ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານລາວ ຈະຊຸກຍູ້ໃຫ້ເສດຖະກິດ ຂະຫຍາຍຕົວ ເພີ້ມຂຶ້ນ ໃນລະດັບບໍ່ຫຼຸດ 7.5 ເປີເຊັນ


ຄະນະຊ່ຽວຊານ ຂອງທະນະຄານພັດທະນາເອເຊຍ (ADB) ເຊື່ອວ່າ ເສດຖະກິດໃນລາວ ຈະຂະຫຍາຍຕົວເພີ້ມຂຶ້ນພຽງ 7.3 ເປີເຊັນເທົ່ານັ້ນ ໃນປີ 2015-2016.
ຄະນະຊ່ຽວຊານ ຂອງທະນະຄານພັດທະນາເອເຊຍ (ADB) ເຊື່ອວ່າ ເສດຖະກິດໃນລາວ ຈະຂະຫຍາຍຕົວເພີ້ມຂຶ້ນພຽງ 7.3 ເປີເຊັນເທົ່ານັ້ນ ໃນປີ 2015-2016.

ລັດຖະບານລາວວາງຄາດໝາຍ ທີ່ຈະຊຸກຍູ້ໃຫ້ເສດຖະກິດ
ໃນລາວ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຫລຸດ
7.5 ເປີເຊັນ ຕໍ່ປີ ໃນການຈັດຕັ້ງປະຕິບັດແຜນການພັດທະ
ນາເສດຖະກິດ ແລະ ສັງຄົມ ແຫ່ງຊາດໃນສົກປີ 2016-2020.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ໄດ້ຖະ
ແຫລງຢືນຢັນວ່າ ລັດຖະບານລາວ ໄດ້ວາງຄາດໝາຍການພັດທະນາເສດຖະກິດ
ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຕ່ຳກວ່າ 7.5 ເປີເຊັນຕໍ່ປີ ໃນຕະຫລອດ
ລະຍະຂອງການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ
ລະຍະ 5 ປີ ຄັ້ງທີ 8 ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າ ຜະລິດຕະພັນລວມ
ພາຍໃນ (GDP) ຖົວສະເລ່ຍ ເປັນລາຍຮັບຂອງປະຊາຊົນລາວໄດ້ ເຖິງ 3,100 ໂດລາ
ຕໍ່ຄົນໃນປີ 2020.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການ ລົງທຶນ ໄດ້ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ວາງຄາດໝາຍ ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ ບໍ່ຕ່ຳກວ່າ 7.5 ເປີເຊັນຕໍ່ປີ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການ ລົງທຶນ ໄດ້ຖະແຫລງຢືນຢັນວ່າ ລັດຖະບານລາວ ໄດ້ວາງຄາດໝາຍ ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ ບໍ່ຕ່ຳກວ່າ 7.5 ເປີເຊັນຕໍ່ປີ.

​ທ່ານສົມດີ ບອກວ່າ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກຍູ້ໃຫ້ພາກກະສິກຳຂະຫຍາຍ
ຕົວເພີ້ມຂຶນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ
ພາກບໍລິການນັ້ນ ຈະຕ້ອງຂະຫຍາຍຕົວເພີ້ມຂຶ້ນ 9.3 ເປີເຊັນ
ແລະ 8.9 ເປີເຊັນຕໍ່ປີ ຕາມລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງ
ລະດົມເງິນລົງທຶນ ທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ
ຂອງລັດຖະບານລາວໃຫ້ໄດ້ເຖິງ 27 ຕື້ໂດລາ ໃນລະຍະ 5 ປີ
ດັ່ງກ່າວ ໂດຍໃນນີ້ ເປັນການລົງທຶນຂອງພາກລັດຖະບານລາວ
24-28 ເປີເຊັນ ພາກເອກະຊົນ 54-58 ເປີເຊັນ ແລະສິນເຊື່ອ
ໃນລະບົບທະນາຄານ 19-21 ເປີເຊັນ ຂອງມູນຄ່າການລົງທຶນ
ທັງໝົດ ດັ່ງທີ່ ທ່ານສົມດີ ໄດ້ໃຫ້ການຢືນຢັນວ່າ:

“ກ່ຽວກັບແຫລ່ງທຶນ ເພື່ອການພັດທະນາ ເພື່ອເຮັດໃຫ້ເສດຖະກິດ ມີການຂະຫຍາຍ
ຕົວໃນລະດັບ 7.5 ເປີເຊັນຕໍ່ປີ ໃນ 5 ປີ ລັດຖະບານຕ້ອງການທຶນທັງໝົດ ປະມານ
220,000 ຕື້ກີບ ຫຼື ປະມານ 27 ຕື້ໂດລາ ຢູ່ໃນນີ້ມີການລົງທຶນຂອງລັດໃນລະດັບ
24-28 ເປີເຊັນ ການລົງທຶນຈາກການກູ້ຢືມ 12-16 ເປີເຊັນ ນອກຈາກນັ້ນ ກໍເປັນ
ການລົງທຶນ ຈາກພາກເອກະຊົນພາຍໃນ ແລະຕ່າງປະເທດ 54-58 ເປີເຊັນ ຂອງ
ທຶນທັງໝົດ.”

ແຕ່ຢ່າງໃດກໍຕາມ ທະນາຄານໂລກໄດ້ຄາດໝາຍວ່າ ເສດຖະກິດລາວຂະຫຍາຍຕົວ
ເພີ້ມຂຶ້ນ 6.4 ເປີເຊັນ ໃນລະຍະແຜນການປີ 2014-2015 ທຽບໃສ່ແຜນການປີ 2013-
2014 ໂດຍມີສາເຫດສຳຄັນ ມາຈາກການຕົກຕ່ຳລົງ ໃນພາກການສົ່ງສິນຄ້າອອກໄປ
ຕ່າງປະເທດ ເນື່ອງຈາກລະດັບຄວາມຕ້ອງການສິນຄ້າທີ່ຕ່ຳລົງໃນທົ່ວໂລກ ທີ່ສົມທົບ
ດ້ວຍການຕົກຕ່ຳຂອງການປ່ອຍສິນເຊື່ອ ໃນລະບົບທະນາຄານ ໃນທົ່ວປະເທດລາວ.

ທະນາຄານໂລກຄາດວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວ ຈະດີຂຶ້ນໃນປີ
2016 ສອດຄ້ອງກັບການຄາດໝາຍຂອງທ່ານສົມດີ ທີ່ໄດ້ຢືນຢັນວ່າ ເສດຖະກິດຂອງ
ລາວຈະຂະຫຍາຍຕົວເພີ້ມຂຶ້ນບໍ່ຕ່ຳກວ່າ 7.5 ເປີເຊັນ ໃນແຜນການປີ 2015-2016
ແຕ່ຄະນະຊ່ຽວຊານ ຂອງທະນະຄານພັດທະນາເອເຊຍ (ADB) ເຊື່ອວ່າ ເສດຖະກິດ
ໃນລາວ ຈະຂະຫຍາຍຕົວເພີ້ມຂຶ້ນພຽງ 7.3 ເປີເຊັນເທົ່ານັ້ນ ໃນປີ 2015-2016.

ກ່ອນໜ້ານີ້ ກະຊວງແຜນການແລະການລົງທຶນ ລາຍງານວ່າ ໃນແຜນການປີ 2014-
2015 ລັດຖະບານລາວ ໄດ້ວາງເປົ້າໝາຍການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ
ເພີ້ມຂຶ້ນໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ວ່າການທີ່ຈະຮັບປະກັນໄດ້ຢ່າງຄັກແນ່ວ່າ
ເສດຖະກິດຂອງລາວຈະຂະຫຍາຍຕົວ ໃນອັດຕາດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງ
ລະດົມການລົງທຶນໃຫ້ໄດ້ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນຂອງ GDP ຕະຫລອດປີ.

ແຕ່ວ່າລັດຖະບານລາວກໍສາມາດປະກອບສ່ວນໄດ້ພຽງ 3,300 ຕື້ກີບ ຫຼືບໍ່ເຖິງ 10 ເປີ
ເຊັນ ເທົ່ານັ້ນ ສ່ວນທີ່ເຫຼືອກໍຕ້ອງລະດົມຈາກການລົງທຶນ ຂອງເອກະຊົນລາວ ແລະ ຕ່າງ
ຊາດໃນມູນຄ່າເຖິງ 18,200 ຕື້ກີບ ລວມການຊ່ວຍເຫຼືອຈາກນານາຊາດ ແລະເພີ້ມວົງເງິນ
ສິນເຊື່ອ ໃນປະເທດອີກເຖິງ 18,190 ຕື້ກີບ.

ທາງດ້ານ ທ່ານຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ ໄດ້ໃຫ້ທັດສະນະວ່າ ການພັດທະ
ນາໃນລະຍະທີ່ຜ່ານມາ ເຮັດໃຫ້ສະພາບຊີວິດການເປັນຢູ່ ຂອງປະຊາຊົນລາວ ຢູ່ໃນເຂດ
ຕົວເມືອງກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກ
ເຂດນະຄອນວຽງຈັນ ທີ່ປະຊາຊົນມີລາຍໄດ້ສະເລ່ຍເຖິງ 35 ລ້ານກີບ ຫຼື 4,390 ໂດລາ
ຕໍ່ຄົນ ແຕ່ປະຊາຊົນທີ່ແຂວງເຊກອງ ກັບຍັງມີລາຍໄດ້ສະເລ່ຍ 10 ລ້ານກີບ ຫຼື 1,330 ຕໍ່ຄົນເທົ່ານັ້ນ.

XS
SM
MD
LG