ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານລາວຕ້ອງຊໍາລະຄືນໜີ້ ເງິນກູ້ ຕ່າງປະເທດເພີ້ມຂຶ້ນ ຈາກ 160 ລ້ານ ໂດລາ ໃນ 2010 ເປັນ 1,400 ລ້ານ ໂດລາ ໃນ 2022 ທັງຍັງ ຈະ​ຈ່າຍເພີ້ມຂຶ້ນ ທຸກ​ປີ


ການ​ປະ​ກາດ​ຂາຍ​ພັນ​ທະ​ບັດ​ຂອງ​ລັດ​ຖະ​ບານລາວ​ໃນ​ປີ 2022
ການ​ປະ​ກາດ​ຂາຍ​ພັນ​ທະ​ບັດ​ຂອງ​ລັດ​ຖະ​ບານລາວ​ໃນ​ປີ 2022

ລັດຖະບານລາວມີພັນທະທີ່​ຕ້ອງຊໍາລະຄືນໜີ້ເງິນກູ້ຕ່າງປະເທດເພີ້ມຂຶ້ນຈາກ 160 ລ້ານໂດລາ ໃນປີ 2010 ເປັນ 1,400 ລ້ານໂດລາໃນປີ 2022 ທັງ​ຍັງ​ຈະເພີ້ມຂຶ້ນທຸກປີ ຊຶ່ງ​ລວມ​ທັງ​ໜີ້​ສິນ​ໃນ​ຕະ​ຫລາດ​ຮຸ້ນ​ໄທ​ອີກ​ດ້ວຍ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ຈາກ​ບາ​ງກອກ.

ທ່ານ ບຸ​ນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນຖະ​ແຫຼງ​ວ່າ ລັດ​ຖະບານລາວປະເຊີນກັບການ​ມີໜີ້ສິນສາທາລະນະເພີ້ມ​ຂຶ້ນຢ່າງຕໍ່ເນື່ອງ ແລະກ້າວກະໂດດ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ໂດຍ​ມີສາເຫດທີ່​ສຳ​ຄັນມາ​ຈາກການຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທຸກ​ປີ ຈຶ່ງເຮັດໃຫ້ ຕ້ອງກູ້ຢືມເງິນ ຈາກຕ່າງປະເທດ ເພື່ອນໍາມາໃຊ້ດຸ່ນ​ດ່ຽງດ້ານ​ລາຍ​ຈ່າຍທີ່ສູງກວ່າລາຍຮັບມາໂດຍຕະຫຼອດ ​ແລະຜົນຕິດ​ຕາມ​ມາ ​ກໍ​ຄືໜີ້​ສິນ​ທີ່​ເພີ່ມ​ຂຶ້ນດັ່ງ​ກ່າວໄດ້ເຮັດ​ໃຫ້​ລັດຖະບານ​ມີ​ພັນທະ​ທີ່ຕ້ອງ​ຊຳ​ລະ​ຄືນເພີ້ມ​ຂຶ້ນເຊັ່ນ​ກັນ ​ດັ່ງ​ຈະເຫັນໄດ້ຈາກການ​ທີ່ລັດຖະບານ ມີ​ພັນ​ທະທີ່​ຕ້ອງຊຳ​ລະຄືນພຽງແຕ່ 160 ລ້ານໂດລາເທົ່າ​ນັ້ນ ໃນປີ 2010 ແລະເພີ່ມຂຶ້ນເປັນ 1,400 ລ້ານໂດລາໃນປີ 2022 ນີ້ ດັ່ງທີ່ທ່ານບຸນໂຈມ ຢືນຢັນວ່າ:
“ບັນຫາ​ທີ່​ເຮົ​າ​ມີນີ້ ​ແມ່ນບັນຫາ​ໜີ້​ສິນສາທາລະນະ​ທີ່​ມັນ​ສະ​ສົມ ເລີ້ມສະ​ສົມ​ແຮງກ່ອນໝູ່ນີ້ແມ່ນເລີ້ມຈາກ 2010 ມາ​ຮອດ 2016 ແມ່ນ​ຍ້ອນ​ເງິນກູ້ຢືມເງິນຂອງປະເທດພວກ​ເຮົາ ​ເອົາມາພັດ​ທະ​ນາ​ນີ້​ສູງ​ທີ່​ສຸດ​. ​ແລະ​ການ​ກ້າວ​ກະ​ໂດດ​ຂັ້ນ​ທີ່​ສຸດ ​ແລະ​ໄລຍະ​ເບີກຖອນ​ບັນ​ດາສັນຍາ​ເງິນກູ້ຕ່າງໆ​ນີ້ ​ແມ່ນ​ເລີ່​ມມີ​ຜົນ​ກະ​ທົບແຮງ​ຕໍ່ພວກ​ເຮົາ​ໃນ​ການ​ຊຳລະ​ໜີ້​ສິນຕ່າງປະ​ເທດນີ້ ແມ່ນ​ໃນ​ປີ 2019. ໃນປີ 2010 ນີ້ ແມ່ນ​ເຮົາ​ໃຊ້​ໜີ້ຕ່າງປະເທດປີ​ນຶ່ງບໍ່ເກີນ 160 ລ້ານໂດລາ, ລາຍຮັບພາຍໃນເຮົາກໍສາມາດປະ​ຄັບ​ປະ​ຄອງ ແລະຈ່າຍໄດ້, ແຕ່ພວກເຮົາ​ມາ​ກະ​ທົບແຮງ​ແມ່ນເລີ້ມແຕ່ປີ 2019 ມານີ້​ແມ່ນ 1,200 ລ້ານໂດລາ ຕໍ່ປີ, ແລະ ມາ​ຮອດປີ 2022 ແມ່ນ 1,400 ລ້ານໂດລາຕໍ່ປີ, ສະເພາະຊໍາລະໜີ້ຕ່າງປະເທດ.”

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນເປີດເຜີຍວ່າ ໜີ້ສາທາລະນະຂອງລັດຖະບານລາວ ຍັງມີທ່າອຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ເພາະວ່າຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ ໃນຂະນະທີ່ການທຸດຈະລິດ ໃນຂະ​ນະ​ທີ່ການ​ທຸດ​ຈະ​ລິດ​ໃນວົງການພະນັກງານພັກ-ລັດ ຍັງເກີດຂຶ້ນຢ່າງກວ້າງຂວາງ ແລະການປາບປາມມີປະສິດທິພາບຕ່ຳ ຊຶ່ງເຮັດໃຫ້ລັດຖະບານ ລາວຕ້ອງກູ້ຢືມເງິນເພີ້ມຂຶ້ນທັງພາຍໃນ ແລະຕ່າງປະເທດ ທັງນີ້ ໂດຍນັບເຖິງທ້າຍປີ 2021 ລັດຖະບານລາວ ມີພາລະໜີ້ສິນລວມເກີນກວ່າ 162,625 ຕື້ກີບ ຫຼືຄິດເປັນ 88 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມ (GDP) ປີ 2021 ໃນນີ້ແບ່ງເປັນໜີ້ຕ່າງປະເທດ 63 ເປີເຊັນ ພາຍໃນປະເທດ 13 ເປີເຊັນ ກັບໜີ້ຄ້ຳປະກັນຂອງລັດຖະບານ 12 ເປີເຊັນຂອງ GDP ໂດຍສະເພາະແມ່ນບັນດາລັດວິສາຫະກິດນັ້ນ ຖືເປັນພາກສ່ວນທີ່ສ້າງພາລະໜີ້ສິນໃຫ້ກັບລັດຖະບານລາວ ຫຼາຍທີ່ສຸດ ທັງຍັງມີລັດວິສາຫະກິດຈຳນວນນຶ່ງທີ່ບໍ່ສາມາດປະຕິຮູບການບໍລິຫານ ໃຫ້ເປັນທຸລະກິດໄດ້ອີກດ້ວຍ ເພາະເປັນກິຈະການທີ່ກ່ຽວກັບຄວາມໝັ້ນຄົງປອດໄພແຫ່ງຊາດ

ເຊັ່ນວ່າ ລັດວິສາມັນກິດໄຟ​ຟ້າລາວ (EDL) ທີ່​ໄດ້​ຕັ້ງບໍລິສັດໄຟຟ້າລາວ (ມະຫາຊົນ) ຫຼື EDL-GEN ເພື່ອຫຼຸດຜ່ອນພາ​ລະໜີ້ສິນ ດ້ວຍ​ການ​ລະ​ດົມເງິນ​ລົງທຶນທັງຈາກຕະຫຼາດທຶນພາຍໃນ ແລະຕ່າງ​ປະ​ເທດນັ້ນ ກໍ​ຍັງ​ປາ​ກົດ​ວ່າ EDL-GEN ຕ້ອງກູ້ຍືມເງິນທຶນຈາກຕ່າງ​ປະ​ເທດ​ເປັນ​ຫລັກ ໂດຍ​ສະ​ເພາະ​ແມ່ນການກູ້ຢືມ ໃນຕະ​ຫລາດ​ຫລັກ​ຊັບ​ແຫ່ງ​ປະ​ເທດ​ໄທ ທີ່ມີມູນຄ່າລວມ​ເຖິງ 41,500 ລ້ານ​ບາດ​ ໃນ​ຊ່ວງປີ 2014-2021 ເຊິ່ງຖືເປັນບໍລິສັດ​ທຳອິດໃນລຸ່ມແມ່ນ້ຳຂອງຄື ກຳປູເຈຍ, ລາວ, ພະ​ມ້າ, ຫວຽດ​ນາມ (CLMV) ທີ່​ລະ​ດົມ​ທຶນໃນໄທ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ​ຕະ​ຫລາດຮຸ້ນຂອງ​ໄທໄດ້ໃຫ້ການ​ຢືນ​ຢັນ​ວ່າ:
“EDL-GEN ນີ້​ໄດ້​ມີ​ການ​ລະ​ດົມ​ທຶນ​ຮຸ້ນ​ກູ້ໃນປະ​ເທດ​ໄທ​ນີ້ຕັ້ງ​ແຕ່​ປີ 2014 ແລະ EDL-GEN ນີ້ ກໍ​ເປັນບໍ​ລິ​ສັດ CLMV ທຳ​ອິດທີ່ມາ​ລະ​ດົມທຶນໃນ​ປະ​ເທດ​ໄທ ແລ້ວ​ກໍ​ໄດ້​ລະ​ດົມທຶນຕໍ່​ເນື່ອງ​ມາ ​ປີ 2014 ຫັ້ນ​ອອກ​ໄປ 6,500 ລ້ານ​ບາດ, ປີ 2016 ໄດ້ອອກເປັນເງິນໂດລາສະຫະລັດ 312 ລ້ານ, ແລ້ວ​ກໍປີ 2018 ແລະ 2019 ນີ້ ກໍອອກລວມ​ກັນເປັນ 17,500 ລ້ານ​ບາດ ແລ້ວ​ກໍ​ມາປີ 2021.”

ທັງນີ້ ລັດຖະບານລາວມີວິສາຫະກິດທັງໝົດ 178 ຫົວໜ່ວຍ ມີຊັບສິນລວມກັນເຖິງ 184,765 ຕື້ກີບ ຫຼືເທົ່າກັບ 96 ເປີເຊັນຂອງ GDP ແຕ່ລັດວິສາຫະກິດທັງ 178 ຫົວໜ່ວຍດັ່ງກ່າວ ກໍສີໜີ້ສິນລວມກັນ ເຖິງ 147,451 ຕື້ກີບຫຼືເທົ່າກັບ 76 ເປີເຊັນຂອງ GDP ທັງຍັງປະເຊີນ ກັບສະພາວະຂາດທຶນ ຢ່າງຫຼວງຫຼາຍທີ່ເກີດຈາກການທຸດຈະລິດ ແລະການບໍລິຫານມີປະສິດທິພາບຕໍ່າ ຍ້ອນວ່າ ມີການຫຼິ້ນພັກ-ຫຼິ້ນພວກ ແລະການສະແຫວງຫາຜົນປະໂຫຍດສ່ວນຕົວ ເປັນດ້ານຫຼັກ ຈຶ່ງເຮັດໃຫ້ ຈະຕ້ອງດຳເນີນການປະຕິຮູບຢ່າງຮີບດ່ວນທີ່ສຸດ ດ້ວຍການເປີດໃຫ້ເອກະຊົນຮ່ວມທຶນເພີ້ມຂຶ້ນ ເພາະວ່າ ການຈັດຕັ້ງປະຕິບັດດັ່ງກ່າວ ໃນໄລຍະຜ່ານມາພົບວ່າ ລັດວິສາຫະກິດທີ່ເອກະຊົນຮ່ວມທຶນໃນສັດ ສ່ວນທີ່ສູງນັ້ນ ມີປະສິດທິພາບສູງທັງໃນດ້ານການບໍລິຫານ ແລະຜົນປະກອບການທີ່ດີຂຶ້ນດ້ວຍ.

XS
SM
MD
LG