ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະບານ ລາວ ບໍ່ບັນລຸເປົ້າໝາຍ ຄຸນນະພາບຂອງຊີວິດແກ່ ແມ່ ແລະເດັກ


ແມ່ ແລະເດັກ
ແມ່ ແລະເດັກ

ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍໃນການພັດທະນາຄຸນນະພາບຊີວິດທີ່ດີຂອງ
ແມ່ແລະເດັກ ໃນ 2 ດ້ານ ຄືການເກີດລູກໂດຍມີແພດຊ່ວຍເຫຼືອ ແລະການ ສັກຢາວັກ
ຊີນປ້ອງກັນພະຍາດໃຫ້ເດັກນ້ອຍ ຊຶ່ງຊົງລິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫຼງວ່າການຈັດຕັ້ງປະຕິບັດເປົ້າ ໝາຍ
ເພື່ອການພັດທະນາຢ່າງຍືນຍົງ ຫຼື (SDG) ຕາມການຕົກລົງຮ່ວມກັບ ອົງການສະຫະ
ປະຊາຊາດນັ້ນ ຄາດໝາຍວ່າ ການຈັດຕັ້ງປະຕິບັດໃນສ່ວນຂອງ ລາວ ທີ່ກ່ຽວກັບການ
ພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງ ແມ່ແລະເດັກ ໃນລາວ
ຈະບໍ່ສາມາດບັນລຸເປົ້າໝາຍ ໃນ 2 ດ້ານຄືການເກີດລູກ ຂອງແມ່ຍິງ ໂດຍທີີ່ມີແພດໝໍ
ໃຫ້ການຊ່ວຍເຫຼືອ ແລະການສັກຢາວັກຊີນເພື່ອ ປ້ອງກັນພະຍາດສຳລັບເດັກນ້ອຍ
ທີ່ມີອາຍຸຕໍ່າກວ່າ 5 ປີ ແຕ່ໃນຂະນະດຽວກັນ ກໍເຊື່ອໝັ້ນວ່າ ການຈັດຕັ້ງປະຕິບັດຂອງ
ລາວເຖິງທ້າຍປີ 2020 ຈະສາມາດບັນລຸ ເປົ້າໝາຍໃນ 2 ດ້ານ ຄືການຫລຸດອັດຕາການ
ຕາຍຂອງເດັກນ້ອຍທີ່ອາຍຸຕໍ່າກວ່າ 1 ປີ ແລະອັດຕາການຕາຍຂອງເດັກນ້ອຍອາຍຸຕໍ່າ
ກວ່າ 5 ປີ ດັ່ງທີ່ທ່ານທອງລຸນໄດ້ຫານຢືນຢັນວ່າ:

“ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ ປະຕິບັດໄດ້ 4.4/1,000 ຂອງເດັກເກີດມີ
ຊີວິດຄາດຄະເນເຫັນວ່າ ທ່າອຽງຈະສາມາດບັນລຸໄດ້ຕາມຄາດໝາຍໃນປີ 2020
ເພາະວ່າ ຄາດໝາຍຂອງ SDG ຮອດປີ 2030 ນັ້ນ 12/1,000 ອັດຕາການຕາຍຂອງ
ເດັກນ້ອຍລຸ່ມ 5 ປີປະຕິບັດໄດ້ 15.1/1,000 ຄາດວ່າໃນປີ 2020 ແມ່ນຈະບັນລຸ 10
ຕໍ່ 1,000 ຄາດໝາຍຂອງ SDG ກໍແມ່ນຮອດປີ 2030 ຕ້ອງໃຫ້ໄດ້ 25 ຕໍ່ 1,000.”

ທາງດ້ານທ່ານບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຖະ
ແຫຼງຍອມຮັບວ່າ ການບໍລິການດ້ານສາທາລະນະສຸກໃນລາວໃນປັດຈຸບັນ ຍັງບໍ່ສາ
ມາດຕອບສະໜອງຕໍ່ຄວາມຕ້ອງການໂຕຈິງຂອງປະຊາຊົນລາວໄດ້ຢ່າງທົ່ວເຖິງ
ໂດຍນອກຈາກຈະມີສາເຫດມາຈາກການຂາດແຄນດ້ານງົບປະມານຂອງ ລັດຖະ
ບານແລ້ວ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ ທີເຮັດໃຫ້ເກີດມີບັນຫາຂາດ ແຄນບຸຄະ
ລາກອນດ້ານການແພດ ທີີ່ມີຈິດສຳນຶກໃຫ້ບໍລິການແກ່ປະຊາຊົນທີ່ ຢູ່ເຂດຊົນນະບົດ
ອີກດ້ວຍ ໂດຍສ່ວນໃຫຍ່ຍັງເຫັນແກ່ຄວາມສະດວກສະບາຍ ສ່ວນໂຕເປັນສຳຄັນ.

ປັດຈຸບັນໃນທົ່ວປະເທດລາວມີໂຮງໝໍແຂວງ 17 ແຫ່ງ ໂຮງໝໍເມືອງ 135 ແຫ່ງ
ສຸກສາລາໃນຊົນນະບົດ 1,020 ແຫ່ງ ສ່ວນໃນເຂດນະຄອນວຽງຈັນ ມີໂຮງໝໍ ຂອງ
ລັດ 4 ແຫ່ງ ຄືໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ໂຮງໝໍເສດຖາທິລາດ ແລະໂຮງ
ໝໍ 103 ນອກຈາກນັ້ນ ກໍຍັງມີຄລິນິກຂອງເອກກະຊົນ 1,050 ແຫ່ງ ໂຮງໝໍເອກກະ
ຊົນ 27 ແຫ່ງ ໃນນີ້ 18 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະ 9 ແຫ່ງຢູ່ໃນຕ່າງແຂວງ
ສ່ວນເຈົ້າໜ້າທີ່ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໃນລາວ
ເປີດເຜີຍວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດສັງຄົມ ໃນໄລຍະ
5 ປີີ ທີ່ຜ່ານມາ ລັດຖະບານລາວບໍ່ສາມາດບັນລຸເປົ້າໝາຍ SDG ໃນ 6 ດ້ານ ໃນນີ້
ມີເຖິງ 5 ດ້ານ ທີ່ກ່ຽວກັບບໍລິການດ້ານສາທາລະນະສຸກ ກໍຄື ເດັກ ອາຍຸຕໍ່າກ່ວາ 5 ປີ
ຍັງມີສ່ວນສູງຕໍ່າກວ່າເກນມາດຕະຖານເຖິງ 38 ເປີເຊັນ ສ່ວນເດັກທີ່ນໍ້າໜັກຕໍ່າກວ່າ
ເກນກໍມີອາຍຸເຖິງ 27 ເປີເຊັນ ໃນຂະນະທີ່ອັດ ຕາການຕາຍຂອງເດັກອາຍຸຕໍ່າກວ່າ 1
ປີ ກໍຍັງສູງເຖິງ 45/1,000 ຄົນ ແລະອັດຕາການຕາຍຂອງແມ່ ຂະນະຖືພາກໍສູງເຖິງ 197/100,000 ຄົນ ສ່ວນແມ່ຍິງທີ່ເກີດລູກໂດຍມີແພດຊ່ວຍເຫຼືອນັ້ນ ກໍຍັງມີພຽງແຕ່
54 ເປີເຊັນ ຂອງຈຳນວນແມ່ຍິງລາວທີ່ເກີດລູກທັງໝົດ.

ນອກຈາກນີ້ການຈັດຕັ້ງປະຕິບັດຂອງລັດຖະບານລາວ ທີ່ບໍ່ສາມາດບັນລຸຄາດໝາຍທີ່
ວາງໄວ້ກໍຍັງຮວມເຖິງໃນດ້ານການເຂົ້າເຖິງຫລັກປະກັນດ້ານສຸຂະພາບຂອງ ປະຊາ
ຊົນລາວທີ່ຈັດຕັ້ງປະຕິບັດໄດ້ບໍ່ເຖິງ 35 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ ວາງເອົໄວ້
ເຖິງ 51 ເປີເຊັນ ຂອງປະຊາກອນລາວທັງປະເທດ ທັງຍັງມີການ ປ່ອຍປະໃຫ້ມີຄລິ
ນິກທີ່ບໍ່ໄດ້ມາດຕະຖານຈຳນວນຫຼາຍອີກດ້ວຍ ດັ່ງຈະເຫັນໄດ້ຈາກການຍຸບເລີກຄລິ
ນິກເອກກະ ທີ່ບໍ່ໄດ້ມາດຕະຖານ 248 ແຫ່ງ ແລະ ກຳລັງກວດສອບ 802 ແຫ່ງໃນ
ປັດຈຸບັນນີ້.

ສ່ວນອົງການອະນາໄມໂລກ (WHO) ລາຍງານວ່າ ການຄວບຄຸມໄຂ້ມາເລເຣຍ ໃນ
ລາວ ໃນ 10 ປີ ທີ່ຜ່ານມາເຮັດໃຫ້ອັດຕາສະເລ່ຍຕິດເຊື້ອໄຂ້ມາເລເຣຍຂອງ ປະຊາ
ຊົນລາວ ລົດລົງຈາກ 6.7 ເປີເຊນ ໃນປີ 2010 ມາຢູ່ທີ່ລະດັບ 3.1 ເປີເຊັນ ສ່ວນອັດ
ຕາການຕາຍຍ້ອນໄຂ້ມາເລເຣຍ ກໍລົດລົງຈາກ 3.5 ເປັນ 0.9 ຕໍ່ 1 ແສນຄົນ ຈຶ່ງຄາດ
ວ່າ ລາວຈະລົບລ້າງການຕິດເຊື້ອໄຂ້ມາເລເຣຍໄດ້ ຢ່າງຊິ້ນເຊີງປີ 2030.

XS
SM
MD
LG