ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ສປປ ລາວ ດໍາເນີນການກວດສອບທີ່ດິນ ແລະບໍ່ແຮ່ ໃນທົ່ວປະເທດ


ຮູບພາບ-ເຂດປ່າ ແລະທີ່ດິນສໍາປະທານ
ຮູບພາບ-ເຂດປ່າ ແລະທີ່ດິນສໍາປະທານ

ລັດຖະບານລາວດໍາເນີນການກວດກາສໍາປະທານທີ່ດິນ ແລະສໍາປະທານບໍ່ແຮ່ໃນທົ່ວປະເທດ ດ້ວຍເປົ້າໝາຍເພື່ອເກັບລາຍຮັບຈາກສໍາປະທານ, ພາສີອາກອນ ແລະຄ່າທໍານຽມຕ່າງໆໃຫ້ໄດ້ຫລາຍຂຶ້ນ. ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

.ທ່ານນາງທິບພະກອນ ຈັນທະວົງສາ, ໂຄສົກລັດຖະບານລາວຖະແຫລງວ່າ ລັດຖະບານໄດ້ມຸ້ງໃຫ້ຄວາມສໍາຄັນເປັນພິເສດ ໃນການດໍາເນີນມາດຕະການກວດກາສໍາປະທານທີ່ດິນ ແລະສໍາປະທານບໍ່ແຮ່ໃນທົ່ວປະເທດ ໂດຍມີເປົ້າໝາຍເພື່ອເກັບລາຍຮັບຈາກຄ່າສໍາປະທານ, ພາສີອາກອນ ແລະຄ່າທໍານຽມຕ່າງໆໃຫ້ໄດ້ເພີ້ມຂຶ້ນ, ອັນເປັນມາດຕະການນຶ່ງໃນວາລະແຫ່ງຊາດທາງດ້ານເສດຖະກິດ ແລະການເງິນຂອງລັດຖະບານລາວ ທີ່ມີເປົ້າໝາຍທີ່ມີເປົ້າໝາຍ
ຈະຫລຸດພາລະໜີ້ສິນສາທາລະນະໃຫ້ຢູ່ທີ່ອັດຕາສະເລ່ຍ 64.2 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມ ຫລື GDP ໃນປີ 2023 ດ້ວຍການຈັດເກັບລາຍຮັບໃຫ້ໄດ້ເພີ້ມຂຶ້ນ, ດັ່ງທີ່ທ່ານນາງທິບພະກອນ ຢືນຢັນວ່າ:

“ສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດການເງິນ ໂດຍການອອກເປັນມາດຕະການລະອຽດຕາມຂອບເຂດຄວາມຮັບຜິດຊອບ ຂອງບັນດາຂະແໜງການ ແລະທ້ອງຖິ່ນໃຫ້ປາກົດຜົນທີ່ເປັນຈິງ, ສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນ, ຈັດເກັບລາຍຮັບງົບປະມານໃຫ້ຄົບຖ້ວນ ແລະທັນເວລາ ທີ່ຕ້ອງໄດ້ສຸມໃສ່ຢ່າງແຂງແຮງກວ່າເກົ່າ, ໂດຍສະເພາະແມ່ນການເຊົ່າສໍາປະທານພັນທະຕາມກົດໝາຍຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານການຊອກຄົ້ນ-ສໍາຫລວດ ຫລືຂຸດຄົ້ນແຮ່ທາດ ແລະສໍາປະທານທີ່ດິນລັດ.”

ສ່ວນທ່ານບຸນໂຈມ ອຸປະເສີດ, ລັດຖະມົນຕີກະຊວງການເງິນຖະແຫລງວ່າ ລັດ ຖະບານວາງເປົ້າໝາຍທີ່ຈະຫລຸດພາລະໜີ້ສາທາລະນະໃຫ້ໄດ້ໃນມູນຄ່າ 1,000 ລ້ານໂດລາພາຍໃນປີ 2025, ໂດຍຖືເປັນພາກສ່ວນທີ່ສໍາຄັນຂອງວາລະແຫ່ງຊາດດ້ານເສດຖະກິດທີ່ຈະຕ້ອງປະຕິບັດໃຫ້ໄດ້ຢ່າງແທ້ຈິງ ເພາະວ່າໜີ້ສິນຂອງລັດຖະບານລາວໃນປັດຈຸບັນນີ້ ຈັດຢູ່ໃນຂັ້ນວິກິດການແລ້ວ, ຈຶ່ງຕ້ອງສຸມໃສ່ການສ້າງລາຍຮັບຈາກຊັບສິນຂອງລັດ ແລະຊັບພະຍາກອນທໍາມະຊາດໃຫ້ໄດ້ເພີ້ມຂຶ້ນ ໂດຍສະເພາະແມ່ນສໍາປະທານຂຸດຄົ້ນແຮ່ທາດ ແລະບັນໂຄງການເຂື່ອນໄຟຟ້ານັ້ນ, ດັ່ງທີ່ທ່ານບຸນໂຈມ ໄດ້ໃຫ້ການຢືນຢັນວ່າ:

“ການແກ້ໄຂໜີ້ສາທາລະນະຂອງປະເທດນີ້ ມັນເປັນບັນຫາທີ່ຮ້ອນທີ່ສຸດຫັ້ນລະ ມັນຕົກຢູ່ໃນສະພາບທີ່ຈະຕ້ອງມີສ່ວນຮ່ວມຂອງໝົດທຸກພາກສ່ວນໃນສັງຄົມນີ້ ເພື່ອແກ້ໄຂບັນຫານີ້ ລັດຖະບານກໍໄດ້ມີມາດຕະການເພື່ອຊອກກົນໄກແກ້ໄຂວ່າ ຈະເອົາແຫລ່ງເງິນມາແຕ່ໃສ ເພື່ອແກ້ໄຂໜີ້ຕະຫລອດ 5 ປີນີ້. ແຫລ່ງທີ 1 ພວກເຮົາຈະອີງໃສ່ການສ້າງຖານລາຍຮັບພາຍໃນຂອງພວກເຮົາເພີ້ມເຕີມ ແຕ່ນີ້ີຫາປີ 2025, ຂຸດຄົ້ນແຫລ່ງລາຍຮັບທີ່ບົ່ມຊ້ອນໃຫ້ໄດ້ 1 ຕື້ໂດລາໃນ 5 ປີເພື່ອສະສົມໄປຊໍາລະໜີ້ໃນຕະຫລອດ 5 ປີ.”

ໂດຍລັດຖະບານລາວໄດ້ວາງເປົ້າໝາຍ ຂອງວາລະແຫ່ງຊາດທາງດ້ານເສດຖະ ກິດການເງິນໄວ້ໃນ 4 ດ້ານດ້ວຍກັນກໍຄື: ການຫລຸດພາລະໜີ້ສາທາລະນະຂອງລັດຖະບານໃຫ້ຢູ່ທີ່ລະດັບ 64.2 ເປີເຊັນຂອງຍອດຜະລິດຕະພັນລວມ ຫລື GDP ພາຍໃນປີ 2023, ໃນນີ້ແບ່ງເປັນໜີ້ຕ່າງປະເທດ 55.3 ເປີເຊັນ ແລະໜີ້ພາຍໃນ 8.9 ເປີເຊັນຂອງ GDP, ການເພີ້ມທຶນສໍາຮອງເງິນຕາຕ່າງປະເທດເພື່ອຮັບປະກັນການນໍາເຂົ້າສິນຄ້າຕ່າງປະເທດໃຫ້ໄດ້ 3 ເດືອນ, ການຄວບຄຸມອັດຕາແລກປ່ຽນເງິນຕາລະຫວ່າງທະນາຄານ ກັບຕະຫລາດໃຫ້ແຕກຕ່າງກັນບໍ່ເກີນ 2 ເປີເຊັນ ແລະການຄຸມສະພາວະໜີ້ເສຍໃນທະນາຄານ NPL ໃຫ້ບໍ່ເກີນ 3 ເປີເຊັນຂອງມູນໜີ້ທັງໝົດ.

ທັງນີ້ ລັດຖະບານລາວມີໜີ້ສະສົມ 13,491 ລ້ານໂດລາທີ່ຄິດເປັນ 68 ເປີເຊັນຂອງ GDP ໃນປີ 2020, ແລະຄາດວ່າຈະເພີ້ມຂຶ້ນເປັນເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2021 ນີ້, ເພາະລັດຖະບານລາວຍັງຈະຕ້ອງກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນອີກກວ່າ 2,000 ລ້ານໂດລາເພື່ອການດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບນັ້ນເອງ.

ໂດຍໃນໄລຍະຜ່ານມາ ໄດ້ສໍາຫລວດພົບແຮ່ທາດໃນລາວຫລາຍກວ່າ 570 ແຫລ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ, ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ. ໃນນີ້ທາງການລາວ ໄດ້ອະນຸຍາດສໍາປະ ທານໃຫ້ແກ່ເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ລາຍການໃນ 942 ກິດຈະການທົ່ວປະເທດ, ສ່ວນແຫລ່ງຜະລິດໄຟຟ້າ 90 ແຫ່ງທີ່ມີກໍາລັງຕິດຕັ້ງເກືອບ 11,000 ເມກາວັດ ເຊິ່ງສົ່ງອອກໄປຕ່າງປະເທດເປັນຫລັກນັ້ນ ກໍສ້າງລາຍຮັບໃຫ້ລັດຖະບານລາວ ຄິດເປັນ 17 ເປີເຊັນຂອງ GDP ໃນປີ 2020 ທີ່ຜ່ານມາ.

XS
SM
MD
LG