ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຄາດວ່າ ຜະລິດຕະພັນ ພາຍໃນ ຈະມີມູນຄ່າເຖິງ 129,683 ຕື້ກີບ


ເງິນກີບ ຂອງລາວ
ເງິນກີບ ຂອງລາວ

ລັດຖະບານລາວຄາດວ່າ ຜະລິດຕະພັນພາຍໃນ (GDP) ຈະມີມູນຄ່າລວມເຖິງ
129,683 ຕື້ກີບ ຊຶ່ງຈະຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນລາວທີ່ລະດັບ
2,341 ໂດລາ ຕໍ່ຄົນໃນປີ 2017 ເພີ່ມຂຶ້ນ 18 ເປີເຊັນ ຈາກປີ 2016.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງ
ການເງິນ ຖະແຫລງວ່າ ການເຕີບໂຕທາງເສດຖະກິດ ໃນອັດຕາສະເລ່ຍ 7 ເປີເຊັນ ໃນແຜນການປະຈຳສົກປີ 2016-2017 ນີ້ ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ຂອງລາວມີມູນຄ່າລວມເຖິງ 129,683 ຕື້ກີບ ຫຼື ປະມານ 16,210 ລ້ານ
ໂດລາ ໂດຍຖົວສະເລ່ຍເປັນລາຍໄດ້ ຂອງປະຊາຊົນລາວ ທີ່ລະດັບ 2,341 ໂດລາ
ຕໍ່ຄົນ ໃນທ້າຍປີ 2017 ແລະເພີ່ມຂຶ້ນ 18 ເປີເຊັນ ທຽບໃສ່ລາຍໄດ້ສະເລ່ຍ ຂອງປະ ຊາຊົນລາວ ທີ່ລະດັບ 1,970 ໂດລາຕໍ່ຄົນ ໃນປີ 2016 ທີ່ຜ່ານມາ.

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸຄາດໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ລັດຖະບານລາວ ໂດຍການນຳຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ກຳນົດ 10 ມາດ ຕະການຈັດຕັ້ງປະຕິບັດ ໃນຕະຫຼອດລະຍະຂອງແຜນການ ປະຈຳປີ 2016-2017 ນີ້ ຊຶ່ງປະກອບດ້ວຍ ການຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫລຸດ 7 ເປີເຊັນ ສືບຕໍ່ ປັບປຸງການຄຸ້ມຄອງລະບົບການເງິນ ແລະງົບປະມານໃຫ້ແຂງແຮງ ດ້ວຍກນປະຕິຮູບ ກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ຄຸ້ມຄອງເງິນຕາ ໃຫ້ມີສະຖຽນລະພາບ ໂດຍສືບຕໍ່ການປະຕິບັດນະໂຍບາຍດອກເບ້ຍ ຕາມກົນໄກ ຕະຫລາດ ປັບປຸງສະພາວະແວດລ້ອມ ໃນການດຳເນີນທຸລະກິດ ເພື່ອສົ່ງເສີມການ
ລົງທຶນ ທັງພາຍໃນ ແລະຈາກຕ່າງປະເທດ ໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຸກຍູ້ສົ່ງເສີມ ການຜະລິດ ແລະການບໍລິການ ໂດຍສຸມໃສ່ການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະຫລຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ກຳນົດ 10 ມາດ ຕະການຈັດຕັ້ງປະຕິບັດ ໃນຕະຫຼອດລະຍະຂອງແຜນການ ປະຈຳປີ 2016-2017 ນີ້.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ກຳນົດ 10 ມາດ ຕະການຈັດຕັ້ງປະຕິບັດ ໃນຕະຫຼອດລະຍະຂອງແຜນການ ປະຈຳປີ 2016-2017 ນີ້.

ສືບຕໍ່ສຸມໃສ່ການພັດທະນາ ທາງດ້ານວັດທະນະທຳສັງຄົມ ແລະແກ້ໄຂຄວາມທຸກຍາກ ຄົ້ນຄວ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາຢ່າງຍືນຍົງ ໃຫ້ເປັນແຜນການ ແລະໂຄງການລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີ ປະສິດທິຜົນ ບໍລິຫານລັດຖະການຕາມລະບຽບກົດໝາຍຢ່າງເຂັ້ມງວດ ທີ່ແນໃສ່ ການຕ້ານ ການສໍ້ລາດບັງຫລວງ ໃຫ້ເປັນຮູບປະທຳ ສະໜີສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນໃຫ້ຕິດຕາມກວດກາການປັບປຸງນິຕິກຳ ໃຫ້ສອດຄ້ອງກັບສະພາບການ ຕົວຈິງ ແລະການຮັບປະກັນສະຖຽນລະພາບທາງການເມືອງ ແລະຄວາມເປັນລະບຽບ ຮຽບຮ້ອຍ ທາງສັງຄົມໃຫ້ໄດ້ຢ່າງຄັກແນ່ ດັ່ງທີ່ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານ ສປປ ລາວ ຖືວ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງແມ່ນພັນທະສາກົນຂອງຕົນ ສະນັ້ນ ເພື່ອຈຸດປະສົງດັ່ງກ່າວ ລັດ
ຖະບານ ພວກຂ້າພະເຈົ້າຈະຕ້ອງສຸມໃສ່ການບັນລຸເປົ້າໝາຍຕ່າງໆ ຂອງແຜນ
ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແຜນຍຸດທະສາດພັດທະນາ 2025 ແລະວິໄສທັດ 2030 ການພັດທະນາຕາມທິດສີຂຽວ ແລະຍືນຍົງ ຮັກສາ ການຂະຫຍາຍຕົວທາງດ້ານເສດຖະກິດ ແລະຫລຸດຜ່ອນອັດຕາຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ຢ່າງຕໍ່ເນື່ອງ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດ
ທະນາ ແລະອື່ນໆ.”

ທາງດ້ານທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການ
ລົງທຶນ ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ປັບລົດຄາດໝາຍການເຕີບໂຕ ທາງເສດຖະກິດລົງຈາກ 7.5 ເປີເຊັນ ເປັນ 7 ເປີເຊັນ ຕໍ່ປີ ໃນຊ່ວງ 4 ປີທີ່ເຫຼືອ ຂອງ ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ທີ່ຈັດ ຕັ້ງປະຕິບັດຢູ່ໃນເວລານີ້ ແລະຈະຍັງຈັດຕັ້ງປະຕິບັດໄປຈົນເຖິງປີ 2020 ຊຶ່ງຖ້າຫາກ ເປັນໄປຕາມຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ (GDP) ມີມູນຄ່າລວມກວ່າ 597,682 ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 23.82 ລ້ານກີບ ຫຼື ປະມານ 2,978 ໂດລາ ຕໍ່ຄົນໃນປີ 2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງນຳໃຊ້ເງິນທຶນບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼືປະມານ 21,666 ລ້ານ
ໂດລາ ໂດຍຄິດເປັນ 29 ເປີເຊັນ ຂອງ GDP ຊຶ່ງໃນນີ້ແບ່ງເປັນການລົງທຶນຂອງລັດ 21,723 ຕື້ກີບ ເງິນທຶນຈາກການກູ້ຢືມ ແລະການຊ່ວຍເຫຼືອ ຈາກຕ່າງປະເທດ
33,960 ຕື້ກີບ ການລົງທຶນຂອງເອກະຊົນລາວ ແລະຕ່າງປະເທດ 79,447 ຕື້ກີບ ແລະເງິນທຶນຈາກລະບົບສິນເຊື່ອ ຂອງທະນາຄານໃນປະເທດ 38,199 ຕື້ກີບ ຕາມລຳດັບ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດ ໄວ້ໃນ ອັດຕາສະເລ່ຍ 7.5 ເປີເຊັນ ຕໍ່ປີໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າ GDP ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວເຖິງ 3,100 ຕໍ່ຄົນໃນປີ 2020 ຫາກແຕ່ກໍ ເຫັນວ່າ ເປັນໄປໄດ້ຍາກ ຈຶ່ງໄດ້ມີການປັບລົດຄາດໝາຍ ການຂະຫຍາຍຕົວທາງ ເສດຖະກິດ ລົງມາເປັນ 7 ເປີເຊັນຕໍ່ປີ ດັ່ງກ່າວ.

XS
SM
MD
LG