ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໐ ທັນວາ ໒໐໒໔

ລັດຖະບານ ລາວ ປຸກລະດົມ ໃຫ້ທຸກພາກສ່ວນ ປູກຕົ້ນໄມ້ ໃຫ້ໄດ້ໃນພື້ນທີ່ 5 ແສນ ເຮັກຕາ


ຮູບພາບນີ້ສະແດງໃຫ້ເຫັນຕົ້ນໄມ້ ແລະ ປ່າຖືກກຳຈັດເພື່ອ
ການສຳປະທານທີ່ດິນໃນພື້ນທີ່ແຫ່ງໜຶ່ງຂອງ ລາວ.
ຮູບພາບນີ້ສະແດງໃຫ້ເຫັນຕົ້ນໄມ້ ແລະ ປ່າຖືກກຳຈັດເພື່ອ ການສຳປະທານທີ່ດິນໃນພື້ນທີ່ແຫ່ງໜຶ່ງຂອງ ລາວ.

ລັດຖະບານ ລາວ ປຸກລະດົມໃຫ້ທຸກພາກສ່ວນຮ່ວມມືກັນເຂົ້າໃນການປູກຕົ້ນ ໄມ້ໃຫ້ໄດ້ ໃນພື້ນທີ່ 5 ແສນ ເຮັກຕາ ເພື່ອເພີ່ມຄວາມໜາແໜ້ນຂອງປ່າ ໄມ້ໃຫ້ເຖິງ 70 ເປີເຊັນຂອງເນື້ອທີ່ທັງໝົດໃນປີ 2020.

ທ່ານ ເພັດ ພົມພິທັກ ລັດຖະມົນຕີປະຈຳສຳນັກງານນະຍົກລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການຄະນະລັດຖະບານ ລາວ ຖະແຫຼງຢືນຢັນວ່າ ລັດຖະບານ ລາວ ໄດ້ວາງແຜນການທີ່ຈະຊຸກຍູ້ ແລະ ສົ່ງເສີມໃຫ້ທຸກພາກສ່ວນທັງໃນພາກ ລັດຖະບານ ແລະ ພາກເອກະຊົນໃນທົ່ວປະເທດເພື່ອໃຫ້ປະກອບສ່ວນ ເຂົ້າໃນ ການປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ ຮວມບໍ່ນ້ອຍກວ່າ 5 ແສນເຮັກຕາ ຊຶ່ງຖືເປັນ ສ່ວນໜຶ່ງໃນແຜນການເພີ່ມຄວາມໜາແໜ້ນຂອງສະພາບປ່າໄມ້ໃຫ້ເຖິງ 70 ເປີເຊັນຂອງເນື້ອທີ່ທັງໝົດຂອງ ລາວ ພາຍໃນປີ 2020.

ແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈຳເປັນຢ່າງ ຍິ່ງທີ່ຈະຕ້ອງໄດ້ຮັບການຮ່ວມມືຈາກພາກສ່ວນໃຫ້ໄດ້ຢ່າງກວ້າງຂວາງດັ່ງທີ່ ທ່ານ ເພັດ ໄດ້ໃຫ້ການຢືນຢັນວ່າ.

"ຂໍໃຫ້ປະຊາຊົນບັນດາເຜົ່າທັງໝົດ ທັງພະນັກງານ ທັງສະມາຊິກພັກ, ລັດຖະ ກອນ, ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພ້ອມກັນປູກຕົ້ນໄມ້ຕຳ່ສຸດຜູ້ລະຕົ້ນ, ສອງຕົ້ນ, ສາມຕົ້ນ ຖ້າວ່າເຮົາປູກຫຼາຍກວ່ານີ້ ກໍແມ່ນເພື່ອລູກຫຼາຍເຮົາຈະ ເລີນຮັ່ງມີໃນມື້ໜ້າ ແລະ ອັນສຳຄັນກໍແມ່ນສິ່ງແວດລ້ອມພວກເຮົານັບມື້ ນັບດີຂຶ້ນ ເຮັດໃຫ້ປະເທດຊາດຂອງເຮົາຊຸ່ມເຢັນ ຮັ່ງມີ ສີຂຽວ ຍືນຍົງ."

ແຕ່ຢ່າງໃດກໍຕາມ ລະດັບຄວາມໜາແໜ້ນຂອງປ່າໃນ ລາວ ກໍຍັງຫຼຸດລົງຢ່າງ ຕໍ່ເນື່ອງໂດຍການສຳຫຼວດພົບວ່າຄວາມໜາແໜ້ນຂອງປ່າໄມ້ໃນ ລາວ ໄດ້ຫຼຸດ ລົງຈາກ 17 ລ້ານເຮັກຕາ ຫຼື 71 ເປີເຊັນກວ່າຂອງເນື້ອທີ່ທັງໝົດໃນປີ 1960 ເປັນ 9.4 ລ້ານເຮັກຕາ ຫຼື ຕ່ຳກວ່າ 40 ເປີເຊັນຂອງເນື້ອທີ່ທັງໝົດໃນປີ 2015 ໂດຍມີສາເຫດສຳຄັນມາຈາກການລັກລອບຕັດໄມ້ເກີນໂຄວຕ້າທີ່ໄດ້ຮັບ ສຳປະທານຈາກ ທາງການ ລາວ ທັງໃນສ່ວນກາງ ແລະ ທ້ອງຖິ່ນ.

ໂດຍເຖິງແມ່ນວ່າລັດຖະບານ ລາວ ຈະໄດ້ຈັດສັນປ່າໄມ້ໃນ 51 ເຂດໃຫ້ເປັນ ເຂດປ່າຜະລິດ ຊຶ່ງຄິດເປັນພື້ນທີ່ກວ້າງເຖິງ 3.1 ລ້ານເຮັກຕາທົ່ວປະເທດ ແລະ ໄດ້ມອບໝາຍໃຫ້ປະຊາຊົນໃນ 442 ພື້ນທີ່ເປັນພາກສ່ວນທີ່ຮັບຜິດຊອບໃນ ການຄຸ້ມຄອງ ແລະ ເກັບເອົາຜົນປະໂຫຍດຮ່ວມກັນອັນຖືເປັນພາກສ່ວນໜຶ່ງ ໃນແຜນການເພີ່ມອັດຕາຄວາມ ໜາແໜ້ນຂອງສະພາບປ່າໄມ້ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2015 ແລະ ປີ 2020 ຕາມລຳດັບກໍຕາມ.

ແຕ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ກໍຍອມຮັບວ່າເປັນການຍາກຢ່າງຍິ່ງທີ່ຈະສາ ມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ ເນື່ອງຈາກວ່າປ່າໄມ້ຢູ່ໃນເຂດປ່າ ສະຫງວນແຫ່ງຊາດໄດ້ຫຼຸດຄວາມໜາແໜ້ນລົງຢ່າງຫຼວງ ຫຼາຍໃນໄລຍະ 15 ປີນີ້ ໂດຍເປັນຜົນມາຈາກການລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດ ຢ່າງກວ້າງຂວາງ ຊຶ່ງກໍເຮັດໃຫ້ປ່າໄມ້ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມທຳມະຊາດຂອງ ລາວ ຍັງຄົງເຫຼືອຢູ່ພຽງ 4 ລ້ານເຮັກຕາ ຫຼື ຄິດເປັນພຽງ 16 ເປີເຊັນຂອງເນື້ອທີ່ທັງໝົດເທົ່ານັ້ນ ໂດຍສາ ເຫດທີ່ເຮັດໃຫ້ການລັກລອບຕັດໄມ້ສາມາດດຳເນີນການໄດ້ຢ່າງກວ້າງຂວາງກໍ ເພາະວ່າມີຜູ້ບໍລິຫານຂັ້ນສູງໃນລັດຖະບານ ໄດ້ເຂົ້້າໄປມີຜົນປະໂຫຍດຮ່ວມ ດ້ວຍນັ້ນເອງ.

ຍິ່ງໄປກວ່ານັ້ນ ຈາກການກວດສອບເຂດສຳປະທານຫຼາຍກວ່າ 200 ພື້ນທີ່ໃນ ທົ່ວປະເທດຍັງພົບວ່າ ໄດ້ມີການລຸກລຳ້ເຂົ້າໄປລັກລອບຕັດໄມ້ຢູ່ໃນເຂດປ່າສະ ຫງວນ ແລະ ເຂດປ່າປ້ອງກັນຂອງລັດຖະບານ ລາວ ທັງໃນລະດັບທ້ອງຖິ່ນ ແລະ ຂັ້ນສູນກາງຢ່າງກວ້າງຂວາງອີກດ້ວຍ.

ໂດຍອີິງຕາມຂໍ້ມູນຂອງກະຊວງແຜນການ ແລະ ການລົງທຶນ ລະບຸວ່າລັດ ຖະບານ ລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນເພື່ອປູກພືດເສດຖະກິດຕ່າງໆ ເຊັ່ນ ຢາງພາ ລາ, ຢູຄາລິບຕັສ, ອ້ອຍ, ສາລີ ແລະ ມັນຕົ້ນ ຄິເປັນພື້ນທີ່ ລວມກັນກວ້າງກວ່າ 570,000 ເຮັກຕາ ຫາກແຕ່ຈາກການກວດສອບໃນພາກ ຕົວຈິງພົບວ່າໄດ້ມີການບຸກລຸກເຂົ້າໄປລັກລອບຕັດ ໄມ້ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນຂອງລັດຖະບານຄິດເປັນພື້ນທີ່ກວ້າງກວ່າ 1 ລ້ານເຮັກຕາ ແລ້ວໃນປະຈຸບັນ.

ໃນແຜນການປີ 2014-2015 ລັດຖະບານ ລາວ ອະນຸມັດໂຄວຕາ ການຕັດໄມ້ ຄິດເປັນປະລິມານລວມ 1 ລ້ານກວ່າແມັດກ້ອນ ແຕ່ລັດຖະບານກໍມີລາຍຮັບ ຈາກພາສີການສົ່ງໄມ້ໄປຕ່າງປະເທດພຽງ 20 ລ້ານໂດລາເທົ່ານັ້ນໂດຍມີສາເຫດ ມາຈາກການປະຕິບັດໜ້າທີ່ຂອງພະນັກງານລັດທີ່ເຫັນຜົນປະໂຫຍດສ່ວນຕົວ ເປັນສຳຄັນ.

XS
SM
MD
LG