ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ຕັ້ງຄະນະສະເພາະກິດ ເພື່ອສົ່ງເສີມບໍລິສັດເອກະຊົນ ໃຫ້ເຂົ້າຮ່ວມລົງທຶນ ໃນໂຄງການຂອງລັດ ໃຫ້ຫຼາຍຂຶ້ນ


ເຂື່ອນໄຟຟ້າ ໄຊຊະບູລີ.
ເຂື່ອນໄຟຟ້າ ໄຊຊະບູລີ.

ລັດຖະບານ ລາວ ຕັ້ງຄະນະສະເພາະກິດເພື່ອສົ່ງເສີມບໍລິສັດເອກະຊົນໃຫ້ເຂົ້າຮ່ວມລົງທຶນໃນໂຄງ ການຂອງລັດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການຮ່ວມລົງທຶນໃນການກໍ່ສ້າງເຂື່ອນ ແລະ ລັດວິ ສາຫະກິດມະຫາຊົນນັ້ນ.


ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຖະແຫຼງວ່ານາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 99 ລົງວັນທີ 20 ຕຸລາ 2020 ທີ່ຜ່ານມາເພື່ອແຕ່ງຕັ້ງຄະນະສະເພາະກິດເພື່ອສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ ໂດຍມີເປົ້າໝາຍເພື່ອການຕິດຕາມ ແລະ ຊຸກຍູ້, ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດໃຫ້ມີຄວາມວ່ອງໄວ ລວມເຖິງການຈັດຕັ້ງປະຕິບັດໃນດ້ານການກວດກາບັນດາໂຄງການລົງທຶນທັງ ໝົດໃນ ລາວ ພາຍໃຕ້ເປົ້າໝາຍເພື່ອການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານຈາກບັນດາໂຄງການລົງທຶນທີ່ຍັງຄົງຄ້າງການຊໍາລະພາສີອາກອນ ແລະ ຄ່າທຳນຽມຕ່າງໆໃຫ້ກັບລັດ ຖະບານ ລາວ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນການລົງທຶນໃນຂະແໜງອຸດ ສາຫະກຳການຂຸດຄົ້ນບໍ່ແນ່ນັ້ນ.

ພ້ອມກັນນີ້ຄຳສັ່ງຂອງນາຍົກລັດຖະມົນຕີສະບັບດັ່ງກ່າວຍັງໄດ້ມອບໝາຍໃຫ້ຄະນະສະເພາະກິດເປັນພາກສ່ວນຮັບຜິດຊອບດຳເນີນການສົ່ງເສີມບໍລິສັດເອກະຊົນ ລາວ ແລະ ຕ່າງປະເທດໃຫ້ເຂົ້າ ມາຮ່ວມລົງທຶນໃນໂຄງການພັດທະນາຕ່າງໆຂອງລັດຖະບານ ໃຫ້ເພີ່ມຂຶ້ນນັບມື້ອີກດ້ວຍ ໂດຍສຳ ລັບໃນປີ 2021 ນີ້ກໍມີເຖິງ 184 ໂຄງການທີ່ລັດຖະບານຕ້ອງການໃຫ້ບໍລິສັດເອກະຊົນຮ່ວມລົງທຶນດ້ວຍ ດັ່ງທີ່ທ່ານ ສອນໄຊ ຢືນຢັນວ່າ

“ແນ່ນອນແຫຼະຢູ່ໃນ 184 ໂຄງການບູລິມະສິດນີ້ຈະບໍ່ແມ່ນນຳໃຊ້ງົບປະມານຂອງລັດພຽງຢ່າງດຽວ ພວກເຮົາຈະສຸມໃສ່ເບິ່ງວ່າໂຄງການໃດມີເງື່ອນໄຂດ້ານປຸກລະດົມຂົນຂວາຍພາກເອກະຊົນໃຫ້ເຂົ້າຮ່ວມໃນຮູບແບບສຳປະທານ ຮູບແບບການຮ່ວມມືລັດ-ເອກະຊົນ ຫຼືວ່າໃນລັດວິສາຫະກິດມະ ຫາຊົນ ໂຕນີ້ມີຄວາມສຳຄັນຫຼາຍ ຍົກຕົວຢ່າງຄືການກໍ່ສ້າງເຂື່ອນໄຟຟ້າໃດນຶ່ງເນາະ ອາດຈະຫາຜູ້ລົງທຶນຫຼັກໃດນຶ່ງ ນອກຈາກນັ້ນກໍລະດົມທຶນຈາກປະຊາຊົນ, ພະນັກງານເພື່ອເຂົ້າຊື້ຫຸ້ນດັ່ງກ່າວນີ້.”

ສ່ວນເຈົ້າໜ້າທີ່ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ລາວ ໃຫ້ການຢືນຢັນວ່າບັນຫາທີ່ມີຄວາມຫຍຸ້ງຍາກ ແລະ ເກີດຂຶ້ນຢ່າງກວ້າງຂວາງໃນ ລາວ ປັດຈຸບັນນີ້ກໍແມ່ນການຂັດແຍ້ງ ກ່ຽວກັບ ສຳປະ ທານຂຸດຄົ້ນບໍ່ແຮ່ລະຫວ່າງພາກລັດກັບພາກເອກະຊົນ ຊຶ່ງມີສາເຫດມາຈາກການທີ່ເອກະຊົນ ລາວ ໄດ້ຂາຍຕໍ່ສຳປະທານການຂຸດຄົ້ນບໍ່ແຮ່ໃຫ້ກັບນັກທຸລະກິດຊາວຕ່າງຊາດ ເພາະບໍ່ມີເງິນທຶນທີ່ຈະນຳໃຊ້ໃນການຂຸດຄົ້ນບໍ່ແຮ່ດັ່ງກ່າວ ຊຶ່ງເຮັດໃຫ້ພະນັກງານລັດທີ່ກ່ຽວຂ້ອງໃນການອະນຸມັດສຳປະ ທານເຫັນວ່າເປັນການປະຕິບັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງກັນເປັນຄະດີຄວາມໃນສານເພີ່ມຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ລາວ ໄດ້ຍົກຕົວ ຢ່າງເຖິງກໍລະນີທີ່ຂັດແຍ້ງໃນແຂວງຄຳມ່ວນໃນເວລານີ້ວ່າ

“ດຽວນີ້ບໍ່ແຮ່ຢູ່ແຂວງຄຳມ່ວນນີ້ບໍ່ມີໂຄງການໃດທີ່ບໍ່ມີຂໍ້ຂັດແຍ້ງ ຍ້ອນການຄຸ້ມຄອງຂອງພວກເຮົາບໍ່ໄດ້ ຄົນ ລາວ ຂໍສຳປະທານນຳລັດຖະບານໄດ້ແລ້ວບໍ່ມີທຶນ ກະເອົາຕ່າງປະເທດມາເຮັດ ເອົາ ຈີນ ມາເຮັດ ເອົາ ອອສເຕຣເລຍ ມາເຮັດ ແລ້ວຜິດກັນຂໍ້ຂັດແຍ້ງອັນນີ້ເກີດຂຶ້ນ ປັດຈຸບັນນີ້ສານຫຼືວ່າໄອຍະການນີ້ບອກວ່າອັນນີ້ແມ່ນຄະດີແຜ່ງ ມີສັນຍາຕຳຫຼວດບອກບໍ່ແມ່ນອັນນີ້ຂ້ອຍຕ້ອງຈັບ ເຫດຜົນຂອງມັນແທ້ໆແລ້ວແມ່ນຍ້ອນຄົນ ລາວ ເຮົານີ້ໄດ້ໂຄງການແລ້ວໄປໃຫ້ຕ່າງປະເທດສຳປະທານ.

ແຕ່ຢ່າງໃດກໍຕາມບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນ ລາວ ພຽງ 23 ໂຄງການ ແລະ ມີມູນຄ່າລົງທຶນລວມ 2,064 ລ້ານໂດລາເທົ່ານັ້ນໃນປີ 2020 ຫຼຸດລົງເກີນກວ່າ 80 ເປີເຊັນທຽບກັບປີ 2019 ໂດຍມີສາເຫດສຳຄັນມາຈາກການລະບາດຂອງພະຍາດໄວຣັສ COVID-19 ໃນທົ່ວໂລກ ແລະ ພາຍໃຕ້ສະພາບການດັ່ງກ່າວນີ້ກໍຍັງເຮັດໃຫ້ມີການນຳເງິນທຶນຕົວຈິງເຂົ້າມາ ລາວ ພຽງ​ 17 ເປີ ເຊັນເທົ່ານັ້ນຂອງມູນຄ່າລົງທຶນທັງໝົດທີ່ສ່ວນໃຫຍ່ເປັນການລົງທຶນຂອງ ຈີນ ທີ່ມີການນຳເອົາວັດສະດຸອຸປະກອນຕ່າງໆຈາກ ຈີນ ເຂົ້າມາໃນ ລາວ ໂດຍກົງ ທັງກໍຍັງໄດ້ນຳເຂົ້າບຸກຄະລາກອນ ຈີນ ເປັນຫຼັກອີກດ້ວຍ ຈຶ່ງບໍ່ຈຳເປັນທີ່ຈະຕ້ອງນຳເງິນທຶນເຂົ້າມາໃນ ລາວ ແຕ່ຢ່າງໃດ.

ໃນປັດຈຸບັນການລົງທຶນຂອງບັນດາບໍລິສັດເອກະຊົນ ຈີນ ໃນ ລາວ ມີມູນຄ່າລວມກວ່າ 12,000 ລ້ານໂດລາໃນ 777 ໂຄງການຊຶ່ງຖືເປັນຜູ້ລົງທຶນອັນດັບ 1 ໃນ ລາວ ຕິດຕາມດ້ວຍ ໄທ ທີ່ມີມູນຄ່າລົງທຶນ 4,495 ລ້ານໂດລາໃນ 752 ໂຄງການ ສ່ວນ ຫວຽດນາມ ມີມູນຄ່າລົງທຶນ 4,100 ລ້ານໂດ ລາໃນ 258 ໂຄງການຈັດເປັນອັນດັບທີ 3 ຮອງຈາກ ຈີນ ແລະ ໄທ ຕາມລຳດັບ ທັງນີ້ທາງການ ລາວ ໄດ້ອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ໃຫ້ແກ່ບໍລິສັດເອກະຊົນ ລາວ ແລະ ຕ່າງຊາດໄປແລ້ວ 649 ລາຍໃນ 942 ກິດຈະການໃນທົ່ວປະເທດ ທັງນີ້ການຜະລິດໃນພາກຂຸດຄົ້ນແຮ່ທາດ ແລະ ພະລັງງານໄຟຟ້າຄິດເປັນ 12 ເປີເຊັນຂອງຍອດຜະລິດຕະພັນລວມຂອງ ລາວ ຊຶ່ງເຮັດໃຫ້ລັດຖະ ບານ ລາວ ມີລາຍຮັບຄິດເປັນມູນຄ່າລວມເຖິງ 1,996 ລ້ານໂດລາຈາກຄ່າສຳປະທານບໍ່ແຮ່ ແລະ ສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດ.

XS
SM
MD
LG