ລິ້ງ ສຳຫລັບເຂົ້າຫາ

ລັດຖະບານ ລາວ ວາງແຜນການ ຈະຂະຫຍາຍເຄືອຂ່າຍ ລະບົບສັນຍານໄຮ້ສາຍ ໃຫ້ກວມໃນທົ່ວປະເທດ ໃຫ້ໄດ້ໄວທີ່ສຸດ


ສັນຍາລັກເຄືອນຂ່າຍອິນເຕີແນັດ 5G. 25 ກຸມພາ, 2019.

ລັດຖະບານ ລາວ ວາງແຜນການຈະຂະຫຍາຍເຄືອຂ່າຍລະບົບສັນຍານໄຮ້ສາຍໃຫ້ກວມໃນທົ່ວປະເທດໃຫ້ໄດ້ໄວທີ່ສຸດ ດ້ວຍການຊ່ວຍເຫຼືອທັງໃນດ້ານເງິນທຶນ ແລະ ດ້ານເທັກໂນໂລຈີຢ່າງຄົບວົງຈອນກັບລັດຖະບານ ຈີນ.

ທ່ານ ທັນສະໄມ ກົມມະສິດ ລັດຖະມົນຕີວ່າການກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານຖະແຫຼງວ່າແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ລາວ ໄລຍະ 5 ປີ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ໄດ້ກຳນົດເປົ້າໝາຍໄວ້ຢ່າງຊັດເຈນວ່າ ຈະພັດທະ ນາເສດຖະກິດ ລາວ ໄປສູ່ລະບົບດິຈິຕອລ ໃຫ້ທົ່ວເຖິງໃນທົ່ວປະເທດໃຫ້ໄດ້ຢ່າງເປັນຮູບປະທຳດ້ວຍການຮ່ວມມືກັບປະເທດເພື່ອນມິດຢ່າງໃກ້ຊິດ ໂດຍສະເພາະແມ່ນການຮ່ວມມືກັບ ຈີນ ນັ້ນຖືເປັນປະເທດທີ່ໃຫ້ການຊ່ວຍເຫຼືອ ລາວ ຫຼາຍທີ່ສຸດທັງໃນດ້ານເງິນທຶນ ແລະ ດ້ານເທັກໂນໂລຈີການສື່ສານຢ່າງຄົບວົງຈອນ ທັງນີ້ໂດຍຄາດຫວັງວ່າການພັດທະນາ ແລະ ການນຳໃຊ້ລະບົບດິຈິ ຕອລໃນພາກທຸລະກິດຕ່າງໆຢ່າງກວ້າງຂວາງໃນ ລາວ ນັ້ນຈະເຮັດໃຫ້ເສດຖະກິດຂອງ ລາວ ຂະ ຫຍາຍຕົວດີຂຶ້ນນັບມື້.

ທັງນີ້ໂດຍໃນປັດຈຸບັນການພັດທະນາດ້ານເທັກໂນໂລຈີການສື່ສານໃນ ລາວ ໂດຍສະເພາະແມ່ນເຄືອຂ່າຍລະບົບສັນຍານໄຮ້ສານທັງໂຄງຂ່າຍໂທລະສັບມືຖື ແລະ ລະບົບ ອິນເຕີແນັດ ນັ້ນໄດ້ຂະ ຫຍາຍເຕີບໂຕຢ່າງວ່ອງໄວ ຊຶ່ງກໍຖືເປັນພື້ນຖານທີ່ສຳຄັນທີ່ຈະຮອງຮັບການພັດທະນາເສດຖະກິດ ລາວ ໄປສູ່ລະບົບດິຈິຕອລ ໃຫ້ໄດ້ຢ່າງເປັນຮູບປະທຳຕາມແຜນການທີ່ວາງໄວ້ນັ້ນ ດັ່ງທີ່ທ່ານທັນສະໄໝ ໄດ້ໃຫ້ການຢືນຢັນວ່າ

“ພວກເຮົາຊຸກຍູ້ໃຫ້ບັນດາຜູ້ປະກອບການນຳເອົາເທັກໂນໂລຈີທີ່ທັນສະໄໝມາບໍລິການໃຫ້ແກ່ສັງ ຄົມ ໃຫ້ຂະຫຍາຍເຄືອຂ່າຍໄປສູ່ເຂດຫ່າງໄກສອກຫຼີກຊົນນະບົດ ແລະ ໃຫ້ຕິດຕໍ່ຫາກັນໄດ້ພົວພັນກັນໄດ້ໝົດ ຊຶ່ງມາຮອດປັດຈຸບັນນີ້ເລື່ອງເຄືອຂ່າຍສັນຍານໂທລະສັບ ໂດຍສະເພາະມືຖືນີ້ກໍກວມປະມານ 90 ເປີເຊັນຂອງຈຳນວນບ້ານທັງໝົດ ແລະ ການນຳໃຊ້ 95 ເປີເຊັນ, ການນຳໃຊ້ອິນເຕີແນັດນີ້ແມ່ນ 57 ເປີເຊັນກະຖືວ່າເພີ່ມຂຶ້ນຫຼາຍທີ່ສຸດ ໂດຍສະເພາະແມ່ນມີ 3G - 4G ເທິງມືຖື ໂຕນີ້ມັນຂະຫຍາຍໄປໄວທີ່ສຸດ.”

ສ່ວນກະຊວງການເງິນກໍໄດ້ມີການຕິດຕັ້ງລະບົບ ເອເລັກໂທຣນິກ ທີ່ທັນສະໄໝເພື່ອນຳໃຊ້ໃນການຈັດເກັບລາຍຮັບຈາກພາສີອາກອນ ແລະ ບັນດາຄ່າທຳນຽມຕ່າງໆໄວ້ທີ່ດ່ານສາກົນ 24 ແຫ່ງ ແລະ ເຂດເສດຖະກິດພິເສດ 3​ ແຫ່ງທີ່ເຊື່ອມຕໍ່ກັບລະບົບຄວບຄຸມການບໍລິການແບບປະຕູດຽວ Single Window ຂອງກົມພາສີໄດ້ຢ່າງຄົບຖ້ວນແລ້ວໃນປີ 2020 ທີ່ຜ່ານມາໂດຍແນໃສ່ການຈັດເກັບລາຍຮັບຈາກພາສີອາກອນ ແລະ ຄ່າທຳນຽມຕ່າງໆເຂົ້າງົບປະມານຂອງລັດຖະບານໃຫ້ໄດ້ເພີ່ມຂຶ້ນ ເພາະວ່າລະບົບດັ່ງກ່າວສາມາດຮອງຮັບການແຈ້ງເສຍພາສີຂອງນັກທຸລະກິດໄດ້ໂດຍລະບົບ ເອເລັກໂທຣນິກ ທີ່ດ່ານສາກົນທັງ 24 ແຫ່ງ ແລະ ເຂດເສດຖະກິດພິເສດ 3 ແຫ່ງທີ່ເຊື່ອມກັບລະບົບປະຕູດຽວຂອງກົມພາສີນັ້ນເອງ.

ໃນປັດຈຸບັນນີ້ເຄືອຂ່າຍໂທລະສັບມືຖື ແລະ ອິນເຕີແນັດ ໃນ ລາວ ໄດ້ນຳໃຊ້ລະບົບຮັບ-ສົ່ງສັນ ຍານດາວທຽມ Lao Sat-1 ທີ່ບໍລິຫານໂດຍບໍລິສັດດາວທຽມ ລາວເອເຊຍ-ປາຊີຟິກ ຈຳກັດ ໂດຍລູກຄ້າ 5 ລາຍທີ່ໄດ້ເຊົ່າໃຊ້ບໍລິການ 5 ຊ່ອງສັນຍານຈາກທັງໝົດ 22 ຊ່ອງສັນຍານດາວທຽມ Lao Sat-1 ສ່ວນອີກ 17 ຊ່ອງສັນຍານທີ່ເຫຼືອກໍຈັດໄວ້ສຳລັບລູກຄ້າຢູ່ຕ່າງປະເທດທີ່ໄດ້ເຊົ່າໃຊ້ບໍລິ ການສັນຍານດາວທຽມ Lao Sat-1 ສຳລັບການຮັບ-ສົ່ງສັນຍານໂທລະພາບແລ້ວຈຳນວນ 130 ຊ່ອງທີ່ຖ່າຍທອດອອກອາກາດໃນ 9 ພາສາດ້ວຍກັນ ກໍຄື ອັງກິດ, ລາວ, ຈີນ, ໄທ, ກຳປູເຈຍ, ຫວຽດນາມ, ມຽນມາ, ຝຣັ່ງ ແລະ ສເປນ ໂດຍມີຄູ່ຮ່ວມການຄ້າ ແລະ ການຕະຫຼາດທັງພາຍໃນ ແລະ ຕ່າງປະເທດເກືອບເຖິງ 200 ແຫ່ງ.

ແຕ່ຢ່າງໃດກໍຕາມການແຂ່ງຂັນໃນທຸລະກິດດາວທຽມໃນປັດຈຸບັນນີ້ ຖືເປັນປັດໃຈທີ່ທ້າທາຍຕໍ່ການສ້າງລາຍຮັບຂອງດາວທຽມ Lao Sat-1 ບໍ່ນ້ອຍຄືກັນໂດຍສະເພາະແມ່ນດາວທຽມລຸ້ນໃໝ່ ທີ່ສາ ມາດຮອງຮັບການຮັບສົ່ງສັນຍານໂທລະພາບທີີ່ມີຄວາມຄົມຊັດສູງ (HD) ທັງຍັງສາມາດຕອບສະໜອງການຮັບສົ່ງຂໍ້ມູນຂ່າວສານໃນລະບົບ 5G ໄດ້ດ້ວຍນັ້ນ ໂດຍສະເພາະແມ່ນດາວທຽມ ໄທຄົມ ດວງທີ 6, 7 ແລະ 8 ນັ້ນກໍຄືຄູ່ແຂ່ງສຳຄັນທີ່ຈະສົ່ງຜົນກະທົບຕໍ່ການເພີ້ມຈຳນວນລູກຄ້າຂອງດາວທຽມ Lao Sat-1 ຢ່າງຫລີກລ່ຽງບໍ່ໄດ້.

ຍິ່ງໄປກວ່ານັ້ນ ລັດຖະບານລາວຍັງມີພັນທະທີ່ຈະຕ້ອງຊຳລະໜີ້ເງິນກູ້ພ້ອມດ້ວຍດອກເບ້ຍຄືນໃຫ້ກັບລັດຖະບານ ຈີນ ຄິດເປັນມູນຄ່າລວມເຖິງ 341 ລ້ານໂດລາໃນປີ 2033 ໂດຍຫັກໃນອັດຕາ 80 ເປີເຊັນຈາກຜົນກຳໄລໃນແຕ່ລະປີ ດາວທຽມລາວ Lao sat-1 ປະກອບມີ 22 ຊ່ອງສັນຍານທີ່ແບ່ງເປັນລະບົບ C-Band ຈຳນວນ 14 ຊ່ອງສັນຍານ ແລະ KU-Band 8 ຊ່ອງສັນຍານເພື່ອໃຫ້ສອດຄ່ອງກັບສະພາບພູມີ ປະເທດໃນລາວ ທີ່ສ່ວນໃຫຍ່ເປັນເຂດພູດອຍ ໂດຍມີອາຍຸການໃຊ້ງານ 16 ປີ ເຄິ່ງກໍຄືເຖິງປີ 2033.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG