ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ລັດຖະບານລາວ ກຳລັງປ່ຽນຜ່ານລະບົບ ແລະ ເກັບກຳຂໍ້ມູນ ເພື່ອເຂົ້າສູ່ຍຸກດິຈິຕອລ


ແມ່ຍິງຄົນນຶ່ງກຳລັງຄົ້ນຫາຂໍ້ມູນໃນຄອມພິວເຕີຂອງລາວ.
ແມ່ຍິງຄົນນຶ່ງກຳລັງຄົ້ນຫາຂໍ້ມູນໃນຄອມພິວເຕີຂອງລາວ.

ລັດຖະບານລາວ ກຳລັງໃຫ້ຄວາມສຳຄັນໃນການຜັນຂະຫຍາຍການປ່ຽນແປງເຂົ້າສູ່ຍຸກດິຈິຕອລໃນປີ 2024 ນີ້, ໂດຍ ຈີນ ເປັນ​ຜູ້​ໃນ​ການ​ຊ່ວຍ​ເຫຼືອ​ທຸກ​ຢ່າງ. ປະ​ຊາ​ຊົນ​ລາວ​ແມ່ນ​ມີ​ຄວາມ​ຫວັງ​ຕໍ່​ການ​ພັດ​ທະ​ນາ​ທາງ​ດ້ານ​ດິ​ຈິ​ຕອ​ລນີ້ ແຕ່​ກໍ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ເລື່ອງ​ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນ. ພຸດ​ທະ​ສອນ ມີ​ລາຍ​ງານ​ຈາກ​ນັກ​ຂ່າວ​ຂອງ​ພວກ​ເຮົາ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລັດຖະບານລາວ ກຳລັງໃຫ້ຄວາມສຳຄັນໃນການຜັນຂະຫຍາຍການປ່ຽນແປງເຂົ້າສູ່ຍຸກດິຈິຕອລໃນປີ 2024 ນີ້, ໂດຍວາງແນວທາງໃນຂົງເຂດ ການບໍລິການສາທາລະນະ ແລະ ສົ່ງເສີມການພັດທະນາ ເສດຖະກິດ ແລະ ສັງຄົມຜ່ານເຕັກໂນໂລຈີ ໂດຍຂອບເຂດທີ່ໜ່ວຍງານລັດຖະບານທີ່ໃຫ້ຄວາມສຳຄັນ ເປັນລຳດັບຕົ້ນໆແມ່ນ ກະຊວງສຶກສາທິການ ແລະ ກິລາ ທີ່ກຳລັງສຸ່ມໃສ່ການຮວບຮວມເຄື່ອງມືດິຈິຕອລ ເຂົ້າກັບໜ່ວຍງານດ້ານການສຶກສາທົ່ວປະເທດ, ໂຄງການໄລຍະຍາວນີ້ແມ່ນກວມລວມເອົາຕັ້ງແຕ່ປີ 2025 ເຖິງປີ 2035, ເຊິ່ງລັດຖະບານຕ້ອງການທີ່ຈະເຮັດໃຫ້ໝັ້ນໃຈວ່າທຸກສະຖາບັນການສຶກສາ ສາມາດນຳໃຊ້ ເຕັກໂນໂລຢີເຂົ້າໃນການສິດສອນ ແລະ ພັດທະນານັກສຶກສາພາຍໃນປະເທດໄດ້ຢ່າງມີປະສິດທິພາບ. ນອກຈາກນີ້ ລັດຖະບານກໍ່ກຳລັງນຳເອົາລະບົບການບໍລິຫານແບບດິຈິຕອລ ເຂົ້າມານຳໃຊ້ເພື່ອປັບປຸງ ປະສິດທິພາບໃນການເຮັດວຽກ ແລະ ການໃຫ້ບໍລິການແກ່ປະຊາຊົນ, ບໍ່ວ່າຈະເປັນແພຼັດຟອມ e-Office, G-Chat, G-Share ແລະ G-Drive ບັນດາເຄື່ອງມືເຫຼົ່ານີ້ແມ່ນນຳເຂົ້າມາ ເພື່ອຕ້ອງການທີ່ຈະເພີ່ມ ປະສິດທິພາບ ແລະ ຄວາມໂປ່ງໃສໃນການເຮັດວຽກຂອງລັດຖະບານ.

ໂຄງການທີ່ສຳຄັນທີ່ສຸດ ທີ່ບໍ່ສາມາດເບິ່ງຂ້າມໄດ້, ແມ່ນການຈັດຕັ້ງສູນຂໍ້ມູນແຫ່ງຊາດ ເຊິ່ງເປັນອົງ ປະກອບສຳຄັນໃນການຜັນຕົນເອງເຂົ້າສູ່ໂລກຍຸກດິຈິຕອລ, ສູນຂໍ້ມູນນີ້ໄດ້ຮັບການອອກແບບມາເພື່ອ ເກັບກຳຂໍ້ມູນ ແລະ ແອັບພລີເຄຊັ້ນຂອງລັດຖະບານໃຫ້ປອດໄພ, ເພີ່ມຄວາມປອດໄພຂອງຂໍ້ມູນ, ສ້າງຄວາມໜ້າເຊື່ອຖື ແລະ ຄວາມກຽມພ້ອມໃນການໃຊ້ງານສຳລັບທັງລັດຖະບານ ແລະ ພັນທະມິດ. ສູນນີ້ມີເປົ້າໝາຍທີ່ຈະນຳໃຊ້ເຕັກໂນໂລຢີໃໝ່ໆ ເຊັ່ນການປະມວນຜົນເຖິງຄລາວ (Cloud) ແລະ ການວິເຄາະຂໍ້ມູນຂະໜາດໃຫຍ່, ເພື່ອນຳມາໃຊ້ໃນການປັບປຸງການໃຫ້ບໍລິການປະຊາຊົນ ແລະ ຂະບວນການຕັດສິນໃຈພາຍໃນລັດຖະບານ. ແນວໃດກໍ່ຕາມ, ຍັງມີຂໍ້ກັງວົນສຳຄັນກ່ຽວກັບການ ເຂົ້າເຖິງຂໍ້ມູນທີ່ລະອຽດອ່ອນ ທີ່ພັນທະມິດຕ່າງປະເທດສາມາດເຂົ້າເຖິງໄດ້ຫຼືບໍ່, ໂດຍສະເພາະ ສປ ຈີນ, ເນື່ອງຈາກຈີນມີບົດບາດສຳຄັນໃນການພັດທະນາໂຄງສ້າງພື້ນຖານດ້ານດິຈິຕອລຂອງລາວ, ຈຶ່ງມີຄວາມກັງວົນວ່າຂໍ້ມູນທີ່ເກັບໄວ້ພາຍໃນສູນຂໍ້ມູນ ອາດຈະມີຄວາມສ່ຽງຕໍ່ການເຂົ້າເຖິງ, ເຊິ່ງອາດກໍ່ໃຫ້ເກີດຄຳຖາມກ່ຽວກັບອະທິປະໄຕດ້ານຂໍ້ມູນ ແລະ ການປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ຂໍ້ມູນຂອງລັດຖະບານລາວ.

ແມ່​ຍິງ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ທີ່​ອາ​ໄສ​ຢູ່​ໃນ​ລາວ ໄດ້​ກ່າວ​ຕໍ່​ພວກ​ເຮົາ​ເປັນ​ພາ​ສາ​ອັງ​ກິດ​ວ່າ:

ຄືເຈົ້າຮູ້ປະເທດລາວບໍ່ໄດ້ມີຄວາມກ້າວໜ້າທາງດ້ານເທັກໂນໂລຈີ ແຕ່ເຂົາເຈົ້າໄດ້ຮັບການສະໜັບສະໜູນໂດຍປະເທດຕ່າງໆຄືຈີນ. ຂ້ອຍໄດ້ວ່າເຂົາເຈົ້າໄດ້ນຳເຂົ້າການປະມວນຜົນລະຫັດຜ່ານ, ການຄວບຄຸມເຂດຊາຍແດນ ແລະ ການລົງທະບຽນກັບຫຼາຍໆກະຊວງ. ມັນຍາທີ່ຈະເວົ້າກ່ຽວກັບ ການລັກຂໍ້ມູນ ເພາະວ່າຂໍ້ມູນ ແມ່ນມີຄວາມສຳຄັນຫຼາຍຄືເຈົ້າຮູ້. ປັດຈຸບັນນີ້ປະເທດ ແລະ ບໍລິສັດຕ່າງໆພະຍາຍາມຈະປົກປ້ອງຂໍ້ມູນຈາກຈີນ ຄືແອັບພລີເຄຊັ້ນ ຕິກຕັອກ. ແຕ່ຂ້ອຍບໍ່ສາມາດເວົ້າໄດ້ວ່າຈີນຈະເຂົ້າຫາຂໍ້ມູນຂອງລາວໄດ້ຫຼືບໍ່.

ສປ ຈີນ ຖືວ່າເປັນພັນທະມິດໃນການປ່ຽນແປງສູ່ດິຈິຕອລທີ່ສຳຄັນຂອງລາວ, ໂດຍໄດ້ໃຫ້ຄວາມຊ່ວຍເຫຼືອ ທີ່ຈຳເປັນໃນຫຼາຍດ້ານ, ໜຶ່ງໃນໂຄງການທີ່ສຳຄັນແມ່ນການພັດທະນາເຄືອຂ່າຍສື່ສານຄວາມໄວສູງ ແລະ ສູນຂໍ້ມູນແຫ່ງຊາດ, ການຮ່ວມມືນີ້ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອລແຫ່ງຊາດ 20 ປີ (2021 - 2040) ແລະ ຍຸດທະສາດການພັດທະນາເສດຖະກິດດິຈິຕອລແຫ່ງຊາດ 10 ປີ (2021 - 2030) ຂອງລາວ. ນອກຈາກນີ້ຈີນຍັງສົ່ງເສີມໂຄງການພື້ນຖານໂຄງ​ລ່າງອີກດ້ວຍ, ບໍ່ວ່າຈະເປັນເຄືອ ຂ່າຍເສັ້ນໃຍແກ້ວ ຕາມເສັ້ນທາງລົດໄຟຟ້າ ລາວ-ຈີນ, ເຊິ່ງເຮັດໃຫ້ບັນດາບ້ານເມືອງບໍລິເວນດັ່ງກ່າວ ໄດ້ເຂົ້າເຖິງອິນເຕີເນັດໄດ້ງ່າຍຂຶ້ນ ແລະ ຍັງມີງານ Lao Digital Week ທີ່ຈັດເປັນປະຈຳທຸກປີ ເຊິ່ງເປັນງານທີ່ສົ່ງເສີມການນຳໃຊ້ເຄື່ອງມື ແລະ ນະວັດຕະກຳ ດິຈິຕອລເພື່ອນຳໃຊ້ເຂົ້າໃນການພັດ ທະນາເສດຖະກິດ ແລະ ສັງຄົມ.

ແມ່​ຍິງ​ທີ່​ອາ​ໄສ​ຢູ່​ນະ​ຄອນຫຼວງວຽງ​ຈັນ ​ໄດ້​ສະ​ແດງ​ທັດ​ສະ​ນະ​ຄະ​ຕິ​ຂອງ​ລາວວ່າ:

“ສ່ວນຕົວຂອງຂ້ອຍເອງຄິດວ່າຖ້າໄດ້ທຶນຈາກຈີນ ມາຊ່ອຍເຫຼືອໃນດ້ານດິຈິຕອລເນາະ ບໍ່ວ່າຈະເປັນລະບົບຫຼືວ່າການເຮັດວຽກແມ່ນຈະດີຫຼາຍ ເພາະວ່າຈີນເປັນປະເທດນຶ່ງທີ່ວ່າມີການພັດທະນາທາງດ້ານເສດຖະກິດດິຈິຕອລໄດ້ຢ່າງວ່ອງໄວ ແລະ ໄດ້ຮັບຄວາມນິຍົມ ຫວັງວ່າຖ້າໄດ້ທາງຈີນມາຊ່ວບຈະໄດ້ຊ່ວຍພັດທະນາລະບົບ, ພັດທະນາການເຮັດວຽກຂອງປະເທດລາວໃຫ້ພັດທະນາ ແລະ ເຕີບໂຕໄດ້ໄວຂຶ້ນ. ສ່ວນໃນເລື່ອງຄວາມປອດໄພ ສ່ວນຕົວແລ້ວຍັງຄິດວ່າບໍ່ໄວ້ວາງໃຈໃນຄວາມປອດໄພຂອງຂໍ້ມູນເທື່ອ.”

ເຖິງແມ່ນວ່າຄວາມກ້າວໜ້າເຫຼົ່ານີ້ ລັດຖະບານກຳລັງຜັກດັນ ແລະ ໃຫ້ຄວາມສຳຄັນ, ແຕ່ລາວກໍ່ຍັງ ປະເຊີນກັບຄວາມທ້າທາຍຫຼາຍຮູບແບບ ໃນການກ້າວສູ່ຍຸກດິຈິຕອລ. ອຸປະສັກສຳຄັນແມ່ນການຂາດ ທັກສະ ແລະ ຄວາມຮູ້ດ້ານດິຈິຕອລໃນບັນດາເຈົ້າໜ້າທີ່ລັດ, ເນື່ອງຈາກຫຼາຍຄົນຂາດການຝຶກອົບຮົມ ແລະ ຂາດຄວາມຮູ້ທີ່ຈຳເປັນໃນການປັບໂຕໃຫ້ເຂົ້າກັບເຄື່ອງມື ແລະ ຂະບວນການດິຈິຕອລ ເພື່ອໃຫ້ວຽກງານອອກມາມີປະສິດທິພາບ. ນອກຈາກນີ້ ປະຊາຊົນລາວຈຳນວນຫຼາຍ ໂດຍສະເພາະ ໃນພື້ນທີ່ຊົນນະບົດ ຍັງບໍ່ຄຸ້ນເຄີຍກັບເຕັກໂນໂລຢີ, ເຮັດໃຫ້ເກີດຊ່ອງຫວ່າງທາງດິຈິຕອລທີ່ອາດ ຈະເຮັດໃຫ້ການປ່ຽນຜ່ານຂອງປະເທດຊ້າລົງ. ການຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດ ໂດຍສະເພາະຈາກຈີນ ຍັງກໍ່ໃຫ້ເກີດຄວາມກັງວົນກ່ຽວກັບອະທິປະໄຕດ້ານຂໍ້ມູນ, ເຊິ່ງເປັນສິ່ງທີ່ລາວ ຕ້ອງເຮັດໃຫ້ໝັ້ນໃຈວ່າຂໍ້ມູນທັງໝົດທີ່ສ້າງຂຶ້ນ ແລະ ໃຊ້ພາຍໃນປະເທດ ໄດ້ຮັບການປົກປ້ອງ ແລະ ຈັດການໄດ້ຢ່າງອິດສະຫຼະ.

ລາວຕ້ອງໃຫ້ຄວາມສຳຄັນກັບການຮຽນຮູ້ ແລະ ການປັບໂຕຢ່າງຕໍ່ເນື່ອງໃນເລື່ອງນີ້ເພື່ອໃຫ້ຍັງມີ ຄວາມກ່ຽວຂ້ອງ ແລະ ສາມາດແຂ່ງຂັນໄດ້ໃນເວທີເສດຖະກິດໂລກ.

https://www.t4dlaos.org/2024/05/24/policy-talk-on-promoting-digital-economic-transformation-in-lao-pdr/

https://www.undp.org/laopdr/blog/undp-and-usaid-supports-digital-transformation-peoples-assembly-system-lao-pdr

https://kpl.gov.la/En/detail.aspx?id=79590

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG