ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ວາງເປົ້າໝາຍ ຈະລົບລ້າງ ຄວາມຍາກຈົນ ໃນທົ່ວປະເທດ ໃຫ້ໄດ້ພາຍໃນປີ 2024


ພວກເດັກນ້ອຍຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ໂດຍສ່ວນໃຫຍ່ ມາຈາກຄອບຄົວທີ່ຍາກຈົນ
ພວກເດັກນ້ອຍຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ໂດຍສ່ວນໃຫຍ່ ມາຈາກຄອບຄົວທີ່ຍາກຈົນ

ລັດຖະບານລາວ ວາງເປົ້າໝາຍຈະລົບລ້າງ ຄວາມຍາກຈົນໃນທົ່ວປະເທດ ໃຫ້ໄດ້
ຢ່າງສິ້ນເຊີງໃນປີ 2024 ຫາກແຕ່ວ່າ ການຈັດຕັ້ງປະຕິບັດຂອງໜ່ວຍງານລັດ ທີ່ກ່ຽວ
ຂ້ອງໃນໄລຍະຜ່ານມາ ຍັງມີປະສິດທິພາຕ່ຳ.

ທ່ານຄຳໝັ້ນ ສູນວິເລີດ ລັດຖະມົນຕີວ່າການ ກະຊວງພາຍໃນ ຖະແຫລງຍອມຮັບວ່າ
ການທີ່ລັດຖະບານລາວ ວາງເປົ້າໝາຍຈະລົບລ້າງບັນຫາຄວາມຍາກຈົນຂອງປະຊາ
ຊົນລາວ ໃນທົ່ວປະເທດໃຫ້ໄດ້ຢ່າງສິ້ນເຊີງໃນປີ 2024 ນັ້ນ ຍັງເປັນບັນຫາທ້າທາຍ
ເນື່ອງຈາກວ່າການຈັດຕັ້ງປະຕິບັດຕົວຈິງໃນບັນດາໜ່ວຍງານລັດ ທີ່ກ່ຽວຂ້ອງທຸກ
ລະດັບ ທັງໃນຂັ້ນສູນກາງ ແລະລະດັບທ້ອງຖິ່ນໃນໄລຍະຜ່ານມາ ຍັງມີປະສິດທິພາບ
ຕ່ຳ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຄືສ້າງບ້ານເປັນຫົວ
ໜ່ວຍພັດທະນາ ສ້າງເມືອງເຂັ້ມແຂງ ແລະສ້າງແຂວງເປັນຫົວໜ່ວຍຍຸດທະສາດນັ້ນ
ດັ່ງທີ່ ທ່ານຄຳໝັ້ນ ໄດ້ໃຫ້ການຢືນຢັນວ່າ:

ການພັດທະນາຢູ່ຂັ້ນສູນກາງ ແລະທ້ອງຖິ່ນ ຍັງບໍ່ໄດ້ຮັບການເອົາໃຈໃສ່ຢ່າງແຂງແຮງ
ການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງຢູ່ບັນດາແຂວງ ເມືອງ ແລະບ້ານ ຍັງຊັກຊ້າ
ບໍ່ທັນເຂົ້າສູ່ລວງເລິກ ບໍ່ມີປະສິດທິພາບ ການດຳເນີນຢູ່ຂັ້ນບ້ານມີລັກສະນະເບົາບາງ
ບໍ່ທັນເລິກເຊິ່ງ ບາງບ້ານມີການປູກຝັງ ທີ່ເກີດຂຶ້ນ ໃນໄລຍະທົດລອງຈຳນວນຫຼາຍ
ແຕ່ກໍບໍ່ມີປະສິດທິຜົນ ແລະບໍ່ຍືນຍົງ.

ທາງດ້ານກະຊວງກະສິກຳແລະປ່າໄມ້ ໄດ້ລາຍງານວ່າ ການຈັດຕັ້ງປະຕິບັດຂອງກອງ
ທຶນຫລຸດຜ່ອນຄວາມທຸກຍາກ ໃນຊ່ວງປີ 2003-2018 ທີ່ຜ່ານມາ ໄດ້ເຮັດໃຫ້ປະຊາ
ຊົນລາວ ຫຼາຍກວ່າ 6 ແສນຄົນ ຈາກຈຳນວນປະຊາຊົນລາວ ທີ່ຍາກຈົນທັງໝົດ
853,000 ກວ່າຄົນໃນເຂດ 1,820 ບ້ານ ທີ່ໄດ້ຮັບປະໂຫຍດຈາກການໄດ້ຊົມໃຊ້ພື້ນ
ຖານໂຄງຮ່າງຕ່າງໆ ເຊັ່ນ ຂົວ-ທາງ ໂຮງຮຽນ ສຸກສາລາ ແລະລະບົບນ້ຳສະອາດເປັນ
ຕົ້ນ ດັ່ງທີ່ ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງກະສິກຳ ໄດ້ໃຫ້ການຢືືນຢັນ
ວ່າ:

“ກອງທຶນຫລຸດຜ່ອນຄວາມທຸກຍາກ ກະໄດ້ປະກອບສ່ວນສຳຄັນ ເຂົ້າໃນການແກ້ໄຂ
ຄວາມທຸກຍາກຢູ່ໃນ 1,820 ບ້ານ ຊຶ່ງໄດ້ເຮັດໃຫ້ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງ
ຫຼາຍກວ່າ 600,000 ຄົນ ຂອງຈຳນວນ ປະຊາຊົນທີ່ທຸກຍາກ 853,000 ຄົນ ໃນທົ່ວ
ປະເທດທີ່ໄດ້ຊົມໃຊ້ສິ່ງອຳນວຍຄວາມສະດວກ ທີ່ສ້າງຂຶ້ນໃໝ່ ແລະດໄດ້ຮັບການ
ສ້ອມແປງ ຊຶ່ງໄດ້ສະແດງອອກຄື ຂົວຊົນນະບົດ 35 ແຫ່ງ ເສັ້ນທາງ 154 ເສັ້ນ ຍາວ
852.37 ກິໂລແມັດ ອັນນີ້ ແມ່ນທາງລັດກັບປະຊາຊົນ ພ້ອມກັນເຮັດ ໂຮງຮຽນປະຖົມ
318 ແຫ່ງ ສຸກສາລາ 14 ແຫ່ງ ນ້ຳລິນ 236 ແຫ່ງ.”

ພວກນັກຮຽນອະນຸບານ ທີ່ມາຈາກຄອບຄົວທຸກຍາກ ເຂົ້າໂຮງຮຽນຂອງລັດ ໃນເຂດຊົນນະບົດແຫ່ງນຶ່ງ
ພວກນັກຮຽນອະນຸບານ ທີ່ມາຈາກຄອບຄົວທຸກຍາກ ເຂົ້າໂຮງຮຽນຂອງລັດ ໃນເຂດຊົນນະບົດແຫ່ງນຶ່ງ

ສ່ວນເຈົ້າໜ້າທີ່ຂອງທະນາຄານໂລກປະຈຳ ສປປ ລາວ ເປີດເຜີຍວ່າ ກ່ອງທຶນຫລຸດ
ຜ່ອນ ຄວາມຍາກຈົນໃນລາວ ໄດ້ຮັບການສະໜັບສະໜຸນງົບປະມານໃນມູນຄ່າເຖິງ
54 ລ້ານໂດລາ ສຳລັບພັດທະນາພື້ນຖານໂຄງຮ່າງຕ່າງໆ ເພື່ອແກ້ໄຂບັນຫາຄວາມ
ຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະບົດໃນຊ່ວງປີ 2017-2019 ຫາກແຕ່
ໃນນີ້ ລັດຖະບານລາວ ກໍປະກອບສ່ວນພຽງ 6 ລ້ານໂດລາ ເທົ່ານັ້ນ ສ່ວນທີ່ເຫຼືອເປັນ
ການກູ້ຢືມຈາກທະນາຄານໂລກ 30 ລ້ານໂດລາ ແລະລັດຖະບານ ສະວິດເຊີແລນ ໃຫ້ການຊ່ອຍເຫຼືອລ້າ ໃນມູນຄ່າ 18 ລ້ານໂດລາ ຕາມລຳດັບ.

ໂດຍການດຳເນີນໂຄງການພັດທະນາຂອງກອງທຶນຫລຸດຜ່ອນຄວາມທຸກຍາກໃນລາວ
ໃນໄລຍະຜ່ານມາ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ ໄດ້ 12,011
ຄອບຄົວ ລົບລ້າງຄວາມຍາກຈົນໄດ້ຢ່າງສິ້ນເຊີງໃນ 200 ບ້ານ ສ້າງຕັ້ງບ້ານພັດທະນາ
ໄດ້ເພີ້ມຂຶ້ນເປັນ 4,138 ບ້ານ ພັດທະນາບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນນະບົດ
ເພີ້ມຂຶ້ນຈາກ 45 ເປັນ 56 ເມືອງ ແຕ່ກໍຍັງມີປະຊາຊົນລາວ ທີ່ຍາກຈົນອີກຫຼາຍກວ່າ
65,000 ຄອບຄົວ ຫຼື 5.34 ເປີເຊັນ ຂອງຄອບຄົວທັງໝົດທີ່ລັດຖະບານລາວ ຕ້ອງ
ລົບລ້າງໃຫ້ໄດ້ຕາມແຜນການ ເຊັ່ນດຽວກັນກັບການທີ່ຈະຕ້ອງລົບລ້າງບ້ານຍາກຈົນ
ທີ່ເຫຼືອຢູ່ 1,536 ບ້ານ ຫຼື 18.73 ເປີເຊັນ ຂອງຈຳນວນບ້ານທັງໝົດໃນປັດຈຸບັນ.

ສ່ວນຄະນະກຳມະການນະໂຍບາຍການພັດທະນາຂອງສະພາເສດຖະກິດ ແລະສັງຄົມ
ແຫ່ງສະຫະປະຊາຊາດ ໄດ້ຖະແຫລງການວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດ
ໄດ້ແລ້ວ 2 ໃນ 3 ເງື່ອນໄຂ ອັນເປັນເກນມາດຕະຖານຂອງການຫລຸດພົ້ນ ອອກຈາກ ສະຖານະພາບດ້ອຍພັດທະນາ ຄືເກນມາດຕະຖານຂັ້ນຕ່ຳຂອງຍອດລາຍຮັບແຫ່ງຊາດ
(GNI) ແລະດັດຊະນີຊັບສິນມະນຸດ (HAI) ທີ່ລັດຖະບານລາວ ປະຕິບັດໄດ້ ເມື່ອປີ
2015 ຈຶ່ງເຫຼືອພຽງດັດຊະນີຄວາມອ່ອນໄຫວທາງເສດຖະກິດ (EVI) ຈຶ່ງເຮັດໃຫ້ ສະຫະ
ປະຊາຊາດ ຄາດໝາຍວ່າ ລາວຈະຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ໃນປີ 2024.

XS
SM
MD
LG