ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດ ໂຄງການ ພັດທະນາ ຂອງລັດຖະບານ ລາວ ໃນຂັ້ນທ້ອງຖິ່ນ ຍັງມີຄຸນນະພາບ ຕໍ່າຫຼາຍ


ໂຄງການລົງທຶນພາກລັດເປັນບັນຫາທີ່ປະຊາຊົນ ລາວ ຢາກໃຫ້ມີການແກ້ໄຂຢ່າງຮີບດ່ວນທີ່ສຸດໃນປັດຈຸບັນ ເພາະເຊື່ອວ່າມີການຄໍຣັບຊັນ ເກີດຂຶ້ນຢ່າງກວ້າງຂວາງ.
ໂຄງການລົງທຶນພາກລັດເປັນບັນຫາທີ່ປະຊາຊົນ ລາວ ຢາກໃຫ້ມີການແກ້ໄຂຢ່າງຮີບດ່ວນທີ່ສຸດໃນປັດຈຸບັນ ເພາະເຊື່ອວ່າມີການຄໍຣັບຊັນ ເກີດຂຶ້ນຢ່າງກວ້າງຂວາງ.

ການຈັດຕັ້ງປະຕິບັດໂຄງການພັດທະນາຂອງລັດຖະບານ ລາວ ໃນຂັ້ນທ້ອງຖິ່ນຍັງມີ
ລະດັບຄຸນນະພາບທີ່ຕໍ່າຫຼາຍ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງ
ການນອກແຜນການລົງທຶນພາກລັດນັ້ນ.

ທ່ານ ຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຜົ້ງສາລີ ຖະແຫຼງ
ຢືນຢັນວ່າການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆຂອງລັດຖະບານຢູ່
ໃນລະດັບທ້ອງຖິ່ນກໍຄືຢູ່ໃນແຂວງຜົ້ງສາລີດ້ວຍນັ້ນ ຍັງຄົງດຳເນີນໄປຢ່າງບໍ່ຖືກຕ້ອງ
ຕາມລະບຽບກົດໝາຍ ມີລັກສະນະທີ່ເປັນກົນໄກຂອງການຈັບຈອງຮັບເໝົາ ຈຶ່ງເຮັດ
ໃຫ້ການຈັດຕັ້ງປະຕິບັດໂຄງການບໍ່ມີຄຸນນະພາບ ແລະ ບໍ່ເປັນໄປຕາມເປົ້າໝາຍ ທັງ
ຍັງບໍ່ມີກົນໄກການກວດສອບທີ່ມີປະສິທິພາບອີກດ້ວຍດັ່ງທີ່ທ່ານ ຈັນສີ ໄດ້ໃຫ້ການ
ຢືນຢັນວ່າ.

"ການຈັດຕັ້ງປະຕິບັດໂຄງການຂອງລັດຖະບານຢູ່ທ້ອງຖິ່ນຍັງບໍ່ໄປຕາມຂັ້ນຕອນລະ
ບຽບກົດໝາຍ ມີລັກສະນະກົນໄກຈັບຈອງຮັບເໝົາ ແລະ ເຮັດໃຫ້ໂຄງການທີ່ຈັດຕັ້ງ
ປະຕິບັດຢູ່ທ້ອງຖິ່ນຍັງຊັກຊ້າ ແລະ ບໍ່ໄປຕາມແຜນ ຜົນສະເລັດທີ່ໄດ້ຮັບກໍຖືວ່າບໍ່ສົມ
ຄູ່ກັບມູນຄ່າການກໍ່ສ້າງ, ຄຸນນະພາບຍັງຕໍ່າ ສະນັ້ນຈຶ່ງຂໍໃນທາງລັດຖະບານຕ້ອງເບິ່ງ
ຕື່ມ ກົນໄກປະສານງານ, ກົນໄກຈັດຕັ້ງປະຕິບັດ ເມື່ອກ່ອນມີແຕ່ສະພາແຫ່ງຊາດ
ດຽວນີ້ມີສະພາທ້ອງຖິ່ນແລ້ວ ແຕ່ຂອດການປະສານງານ ຂອດການຕັດຕັ້ງປະຕິບັດ
ກໍຍັງຄືເກົ່າ."

ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງບັນດາ
ກະຊວງ ແລະ ໜ່ວຍງານຕ່າງໆຂອງລັດຖະບານໃນທົ່ວປະເທດ ໂດຍເນັ້ນໜັກວ່າບໍ່
ອະນຸຍາດໃຫ້ຂະແໜງການ ແລະ ທ້ອງຖິ່ນໃດນຶ່ງປະຕິບັດໂຄງການນອກແຜນ ແລະ
ໂຄງການທີ່ພາກເອກະຊົນລົງທຶນໃຫ້ກ່ອນຢ່າງເດັດຂາດ ເພາະເປັນໂຄງການທີ່ເຮັດ
ໃຫ້ລັດຖະບານຕ້ອງສູນເສຍງົບປະມານໄປຢ່າງຫຼວງຫຼາຍ ທັງຍັງເປັນໂຄງການທີ່ບໍ່ມີ
ປະສິດທິຜົນຕໍ່ການພັດທະນາປະເທດອີກດ້ວຍ ສະນັ້ນ ຖ້າຫາກຍັງປາກົດວ່າມີການ
ລະເມີດຄຳສັ່ງດັ່ງກ່າວນີ້ ໂດຍຂະແໜງການ ແລະ ທ້ອງຖິ່ນໃດກໍຈະຖືກລົງໂທດຕາມ
ກົດໝາຍໂດຍບໍ່ມີການຍົກເວັ້ນໃນທຸກກໍລະນີ ທັງຍັງຈະດຳເນີນການກວດສອບການ
ນຳໃຊ້ງົບປະມານຂອງໜ່ວຍງານທີ່ລະເມີດຄຳສັ່ງດັ່ງກ່າວນີ້ອີກດ້ວຍ.

ທັງນີ້ລັດຖະບານ ລາວ ຄາດວ່າການຈັດຕັ້ງປະຕິບັດແຜນການລົງທຶນພາກລັດໃນປີ
2016-2017 ນີ້ຈະນຳໃຊ້ເງິນທຶນໃນມູນຄ່າລວມ 36,366 ຕື້ກີບ ໃນນີ້ເປັນທຶນພາຍ
ໃນ 5,463 ຕື້ກີບ, ທຶນຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດ 8,629 ຕື້ກີບ, ການລົງ
ທຶນຂອງເອກະຊົນພາຍໃນ ແລະ ຕ່າງຊາດ 14,474 ຕື້ກີບ ແລະ ສິນເຊື່ອທະນາຄານ
ອີກກວ່າ 7,800 ຕື້ກີບຕາມລຳດັບ.

ໂດຍເພື່ອຮັບປະກັນວ່າການຈັດຕັ້ງປະຕິບັດຈະເປັນໄປຕາມແຜນການ ແລະ ລະບຽບ
ກົດໝາຍຢ່າງແທ້ຈິງນັ້ນ ຄຳສັ່ງດັ່ງກ່າວນີ້ກໍໄດ້ກຳນົດໃຫ້ຂະແໜງແຜນການ ແລະ
ການລົງທຶນ, ຂະແໜງການເງິນ ແລະ ຂະແໜງກວດກາ ໃຫ້ເຂົ້າໄປມີສ່ວນຮ່ວມໃນທຸກ
ໂຄງການ ນັບແຕ່ຂັ້ນຕອນການເຈລະຈາ, ການຮ່າງສັນຍາຮັບເໝົາ, ການຈັດຊື້-ຈັດ
ຈ້າງ ແລະ ການປະມູນໂຄງການ ເພື່ອໃຫ້ສາມາດກວດກາຄວາມໂປ່ງໄສທັງໃນການ
ຊຳລະການລົງທຶນ ແລະ ການປະເມີນຜົນການປະຕິບັດໂຄງການຕາມໜ້າວຽກຕົວຈິງ
ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ສອດຄ່ອງກັບແຜນການ-ເປົ້າໝາຍທີ່ວາງໄວ້ນັ້ນເອງ.

ໂຄງການລົງທຶນພາກລັດນັບເປັນບັນຫາທີ່ປະຊາຊົນ ລາວ ຢາກໃຫ້ມີການແກ້ໄຂຢ່າງ
ຮີບດ່ວນທີ່ສຸດໃນປັດຈຸບັນ ເພາະເຊື່ອວ່າມີການຄໍຣັບຊັນ ເກີດຂຶ້ນຢ່າງກວ້າງຂວາງ
ໃນການປະຕິບັດໂຄງການລົງທຶນຂອງລັດຖະບານດັ່ງກ່າວ ອັນເປັນສາເຫດສຳຄັນ
ເຮັດໃຫ້ປະຊາຊົນ ລາວ ຕ້ອງແບກຮັບພາລະໜີ້ສິນເພີ່ມສູງຂຶ້ນນັບມື້.

ທາງດ້ານທ່ານ ໄຊຄຳ ອຸ່ນມີໄຊ ຮອງຫົວໜ້າອົງການດ້ານການສໍ້ລາດບັງຫຼວງແຫ່ງ
ຊາດໃຫ້ການຢືນຢັນວ່າ ໃນປີ 2011-2015 ອົງການກວດກາລັດຖະບານ ໄດ້ດຳເນີນ
ການກວດສອບ 734 ເປົ້າໝາຍທີ່ເປັນໜ່ວຍງານຂອງລັດຖະບານໃນທົ່ວປະເທດ ແລະ
ໄດ້ກວດພົບການທຸຈະລິດຄໍຣັບຊັນຂອງບັນດາພະນັກງານລັດຖະບານຢ່າງກວ້າງ
ຂວາງ ເຮັດໃຫ້ລັດຖະບານ ລາວ ຕ້ອງສູນເສຍງົບປະມານໄປຄິດເປັນມູນຄ່າລວມເກີນ
ກວ່າ 5,000 ຕື້ກີບ ແລະ ມີການຊຳລະໜີ້ໃຫ້ໂຄງການນອກແຜນ 827.05 ຕື້ກີບອີກ
ດ້ວຍ.

XS
SM
MD
LG