ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງກັ່ນນ້ຳມັນ ແຫ່ງທຳອິດໃນ ລາວ ຈະເລີ່ມ ກັ່ນນ້ຳມັນໄດ້ ໃນຕົ້ນປີ 2017


ບໍລິສັດ ຈີນ ກຳລັງດຳເນີນການກໍ່ສ້າງ ຖັງບັນຈຸນຳ້ມັນ ໜ່ວຍທີ 12 ຈາກທັງໝົດ 16 ຖັງ ໂດຍແຕ່ລະຖັງສາມາດບັນຈຸນ້ຳມັນໄດ້ 5 ລ້ານລິດ.
ບໍລິສັດ ຈີນ ກຳລັງດຳເນີນການກໍ່ສ້າງ ຖັງບັນຈຸນຳ້ມັນ ໜ່ວຍທີ 12 ຈາກທັງໝົດ 16 ຖັງ ໂດຍແຕ່ລະຖັງສາມາດບັນຈຸນ້ຳມັນໄດ້ 5 ລ້ານລິດ.

ໂຮງກັ່ນນ້ຳມັນແຫ່ງທຳອິດໃນ ລາວ ຈະເລີ່ມກັ່ນນ້ຳມັນເພື່ອຕອບສະໜອງການຊົມໃຊ້ ພາຍໃນໄດ້ ໃນຕົ້ນປີ 2017 ໂດຍຈະສາມາດຜະລິດນ້ຳມັນທຸກຊະນິດໄດ້ໃນປະລິມານ ລວມ 80 ລ້ານລິດໃນແຕ່ລະປີ.

ໂຮງກັ່ນນ້ຳມັນດັ່ງກ່າວນີ້ມີມູນຄ່າການກໍ່ສ້າງລວມ 179 ລ້ານໂດລາ ໂດຍຈະສາມາດກັ່ນ ນ້ຳມັນແອັດຊັງໄດ້ໃນປະລິມານ 230,000 ໂຕນ, ນ້ຳມັນກາຊວນ 380,000 ໂຕນ ແລະ ແກ໊ສແຫຼວ 12,000 ໂຕນໃນແຕ່ລະປີ ໂດຍນ້ຳມັນແອັດຊັງ ແລະ ນ້ຳມັນກາຊວນນັ້ນຈະ ຂາຍໃຫ້ກັບບໍລິສັດນ້ຳມັນເຊື້ອໄຟ ລາວ ສ່ວນແກ໊ສແຫຼວນັ້ນຈະສົ່ງອອກໄປຂາຍໃຫ້ປະ ເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດ ໄທ.

ທ່ານ ອຸດອນ ແຍງວັນນະວົງ ຫົວໜ້າຄະນະບໍລິຫານເຂດພັດທະນາກວມລວມໄຊເສດຖາ ຖະແຫຼງຢືນຢັນວ່າ ໂຄງການກໍ່ສ້າງໂຮງກັ່ນນ້ຳມັນແຫ່ງທຳອິດໃນ ລາວ ທີ່ຕັ້ງຢູ່ໃນເຂດ ພັດທະນາລວມ ໄຊເສດຖາ ໃນເຂດນະຄອນຫຼວງວຽງຈັນ ທີ່ລົງທຶນໂດຍບໍລິສັດອຸດສາຫະ ກຳຕົງຫຍຽນ-ຢູນນານ ຈາກ ຈີນ ນັ້ນໄດ້ດຳເນີນການຄືບໜ້າໄປແລ້ວ 30 ເປີເຊັນ ຂອງ ແຜນການ ຈຶ່ງຄາດໝາຍໄດ້ວ່າການກໍ່ສ້າງຈະສຳເລັດ ແລະ ເລີ່ມກັ່ນນ້ຳມັນໄດ້ນັບແຕ່ຕົ້ນ ປີ 2017 ເປັນຕົ້ນໄປ.

ທ່ານ ອຸດອນ ບອກວ່າໃນປະຈຸບັນ ບໍລິສັດ ຈີນ ກຳລັງດຳເນີນການກໍ່ສ້າງຖັງບັນຈຸນຳ້ມັນ ໜ່ວຍທີ 12 ຈາກທັງໝົດ 16 ຖັງໂດຍແຕ່ລະຖັງສາມາດບັນຈຸນ້ຳມັນໄດ້ 5 ລ້ານລິດ ຫຼື ຄິດ ເປັນປະລິມານລວມທັງໝົດ 80 ລ້ານລິດ ຊຶ່ງພຽງພໍກັບຄວາມຕ້ອງການພາຍໃນປະ ເທດ ໃນລະດັບປະຈຸບັນ.

ແຕ່ຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ ການນຳເຂົ້ານ້ຳມັນ ຈາກຕ່າງປະເທດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນປີ 2014 ລາວໄດ້ນຳເຂົ້ານ້ຳມັນໃນປະ ລິມານລວມເຖິງ 960 ກວ່າລ້ານລິດ ໂດຍເພີ່ມຂຶ້ນຈາກປີ 2013 ໃນອັດຕາສະເລ່ຍທີ່ ເກີນກວ່າ 5 ເປີເຊັນ ແລະ ດ້ວຍສະພາບການທີ່ມີການລົງທຶນຈາກຕ່າງປະເທດໃນ ລາວ ເພີ່ມຂຶ້ນນັບມື້ ກໍເຮັດໃຫ້ການນຳເຂົ້ານ້ຳມັນຂອງ ລາວ ເພີ່ມຂຶ້ນເປັນ 1,270 ລ້ານລິດໃນປີ 2015 ໂດຍເພີ່ມຂຶ້ນເກີນກວ່າ 32 ເປີເຊັນ ທຽບໃສ່ປີ 2014 ທີ່ຜ່ານມາ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກົມພາສີ ກະຊວງການເງິນ ໄດ້ຢືນຢັນວ່າ ການນຳເຂົ້ານ້ຳ ມັນເຊື້ອໄຟດັ່ງກ່າວ ຍັງຈະເຮັດໃຫ້ລັດຖະບານ ລາວ ຕ້ອງສູນເສຍລາຍຮັບຈາກພາສີອາ ກອນເພີ່ມຂຶ້ນອີກດ້ວຍ ເນື່ອງຈາກວ່າ ລັດຖະບານ ລາວ ໄດ້ຍົກເວັ້ນການເກັບພາສີອາ ກອນນຳເຂົ້າສິນຄ້າໃຫ້ແກ່ບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນ ລາວ ໃນຫຼາຍລາຍການ ເຊິ່ງ ລວມເຖິງນ້ຳມັນດ້ວຍ.

ຍິ່ງໄປກວ່ານັ້ນ ການຍົກເວັ້ນພາສີອາກອນດັ່ງກ່າວຍັງໄດ້ສົ່ງຜົນກະທົບຕໍ່ລະບົບການຄ້າ ຢູ່ພາຍໃນ ລາວ ຢ່າງກວ້າງຂວາງອີກດ້ວຍ ເພາະການຍົກເວັ້ນພາສີອາກອນໃຫ້ແກ່ການ ນຳ ເຂົ້ານ້ຳມັນນັ້ນກາຍເປັນຊ່ອງທາງເຮັດໃຫ້ ບໍລິສັດຕ່າງຊາດຈຳນວນໜຶ່ງໄດ້ພາກັນນຳ ເຂົ້າ ນ້ຳມັນເຊື້ອໄຟເກີນຄວາມຕ້ອງການທີ່ເປັນ ຈິງແລ້ວລັກລອບຈຳໜ່າຍໃຫ້ແກ່ບັນດາ ຜູ້ຄ້ານ້ຳມັນລາຍຍ່ອຍ ດັ່ງທີ່ເຈົ້າໜ້າທີ່ ລາວ ຢືນຢັນວ່າ.

"ໃນເມື່ອວ່ານ້ຳມັນດັ່ງກ່າວນີ້ເອົາໄປລົງປ້ຳແລ້ວ ມັນກະສ້າງຄວາມວຸ້ນວາຍໃຫ້ຕະ ຫຼາດ ນ້ຳມັນຂອງພວກເຮົາ ເພາະວ່າບໍລິສັດທີ່ເຮັດຖືກຕ້ອງເອົານ້ຳມັນໄປສົ່ງໃຫ້ປຳ້ ຫັ້ນຖືວ່າ ປຳ້ຫັ້ນກະຈະໄດ້ກຳໄລລິດໜຶ່ງ 150 ກີິບ ນຳ້ມັນໂຄງການ ນຳ້ມັນຍົກເວັ້ນ ພາສີເພີ່ນ ເອົາລົງໄປໃຫ້ປຳ້ນີ້ ເພີ່ນກໍໃຫ້ກຳໄລພໍ່ຄ້າຜູ້ບໍລິການປ້ຳຫັ້ນລິດໜຶ່ງ 400 ຫາ 500 ຮອດ 1,100-1,200 ກີບຕໍ່ລິດ."

ໂດຍໃນປີ 2015 ກໍປະກົດວ່າບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນ ລາວ ໄດ້ນຳເຂົ້ານຳ້ ມັນແລ້ວຄິດເປັນປະລິມານລວມເກີນກວ່າ 300 ລ້ານລິດ ແລະ ຖ້າຫາກວ່າບັນດາເຈົ້າ ໜ້າທີ່ພາສີຂອງລັດຖະບານ ລາວ ປະຕິບັດໜ້າທີ່ໃນການກວດກາຢ່າງບໍ່ມີປະສິດທິພາບ ດ້ວຍແລ້ວ ກໍຍັງຈະເປີດໂອກາດໃຫ້ມີການລັກລອບນຳເຂົ້ານຳ້ມັນເກີນກວ່າລະດັບຄວາມ ຕ້ອງການ ທີ່ເປັນຈິງເພີ່ມຂຶ້ນອີກຢ່າງແນ່ນອນ.

XS
SM
MD
LG