ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການ ລາວ ຈະປ້ອງກັນບໍ່ໃຫ້ຄົນ ລາວ ໄດ້ຮັບເຄາະ ຈາກລະເບີດບໍ່ທັນແຕກ


ເຈົ້າໜ້າທີ່ເກັບກູ້ລະເບີດ ກຳລັງເຄື່ອນຍ້າຍລະເບີດອອກໄປທຳລາຍ.
ເຈົ້າໜ້າທີ່ເກັບກູ້ລະເບີດ ກຳລັງເຄື່ອນຍ້າຍລະເບີດອອກໄປທຳລາຍ.

ທາງການ ລາວ ວາງແຜນວ່າຈະປ້ອງກັນບໍ່ໃຫ້ມີຄົນ ລາວ ໄດ້ຮັບເຄາະຈາກລະເບີດບໍ່ ທັນແຕກໃຫ້ໄດ້ຢ່າງສິ້ນເຊີງໃນມໍ່ໆນີ້ ໂດຍໃນປະຈຸບັນຍັງມີຄົນ ລາວ ທີ່ໄດ້ຮັບເຄາະຈາກ ລະເບີດສະເລ່ຍ 50 ຄົນຕໍ່ປີ.

ທ່ານ ທິບພະສອນ ສຸຂະທຳມະວົງ ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ ລາວ (Lao UXO) ຖະແຫຼງຢືນຢັນວ່າການເກັບກູ້ລະເບີດບໍ່ທັນແຕກ ( UXO ) ທີ່ຕົກຄ້າງຢູ່ ລາວ ໃນໄລຍະທີ່ຜ່ານມາໄດ້ເປັນຜົນໃຫ້ມີຈຳນວນປະຊາຊົນ ລາວ ທີ່ໄດ້ຮັບເຄາະຈາກ UXO ຫຼຸດລົງຢ່າງຕໍ່ເນື່ອງ ຫາກແຕ່ວ່າເປົ້າໝາຍສຳຄັນທີ່ລັດຖະບານ ລາວ ໄດ້ຕົກລົງ ຮ່ວມກັບ ອົງການສະຫະປະຊາຊາດ ທີ່ເອີ້ນວ່າເປັນເປົ້າໝາຍສະຫັດສະວັດການພັດທະ ນາ MDG ຊຶ່ງເປັນເປົ້າໝາຍທີ 9 ສຳລັບ ສປປ ລາວ ນັ້ນ ກໍຄືການປ້ອງກັນບໍ່ໃຫ້ມີຄົນ ລາວ ໄດ້ຮັບ ເຄາະຈາກ UXO ໃຫ້ໄດ້ຢ່າງສິ້ນເຊີງ ດັ່ງທີ່ທ່ານ ທິບພະສອນ ໄດ້ໃຫ້ການ ຢືນຢັນວ່າ.

"ພາຍຫຼັງປົດປ່ອຍໃໝ່ນີ້ກະຖືວ່າ ສະຖິຕິຜູ້ຄົນທີ່ໄດ້ຮັບຜົນກະທົບຈາກລະເບີດຍັງບໍ່ ທັນແຕກແມ່ນສູງເກີນ 1,000 ກວ່າຄົນຕໍ່ປີ ແຕ່ວ່າໄລຍະ 20 ປີຫຼັງນີ້ກະເຫັນໄດ້ວ່າຕົວ ເລກດັ່ງກ່າວຫຼຸດລົງເຫຼືອປະມານ 200-300 ຄົນຕໍ່ປີ ແຕ່ປະຈຸບັນນີ້ທາງລັດຖະບານ ມີຄວາມເປັນຫ່ວງເປັນໃຍກໍຄືທາງອົງການສະຫະປະຊາຊາດ ໄດ້ຈັດຕັ້ງເຂົາເອີ້ນວ່າ MDG 9 ຂຶ້ນຊຶ່ງເປົ້າໝາຍເຮົາຫຼຸດໃຫ້ເຫຼືອຢູ່ໃນລະດັບ 75 ຄົນຕໍ່ປີ ຜ່ານການຈັດຕັ້ງ ປະຕິບັດ 2-3 ປີຜ່ານມາເຫັນວ່າຕົວເລກໄດ້ຫຼຸດລົງຕ່ຳກວ່າ 50 ຄົນຕໍ່ປີ ແຕ່ວ່າຜົນງານ ດັ່ງກ່າວນີ້ແມ່ນພວກເຮົາຍັງບໍ່ພໍໃຈເທື່ອ ເພາະວ່າເປົ້າໝາຍຄືວ່າສູນຄົນ."

ທັງນີ້ໂຄງການເກັບກູ້ UXO ທີ່ຕົກຄ້າງໃນ ລາວ ນັບແຕ່ວັນທີ 1 ມັງກອນ 1996 ເຖິງ ເດືອນພຶດສະພາ 2016 ທີ່ຜ່ານມາໄດ້ມີການເກັບກູ້ ແລະ ທຳລາຍລະເບີດໄປແລ້ວຫຼາຍ ກວ່າ 1.4 ລ້ານໜ່ວຍ ທີ່ເກັບກູ້ລະເບີດອອກຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນຂອງປະ ຊາຊົນ ລາວ ໃນເນື້ອທີ່ລວມກວ້າງກວ່າ 44,000 ເຮັກຕາ ແລະ ສາມາດຝຶກອົບຮົບ ກ່ຽວ ກັບ ການລະມັດລະວັງອັນຕະລາຍຈາກ UXO ໃຫ້ກັບນັກຮຽນ ແລະ ປະຊາຊົນ ລາວ ໄດ້ຫຼາຍກວ່າ 3 ລ້ານຄົນໃນ 9 ແຂວງຄື ຫຼວງພະບາງ, ຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນ ນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ແຕ່ຢ່າງໃດກໍຕາມ ການເກັບກູ້ ແລະ ທຳລາຍລະເບີດ UXO ຈຳນວນດັ່ງກ່າວນີ້ກໍຄິດເປັນ ພຽງ 1.12 ເປີເຊັນເທົ່ານັ້ນຂອງຈຳນວນລະເບີດ UXO ທີ່ຕົກຄ້າງຢູ່ໃນພື້ນທີ່ 9 ແຂວງ ຂອງ ລາວ ຫຼາຍກວ່າ 80 ລ້ານໜ່ວຍນັບແຕ່ສົງຄາມອິນໂດຈີນ ໄດ້ສິ້ນສຸດລົງໃນປີ 1975 ເປັນຕົ້ນມາ ໂດຍລະເບີດ UXO ເຫຼົ່ານີ້ຍັງຕົກຄ້າງຢູ່ໃນພື້ນທີ່ທີ່ຄິດເປັນ 1 ໃນ 3 ຂອງພື້ນ ທີ່ທັງໝົດຂອງປະເທດ ລາວ ດ້ວຍນັ້ນ ຈຶ່ງຍັງມີຄວາມສ່ຽງສູງທີ່ປະຊາຊົນ ລາວ ຈະໄດ້ຮັບ ອັນຕະລາຍຈາກລະເບີດ UXO ຢູ່ເລື້ອຍມາ ຊຶ່ງສາເຫດສຳຄັນທີ່ເຮັດໃຫ້ການເກັບກູ້ UXO ສາມາດດຳເນີນການໄດ້ຢ່າງຊັກຊ້າກໍຍ້ອນວ່າລັດຖະບານ ລາວ ຂາດແຄນງົບປະ ມານ ແລະ ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຢ່າງຈຳກັດ ບໍ່ພຽງພໍກັບລະດັບຄວາມ ຕ້ອງການທີ່ເປັນຈິງ ກໍຄືບໍ່ໜ້ອຍກວ່າ 30 ລ້ານໂດລາໃນແຕ່ລະປີ.

ແຕ່ຢ່າງໃດກໍຕາມ ທາງການ ລາວ ຄາດຫວັງວ່າການເກັບກູ້ ແລະ ທຳລາຍລະເບີດ UXO ຈະຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບສູງຂຶ້ນ ຊຶ່ງກໍເປັນຜົນຈາກການທີ່ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ປະກາດແຜນການໃຫ້ການຊ່ວຍ ເຫຼືອໃນມູນຄ່າ 90 ລ້ານໂດລາ ສຳລັບນຳໃຊ້ໃນການເກັບກູ້ ແລະ ທຳລາຍລະເບີດ UXO ໃນ ລາວ ເປັນເວລາ 3 ປີຕິດຕໍ່ກັນ.

ໂດຍກ່ອນໜ້ານີ້ ກະຊວງການຕ່າງປະເທດ ສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອໃນການ ສຶກສາອົບຮົມເພື່ອການປ້ອງກັນໄພອັນຕະລາຍຈາກລະເບີດ UXO ສຳລັບນັກຮຽນໃນ ພື້ນທີ່ 15 ເມືອງໃນເຂດ 9 ແຂວງທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງໜາແໜ້ນ ເຊັ່ນເມືອງ ນຳ້ບາກ ໃນແຂວງຫຼວງພະບາງ, ເມືອງຫ້ຽມ ແລະ ເມືອງວຽງໄຊ ໃນແຂວງຫົວພັນ, ເມືອງ ຄຳ ແລະ ເມືອງໜອງແຮດ ໃນເຂດແຂວງຊຽງຂວາງ. ສ່ວນອີກ 10 ເມືອງທີ່ເຫຼືອກໍຢູ່ໃນ ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.

ທາງການ ສະຫະລັດ ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ທາງການ ລາວ ໃນໂຄງການດັ່ງກ່າວ ນີ້ນັບແຕ່ປີ 1996 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍເພື່ອຫຼຸດຈຳນວນຜູ້ທີ່ໄດ້ຮັບເຄາະຈາກ ລະເບີດ UXO ໃຫ້ນ້ອຍລົງ ໂດຍທີ່ຜ່ານມາກໍປາກົດວ່າໄດ້ໃຫ້ການສຶກສາອົບຮົມແກ່ນັກ ຮຽນໃນ ລາວ ໄດ້ຫຼາຍກວ່າ 228,000 ຄົນ ແລະ ໃນຂະນະດຽວກັນກໍມີຄູ-ອາຈານ ຫຼາຍກວ່າ 9,000 ຄົນທີ່ໄດ້ຜ່ານມາຝຶກອົບຮົມຄວາມຮູ້ ກ່ຽວກັບ ການປ້ອງກັນໄພອັນຕະ ລາຍຈາກລະເບີດ UXO ດັ່ງກ່າວ ໂດຍໃນປະຈຸບັນນີ້ Lao UXO ມີໜ່ວຍປະຕິບັດງານ ໃນພາກສະໜາມທັງໝົດ 81 ໜ່ວຍ ແບ່ງເປັນໜ່ວຍສຳຫຼວດ 16 ໜ່ວຍ ແລະ ໜ່ວຍເກັບ ກູ້ 65 ໜ່ວຍໃນເຂດ 9 ແຂວງທີ່ຍັງມີ UXO ຕົກຄ້າງຢູ່ນັ້ນເອງ.

XS
SM
MD
LG