ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວສູນເສຍລາຍຮັບຢ່າງຫລວງຫລາຍ ຈາກການອະນຸຍາດໃຫ້ສຳປະທານໃນການຂຸດຄົ້ນແຮ່ທາດ ໂດຍການທຸດຈະລິດຂອງບັນດາພະນັກງານລັດ


ການ​ຂຸດ​ຄົ້ນ​ບໍ​ແຮ່ ໃນ ສ​ປ​ປ ລາວ
ການ​ຂຸດ​ຄົ້ນ​ບໍ​ແຮ່ ໃນ ສ​ປ​ປ ລາວ

ລັດຖະບານລາວສູນເສຍລາຍຮັບຢ່າງຫລວງຫລາຍ ຈາກການອະນຸຍາດໃຫ້ສຳປະທານໃນການຂຸດຄົ້ນແຮ່ທາດ ໂດຍການທຸດຈະລິດຂອງບັນດາພະນັກງານລັດ ທີ່ສະແຫວງຫາຜົນປະໂຫຍດສ່ວນໂຕເປັນດ້ານຫລັກ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວ ໃຫ້ທັດສະນະວ່າການທຸຈະລິດຂອງພະນັກ ງານລັດທີີ່ມີສ່ວນກ່ຽວຂ້ອງໃນການອະນຸຍາດ ແລະກວດກາສຳປະທານການຂຸດຄົ້ນແຮ່ທາດໃນທົ່ວປະເທດ ຄືສາເຫດສຳຄັນທີ່ເຮັດໃຫ້ລັດຖະບານລາວສູນເສຍລາຍຮັບຢ່າງຫລວງຫລາຍໃນແຕ່ລະປີ ເນື່ອງຈາກບັນດາພະນັກງານລັດດັ່ງກ່າວ ບໍ່ໄດ້ປະຕິິບັດໜ້າທີ່ຕາມການຮັບຜິດຊອບຂອງພວກຕົນ ໂດຍສະເພາະແມ່່ນການຄຸ້ມຄອງ ແລະກວດກາປະລິມານແຮ່ທາດທີ່ຖືກຂຸດຄົ້ນ ແລະສົ່ງອອກໄປຕ່າງປະເທດນັ້ນ ກໍປາກົດວ່າໄດ້ມີການປ່ອຍປະໃຫ້ບັນດາບໍລິສັດ ທີ່ໄດ້ຮັບສຳປະທານໃນແຕ່ລະໂຄງການເປັນພາກສ່ວນທີ່ດໍາເນີນການທັງໝົດໄດ້ດ້ວຍຕົນເອງນັ້ນຈຶ່ງເຮັດໃຫ້ລັດຖະບານລາວສູນເສຍລາຍຮັບຫລາຍທີ່ສຸດດັ່ງທີ່ສະມາຊິກສະພາແຫ່ງຊາດ​ລາວຢືນຢັນວ່າ:

"ການຄຸ້ມຄອງການຂຸດຄົ້ນແຫ່ທາດນີ້ບໍ່ທັນດີ ມີທັງການສຳຫລວດແລ້ວກໍຂຸດຄົ້ນໄປພ້ອມໆກັນ ຫລາຍບໍລິສັດບໍ່ທັນມີ ບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ ເທັກນິກ ແລະບັດປະເມີນຜົນກະທົບຕໍ່ສິ່ງແວັດລ້ອມສັງຄົມ ແລະທຳມະຊາດ ການກວກາຄຸນນະພາບ ຄວາມເຂັ້ມຂຸ້ນຂອງແຮ່ ບໍ່ມີພະນັກງານຂອງລັດ ບໍ່ມີແຕ່ຝ່າຍບໍລິສັດເອງ ​ຊິງສັ່ງນໍ້າໜັກ ແລະຜູ້ຄວບຄຸມ ແມ່ນຂອງບໍລິສັດ ຈັ່​ງ​ຊັ້ນ​ຄວາມ​ເຂັ້ມ​ຂຸ້ນ​ແຕ່ 61.9 ເປີ​ເຊັນ​ລົງ​ມາ​ແມ່ນໄດ້ເສຍພັນທະ 30 ໂດລາຕໍ່ໂຕນ 62 ເປີເຊັນຂື້ນໄປແມ່ນ 40 ໂດລາສະຫະລັດ ຕໍ່ໂຕນ ອັນນີ້ກະເປັນບັນຫາຢ່າງບໍ່ຈະແຈ້ງ.”

ໂດຍບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄວາມເຫັນໃນກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວທີ່ດຳເນີນກອງປະຊຸມໃນລະຫວ່າງວັນທີ 26 ມິຖຸນາ ຫາ 18 ກໍລະກົດ 2023 ໄປໃນແນວທາງດຽວກັນວ່າ ລັດຖະບານລາວໄດ້ຮັບຜົນປະໂຫຍດທີ່ບໍ່ຄຸ້ມຄ່າ ຈາກການໃຫ້ສຳປະທານຂຸດຄົ້ນແຫ່ທາດແບບເລັ່ງດ່ວນແກ່ 98 ບໍລິສັດຈີນ ໂດຍລັດຖະບານລາວໄດ້ຮັບຄ່າສຳປະທານພຽງ 100 ລ້ານໂດລາສະຫະລັດ ເທົ່ານັ້ນໃນປີ 2022 ແລະຍັງເກັບຄ່າສຳປະທານບໍ່ທັນໄດ້ 128 ລ້ານໂດລາສະຫະລັດ ໃນປີ 2023 ນີ້ ຊຶ່ງກໍເປັນຜົນເຮັດໃຫ້ມີການສະເໜີໃຫ້ລັດຖະບານລາວສ້າງຕັ້ງໜ່ວຍງານກາງຂຶ້ນມາ ເພື່ອຮັບຜິດຊອບການຄວບຄຸມ ແລະກວດກາສຳປະທານການຂຸດຄົ້ນແຮ່ທາດໃນທົ່ວປະເທດແນໃສ່ການຈັດເກັບລາຍຮັບຄ່າສຳປະທານໃຫ້ມີປະສິດທິພາບສູງຂຶ້ນ ເພາະວ່າລັດຖະບານລາວໄດ້ຮັບຄ່າສຳປະທານຕໍ່າຫລາຍໃນໄລຍະທີ່ຜ່ານມາໂດຍສະເພາະແມ່ນຄ່າສຳປະທານຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ລັດຖະບານລາວໄດ້ຮັບສະເລ່ຍພຽງ 30 ໂດລາສະຫະລັດເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ທາດຫາຍາກໃນປະລິມານ 1 ໂຕນທັງຍັງບໍ່ຮູ້ປະລິມານທີ່ຊັດເຈນອີກດ້ວຍວ່າ ບັນດາບໍລິສັດຈີນທີ່ໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີີນເທົ່າໃດແທ້ໃນໄລຍະທີ່ຜ່ານມາເນື່ອງຈາກບໍ່ມີໜ່ວຍງານກາງ ທີ່ດຳເນີນມາດຕະການຄວບຄຸມ ແລະກວດກາທີີ່ມີປະສິດ ທິພາບ ທັງກໍຍັງປ່ອຍປະໃຫ້ບັນດາບໍລິສັດຈີນຜູ້ສຳປະທານນັ້ນດຳເນີນການທັງໝົດດ້ວຍຕົນເອງອີກດ້ວຍ

ພາຍໃຕ້ສະພາບການດັ່ງກ່າວນີ້ ນອກຈາກຈະເຮັດໃຫ້ລັດຖະບານລາວໄດ້ຮັບຜົນປະໂຫຍດໃນລະດັບທີ່ຕໍ່າກວ່າຄວາມເປັນຈິງແລ້ວ ຍັງໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງອີກດ້ວຍ ເພາະເຮັດໃຫ້ລັດຖະບານລາວມີງົບປະມານຢ່າງຈຳກັດ ສຳລັບນຳໃຊ້ເພື່ອໂຄງການພັດທະນາຕ່າງໆ ເພື່ອຫລຸດຜ່ອນບັນຫາຍາກຈົນຂອງປະຊາຊົນລາວໃນທົ່ວປະເທດນັ້ນເອງ ດັ່ງທີ່ປະຊາຊົນໃນແຂວງ​ຊຽງຂວາງທີ່ມິສຳປະທານຂຸດຄົ້ນແຮ່່ທາດຫາຍາກນັ້ນ ໄດ້ໃຫ້ທັດສະນະວ່າ:

“ເຮັດຈັ່ງໃດເພື່ອໃຫ້ລັດຖະບານເຮົາຫັ້ນມີຜົນປະໂຫຍດເຕັມສ່ວນນຳຜູ້ລົງທຶນຂຸດຄົ້ນບໍ່ແຮ່ເປັນແນວໃດຄືວ່າທາງທ້ອງຖິ່ນບໍ່ໄດ້ຮັບຜົນປະໂຫຍດເທົ່າທີ່ຄວນ ຕ້ອງໃຫ້ປະຊາຊົນມີຜົນປະໂຫຍດນຳບໍລິສັດແດ່ ເລື້ອງປະກອບອາຊີບນີ້ແຫລະ ອີກອັນນຶ່ງບ້ານໃດທີ່ບໍ່ມີບໍ່ແຮ່ບໍ່ໃຫ້ປ່ອຍປະລະເລີຍ ບໍ່ໃຫ້ປະຖີ້ມວ່າຊັ້ນສະ ກໍຄວນໄປສ້າງສາຊົນລະປະທານ ຖະໜົນຫົນທາງນີ້ແຫລະ ໂຮງຮຽນ ໂຮງໝໍ ສ້າງເງື່ອນໄ​ຂໃຫ້ເຂົາເ​ຈົ້າໄດ້ສ້າງອາ​ຊີບ.”

ທັງນີ້ໂດຍບໍລິສັດຊຸນຕ້າພັດທະນາບໍ່ແຮ່ຈຳກັດ ແລະບໍລິສັດຕົງຫລີເ​ຊິງພັດທະ ນາບໍ່ແຮ່ຈຳກັດ ທີ່ໄດ້ຮັບສຳປະທານຂຸດຄົ້ນແຮ່ຫາຍາກຢູ່ເຂດເມືອງຜາໄຊ ແຂວງຊຽງຂວາງນັ້ນ ໄດ້ຂຸດເຈາະສຳຫລວດຫາແຮ່ທາດດັ່ງກ່າວແລ້ວ 30 ກວ່າຂຸມ ແຕ່ກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ຈຶ່ງຍັງບໍ່ຊັດເຈນວ່າ ລັດຖະບານລາວຈະໄດ້ຮັບຜົນຕອບແທນເທົ່າໃດແທ້.

XS
SM
MD
LG