ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເສດຖະກິດ ລາວ ຕົກຕໍ່າລົງຢ່າງຮຸນແຮງ ໃນປີ 2020 ເປັນຍ້ອນຜົນກະທົບຈາກ COVID-19 ແລະ ຄວາມບໍ່ໂປ່ງໃສ


ກຳມະກອນຢູ່ໂຮງງານເຟີນິເຈີ ໃນປະເທດ ລາວ.
ກຳມະກອນຢູ່ໂຮງງານເຟີນິເຈີ ໃນປະເທດ ລາວ.

ເສດຖະກິດ ລາວ ຕົກຕໍ່າລົງຢ່າງຮຸນແຮງໃນປີ 2020 ເປັນຍ້ອນຜົນກະທົບຈາກການລະບາດຂອງພະຍາດໄວຣັສ COVID-19 ທີ່ສົມທົບດ້ວຍການບໍລິຫານ ແລະ ການໃຊ້ຈ່າຍງົບປະມານຂອງລັດຖະບານທີ່ບໍ່ໂປ່ງໃສ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຖະແຫຼງຍອມຮັບວ່າການຕົກຕໍ່າລົງຢ່າງຮຸນແຮງຂອງເສດຖະກິດ ລາວ ໃນປີ 2020 ທີ່ຜ່ານມານອກຈາກຈະເປັນຍ້ອນການລະບາດຂອງພະຍາດໄວຣັສ COVID-19 ແລ້ວກໍຍັງມີສາເຫດສຳຄັນມາຈາກການບໍລິຫານ ແລະ ການໃຊ້ຈ່າຍງົບປະມານຂອງລັດຖະບານທີ່ບໍ່ມີຄວາມໂປ່ງໃສ ທັງການປະຕິບັດໜ້າທີ່ຂອງພະນັກງານລັດທີ່ກ່ຽວຂ້ອງກໍມີລະດັບປະສິດທິພາບທີ່ຕໍ່າອີກດ້ວຍ ຈຶ່ງເຮັດໃຫ້ເກີດບັນຫາໃນຫຼາຍໆດ້ານເລື້ອຍມາຈົນເຖິງປັດຈຸບັນນີ້ ດັ່ງທີ່ທ່ານ ທອງລຸນ ໄດ້ໃຫ້ການຢືນຢັນວ່າ

“ການຂະຫຍາຍຕົວຂອງເສດຖະກິດບໍ່ທັນຕໍ່ເນື່ອງຕາມທິດທາງທີ່ວາງໄວ້ ຄຸນນະພາບຂອງການເຕີບໂຕເສດຖະກິດຍັງບໍ່ທັນສູງ ແລະ ໝັ້ນທ່ຽງ ບັນຫາໜີ້ສາທາລະນະຍັງບໍ່ທັນສາມາດແກ້ໄຂໄດ້, ການປະຕິບັດວິໄນການເງິນ-ວິໄນແຜນການຍັງລົ້ມແຫຼວ, ສະຖຽນລະພາບຂອງເງິນຕາຍັງບອບບາງ, ຄັງສຳຮອງເງິນຕາຕ່າງປະເທດຍັງຕໍ່າກວ່າແຜນທີ່ວາງໄວ້, ການປັບປຸງສະພາບແວດລ້ອມທາງດ້ານການລົງທຶນ ແລະ ດຳເນີນທຸລະກິດຍັງບໍ່ທັນໄດ້ດີ ຍັງຊອກເຫັນຫຼາຍຈຸດທີ່ເປັນຊ່ອງຫວ່າງຂອງການຂາດຄວາມໂປ່ງໃສ.”

ແຕ່ຢ່າງໃດກໍຕາມ ທ່ານ ທອງລຸນ ໄດ້ຢືນຢັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິ ວັດ ລາວ ຊຶ່ງໄດ້ດຳເນີນກອງປະຊຸມໃນວັນທີ 13-15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນວ່າ ແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີສະບັບທີ 9 ຊຶ່ງຈະໄດ້ຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 4 ເປີ ເຊັນຕໍ່ປີຂຶ້ນໄປ ໂດຍຖ້າຫາກວ່າເປັນໄປຕາມຄາດໝາຍດັ່ງກ່າວກໍຈະເຮັດໃຫ້ຍອດຜະລິດຕະພັນພາຍໃນຂອງ ລາວ ໃນຕະຫຼອດ 5 ປີມີມູນຄ່າລວມເກີນກວ່າ 1 ລ້ານຕື້ກີບ ທີ່ຄິດສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ທີ່ລະດັບ 2,887 ໂດລາຕໍ່ຄົນໃນປີ 2025.

ສ່ວນທະນາຄານພັດທະນາ ເອເຊຍ (ADB) ກໍສະເໜີລາຍງານວ່າການເຕີບໂຕທາງເສດຖະກິດ ລາວ ໃນປີ 2020 ໄດ້ປັບຕົວຫຼຸດລົງ ແລະ ຕິດລົບເຖິງ 2.5 ເປີເຊັນ ເມື່ອທຽບໃສ່ປີ 2019 ແລະ ຖືເປັນການຕິດລົບຄັ້ງທຳອິດຂອງເສດຖະກິດ ລາວ ໃນໄລຍະ 30 ກວ່າປີ ນັບແຕ່ປີ 1986 ເປັນຕົ້ນມາ ໂດຍມີສາເຫດສຳຄັນປະການນຶ່ງມາຈາກການລະບາດຂອງໄວຣັສ COVID-19 ໃນຕະຫຼອດປີ 2020 ເລື້ອຍມາຈົນເຖິງປັດຈຸບັນ ອັນໄດ້ເຮັດໃຫ້ພາກກະສິກຳຂະຫຍາຍຕົວພຽງແຕ່ 1.9 ເປີເຊັນ ຈາກເປົ້າໝາຍທີ່ວາງໄວ້ 2.5 ເປີເຊັນ. ສ່ວນພາກອຸດສາຫະກຳກໍຂະຫຍາຍຕົວເພີ່ມຂຶ້ນພຽງ 1.4 ເປີເຊັນ ແລະ ພາກບໍລິການ-ການທ່ອງທ່ຽວນັ້ນ ກໍຕິດລົບເຖິງ 5.5 ເປີເຊັນ ເພາະວ່ານັກທ່ອງທ່ຽວຊາວຕ່າງຊາດເດີນທາງມາລາວຫຼຸດລົງເກີນກວ່າ 80 ເປີເຊັນ ທຽບໃສ່ປີ 2019.

ກ່ອນໜ້ານີ້ລັດຖະບານ ລາວ ໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດ (GDP) ຂອງປີ 2020 ໄວ້ໃນອັດຕາສະເລ່ຍ 6.5 ເປີເຊັນ ຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມ 117,780 ຕື້ກີບທີ່ສາມາດຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບສະເລ່ຍ 2,733 ຕໍ່ຄົນຕໍ່ປີ ຫາກແຕ່ ວ່າກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ຈິງ ທັງນີ້ກະຊວງແຜນການ ແລະ ການລົງທຶນ ລະບຸວ່າຄົນ ລາວ ມີລາຍໄດ້ສະເລ່ຍ 2,664 ໂດລາຕໍ່ຄົນໃນປີ 2020 ສ່ວນສະພາອຸດສາຫະກຳ ແລະ ການຄ້າແຫ່ງສະຫະພາບຢູໂຣບ ປະຈຳລາວ ກໍໄດ້ມີການຄາດໝາຍວ່າການລະບາດຂອງພະຍາດໄວຣັສ COVID-19 ເຮັດໃຫ້ເກີນກວ່າ 70 ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດໃນ ລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 70 ເປີເຊັນຂອງລາຍໄດ້ທັງໝົດໃນປີ 2020 ຈຶ່ງເຮັດໃຫ້ໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນສຳລັບໃຊ້ຊຳລະໜີ້ໃນທະນາຄານ ທັງຍັງມີການເລີກຈ້າງງານໃນ ລາວ ເພີ່ມຂຶ້ນນັບມື້ອີກດ້ວຍ.

ທາງດ້ານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ໄດ້ປະເມີນວ່າທຸລະກິດພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ໄດ້ມີການເລີກຈ້າງພະນັກງານແລ້ວເກີນກວ່າ 1 ແສນຄົນໃນປີ 2020 ສອດຄ່ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ທີ່ຄາດການວ່າພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາ ເນື່ອງຈາກວ່າບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາ ລາວ ນັບແຕ່ເດືອນເມສາ 2020 ເປັນຕົ້ນມາ ສ່ວນກະຊວງແຜນການ ແລະ ການລົງທຶນກໍປະເມີນວ່າການລະບາດຂອງໄວຣັສ COVID-19 ໄດ້ເຮັດໃຫ້ເສດຖະກິດ ລາວ ເກີດການສູນເສຍຫຼາຍກວ່າ 7,000 ຕື້ກີບ ທັງຍັງໄດ້ກະທົບຕໍ່ວິສາຫະກິດເຖິງ 128,690 ລາຍ ສ່ວນທະນາຄານແຫ່ງຊາດ ລາວ ລາຍງານວ່າມີລູກໜີ 4,918 ລາຍທີ່ຂໍເລື່ອນຊຳລະໜີໃຫ້ທະນາ ຄານມູນຄ່າ 1,440 ກວ່າລ້ານໂດລາ.

ກ່ອນໜ້ານີ້ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ຖະແຫຼງຢືນຢັນວ່າລັດຖະບານ ລາວ ຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ໃນມູນຄ່າບໍ່ໜ້ອຍກວ່າ 800 ລ້ານໂດລາຕໍ່ປີ ຊຶ່ງຄິດເປັນມູນຄ່າລວມເກີນກວ່າ 4,000 ລ້ານໂດລາ ໃນຊ່ວງປີ 2021-2025 ຕໍ່ໄປນີ້.

XS
SM
MD
LG