ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ລາວ ປະກາດປິດໂຮງຮຽນ ແລະ ດ່ານເຂດຊາຍແດນ ເພື່ອຄວບຄຸມການລະບາດຂອງ COVID-19


ນາຍົກລັດຖະມົນຕີລົງສຳຫຼວດ ກ່ຽວກັບ ເຊື້ອໄວຣັສ ໂຄໂຣນາ
ນາຍົກລັດຖະມົນຕີລົງສຳຫຼວດ ກ່ຽວກັບ ເຊື້ອໄວຣັສ ໂຄໂຣນາ

ລັດຖະບານ ລາວ ປະກາດປິດໂຮງຮຽນ ແລະ ດ່ານປະເພນີ ໃນທົ່ວປະເທດທີ່ຕິດຕໍ່ຊາຍແດນກັບເພື່ອນບ້ານ ທັງຍັງຈັດຕັ້ງປະຕິບັດ 9 ມາດຕະການຢ່າງເຂັ້ມງວດ ເພື່ອຄວບຄຸມການລະບາດຂອງໄວຣັສ COVID-19.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຢືນຢັນວ່າ ຍັງບໍ່ມີຄົນລາວ ຕິດເຊື້່ອໄວຣັສສາຍພັນໃໝ່ COVID-19 ແຕ່ວ່າ ລາວ ກໍຕົກຢູ່ໃນສະພາບການທີ່ມີຄວາມສ່ຽງສູງ ເພາະປະເທດເພື່ອນບ້ານມີຄົນຕິດເຊື້ອໄວຣັສ COVID-19 ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ ລາວ ຕ້ອງດຳເນີນມາດຕະການຢ່າງເຂັ້ມງວດເພື່ອສະກັດກັ້ນ ແລະ ປ້ອງກັນບໍ່ໃຫ້ເຊື້ອໄວຣັສ COVID-19 ເຂົ້າມາເກີດການແຜ່ນລະບາດຢູ່ໃນ ລາວ ໂດຍລັດຖະບານ ລາວ ໄດ້ກຳນົດມາດຕະການໃນ 9 ດ້ານທີ່ຈະຕ້ອງຈັດຕັ້ງປະຕິບັດ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫຼງຢືນຢັນວ່າ

"1. ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີໃນຂອບເຂດທົ່ວປະເທດ 2. ໂຈະການອອກວີຊາ ກັບດ່ານທຸກປະເພດ ລວມທັງ E-Visa ແລະ ວີຊາ ທ່ອງທ່ຽວ ສຳລັບທຸກປະເທດທີ່ຈະເຂົ້າມາໃນ ລາວ ເປັນເວລາ 30​ວັນ 3. ພະຍາຍາມຫຼີກລ່ຽງການເດີນທາງໄປຕ່າງປະເທດໃນໄລຍະນີ້ ໂດຍສະເພາະການເດີນທາງໂດຍຍົນ ແລະ ພາຫະນະທີ່ມີຄົນຫຼາຍ 4. ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດໃຫ້ປະຕິບັດຕາມການແຍກປ່ຽວດ້ວຍຕົນເອງຢ່າງໜ້ອຍ 14 ວັນ."

ສ່ວນອີກ 5 ມາດຕະການທີ່ເຫຼືອກໍຄືການຫຼີກລ່ຽງການຊຸມນຸມທີ່ມີຄົນຫຼາຍ ງານບຸນປະເພນີ, ງານສະແດງສິນຄ້າ ແລະ ການແຂ່ງຂັນກິລາເປັນຕົ້ນ ການປິດສະຖານບັນເທີງ,​ຮ້ານຄາຣາໂອເກະ ແລະ ຮ້ານນວດໃນຂອບເຂດທົ່ວປະເທດ, ການປິດໂຮງຮຽນຕັ້ງແຕ່ໂຮງຮຽນລ້ຽງເດັກ, ອະນຸບານ, ໂຮງຮຽນປະຖົມ, ມັດທະຍົມ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆໃນທົ່ວປະເທດຈົນເຖິງວັນທີ 21 ເມສາ 2020, ການກຳນົດສະຖານທີ່ເພື່ອກັກຕົວເປັນເວລາ 14 ວັນສຳລັບຄົນ ລາວ ຢູ່ໃນຕ່າງປະເທດທີ່ເດີນທາງກັບ ລາວ ໂດຍສະເພາະກໍແມ່ນບັນດາແຮງງານ ລາວ ທີ່ທຳງານຢູ່ໃນ ໄທ ນັ້ນ ແລະ ການແນະນຳໃຫ້ຄົນ ລາວ ທີ່ອາໄສຢູ່ຕ່າງປະເທດ ເພື່ອຂໍໃຫ້ເລື່ອນກຳນົດການເດີນທາງກັບຄືນປະເທດ ລາວ ໃນໄລຍະນີ້.

ນອກຈາກນີ້ມາດຕະການນຶ່ງທີ່ທາງການ ລາວ ໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນໄລຍະຜ່ານມາກໍຄືການກວດສຸຂະພາບຂອງແຮງງານຕ່າງຊາດທຸກຄົນທີ່ເດີນທາງມາຈາກປະເທດທີ່ມີການແຜ່ນລະບາດຂອງໄວຣັສ COVID-19 ໂດຍຖ້າຫາກກວດພົບວ່າມີອາການເປັນໄຂ້ ກໍຈະສົ່ງຕົວໄປຍັງສະຖານທີ່ກັກກັນ ເພື່ອກວດອາການຢ່າງລະອຽດໃນທັນທີ ສ່ວນຜູ້ທີ່ບໍ່ມີອາການໄຂ້ນັ້ນ ກໍຈະຕ້ອງກັກບໍລິເວນຕົນເອງຢູ່ແຕ່ໃນທີ່ພັກ ເພື່ອເຝົ້າລະວັງອາກາານເປັນເວລາ 14 ວັນ ໂດຍນາຍຈ້າງຈະຕ້ອງຮັບຜິດຊອບລູກຈ້າງຂອງຕົນ ແລະ ຈະຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ສາທາລະນະສຸກທີ່ໄປກວດເບິ່ງອາການຂອງລູກຈ້າງທີ່ຖືກກັກບໍລິເວນດັ່ງກ່າວອີກດ້ວຍ ດັ່ງທີ່ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິຕໍ່ໃນ ລາວ ໄດ້ຢືນຢັນວ່າ

"ຜູ້ປະກອບການທຸລະກິດຕ່າງໆທີ່ມີກຳມະກອນຈາກປະເທດທີ່ມີການລະບາດ ເມື່ອກັບເຂົ້າມາ ລາວ ແລ້ວຈະຕ້ອງໄດ້ຜ່ານມາດຕະການວັດແທກອຸນຫະພູມ ຖ້າວ່າບໍ່ພົບພາກສ່ວນດັ່ງກ່າວນີ້ຕ້ອງໄດ້ກັກກັນ 14​ ວັນ ອາດຈະຢູ່ໃນຫ້ອງພັກທີ່ຖືກຈັດສັນໃຫ້ຈາກບໍລິສັດ ແລ້ວໃຫ້ບໍລິສັດສະໜອງເຄື່ອງແທກອິນຟາເຣດ ພົກພາຫັ້ນ ສະບູ່, ແກ້ວລ້າງມື, ຜ້າປິດປາກປິດດັງນີ້ໃຫ້ແກ່ຄົນງານ ແລ້ວກະພະແນກສາທາລະນະສຸກຂອງພວກເຮົາຈະສົ່ງທີມແພດໄປອົບຮົມໃຫ້ ແລ້ວກະໄປຕິດຕາມກວດກາຈົນກວ່າໄລຍະ 14 ວັນນີ້ຜ່ານພົ້ນໄປ."

ໃນປັດຈຸບັນນີ້ມີແຮງງານຕ່າງຊາດ 29,825 ຄົນທີ່ໄດ້ຮັບອະນຸຍາດ ແລະ ຊຳລະຄ່າທຳນຽມເພື່ອທຳງານໃນ ລາວ ຢ່າງຖືກຕ້ອງຕາມກົດໝາຍ ຫາກແຕ່ສະຫະພັນກຳມະບານ ລາວ ລາຍງານວ່າ ມີແຮງງານຕ່າງຊາດ 34,928 ຄົນ ທີ່ຍັງບໍ່ຊຳລະຄ່າທຳນຽມໃນການອອກບັດອະນຸຍາດທຳງານຢ່າງຖືກຕ້ອງຊຶ່ງສ່ວນໃຫຍ່ກໍແມ່ນແຮງງານທີ່ມາຈາກ ຈີນ ແລະ ຫວຽດນາມ ທີ່ມີການລະບາດຂອງເຊື້ອໄວຣັສ COVID-19 ດ້ວຍນັ້ນ ຈຶ່ງນັບເປັນປັດໄຈສ່ຽງທີ່ເຊື້ອ COVID-19 ຈະເລັດລອດເຂົ້າມາລະບາດໃນ ລາວ ໄດ້ໃນໄລຍະຕໍ່ໄປ.

ທັງນີ້ກະຊວງສາທາລະນະສຸກໄດ້ອອກໜັງສືແຈ້ງການເລກທີ 030 ລົງວັນທີ 20 ມັງກອນ 2020 ເລື່ອງການກຽມຄວາມພ້ອມຢູ່ດ່ານ ເພື່ອຮັບມືໃນການກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອໄວຣັສ COVID-19 ທີ່ໄດ້ຈັດສົ່ງໄປເຖິງບັນດາຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວໜ້າກົມການບິນພົນລະເຮືອນ, ຫົວໜ້າພະແນກສາທາລະນະສຸກໃນທົ່ວປະເທດ ຊຶ່ງໄດ້ກວດຜູ້ຖືກສົງໄສໄປແລ້ວ 99​ ຄົນໂດຍໃນນີ້ມີ 97 ຄົນທີ່ບໍ່ພົບໄວຣັສ COVID-19 ແລະ ອີກ 2 ຄົນຍັງລໍຜົນການກວດຢ່າງລະອຽດທີ່ຈະຊາບຜົນຢ່າງເປັນທາງການໃນໄວໆນີ້.

XS
SM
MD
LG