ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຈະເພີ້ມການສັກຢາວັກຊີນ ແກ່ປະຊາຊົນ ໃຫ້ໄດ້ເກີນກວ່າ 87 ເປີເຊັນ ພາຍໃນປີນີ້


ຜູ້ຍິງຄົນນຶ່ງ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຢູ່ໃນ ສປປ ລາວ.
ຜູ້ຍິງຄົນນຶ່ງ ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຢູ່ໃນ ສປປ ລາວ.

ລັດຖະບານລາວເພີ້ມເປົ້າໝາຍການສັກວັກຊີນກັນໂຄວິດ-19 ໃຫ້ໄດ້ເກີນກວ່າ 87 ເປີເຊັນ ຂອງປະຊາກອນລາວ ໃນປີ 2022 ສ່ວນສະຫະລັດ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກ ແລະການຟື້ນຟູເສດຖະກິດ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຢືນຢັນວ່າ ດ້ວຍການຊ່ອຍເຫຼືອດ້ານຢາວັກຊີນກັນໄວຣັສໂຄວິດ-18 ທີ່ລັດຖະບານລາວ ໄດ້ຈາກນານາຊາດໃນໄລຍະທີ່ຜ່ານມາ ເຮັດໃຫ້ລັດຖະບານລາວ ເຊື່ອວ່າ ຍັງຈະໄດ້ຮັບການຊ່ອຍເຫຼືອເພີ້ມຂຶ້ນ ແລະພຽງພໍສຳລັບການເພີ້ມເປົ້າໝາຍໃນການສັກວັກຊີນຈາກ 80 ເປີເຊັນ ເປັນຫຼາຍກວ່າ 87 ເປີເຊັນ ຂອງປະຊາກອນລາວທັງໝົດໃນປີ 2022 ໂດຍສະເພາະ ກໍແມ່ນການຊ່ອຍເຫຼືອຈາກລັດຖະບານຈີນ ແລະລັດ ຖະບານສະຫະລັດອາເມຣິກາທີ່ໃຫ້ການຊ່ອຍເຫຼືອຜ່ານໂຄງການ COVAX ຂອງອົງການອະນາໄມໂລກ (WHO) ນັ້ນ ກໍຍັງເຮັດໃຫ້ລາວ ມີຢາວັກຊີນຫຼາຍຊະນິດທີ່ສາມາດສັກໃຫ້ກັບຊາວຕ່າງຊາດ ທີ່ຢູ່ໃນລາວໄດ້ຢ່າງທົ່ວເຖິງ ທັງຈະເປັນການສ້າງພູມຄຸ້ມກັນລວມໝູ່ ແລະເຮັດໃຫ້ປະຊາຊົນລາວ ສາມາດທີ່ຈະດຳລົງຊີວິດປົກ ກະຕິແບບໃໝ່ໄດ້ໄວຂຶ້ນອີກດ້ວຍ ທ່ານໄພວັນ ໃຫ້ການຢືນຢັນວ່າ:

“ຍຸດທະສາດຂອງກະຊວງສາທາລະນະສຸກ ແມ່ນຈະສຸມໃສ່ການສັກວັກຊີນໃຫ້ໄດ້ 87.25 ເປີເຊັນ ຊຶ່ງໃນປີນີ້ ນອກຈາກຈະໃຫ້ບໍລິການຢູ່ຈຸດບໍລິການ ແລະໂຮງໝໍຕ່າງໆແລ້ວ ພວກເຮົາ ຍັງຈະໄດ້ມີການຈັດທີມງານອອກໄປເຄື່ອນທີ່ ສັກໃຫ້ກັບ ພໍ່-ແມ່-ປະຊາຊົນຜູ້ທີ່ບໍ່ສາມາດເຂົ້າມາເຖິງການບໍລິການໄດ້ ເພື່ອຫລຸດຜ່ອນການລະບາດຂອງພະຍາດ ທັງເປັນການສ້າງພູມຄຸ້ມກັນ ຕັດຕ່ອງໂສ້ ເຮັດໃຫ້ພວກເຮົາສາມາດກັບມາໃຊ້ຊີວິດປົກກະຕິໄດ້ ມາຮອດປັດຈຸບັນນີ້ ພວກເຮົາມີວັກຊີນຫຼາຍຊະນິດແລະພຽງພໍທີ່ຈະໃຫ້ບໍລິການ.”

ໂດຍຫຼ້າສຸດ ລັດຖະບານຈີນ ກໍໄດ້ໃຫ້ການຊ່ອຍເຫຼືອຢາວັກຊີນກັນໂຄວິດ-19 ສຳລັບ 3 ແຂວງພາກເໜືອຂອງລາວ ຈຳນວນ 423,200 ໂດສ ພ້ອມອຸປະກອນການສັກຢາວັກຊີນ 425,600 ຊຸດ ເມື່ອວັນທີ 14 ກຸມພາ 2022 ທີ່ຜ່ານມາ ຊຶ່ງເຮັດໃຫ້ລັດຖະບານຈີນ ເປັນຜູ້ທີ່ໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວ ຫຼາຍທີ່ສຸດທີ່ຄິດເປັນຈຳນວນວັກຊີນລວມເກີນກວ່າ 9 ລ້ານ 4 ແສນໂດສ ນັບຈາກປີ 2020 ເປັນຕົ້ນມາ ສ່ວນລັດຖະບານສະຫະລັດອາເມຣິກາ ກໍໄດ້ໃຫ້ການຊ່ອຍເຫຼືອແກ່ລັດ ຖະບານລາວ ໃນການສະກັດກັ້ນການລະບາດໂຄວິດ-19 ເກີນກວ່າ 13 ລ້ານໂດລາ ໂດຍຜ່ານອົງ​ການ WHO UNICEF ແລະ USAID ໃນນີ້ລວມການຊ່ອຍເຫຼືອຢາວັກຊີນ Johnson & Johnson ແລະ Pfizer ລວມກັນ 2 ລ້ານ 7 ແສນໂດສ ແລະຍັງຈະສືບຕໍ່ໃຫ້ການຊ່ອຍເຫຼືອເພີ້ມຂຶ້ນທັງດ້ານສາທາລະນະສຸກແລະການຟື້ນຟູເສດຖະກິດດ້ວຍ ດັ່ງທີ່ ທ່ານປີເຕີ ເຮມອນດ໌ ເອກອັກຄະລັດຖະທູດສະຫະລັດ ປະຈຳລາວ ຢືນຢັນວ່າ:

“ສະຫະລັດ ພາຍໃຕ້ຄວາມເປັນຄູ່ຮ່ວມມືແບບກວມລວມຂອງ 2 ປະເທດ ກໍມີຄວາມພາກພູມໃຈທີ່ສະໜັບສະໜຸນລັດຖະບານລາວ ໃນການປ້ອງກັນສຸຂະພາບຂອງປະຊາຊົນລາວ ພ້ອມເລີ້ມແກ້ໄຂບັນຫາທ້າທາຍທາງສັງຄົມ ແລະເສດຖະກິດທີ່ເກີດຈາກໂຄວິດ ຕໍ່ໄປ ແນ່ນອນວ່າ ຊິສືບຕໍ່ພະຍາຍາມ ສະໜັບສະໜຸນລັດຖະ ບານລາວ ໃນການຟື້ນເສດຖະກິດ ໃນການຊ່ອຍພວກເສດຖະກິດນ້ອຍ ຫຼືກະສິ ກອນ ແລ້ວກະຫາຕະຫຼາດໃໝ່ ເລີ້ມການຜະລິດໃໝ່ທີ່ມີມູນຄ່າສູງກວ່າເດີມ.”

ສ່ວນນັກທຸລະກິດໃນສະພາອຸດສາຫະກຳແລະການຄ້າແຫ່ງຊາດ ກໍຢືນຢັນວ່າ ການດຳເນີນມາດຕະການຂອງລັດຖະບານລາວ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດໄວຣັສໂຄວິດ-19 ໃນໄລຍະຜ່ານມາ ສາມາດໃຫ້ການຊ່ອຍເຫຼືອທຸ ລະກິດຂະໜາດນ້ອຍ-ຂະໜາດກາງຫຼື SME ໄດ້ພຽງ 638 ລາຍ ຈາກທັງໝົດ 125,800 ກວ່າລາຍ ໃນທົ່ວປະເທດ ເນື່ອງຈາກລັດຖະບານລາວ ມີເງິນສົມທົບເຂົ້າກອງທຶນພຽງ 300 ຕື້ກີບເທົ່ານັ້ນ ໃນຊ່ວງປີ 2020-2021 ຈຶ່ງບໍ່ພຽງພໍກັບຄວາມຕ້ອງການຕົວຈິງ.

ຍິ່ງໄປກວ່ານັ້ນ ການທີ່ຈະໄດ້ຮັບການອະນຸມັດເງິນກູ້ຈາກກອງທຶນສະໜັບສະໜຸນ SME ກໍມີເງື່ອນໄຂຫຼາຍປະການທີ່ເຈົ້າຂອງກິດຈະການ SME ທີ່ຖືກກະທົບຈາກການລະບາດໄວຣັສໂຄວິດ-19 ໃນລາວ ຕ້ອງປະຕິບັດຕາມລະບຽບກົດໝາຍແລະເງື່ອນໄຂທີ່ທະນາຄານກຳນົດໄວ້ຢ່າງຄົບຖ້ວນ ໂດຍສະເພາະ ແມ່ນການຈົດທະ ບຽນ SME ແລະການນຳສະເໜີແຜນການດ້ານລາຍຮັບ-ລາຍຈ່າຍ ໃນທຸລະກິດທີ່ຊັດເຈນດ້ວຍນັ້ນ.

ກ່ອນໜ້ານີ້ ກະຊວງການເງິນ ກໍໄດ້ກູ້ຢືມເງິນຈາກທະນາຄານໂລກ ໃນມູນຄ່າ 40 ລ້ານໂດລາ ເພື່ອນຳໃຊ້ໃນການຟື້ນຟູກິດຈະການຂອງບັນດາ SME ທີ່ຖືກກະທົບຈາກການລະບາດໂຄວິດ-19 ຊຶ່ງເງິນກູ້ຢືມດັ່ງກ່າວນີ້ ໄດ້ຈັດແບ່ງອອກເປັນ 2 ສ່ວນ ຄື 34 ລ້ານໂດລາ ສຳລັບປ່ອຍເປັນເງິນກູ້ໃຫ້ SME ກັບ 6 ລ້ານ ສຳລັບພັດທະນາການບໍລິຫານແລະເທັກນິກທີ່ທັນສະໄໝ ເພື່ອເຮັດໃຫ້ SME ລາວ ສາ ມາດແຂ່ງຂັນກັບຕ່າງປະເທດໃຫ້ໄດ້ຢ່າງແທ້ຈິງ ຊຶ່ງລັດຖະບານລາວ ໄດ້ຈັດສັນເງິນທຶນມູນຄ່າ 1,800 ຕື້ກີບ ເປັນເງິນກູ້ໃຫ້ແກ່ SME ທີ່ໄດ້ຮັບອະນຸມັດເງິນກູ້ໄປແລ້ວ 1,652 ກວ່າຕື້ກີບ ຈຳນວນ 477 ລາຍ ຊຶ່ງຜະລິດສິນຄ້າກະສິກຳແລະສິນຄ້າອຸປະໂພກບໍລິໂພກ ເປັນຫລັກ ໃນຂະນະທີ່ກະຊວງແຜນການແລະການລົງທຶນ ກໍປະເມີນວ່າ ການລະບາດໂຄວິດ-19 ກະທົບຕໍ່ໜ່ວຍທຸລະກິດຫຼາຍກວ່າ 129,690 ລາຍ ໃນນີ້ເກີນກວ່າ 97 ເປີເຊັນ ກໍຄື SME ນັ້ນເອງ.

XS
SM
MD
LG