ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງ ສະໜາມໄຊ ຈະຍ້າຍເຂົ້າໄປຢູ່ ທີ່ພັກຊົ່ວຄາວ ພາຍໃນ ເດືອນພະຈິກ 2018


ທີ່ພັກຊົ່ວຄາວຂອງຜູ້ປະສົບໄພນໍ້າຖ້ວມໃນແຂວງອັດຕະປື.
ທີ່ພັກຊົ່ວຄາວຂອງຜູ້ປະສົບໄພນໍ້າຖ້ວມໃນແຂວງອັດຕະປື.

ຜູ້ປະສົບໄພນໍ້າຖ້ວມຄັ້ງໃຫຍ່ຢູ່ເມືອງ ສະໜາມໄຊ ຈະຍົກຍ້າຍເຂົ້າໄປຢູ່ທີ່ພັກຊົ່ວຄາວ
ຢ່າງຄົບຖ້ວນພາຍໃນເດືອນພະຈິກ 2018 ສ່ວນການຟື້ນຟູຊີວິດໃຫ້ກັບຄືນໄປສູ່ພາວະ
ປົກກະຕິນັ້ນຍັງຕ້ອງໃຊ້ເວລາ.

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ແຂວງອັດຕະປື ຢືນຢັນວ່າ ການ
ກໍ່ສ້າງເຮືອນພັກອາໄສຊົ່ວຄາວ ສຳລັບຜູ້ປະສົບໄພນໍ້າຖ້ວມຄັ້ງໃຫຍ່ໃນເຂດເມືອງສະ
ໜາມໄຊ ທີ່ເກີດຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັ້ນຈະແລ້ວສຳເລັດ ແລະ ຈະສາ
ມາດຍົກຍ້າຍຜູ້ປະສົບໄພເຂົ້າໄປພັກອາໄສໄດ້ຢ່າງຄົບຖ້ວນພາຍໃນເດືອນພະຈິກ
2018 ນີ້ ໂດຍທີ່ຜ່ານມາໄດ້ຍົກຍ້າຍຜູ້ປະສົບໄພເຂົ້າໄປຢູ່ໃນສູນພັກອາໄສຊົ່ວຄາວໄດ້
ແລ້ວເປັນສ່ວນໃຫຍ່ດັ່ງທີ່ທ່ານ ບຸນໂຮມ ໃຫ້ການຢືນຢັນວ່າ

“ການຂົນຍ້າຍປະຊາຊົນໂດຍສະເພາະປະຊາຊົນບ້ານ ທ່າຫີນ ແລະ ບ້ານໃໝ່ອອກມາ
ຢູ່ສູນດັ່ງກ່າວກໍຖືວ່າສຳລັບບ້ານທ່າຫີນ ສຳເລັດ 100 ເປີເຊັນຢູ່ໃນ 221 ຄອບຄົວຈາກ
ຈຳນວນຄົນ 953 ຄົນ ສ່ວນວ່າບ້ານໃໝ່ທີ່ເຫຼືອຈາກສູນຫາດຍາວ ໃນຈຳນວນ 63 ຄອບ
ຄົວນັ້ນແມ່ນໄດ້ເອົາເຂົ້າມາແລ້ວ 38 ຄອບຄົວເຫຼືອນັ້ນແມ່ນຍັງສືບຕໍ່ເອົາເຂົ້າຕື່ມ ແລະ
ຍັງມີຄຸ້ມໂຄກກ່ອງ ທີ່ຖືກເຮືອນເພພັງ ສິເຂົ້າໄປຢູ່ຫັ້ນຕື່ມ ລະຍັງຖ້າບ້ານໃໝ່ ເຂົ້າສຳ
ເລັດແລ້ວ ສິເອົາຄຸ້ມໂຄກກ່ອງທີ່ເຫຼືອເຂົ້າຕື່ມ.”

ທ່ານ ບຸນໂຮມ ບອກວ່າການກໍ່ສ້າງສູນທີ່ພັກອາໄສຊົ່ວຄາວດັ່ງກ່າວ ໄດ້ມີກຳນົດໃນ 5
ຈຸດດ້ວຍກັນຄືບໍລີເວນໂຮງຮຽນປະຖົມບ້ານຫາດຍາວ ທີ່ກໍ່ສ້າງສຳເລັດແລ້ວ 14 ຫຼັງມີ
140 ຫ້ອງ ແລະ ໄດ້ຍົກຍ້າຍຜູ້ປະສົບໄພຈາກບ້ານໃໝ່ 140 ຄອບຄົວເຂົ້າໄປຢູ່ແລ້ວ
ສ່ວນຈຸດທີ່ບ້ານດົງບາກ ຊຶ່ງເປັນຫ້ອງແຖວ 39 ຫຼັງມີ 468 ຫ້ອງນັ້ນກໍໄດ້ຍົກຍ້າຍຜູ້ປະ
ສົບໄພຈາກບ້ານທ່າຫີນ, ບ້ານໃໝ່ ແລະ ໂຄກກ່ອງ ເຂົ້າໄປຢູ່ແລ້ວນັບແຕ່ທ້າຍເດືອນ
ຕຸລາເປັນຕົ້ນມາ.

ສ່ວນອີກ 3 ຈຸດທີ່ເຫຼືອກໍຄືບ້ານ ຕໍມໍຍອດ, ບ້ານດອນບົກ ແລະ ບ້ານປີນດົງນັ້ນ ກຳລັງ
ເລັ່ງການກໍ່ສ້າງໃຫ້ແລ້ວເພື່ອໃຫ້ສາມາດໂຍກຍ້າຍຜູ້ປະສົບໄພທີ່ເຫຼືອ ເຂົ້າໄປຢູ່ໃຫ້ໄດ້
ຢ່າງຄົບຖ້ວນໃນທ້າຍເດືອນພະຈິກ 2018 ນີ້ ທັງນີ້ທາງການແຂວງອັດຕະປືກໍໄດ້ນຳ
ໃຊ້ເງິນທີ່ໄດ້ຮັບຈາກການບໍລິຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດໄປ
ແລ້ວຫຼາຍກວ່າ 33 ຕື້ກີບ ແຕ່ການສ້າງທີ່ຢູ່ອາໄສ ແລະ ການຈັດສັນທີ່ດິນທຳກິນຢ່າງ
ຖາວອນໃຫ້ກັບຜູ້ປະສົບໄພນັ້ນ ຍັງຈະຕ້ອງໃຊ້ເງິນອີກຢ່າງຫຼວງຫຼາຍ.

ທັງນີ້ໂດຍການເກັບກຳຂໍ້ມູນຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກເຄື່ອນເຊ
ປຽນ-ເຊນໍ້ານ້ອຍແຕກ ນັບແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມາພົບວ່າເນື່ອທີ່ປູກ
ເຂົ້ານາປີເສຍຫາຍໄປກວ້າງກວ່າ 8,050 ເຮັກຕາໃນນີ້ລວມເຖິງ 6 ບ້ານທີ່ຖືກກະທົບ
ຢ່າງໜັກໜ່ວງທີ່ສຸດຄືບ້ານ ຫີນລາດ, ບ້ານສະໜອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານ
ທ່າແສງຈັນ ແລະ ບ້ານໃຫຍ່ແທທີ່ມີປະຊາກອນລວມກັນ 7,095 ຄົນ ໃນ 1,611 ຄອບ
ຄົວ ຊຶ່ງຈະຕ້ອງໄດ້ຮັບການຊ່ວຍເຫຼືອໃນທຸກດ້ານ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ
ພວກເຂົາເຈົ້າ ເພື່ອກັບຄືນສູ່ສະພາວະປົກກະຕິໃຫ້ໄວທີ່ສຸດ.

ຫາກແຕ່ການທີ່ຈະສາມາດຈັດຕັ້ງປະຕິບັດໃຫ້ໄດ້ດັ່ງກ່າວກໍບໍ່ແມ່ນເລື່ອງງ່າຍ ເພາະວ່າ
ໄພນໍ້າຖ້ວມໄດ້ເຮັດໃຫ້ທັງ 6 ບ້ານໄດ້ຮັບການເສຍຫາຍຢ່າງສິ້ນເຊີງໃນທຸກໆດ້ານ ທັງ
ຍັງມີບັນຫາດ້ານຄວາມປອດໄພທີ່ກ່ຽວຂ້ອງກັບທີ່ຕັ້ງຂອງບ້ານອີກດ້ວຍ. ຈຶ່ງຄາດໝາຍ
ວ່າຈະຕ້ອງໃຊ້ເວລາ 2 ປີເປັນຢ່າງໜ້ອຍເພື່ອຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພ
ເຫຼົ່ານີ້ໃຫ້ກັບຄືນສູ່ສະພາວະປົກກະຕິໄດ້ຢ່າງແທ້ຈິງ.

ທັງນີ້ໂດຍເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທີ່ເກີດຈາກກໍລະນີ
ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນຄັ້ງນີ້ນັບເປັນເມືອງນຶ່ງທີ່ທຸກຍາກທີ່ສຸດໃນແຂວງອັດ
ຕະປື ໂດຍປີ 40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນໃນນີ້
ກໍມີບ້ານທີ່ຖືກກະທົບຈາກໄພນໍ້າຖ້ວມ 13 ບ້ານ ມີ 2,717 ຄອບຄົວ ຫຼື 13,067 ຄົນ
ໂດຍໄດ້ຮັບຜົນກະທົບທັງ 100 ເປີເຊັນນັ້ນກໍຄື 6 ບ້ານດັ່ງກ່າວ ຊຶ່ງໃນການຟື້ນຟູຊີວິດ
ການເປັນຢູ່ຂອງຜູ້ປະສົບໄປໃຫ້ກັບຄືນສູ່ສະພາວະປົກກະຕິນັ້ນ ລັດຖະບານລາວກໍຄາດ
ຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກນານາຊາດ ໃນໂອກາດກອງປະຊຸມໂຕະມົນລະ
ຫວ່າງລັດຖະບານ ລາວ ກັບສາກົນທີ່ຈະມີຂຶ້ນໃນທ້າຍເດືອນພະຈິກ 2018 ນີ້ເຊັ່ນດຽວ
ກັນ.

ໂດຍຜ່ານມາອຳນາດການປົກຄອງເມືອງສະໜາມໄຊ ໄດ້ມີການມອບເງິນຊ່ວຍເຫຼືອ
ເບື້ອງຕົ້ນ ໃຫ້ກັບຜູ້ປະສົບໄພຄອບຄົວລະ 5 ແສນກີບ ແລະ ເງິນຊ່ວຍເຫຼືອເດືອນລະ 1
ແສນກີບຕໍ່ຄົນນັບແຕ່ເດືອນກັນຍາເປັນຕົ້ນມາ ພ້ອມດ້ວຍເງິນອັດຕາກິນຄົນລະ 5,000
ກີບຕໍ່ວັນ ແລະ ເຂົ້າເດືອນລະ 20 ກິໂລກຣາມຕໍ່ຄົນ ສ່ວນຄອບຄົວທີ່ມີຜູ້ເສຍຊີວິດທັງ
44 ສົບນັ້ນ ກໍໄດ້ຮັບເງິນຊ່ວຍເຫຼືອຄອບຄົວລະ 1 ລ້ານ 5 ແສນກີບ ສຳລັບນໍາໃຊ້ເພື່ອ
ການຈັດຕັ້ງພິທີມ້ຽນສົບຕາມຮີດຄອງປະເພນີຢ່າງຄົບຖ້ວນແລ້ວ.

XS
SM
MD
LG