ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ລາວ ຂາດດຸນ ງົບປະມານລາຍ ຈ່າຍ ຫຼາຍກວ່າ 8,000 ຕື້ກີບໃນປີ 2017


ພະນັກງານທະນາຄານຖືເງິນກີບ.
ພະນັກງານທະນາຄານຖືເງິນກີບ.

ລັດຖະບານ ລາວ ຂາດດຸນງົບປະມານລາຍຈ່າຍໃນປີ 2017 ນີ້ຄິດເປັນມູນຄ່າຫຼາຍ
ກວ່າ 8,000 ຕື້ກີບ ທັງມີພັນທະຕ້ອງຊໍາລະໜີ້ເງິນກູ້ກັບໜີ້ພັນທະບັດພາຍໃນ ແລະ
ຕ່າງປະເທດອີກເຖິງ 6,216 ຕື້ກີບ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການ
ເງິນ ຖະແຫຼງຢືນຢັນວ່າ ລັດຖະບານ ລາວ ຈະຄວບຄຸມການຂາດດຸນງົບປະມານລາຍ
ຈ່າຍປະຈຳປີ 2017 ນີ້ໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 8,019 ຕື້ກີບ ຫຼື ເທົ່າກັບ 6.18 ເປີ
ເຊັນຂອງມູນຄ່າຜົນຜະລິດລວມພາຍໃນ (GDP) ດ້ວຍການຄວບຄຸມລາຍຈ່າຍພາກ
ລັດໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,508 ຕື້ກີບ ຫຼື ເທົ່າກັບ 97.24 ຂອງແຜນການປີ.

ຫາກແຕ່ວ່າການຄວບຄຸມລາຍຈ່າຍດັ່ງກ່າວນີ້ ຍັງບໍ່ທັນລວມເຖິງໜີ້ສິນທີ່ລັດຖະບານ
ລາວ ຕ້ອງຊຳລະຄືນພາຍໃນທ້າຍປີ 2017 ນີ້ແຕ່ຢ່າງໃດ ຊຶ່ງກໍໝາຍຄວາມວ່າລັດຖະ
ບານ ລາວ ຍັງຈະຕ້ອງຈັດຫາງົບປະມານ ເພື່ອຊຳລະຄືນໜີ້ດັ່ງກ່າວດ້ວຍນັ້ນເອງ
ດັ່ງທີ່ທ່ານ ສົມດີ ໄດ້ໃຫ້ການຍອມຮັບວ່າ.

"ລາຍຈ່າຍທັງໝົດຄາດຄະເນປະມານ 31,508 ຕື້ກີບເທົ່າກັບ 97.24 ເປີເຊັນຂອງ
ແຜນການປີດ້ານການດຸ່ນດ່ຽງ, ຄາດຄະເນງົບປະມານຂາດດຸນມີຈຳນວນ 8,019 ຕື້
ກີບ ຫຼື ເທົ່າກັບ 6.18 ເປີເຊັນຂອງ GPD ຖ້າທຽບໃສ່ແຜນກະຫຼຸດລົງຈາກທີ່ສະພາ
ແຫ່ງຊາດຮັບຮອງ ຖືກວ່າ 6.52 ເປີເຊັນ ນອກຈາກໂຕເລກຂາດດຸນໝົດປີ ຈຳນວນ
8,019 ຕື້ກີບ ກະຍັງຕ້ອງການງົບປະມານເພື່ອຊຳລະຕົ້ນທຶນເງິນກູ້ ແລະ ຕົ້ນທຶນພັນ
ທະບັດພາຍໃນ ແລະ ຕ່າງປະເທດອີກຈຳນວນ 6,216 ຕື້ກີບ."

ແຕ່ຢ່າງໃດກໍຕາມ ທ່ານ ສົມດີ ກໍຢືນຢັນວ່າຈະສູ້ຊົນເພື່ອຈັດເກັບລາຍຮັບໃຫ້ໄດ້ເຖິງ
98 ເປີເຊັນຂອງແຜນການຕະຫຼອດປີ ໂດຍອີງຕາມແຜນງົບປະມານຕະຫຼອດປີ 2017
ນີ້ ລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບໃຫ້ໄດ້ໃນມູນຄ່າລວມບໍ່
ໜ້ອຍກວ່າ 23,946 ຕື້ກີບ ຫາກແຕ່ວ່າໃນໄລຍະ 6 ເດືອນຕົ້ນປີນີ້ກໍປາກົດວ່າ ລັດຖະ
ບານ ລາວ ສາມາດຈັດເກັບລາຍຮັບໄດ້ພຽງ 10,296.78 ຕື້ກີບ ຄິດເປັນ 43 ເປີເຊັນ
ຂອງແຜນການປີ ໝາຍຄວາມວ່າລັດຖະບານ ລາວ ຈະສາມາດບັນລຸເປົ້າໝາຍ 98
ເປີເຊັນຂອງແຜນການໄດ້ຢ່າງແທ້ຈິງນັ້ນກໍຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ອີກບໍ່ໜ້ອຍ
ກວ່າ 13,172 ຕື້ກີບນັ້ນເອງ.

ທັງນີ້ໂດຍລາຍຮັບຂອງລັດຖະບານ ລາວ ທີ່ຫຼຸດລົງຫຼາຍທີ່ໃນປັດຈຸບັນຄືລາຍຮັບຈາກ
ຄ່າສຳປະທານໃນທຸລະກິດໂທລະຄົມມະນາຄົມ ແລະ ການຂຸດຄົ້ນແຮ່ທາດ ໂດຍສະ
ເພາະບໍ່ຄຳຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍ ໃນແຂວງ ໄຊສົມບູນ ນັ້ນ ຍັງຕ້ອງປະເຊີນ
ກັບສະພາວະຂາດທຶນ ຄິດເປັນມູນຄ່າລວມກັນບໍ່ໜ້ອຍກວ່າ 200 ຕື້ກີບອີກດ້ວຍ ຊຶ່ງ
ໝາຍຄວາມວ່າລັດຖະບານ ລາວ ຈະບໍ່ມີລາຍຮັບຈາກບໍ່ຄຳຂະໜາດໃຫຍ່ທັງ 2 ແຫ່ງ
ດັ່ງກ່າວນີ້ເລີຍໃນຕະຫຼອດປີ 2017 ນີ້.

ສ່ວນລາຍຮັບຈາກຄ່າສຳປະທານທຸລະກິດໂທລະຄົມມະນາຄົມທີ່ຫຼຸດລົງນັ້ນ ກໍເພາະ
ວ່າໄດ້ມີການໃຊ້ບໍລິການໂທລະຄົມມະນາຄົມຫຼຸດລົງ ໂດຍປະຊາຊົນ ລາວ ແລະ ບັນ
ດາຫົວໜ່ວຍທຸລະກິດຕ່າງໆ ໄດ້ພະກັນຫັນໄປຊົມໃຊ້ລະບົບທີ່ບໍ່ຕ້ອງເສຍຄ່າບໍລິການ
ກໍຄືລະບົບ Line ແລະ ອິນເຕີແນັດ ເພື່ອສື່ສານກັນຫຼາຍຂຶ້ນ ຈຶ່ງສົ່ງຜົນເຮັດໃຫ້ລາຍ
ຮັບຂອງລັດຖະບານ ລາວ ຫຼຸດລົງດ້ວຍ.

ທາງດ້ານທະນາຄານພັດທະນາເອເຊຍ ຫຼື ADB ລາຍງານວ່າໃນແຜນການປີ 2016
ລັດຖະບານ ລາວ ສາມາດຈັດເກັບລາຍຮັບໄດ້ 22,555 ຕື້ກີບ ຄິດເປັນ 95.17 ເປີ
ເຊັນຂອງແຜນການປີ ເຮັດໃຫ້ລັດຖະບານ ລາວ ຕ້ອງປັບຫຼຸດເປົ້າໝາຍລາຍຮັບ
ຈາກ 26,159 ຕື້ກີບລົງມາເປັນ 23,700 ຕື້ກີບ ທັງຍັງປັບຫຼຸດລາຍຈ່າຍລົງຈາກ
31,946 ຕື້ກີບເປັນ 31,118 ຕື້ກີບ ອັນເຮັດໃຫ້ລັດຖະບານ ລາວ ຂາດດຸນດ້ານງົບ
ປະມານເພີ່ມຂຶ້ນຈາກ 5,787 ຕື້ກີບເປັນ 7,418 ຕື້ກີບ ຄິດເປັນ 6.43 ເປີເຊັນຂອງມູນ
ຄ່າຜະລິດຕະພັນລວມ ຫຼື GDP ຕະຫຼອດປີ.

ຫາກແຕ່ສຳລັບໃນແຜນການປີ 2017 ນອກຈາກລັດຖະບານ ລາວ ຕ້ອງຂາດດຸນງົບ
ປະມານລາຍຈ່າຍເຖິງ 8,019 ຕື້ກີບແລ້ວກໍຍັງມີພັນທະຈະຕ້ອງຊຳລະຄືນໜີ້ສິນອີກ
6,216 ຕື້ກີບດ້ວຍນັ້ນ ຈຶ່ງເຮັດໃຫ້ລັດຖະບານ ລາວ ຂາດດຸນງົບປະມານທີ່ເປັນຈິງເທົ່າ
ກັບ 10.97 ເປີເຊັນຂອງ GDP ໃນແຜນການປີ 2017 ນີ້.

XS
SM
MD
LG