ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ລາວ ຈັດສັນງົບປະມານ ພຽງແຕ່ 6 ລ້ານໂດລາ ໃຫ້ກັບ ກອງທຶນພັດທະນາ ເພື່ອການຫຼຸດຜ່ອນ ບັນຫາຄວາມທຸກຍາກ


ປະຊາຊົນລາວບັນດາເຜົ່າ ຜູ້ທີ່ຢູ່ໃນເຂດຊົນນະບົດ ທີ່ຍຶດຖືອາຊີບ ເປັນຊາວໄຮ່ຊາວນາ ໂດຍສ່ວນໃຫຍ່ແລ້ວ ຈະມີຖານະຍາກຈົນ.
ປະຊາຊົນລາວບັນດາເຜົ່າ ຜູ້ທີ່ຢູ່ໃນເຂດຊົນນະບົດ ທີ່ຍຶດຖືອາຊີບ ເປັນຊາວໄຮ່ຊາວນາ ໂດຍສ່ວນໃຫຍ່ແລ້ວ ຈະມີຖານະຍາກຈົນ.

ລັດຖະມົນຕີລາວ ຈັດສັນງົບປະມານພຽງແຕ່ 6 ລ້ານໂດລາເທົ່ານັ້ນ ໃຫ້ກັບກອງທຶນ
ພັດທະນາ ເພື່ອການຫລຸດຜ່ອນບັນຫາ ຄວາມຍາກຈົນຂອງປະຊາຊົນລາວ ບັນດາ
ເຜົ່າໃນເຂດຊົນນະບົດ ໃນຊ່ວງປີ 2017-2019.

ເຈົ້າໜ້າທີ່ຂອງທະນາຄານໂລກ ປະຈຳ ສປປ ລາວ ເປີດເຜີຍວ່າ ກອງທຶນຫລຸດຜ່ອນ
ບັນຫາຄວາມທຸກຍາກໃນລາວ ໄດ້ຮັບການສະໜັບສະໜຸນ ດ້ານງົບປະມານໃນມູນຄ່າ
ລວມ 54 ລ້ານໂດລາ ສຳລັບນຳໃຊ້ໃນການຈັດຕັ້ງປະຕິບັດ ວຽກງານພັດທະນາພື້ນ
ຖານໂຄງລ່າງ ເພື່ອແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນລາວ ໃນເຂດຊົນນະບົດ
ຫ່າງໄກສອກຫລີກ ໃນຊ່ວງປີ 2017-2019 ໂດຍໃນນີ້ ໄດ້ຮັບການຈັດສັນງົບປະມານ
ສະໜັບສະໜຸນ ຈາກລັດຖະບານລາວ ພຽງແຕ່ 6 ລ້້ານໂດລາເທົ່ານັ້ນ ສ່ວນທີ່ເຫຼືອ ກໍ
ເປັນການກູ້ຢືມຈາກທະນາຄານໂລກໃນມູນຄ່າ 30 ລ້ານໂດລາ ແລະການຊ່ວຍເຫຼືອລ້າ
ຈາກອົງການເພື່ອການພັດທະນາ ແລະການຮ່ວມມືຂອງລັດຖະບານ ສະວິດເຊີແລນ
ໃນມູນຄ່າ 18 ລ້ານໂດລາ ຕາມລຳດັບ.

ພາຍໃຕ້ສະພາບການທີ່ມີງົບປະມານ ຢ່າງຈຳກັດດັ່ງກ່າວ ກໍເຮັດໃຫ້ການຈັດຕັ້ງປະຕິບັດ
ວຽກງານຕ່າງໆ ຂອງກອງທຶນຫລຸດຜ່ອນຄວາມທຸກຍາກໃນລາວ ສາມາດດຳເນີນການ
ໄດ້ຢ່າງຈຳກັດ ດ້ວຍເຊັ່ນກັນ ໂດຍເຫັນໄດ້ຈາກການທີ່ລັດຖະບານລາວ ສາມາດແກ້ໄຂ
ບັນຫາຍາກຈົນ ຂອງປະຊາຊົນໄດ້ ຈຳນວນ 12,011 ຄອບຄົວ ລົບລ້າງຄວາມຍາກຈົນ
ໄດ້ຢ່າງສິ້ນເຊີງໃນ 200 ບ້ານ ແລະສ້າງຕັ້ງບ້ານພັດທະນາໄດ້ເພີ້ມຂຶ້ນ 561 ບ້ານ ຊຶ່ງ
ເຮັດໃຫ້ໃນທົ່ວປະເທດລາວ ມີບ້ານພັດທະນາແລ້ວ 4,138 ບ້ານ ແລະມີບ້ານໃຫຍ່ທີ່
ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດເພີ້ມຂຶ້ນ ຈາກ 45 ເປັນ 56 ເມືອງ.

ຍັງມີຄອບຄົວ ທີ່ຍາກຈົນເຫຼືອຢູ່ເຖິງ 64,593 ຄອບຄົວ ແລະ ບ້ານ ທຸກຍາກອີກ 1,536 ບ້ານ ໃນທົ່ວປະເທດ.
ຍັງມີຄອບຄົວ ທີ່ຍາກຈົນເຫຼືອຢູ່ເຖິງ 64,593 ຄອບຄົວ ແລະ ບ້ານ ທຸກຍາກອີກ 1,536 ບ້ານ ໃນທົ່ວປະເທດ.

​ແຕ່ຢ່າງໃດກໍຕາມ ຍັງມີຄອບຄົວ ທີ່ຍາກຈົນເຫຼືອຢູ່ເຖິງ 64,593 ຄອບຄົວ ແລະ ບ້ານ
ທຸກຍາກອີກ 1,536 ບ້ານ ທີ່ລັດຖະບານລາວ ຈະຕ້ອງດຳເນີນມາດຕະການເພື່ອບລົບ
ລ້າງບັນຫາຍາກຈົນໃຫ້ໄດ້ ຢ່າງສິ້ນເຊີງ ຕາມເປົ້າໝາຍ ທີ່ວາງໄວ້ພາຍໃນປີ 2020
ໝາຍຄວາມວ່າ ຍັງມີເວລາເຫຼືອບໍ່ເຖິງ 2 ປີ ທີ່ລັດຖະບານລາວ ຈະຕ້ອງດຳເນີນ ມາດ
ຕະການຕ່າງໆ ເພື່ອບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ ໃນຂະນະທີ່ການຈັດຕັ້ງປະຕິບັດ
ໃນໄລຍະຜ່ານມາ ລັດຖະບານລາວ ສາມາດແກ້ໄຂບັນຫາຍາກຈົນ ຂອງປະຊາຊົນໄດ້
ຕ່ຳກວ່າເປົ້າໝາຍ ກໍຄືສາມາດລົບລ້າງຄວາມຍາກຈົນໄດ້ ພຽງແຕ່ 1.5 ເປີເຊັນ-2
ເປີເຊັນ ຂອງບັນຫາຍາກຈົນ ໃນທົ່ວປະເທດ ດັ່ງທີ່ ທ່ານລຽນ ທິແກ້ວ ລັດຖະມົນຕີວ່າ
ການ ກະຊວງກະສິກຳ ແລະປ່າໄມ້ ໄດ້ໃຫ້ການຍອມຮັບວ່າ:

“ໃນປັດຈຸບັນນີ້ ຄອບຄົວທຸກຍາກ ພວກເຮົານີ້ຍັງແຕ່ 5​ ເປີເຊັນ ສະເພາະຄົນທຸກ
ຍາກນັ້ນ ກະຍັງຢູ່ໃນລະດັບ 23 ເປີເຊັນ ສະນັ້ນ ກະຖືວ່າ ເປັນຄວາມພະຍາຍາມ
ຂອງພັກ-ລັດ ພວກເຮົາ ປີນຶ່ງນີ້ ແມ່ນວ່າ ສະເລ່ຍແລ້ວ ກະຖືວ່າ 1.5 ເປີເຊັນ ບາງ
ປີກະ 2 ເປີເຊັນ ອັນນັ້ນ ມັນກະຂຶ້ນກັບທຶນຮອນຂອງພັກລັດ ພວກເຮາມີຢູ່ ດັ່ງນັ້ນ
ແມ່ນຄວາມພະຍາຍາມ ຄວາມຕັດສິນໃຈຂອງພັກ ຂອງລັດຖະບານພວກເຮົາ
ສູ້ຊົນເຮັດໃຫ້ປະຊາຊົນຫລຸດພົ້ນ ອອກຈາກຄວາມທຸກຍາກ.”

ທາງດ້ານ ທ່ານບຸນປອນ ສີສຸລາດ ປະທານຄະນະກຳມາທິການເສດຖະກິດ ເທັກໂນ
ໂລຈີ ແລະສິ່ງແວດລ້ອມ ຂອງສະພາແຫ່ງຊາດລາວ ຊຸດທີ 8 ຢືນຢັນວ່າ ການກວດກາ
ການຈັດຕັ້ງປະຕິບັດແຜນການພັດທະນາ ເພື່ອລົບລ້າງບັນຫາຍາກຈົນ ຂອງປະຊາຊົນ
ລາວບັນດາເຜົ່າ ໃນຊົນນະບົດ ໃນໄລຍະຜ່ານມາພົບວ່າ ການຈັດຕັ້ງປະຕິບັດ ມີປະສິດ
ທິພາບຕ່ຳໃນທຸກດ້ານ ໂດຍສະເພາະ ຄວາມດ້ອຍປະສິດທິພາບຂອງໜ່ວຍງານ ແລະ
ພະນັກງານລັດ ໄດ້ເຮັດໃຫ້ການຫລຸດຜ່ອນຄວາມຍາກຈົນຂອງປະຊາຊົນລາວ ບໍ່ສາ
ມາດບັນລຸຄາດໝາຍທີ່ວາງໄວ້ ເກືອບທຸກດ້ານ ເຊັ່ນການເຂົ້າເຖິງ ຫລັກປະກັນດ້ານ
ສຸຂະພາບຂອງປະຊາຊົນລາວ ສາມາດຈັດຕັ້ງປະຕິບັດໄດ້ພຽງ 34.7 ເປີເຊັນ ໃນຂະນະ
ທີ່ ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີເຊັນຂອງຈຳນວນປະຊາກອນລາວທັງປະເທດ.

ສ່ວນ ສະພາເສດຖະກິດ ແລະສັງຄົມແຫ່ງສະຫະປະຊາຊາດ ຄາດໝາຍໄວ້ວ່າ ລາວ
ຈະຫລຸດພົ້ນຈາກສະພາບດ້ອຍພັດທະນາ ໃນປີ 2024 ເພາະລັດຖະບານລາວ ປະຕິ
ບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂຄືຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ ຫຼື GNI ຕ້ອງບໍ່ຕ່ຳ
ກວ່າ 1,242 ໂດລາ ຕໍ່ຄົນ ໂດຍລັດຖະບານລາວ ປະຕິບັດໄດ້ທີ່ລະດັບ 1,996 ໂດລາ
ຕໍ່ຄົນໃນປີ 2015 ກັບດັດຊະນີຊັບສິນມະນຸດ ຫຼື HAI ຕ້ອງເຖິງອັດຕາສະເລ່ຍ 66
ເປີເຊັນ ຊຶ່ງລັດຖະບານລາວ ປະຕິບັດໄດ້ທີ່ລະດັບ 72.8 ເປີເຊັນ ໃນປີ 2015 ຈຶ່ງເຫຼືອ
ພຽງແຕ່ດັດຊະນີ ຄວາມອ່ອນໄຫວທາງາເສດຖະກິດ ຫຼື EVI ທີ່ຕ້ອງຕ່ຳກວ່າ 32 ເປີເຊັນ
ຫາກແຕ່ລັດຖະບານລາວ ຍັງປະຕິບັດໄດ້ທີ່ລະດັບ 33.7 ເປີເຊັນ.

XS
SM
MD
LG