ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຕ້ອງ​ການ​ ຄວາມ​ຊ່ວຍ​ເຫຼືອ ​ຫຼາຍ​ກວ່າ 4,400 ຕື້ກີບ ເພື່ອ​ຟື້ນ​ຟູຈາກ ຄວາມ​ເສຍ​ຫາຍ ຍ້ອນ​ນ້ຳ​ຖ້ວມ


ບ້ານເຮືອນໄດ້ຮັບຄວາມເສຍຫາຍ ໃນເມືອງສະໜາມໄຊ, ແຂວງອັດຕະປື ຫຼັງຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.
ບ້ານເຮືອນໄດ້ຮັບຄວາມເສຍຫາຍ ໃນເມືອງສະໜາມໄຊ, ແຂວງອັດຕະປື ຫຼັງຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ.

ລັດ​ຖະ​ບານລາວ ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ​ຫຼາຍ​ກວ່າ 4 ພັນ 400
ຕື້ກີບ ສຳລັບໃຊ້ເພື່ອການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ຖືກ
ກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່.

ທ່ານ ສອນໄຊ ສີ​ພັ​ນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​
ສະເພາະກິດ ແກ້ໄຂໄພພິບັດລະດັບຊາດຢືນຢັນວ່າ ການຟື້ນຟູສະພາບຊີວິດການ
ເປັນຢູ່ຂອງປະຊາຊົນ ລາວ ທີ່ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນໃນຊ່ວງ
ເດືອນກໍລະກົດ-ກັນຍາ 2018 ທີ່ຜ່ານມາຈະຕ້ອງນຳໃຊ້ເງິນຫຼາຍວກ່າ 4,400 ຕື້ກີບ
ເນື່ອງຈາກວ່າ ໄພນ້ຳຖ້ວມດັ່ງກ່າວນີ້ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ເຖິງ
616,477 ຄົນ ຫຼື 126,619 ຄອບຄົວໃນເຂດ 2,382 ບ້ານຂອງ 124 ເມືອງໃນທົ່ວ
ປະເທດ.

ທັງ​ນີ້​ໂດຍ​ຈາກ​ການ​ສຳຫຼວດ​ໃນ​ໄລ​ຍະ​ຜ່ານ​ມາ ພົບ​ວ່າ​ຂະ​ແໜງ​ໂຍ​ທາ​ທິ​ການ ແລະ
ຂົນສົ່ງໄດ້ຮັບການເສຍຫາຍຫຼາຍທີ່ສຸດ ຕິດຕາມດ້ວຍຂະແໜງກະສິກຳ ທີ່ຢູ່ອາໄສ
ແລະ ຊັບສິນຂອງປະຊາຊົນ ຄິດເປັນມູນຄ່າເສຍຫາຍລວມກັນຫຼາຍກວ່າ 3,000 ຕື້
ກີບ ນອກຈາກນັ້ນກໍຍັງຈະຕ້ອງໃຫ້ການຊ່ວຍເຫຼືອເພື່ອຟື້ນຟູສະພາບຊີວິດການເປັນ
ຂອງປະຊາຊົນທີ່ຖືກກະທົບດັ່ງກ່າວໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄວທີ່ສຸດ ລວມ
ເຖິງການຟື້ນຟູສິ່ງແວດລ້ອມທຳມະຊາດ ເພື່ອເຮັດໃຫ້ປະຊາຊົນມີຄວາມໝັ້ນໃຈໃນ
ຄວາມປອດໄພໃນການດຳເນີນຊີວິດອີກດ້ວຍ ດັ່ງທີ່ທ່ານ ຄຳແພງ ໄຊສົມແພງ ລັດ
ຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ການຢືນຢັນວ່າ

"ການ​ປະ​ເມີ​ນຄວາມ​ຕ້ອງ​ການຫຼັງ​ໄພ​ພິ​ບັດ​ສາ​ມາດ​ສັງ​ລວມ​ໄດ້​ແຜນ​ຄວາມ​ຕ້ອງ​ການ​
ຟື້ນຟູເຮືອນທີ່ຢູ່ອາໄສ, ການສຶກສາ, ສຸຂະພາບ, ໂພສະນາການ, ວັດທະນະທຳ, ການ
ທ່ອງທ່ຽວ, ອຸດສາຫະກຳ ແລະ ການຄ້າ, ກະສິກຳ, ໂຄງລ່າງພື້ນຖານ, ການຂົນສົ່ງ,
ຂົວ-ທາງ, ນ້ຳປະປາຕົວເມືອງ ແລະ ຊົນນະບົດ, ໂຍທາທາງນ້ຳ, ກັນເຈື່ອນ, ປະຕູນ້ຳ
ແລະ ໄຟຟ້າ ວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດ, ສິ່ງແວດລ້ອມ ແລະ ການ
ປ່ຽນແປງດິນ-ຟ້າ-ອາກາດ ການບໍລິຫານລັດ ພັດທະນາຊັບພະຍາກອນມະນຸດ, ການ
ຈ້າງງານ, ການດຳລົງຊີວິດ, ບົດບາດຍິງ-ຊາຍ ຜູ້ພິການ ແລະ ເດັກນ້ອຍ."

ທັງ​ນີ້​ທາງ​ການ ລາວ ໄດ້​ຮ​ຽກ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ ໃນ​ກອງ​ປະ​ຊຸມ​ໂຕະ​ມົນ
ລະດັບສູງລະຫວ່າງ ລັດຖະບານ ລາວ ກັບອົງການສາກົນ ແລະ ນານາຊາດທີ່ຈັດຂຶ້ນ
ເມື່ອວັນທີ 5 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ ໂດຍທ່ານ ສຸພັນ ແກ້ວມີໄຊ ລັດ
ຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ໄດ້ຢືນຢັນຕໍ່ກອງປະຊຸມວ່າ
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ເກີດການເສຍຫາຍໄປຫຼາຍກວ່າ 371 ລ້ານໂດລາໂດຍ
ສະເພາະແມ່ນປະຊາຊົນ ລາວ ທີ່ເມືອງສະໜາມໄຊໃນແຂວງ ອັດຕະປື ທີ່ຖືກກະທົບ
ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກນັ້ນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ພັດ​ທະ​ນາ (UNDP) ສຳ​
ນັກງານປະຈຳນະຄອນຫຼວງວຽງຈັນ ຢືນຢັນວ່າໃນປີ 2017 ບັນດາອົງການສາກົນ
ແລະ ລັດຖະບານຂອງ 30 ກວ່າປະເທດທີ່ເຂົ້າຮ່ວມກອງປະຊຸມໂຕະມົນ ໄດ້ໃຫ້ການ
ຊ່ວຍເຫຼືອແກ່ລັດຖະບານ ລາວ ຫຼາຍກວ່າ 962 ລ້ານໂດລາ ແຕ່ວ່າການທີ່ ລາວ
ຕ້ອງປະເຊີນກັບໄພນ້ຳຖ້ວມຄັ້ງໃຫຍ່ທີ່ເຮັດໃຫ້ເກີດການເສຍຫາຍຢ່າງຫຼວງຫຼາຍໃນ
ປີ 2018 ຈຶ່ງຄາດວ່ານານາຊາດ ອາດຈະເພີ່ມການຊ່ວຍເຫຼືອແກ່ ລາວ ຂຶ້ນເປັນ
1,200 ລ້ານໂດລາໃນປີ 2019 ສຳລັບຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນ
ລາວ ທີ່ຖືກກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ດັ່ງກ່າວ ຊຶ່ງລວມເຖິງການຟື້ນຟູຊີວິດການ
ເປັນຢູ່ຂອງປະຊາຊົນ 7,095 ຄົນທີ່ເມືອງສະໜາມໄຊດ້ວຍ.

ນອກ​ຈາກ​ນັ້ນ ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນລາວ ຍັງ​ເຮັດ​ໃຫ້​ຖະ​ໜົນ​ເສຍ​ຫາຍ 644 ເສັ້ນ,
ຂົວ 49 ແຫ່ງ, ເສົາໄຟຟ້າ 915 ຕົ້ນ, ອາຄານຮຽນ 300 ກວ່າຫຼັງ, ໂຮງໝໍ 2 ແຫ່ງ, ສຸກ
ສາລາ 35 ແຫ່ງ, ແຫຼ່ງນ້ຳບາດານ 5,910 ແຫ່ງ, ນ້ຳສ້າງ 7,138 ແຫ່ງ, ວິດຖ່າຍ
22,962 ຫຼັງ, ສ່ວນປະຊາຊົນ ລາວ 16,709 ຄົນໍ່ມີທີ່ຢູ່ອາໄສ ເພາະເຮືອນທີ່ນ້ຳຊັດ
ເສຍຫາຍຢ່າງສິ້ນເຊີງ ແລະ ນາເຂົ້າເສຍຫາຍ 96,000 ກວ່າເຮັກຕາ ຫຼື 12 ເປີເຊັນ
ຂອງນາປີທີ່ປັກດຳໄດ້ທັງໝົດໂດຍຍັງບໍ່ລວມເຖິງເຂົ້າໄຮ່ ແລະ ພືດຜັກຕ່າງໆທີ່ເສຍ
ຫາຍໄປກວ່າ 15,000 ເຮັກຕາ, ຄອງຊົນລະປະທານ 778 ແຫ່ງ, ໜອງປາ 5,387
ແຫ່ງ, ງົວ-ຄວາຍ-ໝູ-ແບ້ ຫຼາຍກວ່າ 23,000 ໂຕ ແລະ ສັດປີກອີກ 70,000 ກວ່າຕົວ.

XS
SM
MD
LG