍຍັງໄດ້ລວມ ເຂົ້າໃນລາຍ ການທີ່ໄດ້ຮັບການຍົກເວັ້ນພາສີອາກອນດັ່ງກ່າວ.

ເພາະສະນັ້ນຜົນທີ່ຕິດຕາມມາກໍຄືການຮົ່ວໄຫຼຂອງລາຍຮັບຂອງລັດຖະບານລາວແລະ ທີ່ໜັກໄປກວ່ານັ້ນ ກໍຄື ບັນດາບໍລິສັດຕ່າງຊາດ ທີ່ນຳເຂົ້າ ນ້ຳມັນເຊື້ອໄຟ ເກີນລະດັບ ຄວາມຕ້ອງການທີ່ເປັນຈິງດັ່ງກ່າວ ກໍຍັງໄດ້ພາກັນນຳເອົານ້ຳມັນເຊື້ອໄຟເຫຼົ່ານັ້ນອອກ ຈຳໜ່າຍໂດຍບໍ່ໄດ້ຮັບອານຸຍາດ ແລະບໍ່ໄດ້ເສຍພາສີ ຕາມກົດໝາຍໃນລາວອີກດ້ວຍ ຊຶ່ງກໍເຊັ່ນດຽວກັນກັບຍານພາຫະນະທີນຳເຂົ້າຢ່າງຜິດວັດຖຸປະສົງນັ້ນກໍບໍ່ໄດ້ນຳໃຊ້ໃຫ້ ເປັນປະໂຫຍດຕໍ່ໂຄງການລົງທຶນໃນລາວແຕ່ຢ່າງໃດ ດັ່ງທີ່ທ່ານພູເພັດ ໄດ້ຢືນຢັນວ່າ

“ລາຍຮັບ ຈາກການເກັບພາສີອາກອນ ຈາກນ້ຳມັນເຊື້ອໄຟ ມີທ່າອຽງຫລຸດລົງ
ຢ່າງຕໍ່ເນື່ອງ ຍ້ອນວ່າບໍລິສັດນ້ຳມັນທີ່ນຳເຂົ້ານ້ຳມັນແລະເສຍພາສີອາກອນທີ່
ຖືກຕ້ອງ ເຂົາບໍ່ສາມາດຂາຍໃຫ້ປ້ຳ ບັນດາປ້ຳຫັນໄປຊື້ນ້ຳມັນຈາກບັນດາໂຄງ
ການທີ່ນຳເຂົ້າໂດຍການຍົກເວັ້ນພາສີອາກອນແລະມັນກໍມີລາຄາຖືກກວ່າ ຕົວ
ຢ່າງບໍລິສັດນ້ຳມັນເຊື້ອໄຟລາວເອງ ເຂົາເຈົ້າກໍບໍ່ສາມາດຂາຍນ້ຳາມັນ ໃຫ້ບໍລິ
ສັດລູກບໍລິສັດສາຂາຢູ່ຕ່າງແຂວງເພາະວ່າບັນດາບໍລິສັດເຫຼົ່ານັ້ນຢູ່ຕ່າງແຂວງ
ໄດ້ຫັນໄປຊື້ນ້ຳມັນນຳໂຄງການ.”


ສ່ວນທາງດ້ານອົງການກວດສອບແຫ່ງລັດກໍໄດ້ສະລຸບຜົນການກວດສອບການຈັດຕັ້ງ ປະຕິບັດທາງດ້ານງົບປະມານລາຍຮັບລາຍຈ່າຍຂອງລັດຖະບານລາວໃນແຜນການປີ 2010-2011 ທີ່ຜ່ານມານີ້ວ່າ ໄດ້ກວດພົບ ການໃຊ້ຈ່າຍງົບປະມານ ທີ່ບໍ່ເປັນໄປຕາມ ແຜນການເຖິງ 1,933.33 ຕື້ກີບ ຫຼືປະມານ 254 ລ້ານໂດລາ.
XS
SM
MD
LG