ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໙ ກຸມພາ ໒໐໒໔

ການດຳເນີນມາດຕະການ ໃນການແກ້ໄຂວິກິດການ ທາງເສດຖະກິດ ແລະ ການເງິນ ຂອງລັດຖະບານລາວ ຍັງມີປະສິດທິພາບຕໍ່າຫຼາຍ


Lao banknotes
Lao banknotes

ການດຳເນີນມາດຕະການຂອງລັດຖະບານລາວ ໃນການແກ້ໄຂວິກິດການທາງເສດຖະກິດ ແລະການເງິນຍັງມີປະສິດທິພາບຕໍ່າຫຼາຍ ໂດຍສະເພາະແມ່ນມາດຕະການຄວບຄຸມເງິນຕາ ໃນບັນດາທະນາຄານການຄ້ານັ້ນ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ນັກທຸລະກິດໄທໃນລາວ ໄດ້ໃຫ້ທັດສະນະວ່າການດຳເນີນມາດຕະການຕ່າງໆຂອງລັດຖະບານລາວ ໃນການແກ້ໄຂບັນຫາວິກິດການທາງເສດຖະກິດ ແລະ ການເງິນໃນໄລຍະຜ່ານມາຈົນເຖິງປັດຈຸບັນ ຍັງມີປະສິດທິພາບຕໍ່າຫຼາຍ ເນື່ອງຈາກວ່າຍັງບໍ່ມີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດຕົວຈິງ ຊຶ່ງເຫັນໄດ້ຈາກການຄວບຄຸມອັດຕາເງິນເຟີ້, ການຄວບຄຸມອັດຕາແລກປ່ຽນເງິນຕາ, ການຄວບຄຸມລາຄາສິນຄ້າ ແລະ ການຫຼຸດຜ່ອນມູນຄ່າໜີ້ສິນຕ່າງປະເທດນັ້ນ ນອກຈາກຈະບໍ່ໄດ້ຮັບການແກ້ໄຂໃຫ້ດີຂຶ້ນແລ້ວ ກໍ່ຍັງມີທ່າອ່ຽງທີ່ຈະເພີ້ມສູງຂຶ້ນອີກດ້ວຍ ໂດຍສະເພາະແມ່ນການຄວບຄຸມການແລກປ່ຽວເງິນຕາໃນບັນດາປະທານຄານການຄ້ານັ້ນ ຖືໄດ້ວ່າບໍ່ມີການດຳເນີນມາດຕະການຢ່າງເຂັ້ມງວດ, ດັ່ງທີ່ນັກທຸລະກິດໄທ ໄດ້ຢືນຢັນວ່າ:

“ມາດຕະການແກ້ໄຂເງິນເຟີ້ເປັນມາດຕະການທີ 1 ມາດຕະການທີ 2 ຄືມາດຕະການແກ້ໄຂອັດຕາແລກປ່ຽນ ມາດຕະການທີ 3 ຄືການຄວບຄຸມລາຄາສິນຄ້າ ແລະ ມາດຕະການສຸດທ້າຍ ຄື ມາດຕະການແກ້ໄຂໜີ້ສິນຕ່າງປະເທດ ຍົກຕົວຢ່າງຄື ແບບມາດຕະການການແກ້ໄຂເງິນເຟີ້ໃຫ້ສັ່ງການໄປທີ່ທະນາຄານແຫ່ງ ສປປ. ລາວ ໃຫ້ຄຸ້ມຄອງປະລິມານເງິນ M2 ແລ້ວກໍ່ໃຫ້ຄວບຄຸມການເຄື່ອນໄຫວຂອງການເງິນ ຂອງທະນາຄານທຸກແຫ່ງຢ່າງໃກ້ຊິດ ຫາກມີການກະທໍາຄວາມຜິດ ໃຫ້ລົງໂທດທັນທີ

ທັງນີ້ໂດຍການຕົກຕໍ່າລົງຂອງຄ່າເງິນກີບ ເມື່ອທຽບໃສ່ເງິນຕາຕ່າງປະເທດຍັງໄດ້ສົ່ງຜົນໃຫ້ສັດສ່ວນໜີ້ສິນຕ່າງປະເທດຂອງລັດຖະບານລາວ ເພີ້ມຂຶ້ນຈາກ 89% ເປັນເກີນກວ່າ 120% ຂອງມູນຄ່າຜະລິດຕະພັນພາຍໃນ (GDP) ປີ 2021 ແລະ ປີ 2023 ຕາມລຳດັບ ຊຶ່ງໝາຍຄວາມວ່າລັດຖະບານລາວມີໜີ້ຕ່າງປະເທດຫຼາຍກວ່າມູນຄ່າ GDP ທັງໝົດແລ້ວໃນປັດຈຸບັນ ກໍຄືໃນຂະນະທີ່ລັດຖະບານລາວມີໜີ້ສິນຕ່າງປະເທດຫຼາຍກວ່າ 16,900 ລ້ານໂດລານັ້ນ ແຕ່ວ່າ GDP ຂອງລາວໃນປີ 2023 ກັບມີມູນຄ່າລວມພຽງແຕ່ 14,091 ລ້ານໂດລາເທົ່ານັ້ນ ທັງຍັງຫຼຸດລົງຈາກ 18,552 ລ້ານໂດລາ ແລະ 15,304 ລ້ານໂດລາ ໃນປີ 2021 ແລະປີ 2022 ອິກດ້ວຍເຊິ່ງກໍ່ເປັນຍ້ອນການຕົກຕໍ່າລົງຢ່າງຮຸນແຮງຂອງຄ່າເງິນກີບທີ່ເປັນຜົນກະທົບຈາກການລະບາດໂຄວິດ-19 ສົມທົບດ້ວຍສົງຄາມຣັດເຊຍ-ຢູເຄຣນ ທີ່ເຮັດໃຫ້ລາຄານໍ້າມັນ ແລະ ສິນຄ້າປັບຕົວສູງຂຶ້ນ ໃນຂະນະທີ່ລາວກໍ່ຍັງຂາດດຸນການຄ້າຕ່າງປະເທດກຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ລາວຂາດແຄນເງິນຕາຢ່າງໜັກໜ່ວງ ອັນເຮັດໃຫ້ຈະຕ້ອງລະດົມທຶນເພື່ອນໍາໃຊ້ໃນການຊໍາລະຄືນໜີ້ຕ່າງປະເທດທີ່ເພີ້ມຂື້ນທຸກປີດ້ວຍເຊັ່ນກັນ ດັ່ງທີ່ ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ. ລາວ ໄດ້ຖະແຫຼງຢືນຢັນວ່າ:

ດຸນຊໍາລະປົກກະຕິ ພວກເຮົາແມ່ນຂາດດຸນຕະຫຼອດ ໝາຍຄວາມວ່າປະເທດລາວເຮົາ ຊົມໃຊ້ຫຼາຍກວ່າການສົ່ງອອກ ແລະ ການຂາຍ ແຕ່ຜ່ານມານີ້ ພວກເຮົາມີອີກດຸນນຶ່ງທີ່ເປັນດຸນສຳຄັນ ຄື ດຸນການເງິນທີ່ມັນມາເປັນຜູ້ສະໜອງແຫຼ່ງເງິນຕາຕ່າງປະເທດ ໃຫ້ແກ່ການຂາດດຸນປົກະຕິຂອງພວກເຮົາ ດຸນການເງິນ ໄດ້ມາຈາກການລົງທຶນໂດຍກົງຂອງຕ່າງປະເທດໄດ້ມາຈາກການກູ້ຍືມຂອງລັດຖະບານ ແລະຂອງພາກເອກະຊົນ ຈັ່ງຊັ້ນຢູ່ໃນຊຸມປີ 2010 ປາຍ ພວກເຮົາມີການລົງທຶນ ແລະ ມີການກູ້ຍືມມາເຈືອຈຸນດຸນຊໍາລະທີ່ເຮົາຂາດ

ທັງນີ້ໂດຍເປົ້າໝາຍການລະດົມເງິນທຶນຂອງລັດຖະບານລາວ ເພື່ອນໍາມາໃຊ້ຊໍາລະຄືນໜີ້ທີ່ຄົບກຳນົດໃນປີ 2024 ທີ່ມີມູນຄ່າລວມເກີດກວ່າ 1,600 ລ້ານໂດລາ ກໍ່ຄືການອອກພັນທະບັດຂອງລັດຖະບານລາວ ເປັນສະກຸນເງິນຕາຕ່າງປະເທດ ເຊັ່ນ ເງິນບາດ ແລະ ເງິນໂດລາສະຫະລັດ ເພື່ອສະເໜີຂາຍໃນຕະຫຼາດຫຼັກຊັບທັງໃນລາວ ແລະ ຕ່າງປະເທດເປັນດ້ານຫຼັກ ລວມເຖິງການຈຳກັດໂຄງການພັດທະນາຕ່າງໆຂອງລັດຖະບານລາວ ທີ່ຈະຕ້ອງກູ້ຢືມເງິນທຶນຈາກຕ່າງປະເທດຢ່າງເຂັ້ມງວດດ້ວຍ.

ແຕ່ຢ່າງໃດກໍຕາມ ການຈັດເກັບລາຍຮັບຂອງລັດຖະບານລາວໃນໄລຍະທີ່ຜ່ານມາກໍ່ບໍ່ໄດ້ຕາມແຜນການວາງໄວ້ ເພາະມີການທຸດຈະຣິດເກີດຂຶ້ນໃນທຸກວົງການພັກ-ລັດ ໂດຍສະເພາະແມ່ນໃນຂົງເຂດຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ການຄ້ານັ້ນ ກໍ່ຄືພາກສ່ວນທີ່ມີການທຸດຈະຣິດ ແລະ ສ້າງຄວາມເສຍຫາຍໃຫ້ປະເທດ ທັງຍັງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫຼາຍທີ່ສຸດດ້ວຍ ຊຶ່ງນັບຈາກປີ 2014 ເປັນຕົ້ນມານັ້ນ ກະຊວງການເງິນຂອງລາວ ກໍ່ໄດ້ສະເໜີຂາຍພັນທະບັດເພື່ອລະດົມເງິນທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດໄທແລ້ວ ເຖິງ 26 ຄັ້ງ ຄິດເປັນມູນຄ່າລວມ ຫຼາຍກວ່າ 105,220 ລ້ານບາດ.

XS
SM
MD
LG