ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານລາວ ຈັດເກັບລາຍຮັບໄດ້ ຕ່ຳກວ່າ 75 ເປີເຊັນ ຂອງແຜນການທີ່ວາງໄວ້


ລັດຖະບານລາວຈັດເກັບລາຍຮັບໄດ້ ຕ່ຳກວ່າແຜນການ ທີ່ວາງໄວ້ ຍ້ອນວ່າ ການຂຸດຄົ້ນເກັບລາຍຮັບ ແມ່ນບໍ່ທັນໄດ້ ຕາມຄວາມອາດສາມາດບົ່ມຊ້ອນ ຂອງພື້ນຖານ ທາງເສດຖະກິດ ສະພາບການຕົກເຫ່ຍ ການຮົ່ວໄຫລ ເກັບບໍ່ຄົບຖ້ວນ ເກັບບໍ່ໝົດ ເປັນຕົ້ນ.
ລັດຖະບານລາວຈັດເກັບລາຍຮັບໄດ້ ຕ່ຳກວ່າແຜນການ ທີ່ວາງໄວ້ ຍ້ອນວ່າ ການຂຸດຄົ້ນເກັບລາຍຮັບ ແມ່ນບໍ່ທັນໄດ້ ຕາມຄວາມອາດສາມາດບົ່ມຊ້ອນ ຂອງພື້ນຖານ ທາງເສດຖະກິດ ສະພາບການຕົກເຫ່ຍ ການຮົ່ວໄຫລ ເກັບບໍ່ຄົບຖ້ວນ ເກັບບໍ່ໝົດ ເປັນຕົ້ນ.

ລັດຖະບານລາວຈັດເກັບລາຍຮັບໄດ້ ຕ່ຳກວ່າ 75 ເປີເຊັນ ຂອງແຜນການທີ່ວາງໄວ້ ໃນຊ່ວງ 10 ເດືອນຜ່ານມາ ຂອງແຜນການປະຈຳປີ 2015 ຫາ 2016 ຈຶ່ງເປັນການ ຍາກທີ່ຈະສາມາດບັນລຸເປົ້າໝາຍແຜນການ ທີ່ວາງໄວ້.

ກະຊວງການເງິນ ລາຍງານວ່າ ການຈັດເກັບລາຍຮັບໃນລະຍະ 10 ເດືອນ ທີ່ຜ່ານມາ ຂອງແຜນການປະຈຳສົກປີ 2015-2016 ກໍຄືໃນຊ່ວງເດືອນຕຸລາ 2015 ເຖິງເດືອນ ກໍລະກົດ 2016 ນີ້ ສາມາດຈັດຕັ້ງປະຕິບັດໄດ້ 74.52 ເປີເຊັນ ຂອງເປົ້າໝາຍແຜນການ ຕະຫຼອດປີ ໃນຂະນະທີ່ການຈັດຕັ້ງປະຕິບັດແຜນການຈະສິ້ນສຸດລົງໃນທ້າຍເດືອນກັນຍາ 2016 ນີ້ ຈຶ່ງນັບເປັນສະພາບການທີ່ຍາກ ທີ່ຈະຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍ ທີ່ວາງ ໄວ້ໃນຕະຫຼອດແຜນການປີ ໂດຍມີສາເຫດສຳຄັນມາຈາກລະດັບປະສິດທິພາບຕ່ຳ ໃນ ການຈັດເກັບລາຍຮັບໃນຫຼາຍພາກສ່ວນຂອງລັດຖະບານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນ ກະຊວງການເງິນ ໃຫ້ການຢືນຢັນວ່າ:

“ການຂຸດຄົ້ນເກັບລາຍຮັບ ແມ່ນບໍ່ທັນໄດ້ຕາມຄວາມອາດສາມາດບົ່ມຊ້ອນ ຂອງພື້ນ ຖານທາງເສດຖະກິດ ສະພາບການຕົກເຫ່ຍ ການຮົ່ວໄຫລ ເກັບບໍ່ຄົບຖ້ວນ ເກັບບໍ່ໝົດ ຍັງມີຢ່າງຫຼວງຫຼາຍ ໃນທຸກໆຂະແໜງລາຍຮັບ ຍ້ອນບາງສາເຫດດັ່ງນີ້ ດ້ານກົນໄກ ການເກັບລາຍຮັບ ຍັງມີຫຼາຍອນ ບໍ່ທັນໄດ້ມີການປັບປຸງປ່ຽນແປງ ການເກັບກຳຂໍ້ມູນ ຖານອາກອນ ຍັງບໍ່ທັນລະອຽດ ບໍ່ທັນຊັດເຈນ ເຮັດໃຫ້ເກີດມີສະພາບ ມີຫຼາຍຫົວໜ່ວຍ ທຸລະກິດບໍ່ໄດ້ມີການໄລ່ລຽງ ແລະປະຕິບັດພັນທະ ບໍ່ກຳໄດ້ການປ່ຽນແປງ ຖານອາ ກອນໃນແຕ່ລະໄລຍະ ເປັນຕົ້ນການສ້າງຕັ້ງໃໝ່ ການປ່ຽນແປງຮູບແບບ ຂອງວິສາ ຫະກິດ ການໂຍກຍ້າຍສະຖານທີ່ ຫຼື ການປ່ຽນແປງ ສະຖານະພາບຂອງທີ່ດິນ.”

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ວ່າການ ກະຊວງການເງິນ
ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ວ່າການ ກະຊວງການເງິນ

ໂດຍກ່ອນໜ້ານີ້ ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ວ່າການ ກະຊວງການເງິນໄດ້ຖະແຫລງຍອມຮັບວ່າ ໃນລະຍະ 6 ເດືອນ ທຳອິດຂອງແຜນການ ດັ່ງກ່າວ ລັດຖະບານລາວຈັດເກັບລາຍຮັບໄດ້ຕ່ຳກວ່າ ແຜນການທີ່ວາງໄວ້ ໃນມູນຄ່າ ຫຼາຍກວ່າ 2,459 ຕື້ກີບ ຈຶ່ງເຮັດໃຫ້ຕ້ອງປັບລົດເປົ້າໝາຍ ຂອງການຈັດເກັບລາຍຮັບ ຕະຫຼອດແຜນການປີລົງ ຈາກເດີມ 26,159 ຕື້ກີບ ເປັນ 23,700 ກວ່າຕື້ກີບ ອີກທັງຍັງ ຕ້ອງປັບລົດລາຍຈ່າຍ ຈາກ 31,946 ຕື້ກີບ ເປັນ 31,118 ຕື້ກີບ ຫຼືລົດລົງເຖິງ 828 ຕື້ກີບ ອີກດ້ວຍ.

ທ່ານສົມດີ ຍອບຮັບວ່າ ການປັບລົດງົບປະມານດັ່ງກ່າວ ຈະເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບການຂາດດຸນດ້ານງົບປະມານເພີ່ມຂຶ້ນຈາກ 5,787 ຕື້ກີບ ເປັນ 7,418 ຕື້ກີບ ຄິດເປັນ 6.43 ເປີເຊັນ ຂອງມູນຄ່າ ຜະລິດຕະພັນລວມພາຍໃນ (GDP) ຕະຫຼອດ ແຜນການປີ ທັງຍັງຈະເຮັດໃຫ້ການລົງທຶນພາກລັດລົດລົງເກີນກວ່າ 500 ຕື້ກີບ ອັນຈະ ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນການປີ 2015-2016 ຢ່າງຫລີກລ່ຽງບໍ່ໄດ້.

ທັງນີ້ໂດຍແຜນການພັດທະນາເສດຖະກິດ ແລະສັງຄົມ ປະຈຳປີ 2015-2016 ທີ່ໄດ້ຜ່ານ ການຮັບຮອງຂອງສະພາແຫ່ງຊາດລາວ ໃນໂອກາດກອງປະຊຸມສະໄໝສາມັນ ຄັ້ງທີ 9 ເມື່ີອເດືອນກໍລະກົດ 2015 ທີ່ຜ່ານມາໄດ້ວາງເປົ້າໝາຍ ການຂະຫຍາຍຕົວ ທາງເສດ ຖະກິດໄວ້ ໃນອັດຕາສະເລ່ຍບໍ່ໃຫ້ຫລຸດ 7.5 ເປີເຊັນ ຊຶ່ງກໍຈະເຮັດໃຫ້ GDP ມີມູນຄ່າ ລວມເຖິງ 115,452 ຕື້ກີບ ຫຼືປະມານ 14,080 ລ້ານໂດລາ ທີ່ຖົວສະເລ່ຍ ເປັນລາຍໄດ້ ຂອງປະຊາຊົນລາວເຖິງ 16.74 ລ້ານກີບ ຫຼື 2,040 ໂດລາ ຕໍ່ຄົນ ໃນປີ 2016 ຫາກແຕ່ ການທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນ ກໍຕ້ອງລະດົມການລົງທຶນ ໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫຼອດປີ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດວ່າ ຈະສາມາດປະກອບສ່ວນດ້ວຍການລົງທຶນ ໃນພາກລັດຖະບານໄດ້ໃນມູນຄ່າລວມພຽງ 3,300 ຕື້ກີບ ຫຼືບໍ່ເຖິງ 10 ເປີເຊັນ ເທົ່ານັ້ນ ສ່ວນທີ່ເຫຼືອກໍຈະຕ້ອງລະດົມຈາກການລົງທຶນຂອງເອກກະຊົນລາວ ແລະຕ່າງຊາດ ໃຫ້ໄດ້ບໍ່ນ້ອຍກວ່າ 18,200 ຕື້ກີບ ລວມການຂໍຄວາມຊ່ວຍເຫຼືອຈາກຕ່າງປະເທດ ແລະ ເພີ່ມວົງເງິນສິນເຊື່ອ ໃນປະເທດໃຫ້ໄດ້ເຖິງ 18,190 ຕື້ກີບອີກດ້ວຍ.

ໂດຍໃນແຜນການປີ 2014-2015 ທີ່ຜ່ານມາເສດຖະກິດລາວ ໄດ້ຂະຫຍາຍຂຶ້ນ ໃນ ອັດຕາສະເລ່ຍ 7.9 ເປີເຊັນ ແລະ GDP ມີມູນຄ່າລວມເກີນກວ່າ 12,800 ລ້ານໂດລາ ທີ່ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ ທີ່ລະດັບ 1,970 ໂດລາ ຕໍ່ຄົນຕໍ່ປີ ຊຶ່ງເກີນກວ່າລະດັບຄາດໝາຍເຖິງ 270 ໂດລາ ເພີ່ມຂຶ້ນຈາກ 1,674 ໂດລາ ຕໍ່ຄົນ ໃນແຜນການປີ 2013-2014 ທີ່ຜ່ານມາ.

XS
SM
MD
LG