ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວມີລາຍຮັບ ພຽງແຕ່ 85 ລ້ານໂດລາເທົ່ານັ້ນ ຈາກການອະນຸຍາດໃຫ້ສໍາປະທານ ການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ຈໍານວນ 98 ໂຄງການ ໂດຍບໍລິສັດຈີນ


ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.
ການຂຸດຄົ້ນບໍ່ແຮ່ແຫ່ງນຶ່ງ ຢູ່ໃນ ສປປ ລາວ ທີ່ສໍາປະທານໂດຍນາຍທຶນຕ່າງປະເທດ.

ລັດຖະບານລາວມີລາຍຮັບພຽງແຕ່ 85 ລ້ານໂດລາເທົ່ານັ້ນຈາກການອະນຸຍາດ ໃຫ້ສໍາປະທານ ການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ໃນລາວ ຈໍານວນເຖິງ 98 ໂຄງການ ໂດຍທີ່ບໍລິສັດຈີນ ໄດ້ຮັບຜົນປະໂຫຍດສູງສຸດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໃນພາກອຸດສາຫະກໍາຂອງລາວເປີດເຜີຍວ່າ ໃນຮອບ 1 ປີທີ່ຜ່ານມາ ລັດຖະບານລາວໄດ້ອະນຸມັດສໍາປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃຫ້ກັບບັນດາບໍລິສັດຈາກຈີນຈໍານວນເຖິງ 98 ໂຄງການໃນທົ່ວປະເທດ ແລະໃນນີ້ກໍປາກົດວ່າ ໄດ້ດໍາເນີນການຂຸດຄົ້ນແຮ່ທາດເພື່ອສົ່ງອອກໄປຕ່າງປະເທດແລ້ວເຖິງ 89 ໂຄງການ ເຊິ່ງສ່ວນໃຫຍ່ກໍຄື ການຂຸດຄົ້ນແຮ່ເຫຼັກ, ແຮ່ຄໍາແລະ ແຮ່ຫາຍາກ (Rare-Earth) ທີ່ມີລາຄາແພງ ແຕ່ລັດຖະບານລາວກໍມີລາຍຮັບຈາກການອະນຸຍາດສໍາປະທານດັ່ງກ່າວນີ້ ພຽງ 85 ລ້ານເທົ່ານັ້ນ ເຊິ່ງຖືເປັນລາຍໄດ້ທີ່ຕໍ່າຫຼາຍ ເມື່ອທຽບກັບແຮ່ທາດທີ່ຖືກຂຸດຄົ້ນແລະສົ່ງໄປຈີນ ຄິດເປັນປະລິມານລວມເກີນກວ່າ 1 ລ້ານໂຕນ, ໂດຍຍັງບໍ່ໄດ້ເຮັດໃຫ້ສະພາວະການຂາດແຄນເງິນຕາ ແລະຄ່າຄອງຊີບສູງໃນຊີວິດປະຈໍາວັນ ຂອງປະຊາຊົນລາວ ມີທ່າອ່ຽງທີ່ດີຂຶ້ນແຕ່ຢ່າງໃດອີກດ້ວຍ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ:

“ໄນໄລຍະເຮັດທົດລອງ ລັດຖະບານໄດ້ອະນຸຍາດໃຫ້ 98 ບໍລິສັດ ໃນນັ້ນມີຂຸດຄົ້ນເຫຼັກ 38, ບໍລິສັດ ແຮ່ຄໍາຕົກຂ້ອນ 8 ບໍລິສັດ, ບໍລິສັດຫິນ Mable 2 ບໍລິ ສັດ, ຄໍາຕົກຂ້ອນ 31 ບໍລິສັດ, ແຮ່ທາດຫາຍາກ 10 ບໍລິສັດ ແລະໄດ້ມອບພັນທະເຂົ້າງົບປະມານ ເປັນເງິນໂດລາ 85 ລ້ານໂດລາ ແຕ່ເສດຖະກິດຂອງປະເທດ ຊໍ້າພັດຍັງຫຍຸ້ງຍາກ ໜີ້ສິນກໍຍັງສູງ ການເປັນຢູ່ຂອງປະຊາຊົນກໍຍັງຫຍຸ້ງຍາກ ແລະຍັງສູ້ດັນກັບລາຄາສິນຄ້າ ທີ່ມີລາຄາສູງເພີ້ມຂຶ້ນ 2-3 ທົບ.”

ໃນນີ້ ລັດຖະບານລາວໄດ້ວາງເປົ້າໝາຍຈະຊຸກຍູ້ການຂຸດຄົ້ນແຮ່ທາດ ເພື່ອສົ່ງອອກໄປຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມ 1,525 ລ້ານໂດລາ ໃນປີ 2023 ນີ້, ເຊິ່ງກໍຖືວ່າມີຄວາມເປັນໄປໄດ້ສູງ ເພາະມີພື້ນຖານຮອງຮັບ ທີ່ຕໍ່ເນື່ອງຈາກການອະນຸມັດສໍາປະທານ ການຂຸດຄົ້ນແຮ່ທາດແບບເລັ່ງດ່ວນດັ່ງກ່າວ ໂດຍສະ ເພາະແມ່ນການອະນຸມັດສໍາປະທານໃຫ້ແກ່ 98 ບໍລິສັດຈີນນັ້ນ ເຊິ່ງກໍມີຄວາມພ້ອມໃນທຸກດ້ານແລ້ວທີ່ຈະເພີ້ມການຂຸດຄົ້ນແຮ່ທາດໃນລາວເພື່ອສົ່ງໄປຈີນຫຼາຍຂຶ້ນໃນປີ 2023 ນີ້, ແຕ່ບັນຫາທີ່ໜ້າເປັນຫ່ວງກໍຄື ລັດຖະບານລາວກໍຍັງຈະໄດ້ຮັບຜົນປະໂຫຍດໃນລະດັບທີ່ຕໍ່າຫຼາຍ ເມື່ອທຽບກັບປະລິມານແຮ່ທາດທີ່ຖືກຂຸດຄົ້ນສົ່ງໄປຈີນ ເຊິ່ງເຫັນໄດ້ຈາກການສົ່ງອອກແຮ່ທາດໃນປີ 2022 ທີ່ມີມູນຄ່າລວມ 8,534 ຕື້ກີບນັ້ນ ປາກົດວ່າ ລັດຖະບານລາວມີລາຍຮັບ ຈາກຄ່າສໍາປະ ທານແບບເລັ່ງດ່ວນພຽງແຕ່ 9.93 ເປີເຊັນເທົ່ານັ້ນ ຂອງການສົ່ງອອກທັງໝົດ.

ສາເຫດສໍາຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວກໍຄື ການອະນຸຍາດໃຫ້ສໍາປະທານທີ່ບໍ່ມີການປະສານງານກັນ ລະຫວ່າງພະນັກງານລັດທີ່ຮັບຜິດຊອບ ໃນແຕ່ລະຂັ້ນທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ທັງຍັງມີການປະເມີນຄໍ່າສໍາປະທານທີ່ຕໍ່າກວ່າຄວາມເປັນຈິງເພື່ອຜົນປະໂຫຍດສ່ວນຕົວເປັນສໍາຄັນອີກດ້ວຍ ນອກຈາກນີ້ການ ທີ່ລັດຖະບານລາວຍັງບໍ່ມີຖານຂໍ້ມູນທີ່ກ່ຽວກັບການສໍາຫຼວດດ້ານຊັບພະຍາກອນແຮ່ທາດດ້ວຍນັ້ນກໍນັບເປັນອີກປັດໄຈນຶ່ງທີ່ເຮັດໃຫ້ລັດຖະບານລາວຕົກເປັນຝ່າຍ ທີ່ເສຍປຽບ ໃຫ້ແກ່ບັນດາບໍລິສັດຈີນ ທີ່ມີຖານຂໍ້ມູນທີ່ດີກວ່າ ທາງການລາວອີກດ້ວຍ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ທັດສະນະວ່າ:

“ຢາກໃຫ້ມີການສໍາຫຼວດສ້າງຂໍ້ມູນໃນຂອບເຂດທົ່ວປະເທດ ແລະໃຫ້ມີຄວາມລະ ອຽດ ດັ່ງທີ່ພວກເຮົາໄດ້ຮູ້ຜ່ານມາ ແຕ່ລະບໍລິສັດທີ່ທາງລັດຖະບານອະນຸຍາດກະມີຫຼາຍບໍລິສັດ ທີ່ວ່າທັງສໍາຫຼວດ ທັງຂຸດຄົ້ນໄປພ້ອມ, ຂ້າພະເຈົ້າຄິດວ່າ ອັນນີ້ແມ່ນການສວຍໂອກາດ ຖ້າພວກເຮົາມີພື້ນຖານຂໍ້ມູນທໍລະນີສາດໃນເລື້ອງແຮ່ທາດເປັນຂອງລັດ ຜູ້ທີ່ຈະມາຂຸດຄົ້ນຕໍ່ໄປນີ້ ບໍ່ໃຫ້ເຂົາເຈົ້າໄປສໍາຫຼວດ ໃຫ້ເຂົາ ເຈົ້າມາປະມູນເອົາໂຄງການທີ່ເຂົາເຈົ້າຢາກເຮັດ ອັນນີ້ກະເປັນການສ້າງລາຍຮັບໃຫ້ປະເທດຢ່າງຫຼວງຫຼາຍ.”

ໃນນີ້ ລັດຖະບານລາວໄດ້ອະນຸຍາດໃຫ້ສໍາປະທານການຂຸດຄົ້ນແຮ່ທາດຈໍານວນ 319 ກິດຈະການ ແລະເຮັດໃຫ້ມີລາຍຮັບລວມ 1,100 ລ້ານໂດລາ ໃນຊ່ວງປີ 2016-2022 ພ້ອມທັງຍັງມີບໍລິສັດຕ່າງຊາດ ອີກ 308 ບໍ​ລິ​ສັດ ທີ່ກໍາລັງລໍຖ້າການອະນຸຍາດສໍາປະທານ ຈາກລັດຖະບານລາວ ໃນປັດຈຸບັນນີ້ ໂດຍຄາດວ່າທາງການລາວຈະພິຈາລະນາແລ້ວສົມບູນໃນໄວໆນີ້.

XS
SM
MD
LG