ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ລາວ ດັດ​ແກ້ລະ​ບຽບ ການ​ປະ​ເມີນ​ລາ​ຄາດິນ ໃຫ້​ສອດ​ຄ່ອງ​ກັບ ສະ​ພາບ​ຕົວ​ຈີງ


ດິນ​ຢູ່​ໃນ​ແລວ​ທາງ​ຂອງ​ໂຄງ​ການກໍ່​ສ້າງ​ທາງລົດ​ໄຟ​ລາວ​-ຈີນ ໄດ້​ຖືກ​ເວນ​ຄືນ ໂດຍ​​ມອບ​ໝາຍ​ໃຫ້​ບໍ​ລິ​ສັດ​ຮັບ​ເໝົາ​ກໍ່​ສ້າງ​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນຕ່ຳ​ກວ່າ​ລາ​ຄາ​ຕາມ​ຈິງ ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ກະ​ທົບ​​ ຈຶ່ງ​ເຮັດ​ໃຫ້ບາງ​ສ່ວນບໍ່​ພໍ​ໃຈ
ດິນ​ຢູ່​ໃນ​ແລວ​ທາງ​ຂອງ​ໂຄງ​ການກໍ່​ສ້າງ​ທາງລົດ​ໄຟ​ລາວ​-ຈີນ ໄດ້​ຖືກ​ເວນ​ຄືນ ໂດຍ​​ມອບ​ໝາຍ​ໃຫ້​ບໍ​ລິ​ສັດ​ຮັບ​ເໝົາ​ກໍ່​ສ້າງ​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນຕ່ຳ​ກວ່າ​ລາ​ຄາ​ຕາມ​ຈິງ ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ກະ​ທົບ​​ ຈຶ່ງ​ເຮັດ​ໃຫ້ບາງ​ສ່ວນບໍ່​ພໍ​ໃຈ

ລັດ​ຖະ​ບານ​ລາວ ທຳ​ການ​ດັດ​ແກ້​ ລະ​ບຽບ​ການ​ປະ​ເມີນ​ລາ​ຄາ​ດິນ ແລະ​ສິ່ງ​ປູກ​ສ້າງ ເພື່ອ​ໃຫ້​ສອດ​ຄ່ອງ​ກັບສະ​ພາບ​ຕົວ​ຈິງ ແລະ​ຈ່າຍ​ຄ່າ​ຊົນ​ເຊີຍ​ຢ່າງ​ຍຸດ​ຕິ​ທຳ​ໃຫ້​ກັບ​ປະ​ຊາ​ຊົນ ທີ່​ຖືກ​ເວນ​ຄືນ​ທີ່​ດິນ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວ​ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ​ສິ່ງ​ແວດ​ລ້ອມ ເປີດ​ເຜີຍ​ວ່າ ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ລາວ ພາຍ​ໃຕ້​ການ​ເປັນ​ປະ​ທານ​ໂດຍ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ມີ​ມະ​ຕິ​ຕົກລົງ​ມອບ​ໝາຍ​ໃຫ້​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ​ສິ່ງ​ແວດ​ລ້ອມ ເປັນ​ພາກ​ສ່ວນ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ດັດ​ແກ້​ລະ​ບຽບ ການ​ປະ​ເມີນ​ລາ​ຄາ​ດິນ ແລະ​ສິ່ງ​ປູກ​ສ້າງ​ໃນ​ທົ່ວ​ປະ​ເທດ ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ໃນ​ປັດ​ຈຸ​ບັນ ໂດຍ​ແນ​ໃສ່​ການ​ປະ​ເມີນ​ລາ​ຄາ​ດິນ ແລະ​ສິ່ງ​ປູກ​ສ້າງ​ສຳ​ລັບ​ປະ​ກອບ​ການ​ຈ່າຍ​ຄ່າ​ຊົນ​ເຊີຍ​ຢ່າງ​ຍຸດ​ຕິ​ທຳ ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ເວນ​ຄືນ​ດິນ​ແລະ​ສິ່ງ​ປູກ​ສ້າງ​ທີ່​ຢູ່​ໃນ​ເຂດ​ສຳ​ປະ​ທານ​ຂອງ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ ຂອງ​ບໍ​ລິ​ສັດ​ເອກ​ກະ​ຊົນ​ລາວ ແລະ​ຕ່າງ​ຊາດ​ທີ່​ລົດ​ທຶນ​ໃນ​ລາວ ພ້ອມ​ກັນ​ນີ້ ຍັງ​ຈະ​ເປັນ​ການ​ສ້າງ​ລາຍ​ຮັບ​ເພີ້ມ​ຂຶ້ນ​ໃຫ້​ກັບ ລັດ​ຖະ​ບານ​ລາວ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ວຽກ​ງານ​ການ​ປະ​ເມີນ​ລາ​ຄາ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ​ ເປັນ​ວຽກ​ງານ​ນຶ່ງ ທີ່​ໄດ້​ກຳ​ນົດ​ວິ​ທີກາ ແລະ​ລະ​ບຽບ​ການ​ປະ​ເມີນ​ລາ​ຄາ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ ໃຫ້​ມີ​ຄວາມ​ເປັນ​ເອກ​ກະ​ພາບ​ໃນ​ການ​ປະ​ເມີນ​ລາ​ຄາ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ ເພື່ອ​ຄິດ​ໄລ່​ຄ່າ​ທຳ​ນຽມ​ຈົດ​ທະ​ບຽນ​ນິ​ຕິ​ກຳ​ກ່ຽວ​ກັບ​ທີ່​ດິນ ສ້າງລາຍ​ຮັບ​ເຂົ້າ​ລັດ ເຮັດ​ໃຫ້​ວຽກ​ງານ​ປະ​ເມີນ​ລາ​ຄາ​ທີ່​ດິນ​ມີ​ຄວາມ​ຍຸ​ຕິ​ທຳ ແລະ​ເຮັດ​ໃຫ້​ທັນ​ກັບ​ສະ​ພາບ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ ທັງ​ສົ່ງ​ເສີມ​ວຽກ​ງານ​ອະ​ສັງ​ຫ​າ​ລິ​ມະ​ຊັບ ກໍ​ຄື​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ​ໃນ​ແຕ່​ລະ​ໄລ​ຍະ.”

ພື້ນ​ທີ່ດິນແຫ່ງ​ນຶ່ງທີ່​ລັດ​ຖະ​ບານ​ເວນ​ຄືນ ​ເພື່ອໃຫ້​ສຳ​ປະ​ທານ​ແກ່​ບໍ​ລິ​ສັດ​ຕ່າງ​ຊາດ​ພັດ​ທະ​ນາກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ ຊຶ່ງ​ປະ​ຊາ​ຊົນຢູ່ທີ່​ໃນບໍ​ລິ​ເວນພືນ​ທີ່​ຕ້ອງ​ໄດ້​ຖືກ​ຍົກ​ຍ້າຍ ອອກ​ໄປ​ຈາກ​ບໍ​ລິ​ເວນ​ຂອງ​ໂຄງ​ການ
ພື້ນ​ທີ່ດິນແຫ່ງ​ນຶ່ງທີ່​ລັດ​ຖະ​ບານ​ເວນ​ຄືນ ​ເພື່ອໃຫ້​ສຳ​ປະ​ທານ​ແກ່​ບໍ​ລິ​ສັດ​ຕ່າງ​ຊາດ​ພັດ​ທະ​ນາກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ ຊຶ່ງ​ປະ​ຊາ​ຊົນຢູ່ທີ່​ໃນບໍ​ລິ​ເວນພືນ​ທີ່​ຕ້ອງ​ໄດ້​ຖືກ​ຍົກ​ຍ້າຍ ອອກ​ໄປ​ຈາກ​ບໍ​ລິ​ເວນ​ຂອງ​ໂຄງ​ການ

ກ​ອ່ນ​ໜ້ານີ້ ທ່ານ​ສາຍ​ສະ​ໝອນ ຄົມ​ທະ​ວົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ ຈາກ​ແຂວງຫຼວງ​ພະ​ບາງ ຢືນ​ຢັນ​ວ່າ ມີ​ປະ​ຊາ​ຊົນ​ລາວ ຈຳ​ນວນບໍ່​ນ້ອຍ ໃນ​ແຂວງຫຼວງ​ພະ​ບາງ ທີ່ບໍ່​ພໍ​ໃຈ​ຕໍ່​ກາ​ນ​ຊົດ​ເຊີຍ​ທີ່​ໄດ້​ຮັບ​ຈາກ​ບັບ​ດາ​ບໍ​ລິ​ສັດ​ທີ່​ລົງ​ທຶນ ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງ​ໆ ເຊັ່ນ​ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ແລະ​ທາງ​ລົດ​ໄຟ​ລາວ​ຈີນ ທີ່​ມີ​ການ​ຊົດ​ເຊີຍ​ຕ່ຳ​ກວ່າ​ການ​ເສຍ​ຫາຍ​ທີ່​ເປັນ​ຈິງນັ້ນ​ເອງ.

ທາງ​ດ້ານ ທ່ານ​ແທ່ນ​ຄຳ ທອງ​ບົນ ຮັກ​ສາ​ການ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການກໍ່​ສ້າງ ທາງ​ລົດ​ໄຟ​ລາວ-ຈີນ ຢືນ​ຢັນ​ວ່າ ການ​ຊົດ​ເຊີ​ຍ​ຄ່າ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ​ຕ່າ​ງໆ ທີ່​ຖືກ​ເວນ​ຄືນ​ໃນ​ການກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຈະ​ຕ້ອງ​ນຳ​ໃຊ້​ເງິນ​ທັງ​ໝົດ 2,492 ຕື້​ກີບ ຫາກ​ແຕ່​ວ່າ ໃນ​ໄລ​ຍະ​ຜ່ານ​ມາ ກໍ​ສາ​ມາດ​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ກັບ​ປະ​ຊາ​ຊົນ​ໄດ້​ພຽງ 369 ຕື້​ກີບ ຄິດ​ເປັນ 20.4 ເປີ​ເຊັນ ເທົ່າ​ນັ້ນ​ຂອງ​ກາ​ນ​ຊົດ​ເຊີຍ​ທັງ​ໝົດ ໂດຍ​ປີ 2019 ໄດ້​ວາງ​ແຜນ​ການ​ທີ່​ຈະ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ໄດ້ 450 ຕື້​ກີບ ຫາກ​ແຕ່​ໃນ 9 ເດືອນ​ຜ່ານ​ມາ ກໍ​ສາ​ມາດ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້​ປະ​ຊາ​ຊົນ​ໄດ້ພຽງ 134 ຕື້​ກີບ​ເທົ່າ​ນັ້ນ.

ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 4,411 ຄອບ​ຄົວ​ໃນ​ແຂວງ​ຫລວງ​ນ້ຳ​ທາ ອຸ​ດົມ​ໄຊ ຫລວງ​ພະ​ບາງ ວຽງ​ຈັນ ແລະ​ນະ​ຄອນ​ວຽງ​ຈັນ ໂດຍ​ມີ​ທີ່​ດິນ​ທີ່​ຕ້ອງ​ເວນ​ຄືນ 3,832 ເຮັກ​ຕາ ສິ່ງ​ປູກ​ສ້າງ 3,346 ຫລັງ ແລະ​ຕົ້ນ​ໝາກ​ໄມ້​ຕ່າງໆ​ເກືອບ 1 ລ້ານ​ຕົ້ນ ໂດຍ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ທີ່​ດິນ ລະ​ບຸ​ວ່າ ມີ​ການ​ຊົດ​ເຊຍ ຕ່ຳ​ກວ່າ ຄວາມ​ເປັນ​ຈິງ ເຊັ່ນ​ທີ່​ດິນ​ທີ່​ເມືອງ​ນາ​ຊາຍ​ທອງ ນະ​ຄອນ​ວຽງ​ຈັນ ທີ່​ມີ​ລາ​ຄາ​ຊື້-ຂາຍ ສະ​ເລ່ຍ 1.3 ລ້ານ​ກີບນັ້ນ ຫາກ​ແຕ່​ກໍ​ໄດ້​ປະ​ເມີນ​ການ​ຊົດ​ເຊີຍ​ໃນ​ອັດ​ຕາ​ສະ​ເລ່າຍ​ພຽງ 137,000 ກີບ​ຕໍ່​ຕາ​ແມັດ​ເທົ່າ​ນັ້ນ ຊຶ່ງ​ຕ່ຳ​ກວ່າ​ລາ​ຄາ​ຈິງ​ເຖິງ 10 ເທົ່າ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫຼື MRC ບອກວ່າ ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ລາວ ເຮັດ​ໃຫ້​ຕ້ອງ​ຍົກ​ຍ້າຍ​ປະ​ຊາ​ຊົນ 60,000 ກວ່າ​ຄົນ ຫຼື 12,000 ຄອບ​ຄົວ ໃນ 240 ກວ່າ​ບ້ານ​ໄປ​ຢູ່​ເຂດ​ຈັດ​ສັນ​ໃໝ່ ໂດຍ​ບັນ​ດາ​ນັກ​ລົງ​ທຶນ ໃນ​ໂຄງ​ການ​ຕ່າງໆໄດ້​ໃຊ້​ເງິນ​ໄປ​ກວ່າ 500 ລ້ານ​ໂດ​ລາ ເພື່ອ​ຊົດ​ເຊີຍ ແລະ​ພັດ​ທະ​ນາ​ທີ່​ຢູ່​ໃໝ່ ໃຫ້​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ດັ່ງ​ກ່າວ.

ສ່​ວນ​ອົງ​ການ​ແມ່​ນ້ຳ​ສາ​ກົນ ຫຼື International Rivers ລາຍ​ງານ​ວ່າ ມີ​ປະ​ຊາ​ຊົນ​ລາວ ຫຼາຍ ກວ່າ 20,000 ຄົນ ຢູ່​ໃນ 89 ບ້ານ ໃນ​ແຂວງຜົ້ງ​ສາ​ລີ ອຸ​ດົມ​ໄຊ ແລະ​ຫລວງ​ພະ​ບາງ ທີ່​ຖືກ​ກະ​ທົບ​ຈາກ​ເຂື່ອນ​ນ້ຳ​ອູ​ທັງ 7 ໂຄງ​ການ ຂອງ​ກຸ່ມ​ລົງ​ທຶນ​ຈາກ​ຈີນ ໂດຍ​ໄດ້​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ເຂື່ອນ​ນ້ຳ​ອູ 2, 5 ແລະ 6 ແລ້ວ ຫາ​ກ​ແຕ່​ວ່າ ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ເຂື່ອ​ນ້ຳ​ອູ ທີ່​ກຳ​ລັງ​ກໍ່ສ້າງ​ອີກ 4 ໂຄງ​ການນັ້ນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຊົດ​ເຊີຍ​ຢ່າງ​ຄົບ​ຖ້ວນ​ແຕ່​ຢ່າງ​ໃດ.

XS
SM
MD
LG