ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ຕ້ອງການເງິນທຶນ 21,666 ລ້ານໂດລາ ສຳລັບໂຄງການພັດທະນາ ປະເທດ


ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນແຫ່ງ ສປປ ລາວ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນແຫ່ງ ສປປ ລາວ.

ລັດຖະບານ ລາວ ຕ້ອງການເງິນທຶນໃນມູນຄ່າລວມເຖິງ 21,666 ລ້ານໂດລາ ສຳລັບນຳ ໃຊ້ໃນໂຄງການພັດທະນາຕ່າງໆ ທີ່ລັດຖະບານໄດ້ວາງອອກໃນແຜນການພັດທະນາເສດ ຖະກິດ ສັງຄົມແຫ່ງຊາດໃນຊ່ວງປີ 2017-2020.

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຢືນຢັນ ວ່າ ລັດຖະບານ ລາວ ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດລົງຈາກ 7.5 ເປີ ເຊັນເປັນ 7.2 ເປີເຊັນຕໍ່ປີໃນຊ່ວງ 4 ປີທີ່ເຫຼືອຂອງແຜນການພັດທະນາເສດຖະກິດ ແລະ ສັງຄາມແຫ່ງຊາດໄລຍະ 5 ປີຄັ້ງທີ 8 ທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ແລະ ຈະຍັງ ຈັດຕັ້ງປະຕິບັດຕໍ່ໄປຈົນເຖິງປີ 2020 ຊຶ່ງຖ້າຫາກເປັນໄປຕາມຄາດໝາຍດັ່ງກ່າວກໍຈະ ເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າລວມຫຼາຍກວ່າ 597,682.75 ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບ 23.82 ລ້ານກີບ ຫຼື ປະມານ 2,978 ໂດລາຕໍ່ຄົນໃນປີ 2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງ ນຳໃຊ້ເງິນທຶນບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼື ປະມານ 21,666 ລ້ານໂດລາ ໂດຍຄິດ ເປັນ 29 ເປີເຊັນຂອງ GDP ຊຶ່ງໃນນີ້ແບ່ງເປັນການລົງທຶນຂອງລັດ 21,723 ຕື້ກີບເງິນ ທຶນຈາກການກູ້ຢືມ ແລະ ຄວາມຊ່ວຍເຫຼືອຈາກຕ່າງປະເທດ 33,960 ຕື້ກີບ ການລົງທຶນ ຂອງເອກະຊົນ ລາວ ແລະ ຕ່າງປະເທດ 79,447 ຕື້ກີບ ແລະ ເງິນທຶນຈາກລະບົບສິນເຊື່ອ ຂອງທະນາຄານໃນປະເທດ 38,199 ຕື້ກີບຕາມລຳດັບ.

ກ່ອນໜ້ານີ້ ລັດຖະບານ ລາວ ໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດໄວ້ໃນອັດ ຕາສະເລ່ຍ 7.5 ເປີເຊັນຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າ GDP ສະເລ່ຍ ເປັນລາຍໄດ້ຂອງປະຊາຊົນ ລາວ ເຖິງ 3,100 ໂດລາຕໍ່ຄົນໃນປີ 2020 ຫາກແຕ່ການທີ່ ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນກໍຈະຕ້ອງຊຸກຍູ້ໃຫ້ພາກກະສິກຳຂະ ຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນ, ພາກອຸດສາຫະກຳ 9.3 ເປີເຊັນ ແລະ ພາກບໍລິການ 8.9 ເປີເຊັນຕໍ່ປີ ໂດຍຈະຕ້ອງລະດົມເງິນລົງທຶນໃຫ້ໄດ້ເຖິງ 27,000 ລ້ານໂດລາໃນຕະຫຼອດ ໄລຍະ 5 ປີດັ່ງກ່າວ ທັງຍັງຈະຕ້ອງຄວບຄຸມອັດຕາເງິນເຟີ້ ແລະ ປະລິມານເງິນທຶນໝຸນ ວຽນໃຫ້ໄດ້ຕາມແຜນການທີ່ວາງໄວ້ອີກດ້ວຍ ດັ່ງທີ່ທ່ານ ສົມດີ ດວງດີ ຮອງນາຍົກລັດຖະ ມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນໄດ້ໃຫ້ການຢືນຢັນວ່າ.

"ຄາດຄະເນພົນລະເມືອງໃນປີ 2020 ຄາດວ່າຈະໄດ້ປະມານ 7.3 ລ້ານຄົນ ລວມຍອດ ຜະລິດຕະພັນພາຍໃນຕໍ່ຫົວຄົນ ຖ້າໄລ່ເປັນ GDP ແມ່ນ 3,100 ໂດລາ ຖ້າໄລ່ເປັນ GNI ແມ່ນ 2,450 ໂດລາຕໍ່ໍ່ຫົວຄົນ ອັດຕາເງິນເຟີ້ຢູ່ໃນລະດັບທີ່ເໝາະສົມ ອັນນີ້ກະ ໄດ້ສົມທົບກັບທະນາຄານເພິ່ນວ່າບໍ່ໃຫ້ເກີນ 6 ເປີເຊັນສູງສຸດ ຮັບປະກັນສະເຖຍລະ ພາບທາງດ້ານອັດຕາແລກປ່ຽນຢູ່ໃນຂອບເຂດທີ່ຄຸ້ມຄອງໄດ້ ການເພີ່ມຂຶ້ນຂອງປະລິ ມານເງິນອອກສູ່ຂອດຈະລາຈອນ ຫຼື M2 ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງ ເສດຖະກິດ ຄາດຄະເນລາຍຮັບງົບປະມານລວມໃນ 5 ປີໄດ້ລະຫວ່າງ 23 ເປີເຊັນ ຫາ 25 ເປີເຊັນຂອງ GDP ໃນນັ້ນລາຍຮັບພາຍໃນໄດ້ປະມານ 20 ເປີເຊັນຫາ 22 ເປີເຊັນຂອງ GDP."

ກ່ອນໜ້ານີ້ ທ່ານ ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ ຄາດໝາຍວ່າ ເສດຖະກິດ ລາວ ຈະເຕີບໂຕປະມານ 7.7 ເປີເຊັນ ໃນແຜນການປີ 2015- 2016 ໂດຍເປັນຜົນຈາກການຂະຫຍາຍຕົວຂອງຂະແໜງພະລັງງານໄຟຟ້າ ແລະ ອຸດສາ ຫະກຳປຸງແຕ່ງ ສ່ວນແຜນການປີ 2016-2017 ເສດຖະກິດ ລາວ ຍັງຈະຂະຫຍາຍຕົວ ເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 7.9 ເປີເຊັນໂດຍເປັນຜົນຈາກການເຕີບໂຕຂອງຂະແໜງ ບໍລິການ ແລະ ພະລັງງານໄຟຟ້າ ໃນຂະນະທີ່ຂະແໜງບໍ່ແຮ່ນັ້ນກໍຈະປະກອບສ່ວນນ້ອຍ ລົງເລື້ອຍໆ.

ສ່ວນທະນາຄານໂລກ ກໍລາຍງານວ່າເສດຖະກິດ ລາວ ຂະຫຍາຍຕົວເພີ່ມຂຶ້ນ 6.4 ເປີ ເຊັນໃນແຜນການປີ 2014-2015 ໂດຍມີສາເຫດມາຈາກການຕົກຕ່ຳລົງໃນພາການສົ່ງ ສິນຄ້າອອກໄປຕ່າງປະເທດ ເພາະຄວາມຕ້ອງການສິນຄ້າທີ່ຕ່ຳລົງໃນທົ່ວໂລກທີ່ສົມທົບ ດ້ວຍການຕົກຕ່ຳຂອງການປ່ອຍ ສິນເຊື່ອໃນລະບົບທະນາຄານໃນ ລາວ ແຕ່ສະພາວະ ເສດຖະກິດຂອງ ລາວ ກໍດີຂຶ້ນໃນປີ 2016 ໂດຍທະນາຄານພັດທະນາເອເຊຍ (ADB) ສະເໜີລາຍງານວ່າເສດຖະກິດ ລາວ ຂະຫຍາຍເພີ່ມຂຶ້ນ 7.3 ເປີເຊັນໃນແຜນການປີ 2015-2016 ທີ່ຜ່ານມາ.

ກ່ອນໜ້ານີ້ ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າໃນແຜນການປີ 2014- 2015 ລັດຖະບານ ລາວ ໄດ້ວາງເປົ້າໝາຍການພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ເພີ່ມຂຶ້ນໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ວ່າການທີ່ຈະຮັບປະກັນໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງ ລາວ ຈະຂະຫຍາຍຕົວໃນອັດຕາສະເລ່ຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍ ຈະຕ້ອງລະດົມລົງທຶນໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບຫຼື 32 ເປີເຊັນຂອງ GDP ຕະຫຼອດ ປີຫາກ ແຕ່ວ່າລັດຖະບານ ລາວ ກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ກີບ ຫຼື ບໍ່ເຖິງ 10 ເປີ ເຊັນເທົ່ານັ້ນ.

XS
SM
MD
LG