ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການເກັບລາຍຮັບຂອງລັດຖະບານລາວ ຈະຕໍ່າກວ່າແຜນເຖິງ 14 ເປີເຊັນ ໃນແຜນງົບປະມານຂອງປີ 2021


ພິທີລົງນາມເຊັນສັນຍາການກູ້ຢືມເງິນຊ່ວຍເຫລືອຈາກທະນາຄານໂລກຂ​ອງ​ລັດ​ຖະ​ບານ​ລາວ
ພິທີລົງນາມເຊັນສັນຍາການກູ້ຢືມເງິນຊ່ວຍເຫລືອຈາກທະນາຄານໂລກຂ​ອງ​ລັດ​ຖະ​ບານ​ລາວ

ລັດຖະບານລາວຈະຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍເກີນກວ່າ 14 ເປີເຊັນໃນແຜນງົບປະມານປະຈໍາປີ 2021, ຈຶ່ງເຮັດໃຫ້ຈະຕ້ອງກູ້ຢືມ ແລະຂໍການຊ່ວຍເຫລືອຈາກຕ່າງປະເທດຫລາຍກວ່າ 2000 ລ້ານໂດລາ. ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານພູວົງ ກິດຕິວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ຖະແຫລງຍອມຮັບວ່າ ການຈັດເກັບລາຍຮັບຂອງລັດຖະບານລາວໃນປີ 2021 ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ ແລະຄາດວ່າຈະສາມາດຈັດຕັ້ງປະຕິບັດໄດ້ຈິງໃນມູນຄ່າລວມບໍ່ເກີນ 23,683 ຕື້ກີບ ຫລື 85 ເປີເຊັນກວ່າ ຂອງແຜນການທີ່ວາງໄວ້ກໍຄື ລັດຖະບານລາວຈະຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການເກີນກວ່າ 14 ເປີເຊັນ, ເຊິ່ງເຮັດໃຫ້ຈະຕ້ອງຫາລາຍຮັບຈາກການກູ້ຢືມ ແລະຂໍການຊ່ວຍເຫລືອຈາກຕ່າງປະເທດສໍາຫລັບນໍາໃຊ້ເພື່ອການດຸ່ນດ່ຽງດ້ານລາຍຈ່າຍທີ່ຫລາຍກວ່າດ້ານລາຍຮັບດັ່ງກ່າວ.

ທັງນີ້, ບັດຖະບານລາວວາງແຜນຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບ ຫລືຄິດເປັນ 15.13 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນຕະຫລອດປີ 2021,​ແລະໃນຂະນະດຽວກັນກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບ ຫລືຄິດເປັນ 17.3 ເປີເຊັນຂອງ GDP ອັນຈະເຮັດໃຫ້ລັດຖະບານລາວສາມາດຈໍາກັດການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າບໍ່ເກີນ 3,954 ຕື້ກີບ ຫລືຄິດເປັນ 2.17 ເປີເຊັນຂອງມູນຄ່າ GDP ທັງໝົດໃນຕະຫລອດປີ 2021 ນີ້.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ໃນການຈັດຕັ້ງປະຕິບັດຕົວຈິງນັ້ນບໍ່ແມ່ນເລື້ອງງ່າຍ ເພາະຜົນກະທົບຈາກການລະບາດຂອງພະຍາດໄວຣັສໂຄວິດ-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາໄດ້ສົ່ງຜົນເຮັດໃຫ້ລັດຖະບານລາວຈັດເກັບລາຍຮັບຕໍ່າກວ່າແຜນການທີ່ວາງໄວ້ເຊັ່ນ ໃນແຜນການປີ 2020 ລັດຖະບານລາວຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການຄິດເປັນມູນຄ່າ 6,322 ກວ່າຕື້ກີບ ເຊິ່ງກໍເຊັ່ນດຽວກັນກັບໃນປີ 2016-2020 ດັ່ງທີ່ທ່ານທອງລຸນ ສີສຸລິດ ປະທານປະເທດຢືນຢັນວ່າ:

“ເກັບລາຍຮັບໄດ້ທັງໝົດ 120,422 ຕື້ກີບ ເທົ່າກັບ 98.4 ເປີເຊັນຂອງແຜນການສະເລ່ຍໄດ້ເທົ່າກັບ 15.9 ເປີເຊັນຂອງ GDP ລາຍຈ່າຍທັງໝົດປະຕິບັດໄດ້ 156,351 ຕື້ກີບ ເທົ່າກັບ 95.9 ເປີເຊັນຂອງແຜນການ ສະເລ່ຍໄດ້ເທົ່າກັບ 20.6 ເປີເຊັນຂອງ GDP ຂາດດຸນງົບປະມານໄລຍະ 5 ປີ ຢູ່ໃນລະດັບ 4.73 ເປີເຊັນຂອງ GDP.”

ທັງນີ້ ໂດຍການລະບາດຂອງໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດລາວເກີດການເສຍຫາຍຫລາຍກວ່າ 7,000 ຕື້ກີບ, ເພາະວ່າການປະກາດຄໍາສັ່ງເລກທີ 06 ຂອງລັດຖະມົນຕີວ່າດ້ວຍມາດຕະການສະກັດກັ້ນການລະບາດໄວຣັສໂຄວິດ-19 ທີ່ບັງຄັບໃຊ້ຈາກວັນທີ 1 ເມສາ, ປີ 2020 ເປັນຕົ້ນມາ ເຮັດໃຫ້ນັກທ່ອງທ່ຽວຕ່າງຊາດບໍ່ສາມາດເດີນທາງເຂົ້າມາລາວໄດ້ເປັນປົກກະຕິ ແລະການປິດດ່ານຊາຍແດນໃນທົ່ວປະເທດນັ້ນ ຍັງໄດ້ສົ່ງຜົນກະທົບຕໍ່ການຄ້າຕ່າງປະເທດຂອງລາວອີກດ້ວຍ.

ໂດຍທະນາຄານພັດທະນາເອເຊຍ ຫລື ADB ສະເໜີລາຍງານວ່າ ເສດຖະກິດລາວໃນປີ 2020 ປັບຕົວຫລຸດລົງ ແລະຕິດລົບເຖິງ 2.5 ເປີເຊັນທຽບໃສ່ປີ 2019 ອັນຖືເປັນການຕິດລົບຄັ້ງທໍາອິດໃນໄລຍະເວລາກວ່າ 30 ປີ ນັບແຕ່ປີ 1986 ເປັນຕົ້ນມາ, ເຊິ່ງມີສາເຫດສໍາຄັນມາຈາກການລະບາດຂອງໄວຣັສໂຄວິດ-19 ໃນປີ 2020 ເລື້ອຍມາຈົນເຖິງປັດຈຸບັນ, ອັນໄດ້ເຮັດໃຫ້ພາກກະສິກໍາຂະຫຍາຍໂຕພຽງ 1.4 ເປີເຊັນ ແລະພາກບໍລິການຕິດລົບເຖິງ 5.5 ເປີເຊັນ ທຽບໃສ່ປີ 2019. ສ່ວນໃນປີ 2021 ນີ້ ADB ກໍໄດ້ປັບຫລຸດການຂະຫຍາຍໂຕຂອງ GDP ລາວຈາກ 4 ເປີເຊັນລົງມາເປັນ 2.3 ເປີເຊັນ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວໄດ້ວາງເປົ້າໝາຍຂອງວາລະແຫ່ງຊາດດ້ານເສດຖະກິດ-ການເງິນໄວ້ໃນ 4 ດ້ານດ້ວຍກັນຄື ການຫລຸດພາລະໜີ້ສາທາລະນະຂອງລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນຂອງ GDP ພາຍໃນປີ 2023, ໃນນີ້ເປັນໜີ້ຕ່າງປະເທດ 55.3 ເປີເຊັນ ກັບໜີ້ພາຍໃນ 8.9 ເປີເຊັນຂອງ GDP ການເພີ້ມທຶນສໍາຮອງເງິນຕາຕ່າງປະເທດທີ່ຮັບປະກັນການນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ໄດ້ 3 ເດືອນ, ການຄວບຄຸມອັດຕາແລກປ່ຽນເງິນລະຫວ່າງໃນທະນາຄານກັບຕະຫລາດໃຫ້ແຕກຕ່າງກັນບໍ່ເກີນ 2 ເປີເຊັນ ແລະການຄຸມໜີ້ເງິນກູ້ໃນລະບົບທະນາຄານທີ່ຮຽກເກັບຄືນບໍ່ໄດ້ ຫລື (NPL) ໃຫ້ບໍ່ເກີນ 3 ເປີເຊັນຂອງມູນຄ່າໜີ້ທັງໝົດ.

XS
SM
MD
LG