ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ສ້າງ ໂຮງກັ່ນນໍ້າມັນ ແຫ່ງທຳອິດ ໃນ ລາວ ມີຄວາມຄືບໜ້າ ຕາມແຜນທີ່ວາງໄວ້


ຖັງນໍ້າມັນ ຢູ່ໂຮງກັ່ນນໍ້າມັນແຫ່ງທຳອິດໃນ ລາວ.
ຖັງນໍ້າມັນ ຢູ່ໂຮງກັ່ນນໍ້າມັນແຫ່ງທຳອິດໃນ ລາວ.

ການກໍ່ສ້າງໂຮງກັ່ນນໍ້າມັນແຫ່ງທຳອິດໃນ ລາວ ມີຄວາມຄືບໜ້າຕາມແຜນການທີ່ວາງ
ໄວ້ ທັງຍັງໄດ້ປ້ອງກັນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດຢ່າງໄດ້ມາດ
ຕະຖານສາກົນອີກດ້ວຍ.

ທ່ານ ອຸດອນ ແຍງວັນນະວົງ ຫົວໜ້າຄະນະບໍລິຫານເຂດພັດທະນາກວມລວມໄຊເສດຖາ ຖະແຫຼງຢືນຢັນວ່າການກໍ່ສ້າງໂຮງກັ່ນນໍ້າມັນແຫ່ງທຳອິດຕັ້ງຢູ່ໃນເຂດພັດທະນາກວມລວມ
ໄຊເສດຖາ ໄດ້ດຳເນີນການຄືບໜ້າໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ທັງຍັງໄດ້ຈັດ
ຕັ້ງປະຕິບັດຕາມລະບຽບກົດໝາຍ ແລະມາດຕະຖານດ້ານສິ່ງແວດລ້ອມທີ່ທາງການລາວ ໄດ້ກຳນົດໄວ້ຢ່າງຄົບຖ້ວນອີກດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ.

"ການພັດທະນາຂອງພວກເຮົາ ແມ່ນໄດ້ຮັບໃບຢັ້ງຢືນດ້ານສິ່ງແວດລ້ອມເຖິງສອງສະ
ບັບໃບຢັ້ງຢືນດ້ານສິ່ງແວດລ້ອມໂຄງການພັດທະນາ ຂພສ. ແລະ ພື້ນທີ່ໂຄງການທັງ
ໝົດຂອງການພັດທະນາ ແລະ ໄດ້ຮັບຢັ້ງຢືນສະພາບແວດລ້ອມຂອງໂຄງການກໍ່ສ້າງ
ກັ່ນນໍ້າມັນອີກດ້ວຍ ແລະ ພວກເຮົາເຊື່ອໝັ້ນວ່າໂຄງການຂອງພວກເຮົາເປັນມິດຕໍ່ສິ່ງ
ແວດລ້ອມ ແລະຖືກຕາມຂັ້ນຕອນອະນຸມັດຕາມກົດໝາຍການປົກປັກຮັກສາສິ່ງແວດ

ລ້ອມ ສປປ ລາວ."

ໂຮງກັ່ນນໍ້າມັນດັ່ງກ່າວນີ້ ລົງທຶນໂດຍກຸ່ມບໍລິສັດອຸດສາຫະກຳ ຕົງຢຽນ-ຢຸນໜານ ຈາກ
ຈີນ ໂດຍການກໍ່ສ້າງຈະສຳເລັດ ແລະ ເລີ່ມກັ່ນນໍ້າມັນໄດ້ພາຍໃນປີ 2017 ນີ້ ສ່ວນການ
ດຳເນີນງານຜ່ານມາກໍໄດ້ດຳເນີນການກໍ່ສ້າງບັນຈຸນໍ້າມັນສຳເລັດແລ້ວ 12 ຖັງຈາກທັງ
ໝົດ 16 ຖັງ ໂດຍແຕ່ລະຖັງສາມາດບັນຈຸນໍ້າມັນໄດ້ 5 ລ້ານລິດ ຫຼື ຄິດເປັນຄວາມຈຸລວມ
ທັງໝົດ 80 ລ້ານລິດ.

ທັງນີ້ຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເສດຖະກິດ ສະເພາະ ຂພສ ໄດ້ອະນຸມັດສຳປະທານການລົງທຶນໃນເຂດພັດທະນາກວມລວມ ໄຊ
ເສດຖາ ໃຫ້ກັບບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ ໂດຍໄດ້ໃຊ້ເງິນທຶນໄປແລ້ວ ຄິດເປັນ
ມູນຄ່າລວມເຖິງ 83 ລ້ານໂດລາ ເພື່ອກໍ່ສ້າງພື້ນຖານໂຄງລ່າງຕ່າງໆຢູ່ໃນເຂດພັດທະນາ
ກວມລວມໄຊເສດຖາ ໂດຍການດຳເນີນງານທີ່ສຳເລັດແລ້ວໃນປະຈຸບັນນີ້ ກໍຄືການກໍ່ສ້າງ
ເສັ້ນທາງອ້ອມໂຄງການ, ການວາງລະບົບລະບາຍນໍ້າ, ການຕິດຕັ້ງເຄືອຂ່າຍສື່ສານ
ການສ້າງອາຄານສຳນັກງານ, ຫ້ອງວາງສະແດງ, ສະຖານີໄຟຟ້າ, ລະບົບນໍ້າປະປາ ແລະ
ອື່ນໆ.

ໂດຍການດຳເນີນງານດັ່ງກ່າວນີ້ຖືເປັນຄວາມສຳເລັດໃນໄລຍະທີ 1 ຈາກ 3 ໄລຍະຂອງ
ໂຄງການທີ່ມີເນື້ອທີ່ສຳປະທານທັງໝົດ 1,149 ເຮັກຕາ ຊຶ່ງຕັ້ງຢູ່ລະຫວ່າງເຂດເມືອງໄຊ
ເສດຖາ ແລະ ໄຊທານີ, ໃນເຂດນະຄອນຫຼວງວຽງຈັນ ແລະ ຈາກຜົນສຳເລັດດັ່ງກ່າວນີ້ກໍ
ເຮັດໃຫ້ບໍລິສັດຮ່ວມທຶນ ລາວ-ຈີນ ສາມາດດຶງເອົາການລົງທຶນຈາກຕ່າງປະເທດເຂົ້າມາ
ໃນເຂດພັດທະນາກວມລວມໄຊເສດຖາໄດ້ແລ້ວ 30 ບໍລິສັດ ມີມູນຄ່າລົງທຶນລວມຫຼາຍ
ກວ່າ 350 ລ້ານໂດລາ ທີ່ລວມເຖິງການສ້າງໂຮງກັ່ນນໍ້າມັນແຫ່ງທຳອິດໃນ ລາວ ທີ່ເປັນ
ການລົງທຶນຂອງບໍລິສັດເອກະຊົນ ຈີນ 180 ລ້ານໂດລາດ້ວຍ.

ສຳລັບໂຮງກັ່ນນໍ້າມັນແຫ່ງທຳອິດໃນ ລາວ ດັ່ງກ່າວນີ້ຈະສາມາດກັ່ນນໍ້າມັນໄດ້ເຖິງ 950 ລ້ານລິດຕໍ່ປີ ໂດຍແບ່ງເປັນນໍ້າມັນແອັດຊັງ 390 ລ້ານລິດ ແລະ ນໍ້າມັນກາຊວນ 560
ລ້ານລິດ ທັງຍັງຈະມີຜົນຜະລິດເປັນແກ໊ສແຫຼວ LPG ໃນປະລິມານ 18,000 ໂຕນ, ນໍ້າ ມັນສັງເຄາະ 12,600 ໂຕນ ແລະ ນໍ້າມັນເຕົາສຳລັບໂຮງງານອຸດສາຫະກຳອີກ 5,000
ໂຕນ ຊຶ່ງຈະເຮັດໃຫ້ ລາວ ສາມາດຫຼຸດປະລິມານການນຳເຂົ້ານໍ້າມັນເຊື້ອໄຟໄດ້ເຖິງ 60 ເປີເຊັນຂອງຄວາມຕ້ອງການທັງໝົດໃນແຕ່ລະປີ.

ທັງນີ້ ລາວ ໄດ້ນຳເຂົ້ານໍ້າມັນຈາກຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍປີ 2014 ລາວ
ໄດ້ນໍາເຂົ້ານໍ້າມັນໃນປະລິມານລວມ 960 ລ້ານກວ່າລິດ ເພີ່ມຂຶ້ນຈາກປີ 2013 ໃນອັດ ຕາສະເລ່ຍທີ່ເກີນກວ່າ 5 ເປີເຊັນ ແລະ ດ້ວຍສະພາບການທີ່ມີການລົງທຶນຈາກຕ່າງ
ປະເທດໃນ ລາວ ເພີ່ມຂຶ້ນນັບມື້ດ້ວຍນັ້ນກໍຍັງເຮັດໃຫ້ຕ້ອງມີການນຳເຂົ້ານໍ້າມັນເພີ່ມຂຶ້ນ
ເປັນ 1,270 ລ້ານລິດໃນປີ 2015 ສ່ວນໃນປີ 2016 ກໍມີການນຳເຂົ້ານໍ້າມັນຫຼາຍກວ່າ
1,400 ລ້ານລິດ ແລະ ຍັງຈະເພີ່ມຂຶ້ນອີກໃນຕະຫຼອດປີ 2017 ນີ້.

XS
SM
MD
LG