ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜີ້​ສິນ ​ຂອງ​ລັດ​ຖະ​ບານ ລາວ ຍັງ​ມີ​ທ່າ​ອຽງ​ ເພີ່ມ​ສູງ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງ


ຄາດ​ວ່າ​ໜີ້​ສິນ​ຂອງ​ລັດ​ຖະ​ບານ ລາວ ຈະ​ເພີ່ມ​ຂຶ້ນ​ເປັນ 13,391 ລ້ານ​ໂດ​ລາ ​ໃນ​ປີ 2019 ນີ້. AFP PHOTO / ADEK BERRY (Photo by ADEK BERRY / AFP)
ຄາດ​ວ່າ​ໜີ້​ສິນ​ຂອງ​ລັດ​ຖະ​ບານ ລາວ ຈະ​ເພີ່ມ​ຂຶ້ນ​ເປັນ 13,391 ລ້ານ​ໂດ​ລາ ​ໃນ​ປີ 2019 ນີ້. AFP PHOTO / ADEK BERRY (Photo by ADEK BERRY / AFP)

ໜີ້​ສິນ​ຂອງ​ລັດ​ຖະ​ບານ ລາວ ຍັງ​ມີ​ທ່າ​ອຽງ​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ມີ​ສາ​ເຫດ​ທີ່​
ສຳຄັນຈາກການຄຸ້ມຄອງດ້ານງົບປະມານລາຍຈ່າຍທີ່ມີປະສິດທິພາບຕ່ຳຈຶ່ງເຮັດໃຫ້
ຕ້ອງກູ້ຢືມເງິນເພີ່ມຂຶ້ນນັບມື້.

ທ່ານ​ນາງ ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຖະ​ແຫຼງ​ຢືນ​ຢັນ​ວ່າ​ສາ​ເຫດ​
ສຳຄັນປະການນຶ່ງທີ່ເຮັດໃຫ້ລັດຖະບານ ລາວ ຕ້ອງປະເຊີນກັບບັນຫາຂາດດຸນດ້ານ
ງົບປະມານຢ່າງຕໍ່ເນື່ອງກໍຄືການຄຸ້ມຄອງດ້ານງົບປະມານລາຍຈ່າຍທີ່ມີປະສິດທິ
ພາບຕ່ຳຊຶ່ງເຫັນໄດ້ຈາກການກຳນົດງົບປະມານລາຍຈ່າຍທີ່ບໍ່ສອດຄ່ອງກັບຄວາມ
ສາມາດຕົວຈິງໃນການຈັດເກັບລາຍຮັບ ຈຶ່ງເຮັດໃຫ້ຕ້ອງກູ້ຢືມເງິນທຶນຈາກພາກເອ
ກະຊົນທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນນັບມື້ ດັ່ງທີ່ທ່ານນາງ ປານີ ຢືນຢັນວ່າ

"ພວກ​ເຮົາ​ສ້າງ​ແຜນ​ຕ່າງໆ​ບໍ່​ທັນ​ເລີ່ມ​ຈາກ​ຄວາມ​ສາ​ມາດ​ ໂດ​ຍ​ສະ​ເພາະ​ແຫຼ່ງ​ລາຍ​
ຮັບຕົວຈິງຂອງພວກເຮົາ ສະນັ້ນມັນເກີດໃຫ້ມີການຂາດດຸນງົບປະມານສູງ ມັນສ່ອງ
ແສງເຖິງບັນຫາໜີ້ສາທາລະນະກະແມ່ນ ລັດຖະບານຕິດໜີ້ປະຊາຊົນໂດຍຜ່ານ
ການລະດົມການຂາຍພັນທະບັດ ຕິດໜີຜູ້ປະກອບການໃນການລົງທຶນຕ່າງໆ ຕິດໜີ້
ຕ່າງປະເທດໃນການກູ້ຢືມ ຕິດໜີ້ດ້ວຍການຄ້ຳປະກັນ ມັນສະແດງເຖິງຄວາມອ່ອນ
ແອໃນການຄຸ້ມຄອງມະຫາພາກ."

ທາງ​ດ້ານ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ
ຊວງການເງິນ ກໍຖະແຫຼງຍອມຮັບວ່າ ໜີ້ສິນຂອງລັດຖະບານ ລາວ ຍັງມີທ່າອຽງເພີ່ມ
ຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ການຈັດເກັບລາຍຮັບກັບຍັງບໍ່ສາມາດຈັດຕັ້ງປະຕິບັດ
ໄດ້ຕາມເປົ້າໝາຍທີ່ວາງໄວ້ ແລະ ເມື່ອປະກອບກັບການທີ່ລັດຖະບານ ລາວ ມີພັນ
ທະທີ່ຈະຕ້ອງຊຳລະຄືນເງິນກູ້ທັງພາຍໃນ ແລະ ຕ່າງປະເທດຫຼາຍຂຶ້ນໃນໄລຍະ 3
ປີຕໍ່ໜ້ານີ້ ຈຶ່ງເຮັດໃຫ້ຈະຕ້ອງຫາແຫຼ່ງເງິນທຶນ ສຳລັບນຳມາຊຳລະຄືນໜີ້ດັ່ງກ່າວໃຫ້
ໄດ້ຢ່າງເທົ່າທັນກັບເວລາ ໂດຍທາງເລືອກທີ່ສາມາດຈະຈັດຕັ້ງປະຕິບັດໄດ້ຢ່າງເປັນ
ຮູບປະທຳທີ່ສຸດຄືການອອກພັນທະບັດລັດຖະບານ ລາວ ເພື່ອລະດົມເງິນທຶນການກູ້
ຢືມຈາກຕ່າງປະເທດເປັນດ້ານຫຼັກ ເພາະແຫຼ່ງເງິນທຶນຈາກພາຍໃນປະເທດບໍ່ພຽງພໍ
ກັບຄວາມຕ້ອງການຕົວຈິງ.

ທາງ​ດ້ານ​ຊ່ຽວ​ຊານ​ທາງ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ ສ​ປ​ປ ລາວ ເປີດ​
ເຜີຍວ່າລັດຖະບານ ລາວ ຍັງຈະຕ້ອງປະເຊີນກັບສະພາບການເປັນໜີ້ພາກລັດເພີ່ມ
ຂຶ້ນຢ່າງຕໍ່ເນື່ອງ ທັງນີ້ໂດຍມີສາເຫດມາຈາກການກູ້ຢືມເງິນທັງພາຍໃນ ແລະ ຕ່າງ
ປະເທດ ເພື່ອນຳມາໃຊ້ສຳລັບການດຸ່ນດ່ຽງດ້ານງົບປະມານລາຍຈ່າຍທີ່ສູງກວ່າລາຍ
ຮັບຂອງລັດຖະບານ ລາວ ໃນແຕ່ລະປີ ໂດຍເຫັນໄດ້ໃນປີ 2016 ທີ່ຖືເປັນປີທຳອິດ
ທີ່ໜີ້ສິນຂອງລັດຖະບານ ລາວ ມີມູນຄ່າລວມທີ່ເກີນກວ່າ 60 ເປີເຊັນຂອງຍອດຜະ
ລິດຕະພັນລວມ (GDP) ແລະ ເພີ່ມຂຶ້ນເປັນ 65.3 ເປີເຊັນຂອງ GDP ໃນປີ 2018
ທັງຍັງຄາດວ່າຈະເພີ່ມຂຶ້ນເປັນເກີນກວ່າ 68 ເປີເຊັນຂອງ GDP ໃນປີ 2019 ອີກ
ດ້ວຍ.

ຜູ້​ຊ່ຽວ​ຊານ​ຂອງ​ທະ​ນາ​ຄານ​ໂລກ ລະ​ບຸ​ວ່າ​ການ​ກູ້​ຢືມ​ເງິນ​ຈາກ​ຕ່າງ​ປະ​ເທດ​ນັບ​ເປັນ​
ສາເຫດສຳຄັນທີ່ເຮັດໃຫ້ໜີ້ສິນຂອງລັດຖະບານ ລາວ ເພີ່ມຂຶ້ນຢ່າງໄວວາ ໂດຍໃນ
ປີ 2016 ລັດຖະບານ ລາວ ມີໜີ້ສິນຕ່າງປະເທດ ແລະ ໜີ້ພາຍໃນຄິດເປັນມູນຄ່າ
ເຖິງ 9,550 ລ້ານໂດລາ ແລະ ເພີ່ມຂຶ້ນເປັນ 10,530 ລ້ານໂດລາໃນປີ 2017 ສ່ວນ
ໃນປີ 2018 ກໍເພີ່ມຂຶ້ນເປັນ 12,104 ລ້ານໂດລາ ແລະ ຄາດວ່າຈະເພີ່ມຂຶ້ນເປັນ
13,491 ລ້ານໂດລາໃນປີ 2019 ນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ຖະ​ບານ ລາວ ກໍ​ໄດ້​ວາງ​ແຜນ​ການ​ທີ່​ຈະ​ຄວບ​ຄຸມ​ສະ​ພາ​ວະ
ການເປັນໜີ້ດັ່ງກ່າວດ້ວຍການຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງສະພາແຫ່ງຊາດ
ລາວ ຢ່າງເຄັ່ງຄັດ ກໍຄືການຈຳກັດການກູ້ຢືມເງິນຈາກຕ່າງປະເທດໃຫ້ຢູ່ໃນມູນຄ່າບໍ່
ເກີນ 400 ລ້ານໂດລາຕໍ່ປີ ຊຶ່ງເປັນການຍາກທີ່ຈະສາມາດຈັດຕັ້ງປະຕິບັດໄດ້ຈິງ
ເພາະລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່
ອັດຕາສະເລ່ຍ 7 ເປີເຊັນຕໍ່ປີ ໃນຊ່ວງປີ 2016-2020 ເພື່ອເຮັດໃຫ້ມູນຄ່າ GDP
ຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໃຫ້ໄດ້ທີ່ລະດັບ 24.8 ລ້ານກີບ ຫຼື
3,100 ໂດລາຕໍ່ຄົນໃນປີ 2020 ນັ້ນ.

ຫາກ​ແຕ່​ວ່າ​ການ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ນັ້ນ​ ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ
ເພາະວ່າລັດຖະບານ ລາວ ຈະຕ້ອງຊຸກຍູ້ພາກກະສິກຳ-ປ່າໄມ້ໃຫ້ຂະຫຍາຍຕົວເພີ່ມ
ຂຶ້ນໃນອັດຕາສະເລ່ຍບໍ່ຕ່ຳກວ່າ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ
ພາກບໍ່ລິການຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີຕາມ
ລຳດັບ ຊຶ່ງເຮັດໃຫ້ຈະຕ້ອງລະດົມເງິນທຶນທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ
ໃນມູນຄ່າລວມເຖິງ 27,000 ລ້ານໂດລາໃນຊ່ວງປີ 2016-2020 ໃນຂະນະທີ່ທັງ 3
ພາກການຜະລິດດັ່ງກ່າວໄດ້ຂະຫຍາຍຕົວໃນອັດຕາສະເລ່ຍພຽງ 2 ເປີເຊັນ ກັບ 6
ເປີເຊັນ ແລະ 7 ເປີເຊັນຕາມລຳດັບໃນປີ 2018 ທີ່ຜ່ານມາ.

XS
SM
MD
LG