ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມໂຕະມົນ ຄັ້ງທີ 11 ມີສ່ວນ ຢ່າງສຳຄັນ ຕໍ່ການພັດທະນາ ໃນລາວ


ກອງປະຊຸມໂຕະມົນ ລະດັບສູງຄັ້ງທີ 11 ລະຫວ່າງ
ລັດຖະບານລາວ ກັບ ນານາຊາດ ມີສ່ວນຢ່າງສຳຄັນຕໍ່ການ
ພັດທະນາ ໃນທຸກໆດ້ານ ເພື່ອຫລຸດຜ່ອນບັນຫາ ຄວາມຍາກຈົນຂອງ ປະຊາຊົນລາວ.
ກອງປະຊຸມໂຕະມົນ ລະດັບສູງຄັ້ງທີ 11 ລະຫວ່າງ ລັດຖະບານລາວ ກັບ ນານາຊາດ ມີສ່ວນຢ່າງສຳຄັນຕໍ່ການ ພັດທະນາ ໃນທຸກໆດ້ານ ເພື່ອຫລຸດຜ່ອນບັນຫາ ຄວາມຍາກຈົນຂອງ ປະຊາຊົນລາວ.

ທາງການລາວຢືນຢັນວ່າ ກອງປະຊຸມໂຕະມົນລະຫວ່າງ
ລັດຖະບານລາວກັບ ນານາຊາດມີສ່ວນຢ່າງສຳຄັນຕໍ່ການ
ພັດທະນາ ໃນທຸກໆດ້ານ ເພື່ອຫລຸດຜ່ອນບັນຫາ ຄວາມ
ຍາກຈົນຂອງປະຊາຊົນລາວ.

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະ
ລັດຖະມົນຕີວ່າການຕ່າງປະເທດຖະແຫລງຢືນຢັນວ່າ ກອງປະຊຸມໂຕະມົນ (Round
Table Meeting) ລະຫວ່າງ ລັດຖະບານ ກັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອແກ່
ລາວ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ນັບຕັ້ງແຕ່ປີ
1983 ເປັນຕົ້ນມາ ໄດ້ປະກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາ ໃນທຸກໆ
ດ້ານທີ່ມີເປົ້າໝາຍ ເພື່ອຫລຸດຜ່ອນບັນຫາຄວາມຍາກຈົນ ຂອງປະຊາຊົນລາວ.

ພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີ ສ່ວນສູງ ແລະ ນ້ຳນັກຕ່ຳກວ່າ ເກນມາດຕະຖານ ການເຂົ້າໂຮງຮຽນ ແລະ ສືບຕໍ່ການ ຮຽນຈົນຈົບຊັ້ນ ປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ
ພວກເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີ ສ່ວນສູງ ແລະ ນ້ຳນັກຕ່ຳກວ່າ ເກນມາດຕະຖານ ການເຂົ້າໂຮງຮຽນ ແລະ ສືບຕໍ່ການ ຮຽນຈົນຈົບຊັ້ນ ປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ

ໂດຍຈະເຫັນໄດ້ຈາກອັດຕາສະເລ່ຍ ຄວາມຍາກຈົນ ຂອງ
ປະຊາຊົນລາວ ທີ່ໄດ້ລົດລົງຢ່າງຕໍ່ເນື່ອງ ຊຶ່ງກໍຄືລົດລົງຈາກ
48 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ ໃນປີ 1992
ເປັນ 27.6 ເປີເຊັນ ໃນປີ 2008, 20.5 ເປີເຊັນ ໃນປີ 2013
ແລະ 17 ເປີເຊັນ ໃນປີ 2015 ນີ້ ໂດຍລັດຖະບານຂອງບັນດາ
ປະເທດຄູ່ຮ່ວມພັດທະນາ ຂອງລັດຖະບານລາວ ໄດ້ໃຫ້ການ
ຊ່ວຍເຫຼືອແກ່ລາວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ເຊັ່ນດຽວກັນ ກໍຄື
ເພີ້ມຂຶ້ນຈາກ 178 ລ້ານໂດລາ ໃນປີ 1991 ເປັນ 795 ລ້ານ
ໂດລາ ໃນປີ 2013-2014.

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະ ການລົງທຶນ
ກໍໄດ້ລາຍງານການປະເມີນຮ່ວມກັນ ຂອງລັດຖະບານລາວ ກັບ UNDP ກ່ຽວກັບການ
ຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ ແລະ ສັງຄົມ ໃນລາວນັບແຕ່ປີ 2011
ເຖິງປັດຈຸບັນນີ້ ວ່າ ລັດຖະບານລາວ ຈະບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດ ຂອງ
ການພັດທະນາ ໃນ 6 ດ້ານຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບ UNDP.

ໂດຍທັງ 6 ດ້ານດັ່ງກ່າວນີ້ ກໍປະກອບດ້ວຍການທີ່ເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ຍັງມີ
ສ່ວນສູງ ແລະ ນ້ຳນັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງຮຽນ ແລະ ສືບຕໍ່ການ
ຮຽນຈົນຈົບຊັ້ນປະຖົມປີທີ 5 ຍັງເພີ້ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງເດັກນ້ອຍ
ອາຍຸຕ່ຳກວ່າ 1 ປີຍັງສູງ ອັດຕາການຕາຍຂອງແມ່ຍິງ ຂະນະຖືພາກໍຍັງສູງ ສ່ວນການ
ເພີ້ມອັດຕາການປົກຫຸ້ມຂອງປ່າໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະ ການເກັບກູ້ລະເບີດ
ບໍ່ທັນແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.

ທາງດ້ານທ່ານນາງຄຳແສງ ພິລາວົງ ຮອງຫົວໜ້າສູນໂພສະນາການ ກະຊວງສາທາ
ລະນະສຸກ ຍອມຮັບວ່າ ເດັກນ້ອຍລາວ ທີ່ມີໂອກາດໄດ້ຮັບການລ້ຽງດູ ດ້ວຍນ້ຳນົມແມ່
ນັບຕັ້ງແຕ່ມື້ເກີດຈົນຮອດອາຍຸ 6 ເດືອນນັ້ນ ຍັງຄິດເປັນອັດຕາສະເລ່ຍພຽງແຕ່ 40
ເປີເຊັນ ເທົ່ານັ້ນ ຂອງຈຳນວນເດັກນ້ອຍທັງໝົດ ທີ່ຢູ່ໃນຊ່ວງອາຍຸດັ່ງກ່າວນີ້.

ໂດຍການໄດ້ຮັບການລ້ຽງດູດ້ວຍນ້ຳນົມແມ່ ໃນອັດຕາສະເລ່ຍດັ່ງກ່າວນີ້ ບໍ່ພຽງຈະຖື
ເປັນລະດັບທີ່ຕ່ຳທີ່ສຸດ ໃນກຸ່ມອາຊຽນດ້ວຍກັນເທົ່ານັ້ນ ຫາກແຕ່ວ່າ ຍັງເຮັດໃຫ້ເດັກນ້ອຍ
ໃນລາວມີຄວາມສ່ຽງສູງ ທີ່ຈະເສຍຊີວິດຈາກໂຣກທີ່ສາມາດປ້ອງກັນໄດ້ອີກດ້ວຍ ດັ່ງທີ່
ທ່ານນາງຄຳແສງ ໄດ້ຢືນຢັນວ່າ:

“ລ້ຽງລູກດ້ວຍນົມແມ່ຢ່າງດຽວນີ້ນະ ແຕ່ມື້ເກີດຮອດຫົກເດືອນນີ້ ດຽວນີ້ເຮົາໄດ້
40 ເປີເຊັນ ນີ້ແມ່ນຍັງຕ່ຳໂພດ ເຮົາຕ້ອງໄດ້ບືນຕື່ມ ເພິ່ນໄດ້ເຮັດການຄົ້ນຄວ້າ
ແລະ ສົມທຽບກັນແລ້ວ ເຫັນວ່າເດັກນ້ອຍ ທີ່ບໍ່ໄດ້ຖືກລ້ຽງລູກ ດ້ວຍນ້ຳນົມແມ່
ຫັ້ນນະ ຫລະແມ່ນມີຄວາມສ່ຽງ ຕໍ່ການຕາຍຍ້ອນພະຍາດຖອກທ້ອງ 7 ເທົ່າ
ແລ້ວກະມີຄວາມສ່ຽງ ຕໍ່ການຕາຍຍ້ອນພະຍາດອັກເສບປອດ 5 ເທົ່າ.”

ນອກຈາກນັ້ນກໍຍັງມີບັນຫາ ທ້າທາຍກ່ຽວກັບອັດຕາການເສຍຊີວິດ ຂອງແມ່ຍິງ ໃນ
ຂະນະຖືພາ ທີ່ເຖິງແມ່ນວ່າ ອັດຕາການເສຍຊີວິດ ຈະຫລຸດລົງຈາກ 650 ໃນທຸກໆ
ໜຶ່ງແສນຄົນ ໃນປີ 1995 ມາເປັນ 339 ຄົນກໍຕາມ ແຕ່ວ່າການທີ່ຈະບັນລຸໃຫ້ໄດ້ເຖິງ
260 ຄົນ ໃນທຸກໆ ໜຶ່ງແສນຄົນພາຍໃນປີ 2015 ນັ້ນ ກໍນັບເປັນບັນຫາ ທີ່ຍາກຢ່າງຍິ່ງ
ແລະ ການເສຍຊີວິດຂອງແມ່ຍິງລາວຂະນະຖືພາ ໃນອັດຕາສະເລ່ຍດັ່ງກ່າວນີ້ ຍັງຖື
ເປັນອັດຕາການເສຍຊີວິດທີ່ສູງທີ່ສຸດໃນ 10 ປະເທດສະມາຊິກ ໃນອາຊຽນດ້ວຍກັນ
ອີກດ້ວຍ.

XS
SM
MD
LG