ລັດຖະບານລາວ ຈັດຕັ້ງປະຕິບັດໄດ້ພຽງ 30 ເປີເຊັນຂອງແຜນການພັດທະນາຄູສອນ ພາ ສາ ອັງກິດ ເພື່ອບັນຈຸໃຫ້ແກ່ໂຮງຮຽນປະຖົມໃນທົ່ວປະເທດ ແລະ ຄູສ່ວນໃຫຍ່ບໍ່ຍອມໄປ ສອນໃນເຂດຊົນນະບົດອີກດ້ວຍ.
ທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ຖະແຫຼງຍອມ ຮັບວ່າ ການຈັດຕັ້ງປະຕິບັດແຜນການພັດທະນາຄູສອນພາສາອັງກິດ ເພື່ອບັນຈຸໃຫ້ແກ່ ບັນດາໂຮງຮຽນລະດັບປະຖົມສຶກສາໃນທົ່ວປະເທດທີ່ກຳນົດໃຫ້ນັກຮຽນ ຊັ້ນປະຖົມ 3 ຫາ 5 ຈະຕ້ອງຮຽນພາສາອັງກິດ ເປັນວິຊາບັງຄັບນັ້ນຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມ ເປົ້າໝາຍທີ່ວາງໄວ້.
ທັງນີ້ໂດຍໃນໄລຍະ 5 ປີທີ່ຜ່ານມານີ້ສາມາດຈັດຕັ້ງປະຕິບັດໄດ້ພຽງ 30 ເປີເຊັນຂອງ ແຜນການເທົ່ານັ້ນ ແລະ ຄູສອນພາສາອັງກິດສ່ວນໃຫຍ່ກໍຍັງບໍ່ຕ້ອງການໄປສອນຢູ່ໂຮງ ຮຽນໃນເຂດຊົນນະບົດອີກດ້ວຍຈຶ່ງຕ້ອງແກ້ໄຂບັນຫາດັ່ງກ່າວ ດ້ວຍການສະໜັບສະໜູນ ສົ່ງເສີມໃຫ້ອຳນາດການປົກຄອງແຕ່ລະແຂວງຕ້ອງຮັບຜິດຊອບໃນການພັດທະນາຄູສອນ ພາສາອັງກິດພາຍໃນແຂວງຂອງຕົນເປັນການສະເພາະ ດັ່ງທີ່ທ່ານ ຈັນດີ ໄດ້ໃຫ້ການຢືນ ຢັນວ່າ.
"ອຸປະສັກທີ່ໃຫຍ່ຫຼວງ ພວກເຮົາກຳລັງປະເຊີນຢູ່ດຽວນີ້ ໂດຍສະເພາະແມ່ນເອົາພາສາ ອັງກິດເຂົ້າຮຽນແຕ່ປ 3 ຫາ ປ 5 ແຕ່ວ່າຄູຂອງພວກເຮົາມີຄວາມພ້ອມທີ່ຈະໄປສອນ ພາສາອັງກິດແຕ່ ປ 3 ປ 5 ຍັງບໍ່ມີຫຼາຍ ພວກເຮົາກວດກາເບິ່ງມີແຕ່ 30 ເປີເຊັນທີ່ໂຮງ ຮຽນປະຖົມ ປ3 ຫາ ປ5 ນີ້ ທີ່ໄດ້ສອນພາສາອັງກິດຕາມຫຼັກສູດ ຈັ່ງຊັ້ນທາງກະຊວງສຶກ ສາທິການ ແລະ ກິລາຂອງພວກເຮົານີ້ ໄດ້ເອົາໃຈໃສ່ໃຫ້ທຶນແກ່ແຂວງ ແກ່ເມືອງໃນ ການໃຫ້ຄູມາຝຶກອົບຮົມດ້ານພາສາອັງກິດ ທົ່ວປະເທດປະມານ 14,000 ກວ່າຄົນໄດ້ ມາຝຶກອົບຮົມ."
ກ່ອນໜ້ານີ້ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດ ປະຈຳປີ 2016 ໄດ້ ມີການສະເໜີລາຍງານວ່າໃນປະຈຸບັນ ອັດຕາການເຂົ້າຮຽນຂອງເດັກນ້ອຍອາຍຸ 3 ຫາ 5 ປີຢູ່ ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ, ລະດັບມັດທະຍົມ ຕົ້ນ ແລະ ລະດັບມັດທະຍົມປາຍນັ້ນຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນຕາມລຳດັບ.
ໂດຍອັດຕາສະເລ່ຍດັ່ງກ່າວນີ້ຖືເປັນການພັດທະນາທາງດ້ານການສຶກສາທີ່ມີການຂະ ຫຍາຍຕົວເພີ່ມຂຶ້ນໃນທຸກພາກສ່ວນ ເພາະໃນປີ 2015 ທີ່ຜ່ານມານັ້ນ ອັດຕາການເຂົ້າ ຮຽນຂອງເດັກອາຍຸ 3 ຫາ 5 ປີຢູ່ທີ່ລະດັບ 43 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະ ຖົມ, ລະດັບມັດທະຍົມຕົ້ນ ແລະ ມັດທະຍົມປາຍຢູ່ທີ່ລະດັບ 97.2 ເປີເຊັນ, 78 ເປີເຊັນ ແລະ 45.8 ເປີເຊັນຕາມລຳດັບ ຫາແຕ່ວ່າການພັດທະນາດ້ານການສຶກສາໃນ ລາວ ຍັງ ຂາດ ເຂີນຄຸນນະພາບໂດຍຈະເຫັນໄດ້ຈາກອັດຕາການຄ້າງຫ້ອງຮຽນໃນລະດັບປະຖົມ ສຶກສາຍັງຢູ່ທີ່ລະດັບ 4.9 ເປີເຊັນ ສ່ວນບັນຫາຍາກຈົນກໍເຮັດໃຫ້ເດັກນ້ອຍຕ້ອງປະລະ ການຮຽນໃນອັດຕາສະເລ່ຍ 4.8 ເປີເຊັນຊຶ່ງສູງທີ່ສຸດໃນກຸ່ມອາຊຽນ.
ຍິ່ງໄປກວ່ານັ້ນ ດ້ວຍສະພາບຊີວິດການເປັນຢູ່ທີ່ຍາກຈົນຂອງປະຊາຊົນ ລາວ ຊຶ່ງມີສາ ເຫດມາຈາກລະດັບຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ ລາວ ກໍບໍ່ ສາມາດຈະໃຫ້ການຊ່ວຍເຫຼືອໄດ້ນັ້ນ ກໍຍັງເຮັດໃຫ້ການປະການຮຽນຂອງເດັກນ້ອຍໃນ ລະດັບປະຖົມສຶກສາໃນເຂດຊົນນະບົດຂອງ ລາວ ນັ້ນມີອັດຕາສະເລ່ຍສູງກວ່າ 20 ເປີ ເຊັນອີກດ້ວຍ ໂດຍເຖິງແມ່ນວ່າການເຂົ້າຮຽນລະດັບປະຖົມສຶກສາຂອງເດັກນ້ອຍໃນເຂດ ຊົນນະບົດໃນປີ 2016 ນີ້ຈະມີອັດຕາສະເລ່ຍທີ່ສູງເຖິງ 95 ເປີເຊັນກໍຕາມ ຫາກແຕ່ໃນ ຄວາມເປັນຈິງແລ້ວກັບປາກົດວ່າມີເດັກນ້ອຍ ລາວ ມາໂຮງຮຽນຕາມປົກກະຕິພຽງ 75 ເປີ ເຊັນເທົ່ານັ້ນ.
ບັນຫາດັ່ງກ່າວຖືເປັນສະພາບການທີ່ກົງກັນຂ້າມກັບນະໂຍບາຍຂອງລັດຖະບານ ລາວ ຊຶ່ງໄດ້ປະກາດເປົ້າໝາຍໄວ້ວ່າຈະຂະຫຍາຍໂອກາດດ້ານການສຶກສາສຳລັບເດັກນ້ອຍໃນ ເຂດຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງພາຍໃນປີ 2015 ທີ່ຜ່ານມາ ຫາກແຕ່ວ່າດ້ວຍບັນຫາ ຄວາມຍາກຈົນຂອງປະຊາຊົນ ລາວ ທີ່ບໍ່ໄດ້ຮັບການແກ້ໄຂດັ່ງກ່າວ ຈຶ່ງເຮັດໃຫ້ລັດຖະ ບານ ລາວ ບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ.
ໂດຍກໍລະນີບັນຫາທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດໃນເວລານີ້ກໍຄືການຈັດພິມ ແລະ ການ ແຈກຢາຍປຶ້ມຕຳລາສຳລັບນັກຮຽນຊັ້ນປະຖົມທຸກຄົນໃນທົ່ວປະເທດ ຊຶ່ງຖືເປັນເປົ້າໝາຍ ບູລິມະສິດທີ່ຈະຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງແທ້ຈິງໃນສົກຮຽນປີ 2015-2016 ຫາກ ແຕ່ການປະຕິບັດທີ່ເປັນຈິງກໍຍັງຄົງເປັນໄປບໍ່ໄດ້ເລີຍ ໂດຍສະເພາະແມ່ນບັນດາໂຮງຮຽນ ຢູ່ໃນເຂດຊົນນະບົດທີ່ມີການແຈກຢາຍປື້ມຕຳລາຮຽນບໍ່ເຖິງ 50 ເປີເຊັນຂອງຈຳນວນນັກ ຮຽນທັງໝົດ ຈຶ່ງເຮັດໃຫ້ຜູ້ບໍລິຫານໂຮງຮຽນຕ້ອງແກ້ໄຂບັນຫາດ້ວຍການໃຫ້ຜູ້ປົກຄອງ ຂອງນັກຮຽນທີ່ພໍມີຖານະຕ້ອງຈັດຊື້ຕຳລາຮຽນດ້ວຍຕົນເອງ.