ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລາຍຮັບຈາກພາສີມູນຄ່າເພີ່ມ ຢູ່ດ່ານຂົວ ມິດຕະພາບ ລາວ-ໄທ ໄດ້ຫລຸດລົງ


ດ່ານກວດຄົນເຂົ້າເມືອງ ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ຂອງລາວ
ດ່ານກວດຄົນເຂົ້າເມືອງ ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ຂອງລາວ

ທາງການລາວຈັດເກັບລາຍຮັບ ຈາກພາສີມູນຄ່າເພີ່ມ (VAT) ຢູ່ທີ່ດ່ານຂົວມິດຕະພາບ
ລາວ-ໄທ ແຫ່ງທີ 1 ໄດ້ພຽງ 1 ໃນ 3 ຂອງແຜນການ ໂດຍມີສາເຫດຈາກ ການບໍ່ແຈ້ງ
ຊຳລະພາສີສິນຄ້ານຳເຂົ້າ ຢ່າງຖືກຕ້ອງ.

ທ່ານສຸດໃຈ ອິນທະວົງ ຮອງຫົວໜ້າດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຖະແຫລງ
ຍອມຮັບວ່າ ການຈັດເກັບລາຍຮັບ ຈາກພາສີອາກອນມູນຄ່າເພີ່ມ (VAT) ໃນອັດຕາ 10
ເປີເຊັນ ຢູ່ດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດໃນໄລຍະ 3 ເດືອນຕົ້ນປີ 2017 ນີ້
ສາມາດຈັດເກັບໄດ້ພຽງ 1 ໃນ 3 ຂອງເປົ້າໝາຍທີ່ວາງໄວ້ເທົ່ານັ້ນ ໂດນມີສາເຫດມາ
ຈາກການທີ່ປະຊາຊົນລາວ ໄດ້ພາກັນນຳເຂົ້າສິນຄ້າຈາກໄທ ແລະຂົນສົ່ງຜ່ານດ່ານ
ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດຫລຸດລົງ ຢ່າງຫລວງຫລາຍ.

ແຕ່ຢ່າງໃດກໍຕາມ ການທີ່ປະຊາຊົນລາວ ໄດ້ພາກັນນຳເຂົ້າສິນຄ້າຈາກໄທ ລົດລົງ
ດັ່ງກ່າວນີ້ ກໍເປັນຜົນດີກັບສິນຄ້າ ທີ່ຜະລິດຢູ່ໃນລາວ ເນື່ອງຈາກປະຊາຊົນລາວ ໄດ້
ພາກັນຫັນມາຊົມໃຊ້ສິນຄ້າລາວ ຫຼາຍຂຶ້ນ ຊຶ່ງກໍເຮັດໃຫ້ລັດຖະບານລາວ ມີລາຍຮັບ
ເພີ່ມຂຶ້ນ ຈາກການຈັດເກັບພາສີອາກອນການຄ້າ ໃນປະເທດອີກດ້ວຍ ດັ່ງທີ່ ທ່ານ
ສຸດໃຈ ໄດ້ໃຫ້ການຢືນຢັນວ່າ:

“ຕໍ່ໂຕເລກນີ້ ເຖິງວ່າມັນຈະໄດ້ໜ້ອຍ ແຕ່ມັນກໍເປັນຜົນດີທາງອ້ອມ ໃຫ້ປະເທດ
ຊາດເຮົາເນາະ ເຖິງວ່າເຮົາເກັບອາກອນມູນຄ່າເພີ່ມໄດ້ໜ້ອຍ ແຕ່ມັນກໍໄປສົ່ງຜົນ
ລາຍຮັບລວມ ເພາະວ່າ ປະຊາຊົນເຮົາຊື້ຈັບຈ່າຍໃຊ້ສອຍພາຍໃນ ກະເຮັດໃຫ້
ລາຍຮັບພາຍໃນເຮົາເພີ່ມຂຶ້ນ ແລະຜູ້ປະກອບການໄດ້ຂາຍເຄື່ອງເຂົາເຈົ້າ ກໍໄດ້
ມີການມອບພັນທະ ໃຫ້ກັບພາຍໃນ ຫຼາຍຂຶ້ນ ຊັ້ນຊະເນາະ ຄວາມໝາຍເຖິງວ່າ
ເຮົາຈະບໍ່ໄດ້ເກັບຢູ່ໃນດ່ານເຮົາເພີ່ມ ແຕ່ວ່າມັນກໍໄປສົ່ງຜົນສະທ້ອນຕໍ່ການຜະລິດ
ພາຍໃນ ພຸ້ນເນາະ.”

ທາງການລາວ ໄດ້ເລີ່ມກາານຈັດເກັບອາກອນມູນຄ່າເພີ່ມໃນອັດຕາ 10 ເປີເຊັນ ຈາກ ຄົນລາວ ແລະຊາວຕ່າງຊາດ ທີ່ຊື້ເຄື່ອງຕິດໂຕຈາກຕ່າງປະເທດເຂົ້າມານຳໃຊ້ໃນລາວ ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ.
ທາງການລາວ ໄດ້ເລີ່ມກາານຈັດເກັບອາກອນມູນຄ່າເພີ່ມໃນອັດຕາ 10 ເປີເຊັນ ຈາກ ຄົນລາວ ແລະຊາວຕ່າງຊາດ ທີ່ຊື້ເຄື່ອງຕິດໂຕຈາກຕ່າງປະເທດເຂົ້າມານຳໃຊ້ໃນລາວ ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ.

ທາງການລາວ ໄດ້ເລີ່ມການຈັດເກັບອາກອນມູນຄ່າເພີ່ມໃນອັດຕາ 10 ເປີເຊັນ ຈາກ
ຄົນລາວ ແລະຊາວຕ່າງຊາດ ທີ່ຊື້ເຄື່ອງຕິດໂຕຈາກຕ່າງປະເທດເຂົ້າມານຳໃຊ້ໃນລາວ
ທີ່ມີລາຄາເກີນກວ່າ 4 ແສນກີບ ຫຼື 50 ໂດລາ ຕາມຂໍ້ກຳນົດຂອງລັດຖະມົນຕີວ່າການ
ກະຊວງການເງິນ ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ ໂດຍເລີ່ີມຈັດຕັ້ງປະຕິບັດ
ຢູ່ສະເພາະດ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໂດຍຈັດເກັບຈາກຄົນລາວ ແລະ
ຊາວຕ່າງຊາດທີ່ເດີນທາງເຂົ້າ-ອອກລາວ ດ້ວຍລົດສ່ວນໂຕເທົ່ານັ້ນ ສ່ວນຜູ້ໂດຍສານ
ທີ່ເດີນທາງມາລາວ ດ້ວຍລົດເມ ແລະມີເຄື່ອງຕິດໂຕພຽງໜ້ອຍດຽວ ຊຶ່ງລວມເຖິງ
ຊາວຕ່າງຊາດທີ່ເດີນທາງມາທ່ອງທ່ຽວໃນລາວດ້ວຍນັ້ນ ບໍ່ຕ້ອງຊຳລະອາກອນມູນຄ່າ
ເພີ່ມ ຕາມຂໍ້ກຳນົດດັ່ງກ່າວນີ້ ແຕ່ຢ່າງໃດ ເວັ້ນແຕ່ໄດ້ມີການນຳສິນຄ້າເປັນຈຳນວນຫຼາຍ
ທີ່ມີລັກສະນະເປັນການຄ້າ ຈຶ່ງຕ້ອງໄດ້ເສຍພາສີອາກອນຕາມກົດໝາຍຢ່າງຄົບຖ້ວນ.

ການບັງຄັບໃຊ້ຂໍ້ກຳນົດດັ່ງກ່າວນີ້ ນອກຈາກຈະມີເປົ້າໝາຍເພື່ອເສີມສ້າງລາຍຮັບ
ຈາກການຈັດເກັບພາສີອາກອນການຄ້າ ໃຫ້ໄດ້ຫຼາຍຂຶ້ນແລ້ວ ລັດຖະບານລາວ ຍັງໄດ້
ແນໃສ່ການຫລຸດຜ່ອນບັນຫາການຂາດດຸນການຄ້າຕ່າງປະເທດ ທີ່ລາວກຳລັງປະເຊີນ
ຢູ່ໃນເວລານີ້ ອີກດ້ວຍ.

ທັງນີ້ ລັດຖະບານລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດໄວ້ໃນມູນຄ່າລວມ
9,000 ລ້ານໂດລາ ໃນແຜນການປີ 2015-2016 ໃນນີ້ແບ່ງເປັນການສົ່ງສິນຄ້າອອກ
3,500 ກວ່າລ້ານໂດລາ ແລະນຳເຂົ້າສິນຄ້າຈາກຕ່າງປະເທດ 5,500 ກວ່າລ້ານໂດລາ
ເພື່ອເຮັດໃຫ້ລາວຂາດດຸນການຄ້າ ໃນມູນຄ່າບໍ່ເກີນ 2,000 ລ້ານໂດລາ ໃນຕະຫຼອດປີ
ໂດຍລາວຂາດດຸນການຄ້າຕໍ່ໄທຫຼາຍທີ່ສຸດ ຫຼື ເກີນກວ່າ 3,000 ລ້ານໂດລາ ໃນປີ
2016 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ທາງການໄທກໍຍັງຄາດໝາຍວ່າ ຈະໄດ້ປຽບດຸນການຄ້າເພີ່ມຂຶ້ນເປັນ
5,000 ລ້ານໂດລາ ໃນປີ 2017 ໂດຍການຄ້າລະຫວ່າງ ລາວ-ໄທ ຈະມີມູນຄ່າລວມ
8,000 ກວ່າລ້ານໂດລາ ໂດຍໃນນີ້ ເປັນການສົ່ງສິນຄ້າໄທມາລາວ 6,500 ລ້ານໂດລາ
ແລະ ໄທນຳເຂົ້າສິນຄ້າລາວ 1,500 ລ້ານໂດລາ ຕາມລຳດັບ.

ທາງການລາວ-ໄທ ໄດ້ຕົກລົງທີ່ຈະເພີ່ມມູນຄ່າການຄ້າລະຫວ່າງກັນ ໃຫ້ເຖິງ 8,000
ລ້ານໂດລາ ໃນປີ 2017 ໃນກອງປະຊຸມຮ່ວມລະຫວ່າງ ກະຊວງອຸດສາຫະກຳ ແລະ
ການຄ້າຂອງລາວ ກັບ ກະຊວງການຄ້າຂອງໄທ ຄັ້ງທີ 6 ທີ່ບາງກອກ ເມື່ອບໍ່ນານມານີ້
ໂດຍຖືເປັນມູນຄ່າການຄ້າ ທີ່ເພີ່ມຂຶ້ນເຖິງ 150 ເປີເຊັນ ຈາກປີ 2014 ທີ່ລາວ-ໄທ ມີ
ມູນຄ່າການຄ້າລະຫວ່າງກັນ 5,443 ລ້ານໂດລາ ຊຶ່ງກໍເຮັດໃຫ້ລາວເປັນຝ່າຍເສຍປຽບ
ດຸນການຄ້າຕໍ່ໄທ ໃນມູນຄ່າລວມເຖິງ 2,622 ລ້ານໂດລາ.

ສ່ວນໃນປີ 2015 ການຄ້າລະຫວ່າງໄທ-ລາວ ມີມູນຄ່າລວມ 5,520 ກວ່າລ້ານໂດລາ
ໂດຍລາວໄດ້ສົ່ງສິນຄ້າໄປໄທ 1,436 ລ້ານໂດລາ ແລະນຳເຂົ້າສິນຄ້າຈາກໄທ 4,083
ລ້ານໂດລາ ເຮັດໃຫ້ລາວຂາດດຸນ 2,647 ລ້ານໂດລາ.

XS
SM
MD
LG