ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄດ້ປະກາດ ມະຕິຕົກລົງ ກ່ຽວກັບນະໂຍບາຍ ແລະມາດຕາການແກ້ໄຂບັນຫາຂາດແຄນຄູສອນ ເມື່ອອາທິດແລ້ວນີ້


ໂຮງຮຽນ ມັດທະຍົມສຶກສາ ຕອນຕົ້ນໜອງໜ່ຽງ ເມືອງໄຊເສດຖາ ນະຄອນວຽງຈັນ
ໂຮງຮຽນ ມັດທະຍົມສຶກສາ ຕອນຕົ້ນໜອງໜ່ຽງ ເມືອງໄຊເສດຖາ ນະຄອນວຽງຈັນ

ຄູອາສາສະໝັກມີຄວາມດີໃຈພາຍຫລັງທີ່ໄດ້ມີການປະກາດອອກມາ ເມື່ອບໍ່ເທົ່າໃດມື້ຜ່ານມານີ້ວ່າ ລັດຖະບານຈະມີການຈ່າຍເງິນເດືອນ ແລະເງິນຄ່າສອນເປັນຊົ່ວໂມງ ຕາມຊັ້ນທີ່ເຂົາເຈົ້າຮຽນຈົບມາ ແຕ່ກໍຍັງບໍ່ທັນໝັ້ນໃຈ ວ່າ ຈະໄດ້ແທ້ ຫລືບໍ່. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈ​າກນັກຂ່າວຂອງເຮົາ ມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ທ່າມກາງສະພາບການທີ່ຂາດແຄນຄູສອນ ແລະ ຄຸນນະພາບຂອງການສຶກສາ ຕໍ່າ ທາງລັດຖະບານໄດ້ມີມະຕິຕົກລົງເລກທີ 09 ລົງວັນທີ 17 ກໍລະກົດ ກ່ຽວກັບນະໂຍບາຍ ແລະມາດຕາການແກ້ໄຂບັນຫາຂາດແຄນຄູສອນ, ການປະລະການຮຽນ ແລະສົ່ງເສີມການເຂົ້າຮຽນວີຊາຊີບ ອອກມາໃນອາທິດແລ້ວນີ້ ຊຶ່ງໃນນັ້ນ ຂໍ້ທີ 3 ຂອງມາດຕານຶ່ງຂຽນວ່າ “ເຫັນດີໃຫ້ປະຕິບັດເງິນເດືອນແກ່ຄູອາສາສະໝັກ ຕາມຊັ້ນຂັ້ນເງິນເດືອນທີ່ລະດັບການສຶກສາຜູ້ກ່ຽວໄດ້ຮຽນຈົບມາ ແລະນະໂຍບາຍເງິນໂມງສອນ ຄືກັນກັບຄູທີ່ເປັນລັດຖະກອນ. ມະຕິດັ່ງກ່າວນີ້ ເຮັດໃຫ້ຄູອາສາສະໝັກ ທັງຫລາຍດີໃຈ ດັ່ງທີ່ນາງແສງ (ນາມແຝງ) ຄູອາສາສະໝັກຄົນນຶ່ງ ໃນແຂວງຈໍາປາສັກໃຫ້ຄໍາເຫັນວ່າ:

“ດີໃຈຂຶ້ນໄປອີກຂັ້ນນຶ່ງຖືວ່າສູງໆນະບໍ່ເຄີຍໄດ້ຍິນມາກ່ອນ ແຕ່ອາສາມານະ ແຕ່ກະໄດ້ອ່ານຢູ່ ອໍານວຍການເພີ່ນສົ່ງມາໃຫ້ ກະເຫັນໃຈ ແລະກະດີໃຈນໍາກະໄດ້ອ່ານແນ່ແລ້ວ ບໍ່ໄດ້ດົນໄດມື້ວານນີ້ເພີ່ນສົ່ງມາ”.

ຄູອາສາສະໝັກ ກໍຄືຄູທີ່ໄດ້ຮັບການຝຶກອົບຮົມ ແລະຮຽນຈົບຊັ້ນກາງ, ຊັ້ນສູງ ຫລື ປະລິນຍາຕີຈາກວິທະຍາໄລ ແລະມະຫາວິທະຍາໄລຢູ່ໃນລາວ ແລ້ວເຂົາໄປສອນເປັນປະຈໍາຄືກັນກັບຄູທົ່ວໄປ ທີ່ເປັນລັດຖະກອນແຕ່ບໍ່ໄດ້ຮັບເງິນຕອບແທນຄ່າສອນເລີຍ. ເວົ້າລວມແລ້ວກໍຄືພວກທີ່ຮັກອາຊີບຄູແທ້ໆ ຈຶ່ງສາມາດເສຍສະຫລະເວລາ ແລະທຸ້ມເທເຫື່ອແຮງປະຕິບັດໜ້າທີ່ການສອນໄດ້ຢ່າງສະໝໍ່າສະເໝີ ຊຶ່ງຫລາຍຄົນ ກໍເຮັດແບບນີ້ ມາໄດ້ເກືອບ 10 ປີ ດັ່ງໃນກໍລະນີຂອງນາງແສງ ຊຶ່ງນາງອະທິບາຍວ່າ:

“ເຈັດແປດປີແລ້ວຕິເບາະ ຄວາມຫຍຸ້ງຍາກກະຄືຮູ້ຫັ້ນແຫລະ ມັນຍາກຫລາຍຖ້າວ່າເຮົາບໍ່ອົດທົນແນ່ກະຄືຊິຢູ່ບໍ່ໄດ້ຮອດປານນີ້ ນຶ່ງມາກະຍ້ອນຄວາມຮັກມັກແນ່ ກະດີຢູ່ບ່ອນທີ່ວ່າໄດ້ຢູ່ນໍາຄອບຄົວ ມັນກະບໍ່ເສຍເວລາຫຍັງຫລາຍແນ່ ເຮົາກະຮັກມັກແນ່ມັນກະໄດ້ເຮັດວຽກຢູ່ທັງເຮືອນແນ່ ແລະກະໄດ້ຊ່ວຍວຽກທັງໂຮງ ຮຽນແນ່ ແລະກະໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນມາ. ຄວາມຫຍຸ້ງຍາກກະຄືເຮົາບໍ່ໄດ້ເງິນເນາະແນວຄູອາສາ ເພິ່ນໃຫ້ກະພໍຄ່ານໍ້າມັນຫັ້ນລະ.”

ແຕ່ຢ່າງໃດກໍຕາມ ນາງກໍຍັງບໍ່ມີຄວາມໝັ້ນໃຈວ່າ ມະຕິນີ້ ຈະປະຕິບັດໄດ້ຢ່າງ ແທ້ຈິງ ຫລືມີປະສິດທິຜົນໜ້ອຍຫລາຍປານໃດ ຊຶ່ງນາງບອກກັບວີໂອເອວ່າ:

“ຄັນໄດ້ກະດີໃຈຄິດໆນໍາຫລາຍເຕີບ ຫວະຊິແມ່ນແທ້ບໍ ຄັນແມ່ນແທ້ກະດີໃຈນໍາຂັ້ນເທິງເພິ່ນແຫລະຄັນເພິ່ນເຮັດແທ້ ພໍ່ກະເປັນຄູຫັ້ນແຫລະເພິ່ນກະຢາກໃຫ້ເປັນກະມັກນໍາເພິ່ນເລີຍມັກເຄີຍໆໄປເຮັດວຽກຢູ່ບ່ອນອື່ນເພິ່ນໆ ກະດຶງມາຄືເກົ່າ ”.

ຄູກຳລັງສອນເລກ ໃຫ້ນັກຮຽນຊັ້ນປະຖົມສຶກສາ ຢູ່ເຂດຊົນນະບົດ
ຄູກຳລັງສອນເລກ ໃຫ້ນັກຮຽນຊັ້ນປະຖົມສຶກສາ ຢູ່ເຂດຊົນນະບົດ

ນອກຈາກນັ້ນ ໃນຕອນທ້າຍຂອງມາດຕາ 1.2 ຂອງມະຕິນີ້ ຍັງລະບຸອີກວ່າ ພິເສດໃຫ້ເລັງໃສ່ແກ້ໄຂຄູອາສາສະໝັກ ທີ່ສອນມາໄດ້ຫລາຍປີເປັນບູລິມະສິດ, ການບັນຈຸລັດຖະກອນໃໝ່ແມ່ນເນັ້ນໃສ່ໂຮງຮຽນ ທີ່ບໍ່ມີລັດຖະະກອນຄູ, ຢູ່ເຂດ ຫ່າງໄກສອກຫລີກ ແລະເຂດຊາຍແດນ. ແຕ່ຢ່າງໃດກໍຕາມ ໃນລະບົບບໍລິຫານ ທີ່ບໍ່ຄ່ອຍມີຄວາມໂປ່ງໃສຫລາຍ ແລະການສໍ້ລາດບັງຫລວງຍັງຄວບຄຸມຢູ່ໃນ ຫລາຍຂະແໜງການຂອງລັດຢູ່ນັ້ນ ໃນທີ່ຜ່ານມາ ການທີ່ຄູອາສາສະໝັກ ຈະໄດ້ຖືກບັນຈຸເປັນລັດຖະກອນນັ້ນ ປາກົດວ່າ ເປັນການຍາກຫລາຍ ສໍາລັບຜູ້ທີ່ມີຄວາມຮູ້, ຄວາມສາມາດແຕ່ມາຈາກຄອບຄົວທີ່ຂາດເຂີນເງິນຄໍາ ດັ່ງທີ່ ແມ່ຂອງຄູອາສາຄົນນຶ່ງ ໃນນະຄອນຫລວງວຽງຈັນເປີດເຜີຍຄວາມຮູ້ສຶກສູ່ຟັງວ່າ:

“ບໍ່ມີເງິນຫລາຍ ບໍ່ມີເງິນແສນ ສອງແສນບາດບໍ່ໄດ້ດອກເຮີຍ ເຮົາຊິໄປເອົາທາງໃດມາໃຫ້ ກະເຫັນເຂົາສົ່ງເອກະສານມາໃຫ້ອ່ານມື້ຄືນນີ້ ຄັນໃຫ້ກະຊິໄຄແນ່ ຄັນເຂົາບໍ່ໃຫ້ກະຊິອອກມາເຮັດນໍາເອກະຊົນເນາະ ປີນີ້ກະເມື່ອຍແລ່ນເມື່ອຍຫຍັງໄປມາກະຄືເກົ່າ ບໍ່ແມ່ນລູກເຈົ້າຫລານນາຍເຮົາບໍ່ມີຊິໄດ້ດອກ”.

ລາວ ຕ້ອງການຄູທັງໝົດຫລາຍກວ່າ 79,400 ຄົນ ແຕ່ໃນຕົວຈິງ ມີຄູທີ່ເປັນລັດຖະກອນບໍ່ເຖິງ 73 ພັນຄົນ, ອີງໃສ່ຜົນການວິເຄາະຄວາມຕ້ອງການຄູ ໃນສົກຮຽນປີ 2022-2023 ທີ່ຫາກໍ່ເຜີຍແຜ່ອອກເມື່ອບໍ່ດົນມານີ້, ເນື່ອງຈາກງົບປະມານທີ່ມີຈໍາກັດ ລັດຖະບານໄດ້ອອກໂກຕາ ຫລື ຕົວເລກຄູສອນ ທີ່ບັນຈຸເປັນ ລັດຖະກອນຫລຸດລົງມາເລື້ອຍໆ ນັບແຕ່ສົກຮຽນປີ 2015-2016 ເປັນຕົ້ນມາ ຊຶ່ງເຮັດໃຫ້ມີການຂາດແຄນຄູສອນ. ສະນັ້ນໃນຫລາຍທ້ອງຖິ່ນ ແມ່ນໄດ້ເພິ່ງພາ ອາໄສຄູອາສາສະໝັກມາສອນແທນ. ແຕ່ເນື່ອງຈາກວ່າ ພວກເຂົາເຈົ້າບໍ່ໄດ້ຮັບ ເງິນຕອບແທນຄ່າສອນ ກໍຈຶ່ງເຮັດໃຫ້ຄູອາສາສະໝັກຫລາຍຄົນ ໜີໄປປະກອບ ອາຊີບອື່ນ ເພື່ອຫາລ້ຽງຕົນເອງ. ສະນັ້ນ ມະຕິເລກທີ 09 ຂອງລັດຖະບານ ທີ່ເວົ້າວ່າ ຈະໃຫ້ເງິນເດືອນແກ່ຄູອາສາສະໝັກ ເປັນສັນຍານອັນທໍາອິດ ທີ່ລັດຖະ ບານຫລິງເຫັນຄວາມສໍາຄັນຂອງຄູທີ່ສອນນັກຮຽນດ້ວຍໃຈມັກຮັກວຽກງານ ແລະ ມີຄວາມເສຍສະຫລະສູງ ຊຶ່ງຍອມເຮັດວຽກແບບບໍ່ໄດ້ຮັບຄ່າຕອນແທນ.

XS
SM
MD
LG