ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ລາວ ຮຽກ​ຮ້ອງ​ໃຫ້ ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ ຊ່ອຍ​ເຫຼືອ ໃນ​ການ​ຕໍ່​ສູ້​ກັບ ສະ​ພາບ ດິນ​ຟ້າ​ອາ​ກາດ ປ່ຽນ​ແປງ


ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ, ກ່າວ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, ສະ​ຫະ​ລັດ ອາ​ເມ​ຣິ​ກາ. 29 ກັນ​ຍາ 2019.
ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ, ກ່າວ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, ສະ​ຫະ​ລັດ ອາ​ເມ​ຣິ​ກາ. 29 ກັນ​ຍາ 2019.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ແຫ່ງ​ສປ​ປ ລາວ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ພັດ​
ທະ​ນາ​ແລ້ວ ແລະ ຄູ່​ຮ່ວມທີ່​ພັດ​ທະ​ນາ​ແລ້ວ ປະ​ກອບ​ສ່ວນຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ທີ່​
ດ້ອຍ​ພັດ​ທະ​ນາ 100 ຕື້​ໂດ​ລາ ໃນ​ການ​ຕໍ່​ສູ້​ກັບສະ​ພາບອ​າ​ກາດ​ປ່ຽນ​ແປງ, ​ໃນ​ການ​ລາຍ​
ງານ​ທີ່ກອງ​ປະ​ຊຸມ​ສະ​ມັດ​ຊາໃຫຍ່ ອົງ​ການສະ​ຫະ​ປະ​ຊາ​ຊາດ.

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ຂຶ້ນ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ສະ​ມັດ​ສະ​ໃຫຍ່ ສະ​ຫະ​ປະ
​ຊາ​ຊາດ ຄັ້ງ​ທີ 74 ຕາງ​ໜ້າ​ໃນ​ລັດ​ຖະ​ບານ ສ​ປ​ປ ລາວ ຢູ່ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​
ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ ນິວຢອກ ເມື່ອ​ວັນ​ເສົາ​ທີ 28 ກັນ​ຍາ​ວານນີ້.

ທ່ານ ສະ​ເຫຼີມ​ໄຊ ໄດ້ກ່າວ​ວ່າ ປະ​ຊາ​ຄົມ​ສາ​ກົນ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຢ່າງ
ຫຼວງຫຼາຍ ແລະ ຫຼາຍ​ພາກ​ສ່ວນ​ກໍ​ໄດ້​ປະ​ເຊີນ​ກັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ດິນ​ຟ້າ​ອາ​
ກາດ​ປ່ຽນ​ແປງ​ທີ່​ຮຸນ​ແຮງ ແລະ ເກີດ​ຫຼາຍ​ຂຶ້ນ​ເລື້ອຍໆ, ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​
ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ໃນ​ນັ້ນ​ກໍ​ລວມມ​ມີ​ຄື້ນ​ອາຍ​ຮ້ອນ​ທີ່​ເກີດ​ຂຶ້ນ​ໃນ
ຢູ​ໂຣບ, ແລະ ສະ​ພາ​ວະ​ແຫ້ງ​ແລ້ງ​ທີ່​ແກ່​ຍາວ​ໃນ​ທົ່ວ​ໂລກ ແລະ ໄພ​ນ້ຳ​ຖ້ວມ​ທີ່​ໄດ້​ເຮັດ​
ໃຫ້​ບ້ານ​ເຮືອນ​ຈົມ​ຢູ່​ໃຕ້​ນ້ຳ.

ທ່ານ​ໄດ້​ເວົ້າ​ວ່າ “ບັນ​ດາ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ເປັນ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ທີ່​ສຸດ ໂດຍ​ສະ
​ເພາະ​ລວມ​ທັງ​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ໃນ​ລະ​ຫວ່າງ 2 ເດືອນ​ທີ່​ຜ່ານ​ມາ, ພວກ​
ເຮົາ​ໄດ້​ປະ​ເຊີນ​ກັບ​ຝົນ​ຕົກ​ຢ່າງ​ໜັກ​ຍ້ອນ​ພາ​ຍຸ​ລະ​ດູ​ຮ້ອນ ໂພ​ດູ​ລ ໃນ​ທົ່ວ​ປະ​ເທດ. ເຊິ່ງ​
ໄດ້​ເຮັດ​ໃຫ້​ເກືອບ​ທຸກ​ແຂວງ​ຈົມ​ຢູ່​ໃຕ້​ນ້ຳ. ສ້າງ​ຄວາມ​ເສຍ​ຫາຍ​ຢ່າງຫຼວງຫຼາຍ​ຕໍ່​ໂຄງ​ລ່າງ​
ພື້ນ​ຖານ, ກະ​ສິ​ກຳ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

ທ່ານ​ໄດ້​ກ່າວ​ວ່າ ມັນ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເສຍ​ຫາຍ​ໃນ​ການ​ບຳ​ບັດ ແລະ ຟື້ນ​ຟູ​ຈຸດ​ທີ່​ໄດ້​
ຮັບ​ຜົນ​ກະ​ທົບຫຼາຍ​ພັນ​ລ້ານ​ໂດ​ລາ.

ສ​ປ​ປ​ປ ລາວ ໄດ້​ເພັ່ງ​ໃສ່​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ ກ່ຽວ​ກັບ ດິນ​ຟ້າ​ອາ​ກາດ​ປີ 2015 ແລະ
ສະ​ພາ​ແຫ່ງ​ຊາດ​ກໍໄດ້​ຮັບຮອງ​ກົດ​ໝາຍ ກ່ຽວ​ກັບ ການ​ຈັດ​ກາ​ນ​ໄພ​ພິ​ບັດ ແລະ ຄາດ​ວ່າ​
ຈະ​ປະ​ກາດ​ໃຊ້​ເປັນ​ກົດໝາຍ​ໃນ​ໄວໆ​ນີ້.

ນອກ​ນັ້ນ​ທ່ານ​ຍັງ​ໄດ້​ກ່າວ ກ່ຽວ​ກັບ ບັນ​ຫາ​ອື່ນໆ ເຊັ່ນການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ ແລະ
ສ້າງ​ສາ​ສັນ​ຕິ​ພາບ.

ພວກ​ເຮົາ​ຈະ​ມີ​ລາຍ​ງານ​ພິ​ເສດ ກ່ຽວ​ກັບ ການ​ລາຍ​ງານ​ຂອງ​ທ່ານ ສະ​ເຫຼີມ​ໄຊ ຢູ່​ກອງ
​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ພະ​ຫັດ​ຈະ​ມາ​ເຖິງນີ້. ຂໍ​ເຊີນ​ທ່ານ​ຈົ່ງ​
ຕິດ​ຕາມ​ຮັບ​ຟັງ.

XS
SM
MD
LG