ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໖ ກຸມພາ ໒໐໒໔

ໜີ້ສາທາລະນະຂອງລັດຖະບານລາວເພີ້ມຂຶ້ນສູ່ລະດັບ 123 ເປີເຊັນ ຂອງຍອດຜະລິດຕະພັນລວມ ປີ 2023


ດ້ານໜ້າຫ້ອງການຕະຫຼາດຫຼັກຊັບລາວ.
ດ້ານໜ້າຫ້ອງການຕະຫຼາດຫຼັກຊັບລາວ.

ໜີ້ສາທາລະນະຂອງລັດຖະບານລາວເພີ້ມຂຶ້ນສູ່ລະດັບ 123 ເປີເຊັນຂອງຍອດຜະລິດຕະພັນລວມ (GDP) ປີ 2023 ໂດຍມີສາເຫດທີ່ສໍາຄັນປະການນຶ່ງມາຈາກການທຸຈະລິດໃນບັນດາໂຄງການພັດທະນາທີ່ລັດຖະບານລົງທຶນ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ໜີ້ສາທາລະນະຂອງລັດຖະບານລາວ ເພີ້ມຂຶ້ນສູ່ລະດັບ 123 ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ປີ 2023 ໂດຍມີສາເຫດທີ່ສໍາຄັນປະການນຶ່ງມາຈາກການທຸຈະລິດ ໃນບັນດາໂຄງການພັດທະນາທີ່ລັດຖະບານລົງທຶນ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ໃນກະຊວງການເງິນຂອງລາວເປີດເຜີຍວ່າ ໜີ້ສາທາລະນະຂອງລັດຖະ ບານລາວ ໄດ້ເພີ້ມຂຶ້ນສູ່ລະດັບ 123 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ຂອງປີ 2023 ແລ້ວໃນປັດຈຸບັນນີ້ ໝາຍຄວາມວ່າລັດຖະບານລາວມີໜີ້ສາທາລະນະ ເກີນກວ່າມູນຄ່າ GDP ທັງໝົດຂອງລາວ ກໍຄືໃນຂະນະທີ່ລັດ ຖະບານລາວມີໜີ້ສາທາລະນະຄິດເປັນມູນຄ່າຫຼາຍກວ່າ 16,900 ລ້ານໂດລານັ້ນ ຫາກແຕ່ວ່າ GDP ຂອງລາວໃນປີ 2023 ຈະມີມູນຄ່າລວມພຽງ 13,739 ລ້ານເທົ່ານັ້ນ ເຊິ່ງຫຼຸດລົງຈາກ 18,552 ລ້ານໂດລາ ແລະ 15,304 ລ້ານໂດລາໃນປີ 2021 ແລະໃນປີ 2022 ຕາມລໍາດັບ ອັນເປັນຍ້ອນຄ່າເງິນກີບໄດ້ຕົກຕໍ່າລົງຢ່າງຮຸນແຮງນັ້ນ.

ໂດຍໜີ້ສາທາລະນະຂອງລັດຖະບານລາວທີ່ເພີ້ມຂຶ້ນດັ່ງກ່າວນີ້ ແບ່ງເປັນໜີ້ຕ່າງ ປະເທດ 86 ເປີເຊັນ ກັບໜີ້ພາຍໃນປະເທດ 14 ເປີເຊັນຂອງມູນຄ່າໜີ້ທັງໝົດ ເຊິ່ງນອກຈາກຈະມີສາເຫດມາຈາກ ການຕົກຕໍ່າລົງຂອງຄ່າເງິນກີບ ແລະການກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນແລ້ວ ກໍຍັງມີສາເຫດມາຈາກການໃຊ້ຈ່າຍງົບປະມານທີ່ບໍ່ໂປ່ງໃສ ແລະບໍ່ເປັນໄປຕາມແຜນການທີ່ວາງໄວ້ອີກດ້ວຍ ໂດຍສະເພາະແມ່ນບັນດາໂຄງການພັດທະນາທີ່ລັດຖະບານລົງທຶນນັ້ນ ຄືພາກສ່ວນທີ່ເຮັດໃຫ້ໜີ້ເພີ້ມຂຶ້ນຢ່າງຫຼວງຫຼາຍ, ດັ່ງທີ່ເຈົ້າໜ້າທີ່ລາວ ຢືນຢັນວ່າ:

“ໂຄງການຈໍານວນຫຼາຍ ບໍ່ສໍາເລັດຕາມສັນຍາທີ່ກໍານົດໄວ້ ການຊໍາລະ-ສະສາງ ສໍາລັບໜ້າທີ່ວຽກທີ່ໄດ້ສໍາເລັດ ກໍບໍ່ໄດ້ໄປຕາມສັນຍາ ມີການດັດແກ້ແບບຫຼາຍຄັ້ງ ເຮັດໃຫ້ມູນຄ່າໂຄງການເພີ້ມຂຶ້ນເກີນມູນຄ່າທີ່ສະພາຮັບຮອງ ການຄິດໄລ່ມູນຄ່າເຂົ້າໃນໂຄງການ ມີໜ້າວຽກບໍ່ສອດຄ່ອງກັບລະບຽບກົດໝາຍການລົງທຶນຂອງລັດ ມີຫຼາຍໂຄງການກວດກາຢັ້ງຢືນປະລິມາດ ທີ່ເຮັດສໍາເລັດບໍ່ຖືກກັບໜ້າວຽກທີ່ໄດ້ກໍ່ ສ້າງສໍາເລັດໂຕຈິງ ມີບາງກໍລະນີວຽກບໍ່ທັນໄດ້ເຮັດ ກໍຍັງຢືນຢັນວ່າໄດ້ເຮັດ.”

ແຕ່ຢ່າງໃດກໍຕາມ ເງື່ອນໄຂທີ່ເຮັດໃຫ້ພະນັກງານພັກ-ລັດ ສາມາດປະຕິບັດໜ້າທີ່ຢ່າງບໍ່ໂປ່ງໃສ ຫຼືທຸຈະລິດໄດ້ດັ່ງກ່າວກໍເພາະວ່າ ພາກສ່ວນທີ່ຮັບຜິດຊອບໃນການກວດການັ້ນ ບໍ່ມີມາດຕະການລົງໂທດຢ່າງເດັດຂາດຕໍ່ພະນັກງານພັກ-ລັດທີ່ກະທໍາຜິດນັ້ນ ຈຶ່ງເຮັດໃຫ້ບໍ່ມີໃຜຢ້ານກົວໃນການກະທໍາຜິດແລະຍັງພາກັນທຸຈະລິດຕໍ່ໄປ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ:

“ຜ່ານມານີ້ ພວກເຮົາຍັງຄ່ອນຂ້າງຢ່ອນຍານຫຼາຍກັບການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກົດໝາຍວ່າດ້ວຍອົງການກວດກາແຫ່ງລັດ ຊັດເຈນ ຄົບຖ້ວນແລ້ວເດ ແຕ່ວ່າພວກເຮົາປະຕິບັດບໍ່ໄດ້ຍ້ອນວ່າ ພວກເຮົາບໍ່ມີການບັງຄັບໃຊ້ກົດໝາຍ ແລະປ່ອຍໃຫ້ຄົນຜິດນີ້ລອຍນວນຢູ່ ສຸດທ້າຍມັນກະໂງຄືນໄປສ້າງກົນໄກເພື່ອແກ້ໄຂຕົນເອງບໍ່ໃຫ້ກະທໍາຜິດ ອັນນີ້ກໍຂໍໃຫ້ໄດ້ເບິ່ງຄືນຕື່ມວ່າ ພວກເຮົາຊິເຮັດແນວໃດເພື່ອບັງຄັບໃຊ້ກົດໝາຍ ບັດນີ້ສໍາລັບຜູ້ກະທໍາຜິດທີ່ແມ່ນພຶດຕິກໍາສໍ້ລາດບັງຫຼວງ ແມ່ນມອບໃຫ້ອົງການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງດໍາເນີນຄະດີຕາມກົດໝາຍທີ່ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະກົດໝາຍ ອື່ນໆທີ່ກ່ຽວຂ້ອງ.”

ທັ້ງນີ້ ໂດຍພາກສ່ວນທີ່ມີການທຸຈະລິດເກີດຂຶ້ນ ຫຼາຍທີ່ສຸດໃນວົງການພັກ-ລັດຖະ ບານລາວຄື ຂົງເຂດຂຸດຄົ້ນຊັບພະຍາກອນທໍາມະຊາດ ແລະການຄ້າ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ປະເທດ ແລະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍທີ່ສຸດດ້ວຍ ເພາະການທີ່ບໍ່ເັດຂາດໃນມາດຕະການລົງໂທດຕໍ່ຜູ້ທີ່ທຸຈະລິດ ທັງຍັງບໍ່ມີຄວາມເຂັ້ມງວດ ໃນການປະຕິບັດມາດຕະການດ້ານເງິນຕາ ໂດຍສະ ເພາະແມ່ນການແກ້ໄຂບັນຫາເງິນເຟີ້ ແລະການຕົກຕໍ່າຂອງຄ່າເງິນກີບນັ້ນກໍຄືປັດໄຈສໍາຄັນທີ່ເຮັດໃຫ້ນັກທຸລະກິດ ແລະສະຖາບັນການເງິນຕ່າງປະເທດບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບທາງເສດຖະກິດ ແລະການເງິນຂອງລາວໃນປັດຈຸບັນນີ້ ເຊິ່ງອາດຈະກະທົບຕໍ່ຄວາມເຊື່ອໝັ້ນທີ່ຈະໃຫ້ເງິນກູ້ຢືມແກ່ລັດຖະບານລາວຢ່າງຫຼີກລ່ຽງບໍ່ໄດ້.

ໂດຍນັບຈາກປີ 2014 ເປັນຕົ້ນມາ ລັດຖະບານລາວ ໂດຍກະຊວງການເງິນໄດ້ສະເໜີຂາຍພັນທະບັດເພື່ອລະດົມເງິນທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດໄທແລ້ວ ຈໍານວນເຖິງ 26 ຄັ້ງ ທີ່ຄິດເປັນມູນຄ່າລວມເກີນກວ່າ 105,220 ລ້ານບາດ ສ່ວນເປົ້າໝາຍການລະດົມເງິນທຶນຂອງລັດຖະບານລາວເພື່ອນໍາມາໃຊ້ຊໍາລະຄືນໜີ້ທີ່ຄົບກໍານົດໃນປີ 2024 ນີ້ ກໍມີມູນຄ່າລວມເກີນກວ່າ 1,600 ລ້ານໂດລາ.

XS
SM
MD
LG