ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ລັດຖະບານ​ລາວ​ ສັບ​ຊ້ອນ​ຕຳ​ແໜ່​ງ ລັດຖະ​ມົນຕີ 4 ກະຊວງ


ພິທີການ​ມອບ​-ຮັບ​ໜ້າທີ່ ຕຳ​ແໜ່​ງ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​​ເມື່ອວັນ​ທີ 13 ມີນາ​ທີ່​ຜ່ານ​ມາ.
ພິທີການ​ມອບ​-ຮັບ​ໜ້າທີ່ ຕຳ​ແໜ່​ງ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​​ເມື່ອວັນ​ທີ 13 ມີນາ​ທີ່​ຜ່ານ​ມາ.
ລັດຖະບານ​ລາວ​ ສັບ​ຊ້ອນ​ຕຳ​ແໜ່​ງລັດຖະ​ມົນຕີ 4 ກະຊວງ
ດ້ວຍ​ເຫດຜົນ​ທີ່​ວ່າ​ ເພື່ອ​ໃຫ້​ສອດ​ຄ້ອງ​ກັບໜ້າ​ທີ່​ວຽກ​ງານ ທີ່​
ພັກ​ລັດ​ມອບ​ໝາຍ​ໃຫ້​ ແລະ​ສະພາບການ ​ປັດ​ຈຸບັນ ​ທີ່​ປ່ຽນ​
ແປງ​ໄປ.


ການ​ສັບ​ຊ້ອນ​ຕຳ​ແໜ່​ງ ລັດຖະ​ມົນຕີ ​ໃນ​ຄະນະ​ລັດຖະບານ​ເລີ້ມ​
ດ້ວຍ​ການ​ຍົກຍ້າຍ​ທ່ານ ພູ​ເພັດ ຄຳ​ພູນ​ວົງ ຈາກລັດຖະ​ມົນຕີວ່າການ​ກະຊວງ​ການ​ເງິນ ​
ໄປ​ປະຈຳ​ສຳນັກງານ​ນາຍົກລັດຖະ​ມົນຕີລາວ ​ແລະພ້ອມ​ກັນນັ້ນ ກໍ​ໄດ້​ຍົກຍ້າຍ​ທ່ານລຽນ
ທິ​ແກ້ວ ຈາກ​ເຈົ້າ​ແຂວງ​ແລະ​ເລຂາ​ພັກ​ແຂວງໄຊ​ຍະ​ບູລີ​ເປັນ ລັດຖະ​ມົນຕີ​ວ່າການກະຊວງ​
ການ​ເງິນ​ຜູ້​ໃໝ່.

ທັງ​ນີ້ ​ໂດຍ​ເປັນ​ການ​ປະຕິບັດ​ຕາມ ​ລັດຖະດຳລັດ​ຂອງ​ປະທານ​ປະ​ເທດ​ວ່າ​ດ້ວຍ​ການ​ຍົກຍ້າຍ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຄຳ​ສັ່ງ​ຂອງ​ກຳມະການ​ໆເມື​ອງສູນ​ກາງ​ ພັກ​ປະຊາຊົນປະຕິວັດ​ລາວ​ ວ່າດ້ວຍ​ການ​ຍົກຍ້າຍ​ພະນັກງານ​ການ​ນຳ​ຂັ້ນສູງ​ຂອງ​ພັກ ​ໂດຍ​ພິທີການ​ມອບ​ຮັບ​ຕຳ​ແໜ່​ງ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການເມື່ອວັນ​ທີ 13 ມີນາ​ທີ່​ຜ່ານ​ມາ.

​ໂດຍ​ຕໍ່​ຈາກ​ນັ້ນ ປະທານ​ປະ​ເທດ​ລາວ​ກໍ​ໄດ້​ອອກ ລັດຖະດຳລັດ​ອີກ ​3 ສະບັບ ​ເພື່ອ​ຍົກຍ້າຍ ​ແລະ​ແຕ່ງຕັ້ງ ລັດຖະ​ມົນຕີ​ໃນ 3 ກະຊວງ ຊຶ່ງ​ປະກອບ​ດ້ວຍ​ການ​ຍົກຍ້າຍ​ທ່ານ​ສົມ​ມາດ ພົນ​ເສນາ ຈາກ​ລັດຖະມົນຕີ​ວ່າການ​ ກະຊວງ​ໂຍທາ​ທິການ ​ແລະຂົນ​ສົ່ງ ​ໄປປະຈຳ​ສຳນັກງານ​ນາຍຍົກລັດຖະ​ມົນຕີ ​ແລະ​ແຕ່ງຕັ້ງ ​ໃຫ້​ທ່ານບຸນ​ຈັນ ສິນ​ທະ​ວົງ ເປັນ ລັດຖະ​ມົນຕີ​ວ່າການ​ກະຊວງຜູ້​ໃໝ່.
ທ່ານນາມ ວິຍະເກດ ຍ້າຍໄປປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ໄດ້ແຕ່ງຕັ້ງ ໃຫ້ທ່ານນາງ ເຂັມມະນີ ພົນເສນາ ເປັນລັດຖະມົນຕີວ່າການ ກະຊວງອຸດສາຫະກຳແລະການຄ້າ ຜູ້ໃໝ່.
ທ່ານນາມ ວິຍະເກດ ຍ້າຍໄປປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ໄດ້ແຕ່ງຕັ້ງ ໃຫ້ທ່ານນາງ ເຂັມມະນີ ພົນເສນາ ເປັນລັດຖະມົນຕີວ່າການ ກະຊວງອຸດສາຫະກຳແລະການຄ້າ ຜູ້ໃໝ່.

ສ່ວນ​ອີກ 2 ກະຊວງ​ທີ່​ເຫຼືອນັ້ນ ກໍ​ແມ່ນ​ການ​ຍົກຍ້າຍ​ທ່ານ​ນາມ
ວິ​ຍະ​ເກດ ຈາກ​ລັດຖະມົນຕີ​ວ່າ​ການ​ກະຊວງ​ອຸດສາຫະກຳ ​ແລະ​
ການ​ຄ້າ ​ໄປ​ປະຈຳ​ສຳນັກງານ​ນາຍົກລັດຖະ​ມົນຕີ​ເຊັ່ນ​ດຽວ​ກັນ ​
ແລະ ​ໄດ້ແຕ່ງຕັ້ງ ໃຫ້​ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ​ເປັນ​ລັດຖະ
ມົນຕີ​ວ່າການ​ກະຊວງ​ຜູ້​ໃໝ່ ຊຶ່ງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ແຕ່ງຕັ້ງ​
ໃຫ້​ທ່ານ ​ໄຊ​ສີ ສັນຕິ​ວົງ​ ເປັນລັດຖະ​ມົນຕີ​ວ່າການ​ກະຊວງ​ພາຍ​ໃນ
​ແທນ​ຕຳ​ແໜ່​ງຂອງ​ທ່ານ ຄຳ​ປານ ພິລາ​ວົງ ທີ່​ໄດ້​ກະສຽນ​ອອກ​ໄປ​
ກິນ​ເບ້ຍ​ບຳນານຫຼັງຈາກ​ທີ່​ໄດ້​ຄອງ​ຕຳ​ແໜ່​ງດັ່ງກ່າວ​ນີ້​ຕັ້ງ​ແຕ່​ປີ
2011 ​ເປັນ​ຕົ້ນມາ.
ທ່ານ ​ໄຊ​ສີ ສັນຕິ​ວົງ​ ໄດ້ເປັນລັດຖະ​ມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ ແທນ​ຕຳ​ແໜ່​ງຂອງ​ທ່ານ ຄຳ​ປານ ພິລາ​ວົງ ທີ່​ໄດ້​ກະສຽນແລ້ວ.
ທ່ານ ​ໄຊ​ສີ ສັນຕິ​ວົງ​ ໄດ້ເປັນລັດຖະ​ມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ ແທນ​ຕຳ​ແໜ່​ງຂອງ​ທ່ານ ຄຳ​ປານ ພິລາ​ວົງ ທີ່​ໄດ້​ກະສຽນແລ້ວ.

​ໂດຍ​ການ​ຍົກຍ້າຍ ​ແລະ​ແຕ່ງຕັ້ງ ລັດຖະ​ມົນຕີ​ທັງ 4 ກະຊວງ​ໃນ​ຄັ້ງນີ້ ປະທານ​ປະ​ເທດ ​ແລະ​ຄະນະ​ກຳມະການໆ​ເມືອງ​ສູນ​ກາງ​ພັກ ​ໄດ້​ໃຫ້​ເຫດຜົນ​ວ່າ ​ເພື່ອ​ໃຫ້​ສ​ອດຄ້ອງ​ກັບໜ້າ​ທີ່​ວຽກງານ​ທີ່​ພັກ​ລັດ​ມອບ​ໝາຍໃຫ້​ ​ແລະ​ສະພາບ​ການ​ທີ່​ປ່ຽນ​ແປງ​ໄປ​ໃນ​ປັດຈຸບັນ ຊຶ່ງ​ໝາຍ​ຄວາມ​ວ່າ ພັກ​ລັດ ​ໄດ້​ໃຫ້​ຄວາມ​ສຳຄັນຢ່າງ​ຍິ່ງ​ຕໍ່​ການ​ຍົກ​ລະ​ດັບ​ປະສິດທິ​ພາບ​ໃນ​ການ​ບໍລິຫານ​ງານ​ຂອງ​ລັດຖະບານ​ລາວ ​ໃຫ້​ສູງ​ຂຶ້ນນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່ຂັ້ນສູງ ​ໃນ​ສູນ​ກາງ​ພັກ ກໍ​ຍອມຮັບ​ວ່າ​ສາ​ເຫດ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້ການ​ບໍລິຫານ​ງານ ຂອງ​ພັກ​ລັດ​ມີ​ລະດັບ​ປະສິດທິ​ພາບ​ຕ່ຳ​ກໍ​ຍ້ອນ​ວ່າ ການ​ແຕ່ງຕັ້ງບຸກຄົນ​ໃກ້ຊິດ​ ຂອງ​ບັນດາ​ຜູ້​ມີ​ອຳນາດ​ທາງ​ການ​ເມືອງ​ ໃນ​ພັກ​ລັດຖະບານ​ເປັນ​ສຳຄັນ ​ໂດຍ​ຜົນ​ທີ່​ຕິດຕາມ​ກໍ​ຄື​ຄວາມ​ດ້ອຍ​ປະສິດທິພາບ​ໃນ​ການ​ບໍລິຫານ​ງານ​ຂອງ​ພາກ​ລັດຖະບານ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ພາຍ​ໃນ​ພັກ ​ໄດ້ໃຫ້ການ​ຢືນຢັນ​ວ່າ:

“ພວກ​ເຮົາ​ບໍ່​ທັນ​ໄດ້​ມີ​ການ​ກະກຽມ​ບຸກຄະ​ລາກ​ອນພຽງພໍ ​ແລະ​ກະ​ບໍ່​ທັນ​ມີ​ແບບ​ສະບັບ​ວ່າ​ຈະ​ເຮັດ​ແນວ​ໃດ​ຈະ​ໃຫ້​ກຳນົດ​ຄົນ​ໃສ່​ນີ້​ສິ​ໄດ້ ​ແຕ່​ວ່າ​ເອົາ​ຄົນ​ທີ່​ຮູ້ຈັກ​ເຮັດ​ວຽກ​ແຕ່​ລະ​ວຽກ​ຫັ້ນ ມັນ​ຍັງ​ມີ​ບັນຫາ ​ເພາະວ່າ​ລະ​ດັບ​ການ​ສຶກສາ​ຂອງ​ຄົນ​ເຮົາ​ນີ້ ກະ​ບໍ່​ທັນ​ສູງ ປະສົບ​ການ​ກະ​ບໍ່​ທັນຫຼາຍ ຈັ່ງຊັ້ນຫຼະພວກ​ເຮົາ​ກະ​ເຫັນ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຢູ່.”

ໂດຍຫລ້າ​ສຸດ ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ໃຫ້​ລາວ​ໃນ​ອັນ​ດັບ​ທີ 138 ຈາກ 187 ປະ​ເທດ​ທີ່​ມີຄ່າ​ສະເລ່ຍ​ໃນ​ການ​ພັດທະນາ​ຊັບພະຍາ​ກອນ​ມະນຸດ​ພຽງ 543 ຄະ​ແນນ​ຈາກ 1,000 ຄະ​ແນນ ໝາຍ​ຄວາມ​ວ່າ ລາ​ວຍັງ​ຈະ​ຕ້ອງ​ຍົກ​ລະດັບ​ຄຸນ​ນະພາ​ບຂອງ​ບຸກຄະ​ລາ​ກອນ​ຢ່າງ​ຮີບ​ດ່ວນ​ນັ້ນ​ເອງ.
XS
SM
MD
LG