ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຕັ້ງໜ່ວຍ ສະເພາະກິດ ເພື່ອຮັບຜິດຊອບ ການປະມູນໄມ້ ທີ່ທາງການ ລາວ ຍຶດໄດ້


ໄມ້ເຖື່ອນທີ່ຖືກລັກລອບຕັດໃນ ລາວ.
ໄມ້ເຖື່ອນທີ່ຖືກລັກລອບຕັດໃນ ລາວ.

ລັດຖະບານ ລາວ ແຕ່ງຕັ້ງໜ່ວຍສະເພາະກິດເພື່ອຮັບຜິດຊອບໃນການຈັດການປະມູນ
ໄມ້ທີ່ທາງການ ລາວ ຍຶດໄດ້ຈາກການລັກລອບຕັດໄມ້ເຖື່ອນ ໂດຍໃຫ້ຖືເປັນສ່ວນໜຶ່ງ
ໃນການເພີ່ມລາຍຮັບຂອງລັດຖະບານ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການ
ເງິນ ຖະແຫຼງຢືນຢັນວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງໃຫ້ແຕ່ງ
ຕັ້ງໜ່ວຍສະເພາະກິດ ເພື່ອຮັບຜິດຊອບການຈັດການປະມູນໄມ້ທີ່ຍຶດໄດ້ຈາກຂະບວນ
ການລັກລອບຕັດໄມ້ໂດຍຜິດກົດໝາຍໃນທົ່ວປະເທດ ທັງຍັງລວມເຖິງການໃຫ້ປະສານ
ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມເອົາເຄື່ອງຜິດກົດໝາຍທີ່ລັດຍຶດ ແລະ
ອາຍັດຈາກຄະດີຕ່າງໆມາລວມສູນເຂົ້າງົບປະມານຕາມກົດໝາຍ ແລະ ຈະຕ້ອງກວດ
ກາບັນດາໂຄງການສຳປະທານຕ່າງໆຢ່າງເຂັ້ມງວດອີກດ້ວຍ ດັ່ງທີ່ທ່ານ ສົມດີ ໄດ້ໃຫ້
ການຢືນຢັນວ່າ.

"ປະສານສົມທົບກັບຄະນະສະເພາະກິດໃນຂະແໜງການທີ່ກ່ຽວຂ້ອງເພື່ອປະມູນຂາຍ
ໄມ້ທີ່ຂຸດຄົ້ນອອກຈາກໂຄງການໄມ້ຍຶດທີ່ຄ້າງສະໜາມ 2 ເພື່ອຂາຍໃຫ້ບັນດາໂຮງງານ
ປຸງແຕ່ງຕ່າງໆທີ່ຢູ່ພາຍໃນປະເທດຕິດຕາມໂຄງການກໍ່ສ້າງ, ໂຄງການພັດທະນາພະລັງ
ງານໄຟຟ້າ, ໂຄງການທີ່ມີສັນຍາສຳປະທານອື່ນໆ ສົມທົບກັບກະຊວງປ້ອງກັນຄວາມ
ສະຫງົບ, ສານ ແລະ ໄອຍະການ ເພື່ອຕິດຕາມເອົາເຄື່ອງຜິດກົດໝາຍທີ່ລັດຍຶດ ແລະ
ອາຍັດຈາກຄະດີຕ່າງໆມາລວມສູນເຂົ້າງົບປະມານຕາມກົດໝາຍຢ່າງເຂັ້ມງວດ ອັນນີ້
ກະໄດ້ມີຄຳສັ່ງຂອງທ່ານນາຍົກອອກແລ້ວ."

ທາງດ້ານທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ
ໄດ້ໃຫ້ການຢືນຢັນວ່າອຳນາດການປົກຄອງແຂວງຄຳມ່ວນ ໄດ້ມີຄຳສັ່ງປິດໂຮງງານປຸງ
ແຕ່ງໄມ້ ທີ່ດຳເນີນກິດຈະການໂດຍຜິດກົດໝາຍ 281 ແຫ່ງ ຊຶ່ງລວມເຖິງ 11 ໂຮງງານ
ທີ່ມີໃບອະນຸຍາດຢ່າງຖືກຕ້ອງ ຫາກແຕ່ວ່າໄດ້ມີການດຳເນີນທຸລະກິດທີ່ບໍ່ເປັນໄປຕາມ
ສັນຍາ ແລະ ໃນປັດຈຸບັນ ອຳນາດການປົກຄອງແຂວງຄຳມ່ວນ ຍັງຈະສືບຕໍ່ດຳເນີນການ
ກວດກາບັນດາໂຮງງານປຸງແຕ່ງໄມ້ ທີ່ໄດ້ສັ່ງປິດໄປແລ້ວອີກເທື່ອໃໝ່ວ່າໄດ້ປະຕິບັດ
ຕາມຄຳສັ່ງຢ່າງແທ້ຈິງ ຫຼື ບໍ່ອີກດ້ວຍ.

ທ່ານ ບຸນຈັນ ບອກວ່າໃນທົ່ວແຂວງຄຳມ່ວນມີໂຮງງານປຸງແຕ່ງໄມ້ທັງໝົດ 370 ແຫ່ງ
ໂດຍໃນນີ້ມີຢູ່ 89 ແຫ່ງທີ່ມີໃບອະນຸຍາດຢ່າງຖືກຕ້ອງ ຊຶ່ງໝາຍຄວາມວ່າ ຍັງຈະຕ້ອງດຳ
ເນີນການກວດກາ ແລະ ສັ່ງປິດໂຮງງານປຸງແຕ່ງໄມ້ທີ່ບໍ່ປະຕິບັດຕາມສັນຍາຕໍ່ໄປອີກນັ້ນ
ເອງ.

ກ່ອນໜ້ານີ້ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ແລະ ເລຂາພັກແຂວງຄຳມ່ວນ ຢືນຢັນ
ວ່າການກວດກາເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ແຂວງຄຳມ່ວນໃນຊ່ວງ
ປີ 2011-2015 ທີ່ຜ່ານມາໄດ້ທຳການກວດກາ 15 ເປົ້າໝາຍ ພົບວ່າການສໍ້ລາດບັງ
ຫຼວງເຮັດໃຫ້ລັດຖະບານສູນເສຍລາຍຮັບໄປຫຼາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານໂດ
ລາ ທັງກໍຍັງກວດພົບວ່າການລັກລອບຄ້າໄມ້ຜິດກົດໝາຍນັ້ນມີປະລິມານລວມເກີນກວ່າ 4,760,000 ແມັດກ້ອນອີກດ້ວຍ.

ທັງນີ້ໄມ້ສ່ວນໃຫຍ່ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍບັນ
ດານາຍທຶນ ແລະ ພະນັກງານຈຳນວນໜຶ່ງໄດ້ຮ່ວມກັນວ່າຈ້າງປະຊາຊົນ ລາວ ໃນທ້ອງ
ຖິ່ນໃຫ້ພາກັນເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລະ ລັກ
ລອບຂົນສົ່ງໃນເວລາກາງຄືນ ເພື່ອນຳໄປຊຸກເຊື່ອງໄວ້ກ່ອນທີ່ຈະລັກລອບຂົນສົ່ງອອກ
ໄປຊາຍແດນດ້ານ ຫວຽດນາມ ຊຶ່ງຈາກການກວດກາໃນໄລຍະທີ່ຜ່ານມາຍັງພົບວ່າ ມີ
ໂຮງງານແປຮູບໄມ້ຂອງເອກະຊົນເຂົ້າໄປກ່ຽວຂ້ອງກັບການລັກລອບດັ່ງກ່າວນີ້ດ້ວຍ.

ທາງການ ລາວ ໄດ້ປະຕິບັດຄຳສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດດ້ວຍການເພີ່ມທະວີຄວາມເຂັ້ມງວດເຂົ້າ
ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້
ນັບ ແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍມີຄຳສັ່ງປິດໂຮງງານແປຮູບໄມ້ຂອງ
ເອກະຊົນ 28 ແຫ່ງທີ່ຕັ້ງຢູ່ໃກ້ເຂດປ່າສະຫງວນແຫ່ງຊາດ ແລະ ຍຶດໄມ້ເຖື່ອນໄດ້
160,000 ແມັດກ້ອນ ແລະ ກວດພົບໄມ້ຄັ້ງສະໜາມອີກ 270,400 ແມັດກ້ອນທີ່ຈະຕ້ອງ
ຈັດເກັບພາສີອາກອນໃຫ້ໄດ້ຢ່າງຄົບຖ້ວນ ເພາະທີ່ຜ່ານມາຈັດເກັບໄດ້ພຽງ 43 ຕື້ກີບ
ແລະ 3.6 ລ້ານໂດລາເທົ່ານັ້ນ.

XS
SM
MD
LG