ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ສູນເສຍລາຍຮັບ ຄິດເປັນມູນຄ່າຫຼາຍກວ່າ 6,300 ຕື້ກີບ ເພາະການລະບາດ ຂອງເຊື້ອໄວຣັສ ໂຄວິດ-19


ດ່ານຂ້າມເຂດຊາຍແດນ ຂົວມິດຕະພາບ ລາວ-ໄທ.
ດ່ານຂ້າມເຂດຊາຍແດນ ຂົວມິດຕະພາບ ລາວ-ໄທ.

ລັດຖະບານລາວສູນເສຍລາຍຮັບຄິດເປັນມູນຄ່າຫຼາຍກວ່າ 6,300 ຕື້ກີບ ເພາະການລະບາດຂອງເຊື້ອໄວຣັສ ໂຄວິດ-19 ທັງຍັງເຮັດໃຫ້ຕ້ອງຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນປີ 2020 ອີກດ້ວຍ.


ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການເງິນ ຖະແຫລງຍອມຮັບວ່າ ການຈັດເກັຍລາຍຮັບຂອງລັດຖະບານ ໃນໄລຍະ 6 ເດືອນຕົ້ນປີ 2020 ປະຕິບັດໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງໄວ້ຍ້ອນຜົນກະທົບຈາກການລະບາດຂອງພະຍາດໄວຣັສ ໂຄວິດ-19 ທັງຍັງເຮັດໃຫ້ສາມາດຄາດໝາຍໄດ້ວ່າ ການຈັດເກັບລາຍຮັບຂອງລັດຖະບານໃນຕະຫຼອດປີ 2020 ນີ້ ຈະປະຕິບັດໄດ້ຕ່ຳກວ່າແຜນການທີ່ວາງໄວ້ ຄິດເປັນມູນຄ່າລວມເຖິງ 6,322 ຕື້ກີບ ໂດຍສະເພາະລາຍຮັບຈາກສ່ວຍສາອາກອນນັ້ນ ຖືເປັນພາກສ່ວນທີ່ຖືກກະທົບຫລາຍທີ່ສຸດ ດັ່ງທີ່ທ່ານສົມດີ ໄດ້ໃຫ້ການຢືນຢັນວ່າ:

“ກ່ຽວກັບລາຍຮັບ ຄາດວ່າ ຈະບໍ່ສາມາດບັນລຸແຜນໄດ້ໃນປີນີ້ ປະມານ 6,322 ຕື້ກີບ ສະເພາະຢູ່ໃນແຂວງສ່ວຍສາອາກອນ ພວກເຮົາຈະບໍ່ໄດ້ຕາມແຜນປະມານ 3,930 ຕື້ກີບ ຈາກແຜນເດີມທີ່ໄດ້ຂຶ້ນໄວ້ 13,950 ຕື້ກີບ ຍ້ອນວ່າກົດໝາຍອາກອນໃໝ່ມັນມີການຜ່ອນຜັນຫຼາຍບັນຫາ ຫລຸດອັດຕາອາກອນຈຳນວນນຶ່ງ ອາກອນຊົມໃຊ້ ອາກອນລາຍໄດ້ແລະອື່ນໆ ອັນນີ້ເປັນມູນຄ່າປະມານ 800 ຕື້ກີບ ອັນທີ 2 ມັນບໍ່ໄດ້ ຍ້ອນການປະຕິບັດນະໂຍບາຍໃນໄລຍະ ໂຄວິດ ນີ້ ປະມານ 425 ຕື້ກີບ.”

ນອກຈາກນີ້ ການລະບາດຂອງເຊື້ອໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ເສດຖະກິດລາວເກີດການເສຍຫາຍ ຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ ເພາະການປະກາດຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ວ່າດ້ວຍມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ໃຊ້ບັງຄັບນັບແຕ່ວັນທີ 1 ເມສາ ເປັນຕົ້ນມາ ໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດ

ເດີນທາງເຂົ້າມາໃນລາວ ສ່ວນການປິດດ່ານຊາຍແດນນທົ່ວປະເທດ ກໍຍັງໄດ້ສົ່ງຜົນກະທົບຕໍ່ການຄ້າແລະການຂົນສົ່ງສິນຄ້າ ລະຫວ່າງລາວກັບຕ່າງປະເທດອີກດ້ວຍ ພາຍໃຕ້ສະພາການດັ່ງກ່າວ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງປັບລົດຄາດໝາຍການເຕີບໂຕທາງເສດຖະກິດຈາກລະດັບ 6.5 ເປີເຊັນລົງມາເປັນລະຫວ່າງ 3.3 -3.6 ເປີເຊັນ ໃນຕະຫຼອດປີ 2020 ນີ້.

ຊຶ່ງຖ້າຫາກວ່າ ເສດຖະກິດລາວຂະຫຍາຍຕົວ 3.6 ເປີເຊັນນັ້ນ ກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນ ຫຼື GDP ມີມູນຄ່າລວມ 175,720 ຕື້ກີບ ໃນນີ້ຄາດວ່າພາກກະສິກຳຈະຂະຫຍາຍຕົວ 2.3 ເປີເຊັນ ຊຶ່ງຫລຸດແຜນການເດີມທີ່ລະດັບ 0.4 ເປີເຊັນ ພາກອຸດສາຫະກຳຂະຫຍາຍຕົວ 6.8 ເປີເຊັນ ຫລຸດແຜນການ 1.5 ເປີເຊັນ ພາກບໍລິການຈະສາມາດປະຕິບັດໄດ້ພຽງ 1.7 ເປີເຊັນ ຫລຸດແຜນການເຖິງ 5.2 ເປີເຊັນ ແລະອາດຈະຕິດລົບເຖິງ 4.5 ເປີເຊັນ ກໍເປັນໄດ້ເພາະການລະບາດຂອງເຊື້ອໄວຣັສໂຄວິດ-19 ໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງມາລາວນັ້ນເອງ.

ສ່ວນກອງທຶນການເງິນສາກົນ ຫຼື IMF ກໍໄດ້ປັບລົດຄາດໝາຍການເຕີບໂຕທາງເສດຖະກິດໃນລາວຈາກລະດັບ 6.2 ເປີເຊັນ ລົງມາເປັນ 0.7 ເປີເຊັນໃນປີ 2020 ທັງເປັນຄາດໝາຍທີ່ຕ່ຳກວ່າທະນາຄານພັດທະນາເອເຊຍ ຫຼື ADB ທີ່ປັບລົດຄາດໝາຍການຂະຫຍາຍຕົວທາງເສດຖະກິດລາວຈາກ 6.2 ເປີເຊັນ ລົງມາເປັນ 3.5 ເປີເຊັນ ເພາະຖືກກະທົບຈາກການລະບາດຂອງເຊື້ອໄວຣັສ ໂຄວິດ-19 ດັ່ງກ່າວ ທັງນີ້ ພາກບໍລິການແລະທ່ອງທ່ຽວຈະຖືກກະທົບໜັກທີ່ສຸດ ຊຶ່ງຄາດວ່າ ຈະຂະຫຍາຍຕົວພຽງແຕ່ 1.3 ເປີເຊັນເທົ່ານັ້ນ ສ່ວນພາກກະສິກຳແລະພາກອຸດສາຫະກຳຈະຂະຫຍາຍຕົວພຽງແຕ່ 2.5 ເປີເຊັນ ແລະ 5.7 ເປີເຊັນ ຊຶ່ງຫລຸດລົງໃນທຸກດ້ານທຽບກັບປີ 2019.

ນອກຈາກນີ້ ADB ຍັງໄດ້ຄາດການວ່າ ລັດຖະບານລາວ ຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນ ຂອງ GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ມີ

ບໍ່ເຖິງ 1,000 ລ້ານໂດລາ ຫຼືເທົາກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ດ້ວຍເຫດນີ້ ລັດຖະບານລາວຈຶ່ງໄດ້ມີມະຕິເຫັນຊອບແລະມອບໝາຍໃຫ້ກະຊວງການເງິນ ເປັນພາກ ສ່ວນຮັບຜິດຊອບການເຈລະຈາກັບສະຖາບັນການເງິນສາກົນ ແລະປະເທດເຈົ້າໜີ້ຂອງລາວ ເພື່ອຂໍເລື່ອນການຊຳລະໜີ້ ແລະດອກເບ້ຍເງິນກູ້ຄືນໃຫ້ເຈົ້າໜີ້ໃນປີ 2020 ເປັນກໍລະນີພິເສດ ເພາະວ່າການລະບາດຂອງເຊື້ອໄວຣັສ ໂຄວິດ-19 ເຮັດໃຫ້ການຈັດເກັບລາຍຮັບຕ່າງໆຂອງລັດຖະບານລາວປະຕິບັດໄດ້ຕ່ຳກວ່າແຜນການທີ່ວາງໄວ້ ທັງຍັງຈະຕ້ອງຂໍກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນເພື່ອນຳມາໃຊ້ໃນການຟື້ນຟູພາກການຜະລິດ ແລະທຸລະກິດຕ່າງໆທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ ໂຄວິດ-19 ດັ່ງກ່າວ.

XS
SM
MD
LG