ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກະເສດຕະກອນ ລາວ ປະເຊີນໜ້າ ກັບຄວາມເສຍຫາຍ ຍ້ອນໄພ ແຫ້ງແລ້ງ ຫຼາຍຂຶ້ນ ໃນແຂວງພາກໃຕ້


ໍຊາວນາ ກຳລັງປູກເຂົ້າ ໃນລະດູແລ້ງ.
ໍຊາວນາ ກຳລັງປູກເຂົ້າ ໃນລະດູແລ້ງ.

ໄພແຫ້ງແລ້ງເຮັດໃຫ້ກະເສດຕະກອນ ລາວ ປະເຊີນໜ້າກັບການ ເສຍຫາຍຫຼາຍຂຶ້ນ ໂດຍສະເພາະແມ່ນຢູ່ທີ່ເຂດແຂວງພາກໃຕ້ ທີ່ກະທົບເຖິງຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຫຼີກລ້ຽງບໍ່ ໄດ້ອີກດ້ວຍ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ການຢືນຢັນ ວ່າ ພື້ນທີ່ໃນເຂດ 4 ແຂວງພາກໃຕ້ຂອງ ລາວ ຄືແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຈະປື ກໍລັງປະເຊີນໜ້າກັບໄພແຫ່ງແລ້ງຢ່າງໜັກໜ່ວງໃນຂະນະນີ້ ໂດຍຈາກການສຳຫຼວດ ພົບວ່າ ຫ້ວຍ, ໜອງນ້ຳ, ລຳເຊຕ່າງໆ ໄດ້ບົກແຫ້ງໄວກວ່າປີກາຍ ຊຶ່ງກໍຈະເຮັດໃຫ້ປະຊາຊົນ ແລະ ກະເສດຕະກອນຕ້ອງຂາດເຂີນນ້ຳກິນ-ນຳ້ໃຊ້ນັບແຕ່ປະຈຸບັນໄປຈົນເຖິງເດືອນພຶດສະພາ ໜ້ານີ້.

ແຕ່ຢ່າງໃດກໍຕາມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຍັງບໍ່ທັນໄດ້ອອກ ແຈ້ງການ ກ່ຽວກັບ ກໍລະນີໄພແຫ້ງແລ້ງດັ່ງກ່າວນີ້ ຫາແຕ່ຫຼາຍໆທ້ອງຖິ່ນ ກໍໄດ້ມີການຂຸດເຈາະ ນ້ຳບາດານ ເພື່ອຮັບມືກັບໄພແຫ້ງແລ້ງດັ່ງກ່າວແລ້ວ ສ່ວນຜະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມຂອງທັງ 4 ແຂວງກໍໄດ້ແນະນຳໃຫ້ປະຊາຊົນເພີ່ມທະວີການປະຢັດ ນ້ຳກິນນ້ຳໃຊ້ ແລະ ໃຫ້ກັກເກັບນ້ຳໄວ້ດ້ວຍວິທີຂຸດສ້າງນ້ຳ ທັງຍັງຂໍໃຫ້ຮ່ວມກັນສະຫງວນ ແຫຼ່ງນ້ຳທຳມະຊາດໄວ້ໃນຍາມສຸກເສີນອີກດ້ວຍ.

ສປປ ລາວ ຕ້ອງປະເຊີນກັບໄພແຫ້ງແລ້ງທີ່ເຮັດໃຫ້ເກີດການເສຍຫາຍເພີ່ມຂຶ້ນທຸກປີ ຕົວຢ່າງ ກໍຄືໃນປີ 2014 ກະເສດຕະກອນໃນທົ່ວປະເທດ ລາວ ປູກເຂົ້ານາແຊງໄດ້ໃນພື້ນທີ່ລວມ 94,700 ເຮັກຕາ ຊຶ່ງຄິດເປັນ 75 ເປີເຊັນຂອງແຜນການປີ ແລະ ໃນປີ 2015 ເຖິງແມ່ນວ່າກະ ເສດຕະກອນ ລາວ ຈະສາມາດປູກເຂົ້ານາແຊງໄດ້ເພີ່ມຂຶ້ນເປັນ 102,000 ເຮັກຕາກໍຕາມ ຫາກແຕ່ກໍຄິດເປັນ 85 ເປີເຊັນຂອງແຜນການປີເທົ່ານັ້ນ.

ນອກຈາກນັ້ນ ກະເສດຕະກອນ ລາວ ຍັງສາມາດປັກດຳເຂົ້ານາປີໄດ້ໃນພື້ນທີ່ລວມ 770,000 ເຮັກຕາໃນແຜນການປີ 2015-2016 ຊຶ່ງຫຼຸດລົງຈາກແຜນການປີ 2014-2015 ໃນເນື້ອທີ່ ລວມ 2,600 ກວ່າເຮັກຕາເນື່ອງຈາກຫຼາຍພື້ນທີ່ຕ້ອງປະເຊີນກັບໄພແຫ້ງແລ້ງຢ່າງໜັກໜ່ວງ ດັ່ງທີ່ເຈົ້າໜ້າທີ່ໃນກະຊວງກະສິກຳ-ປ່າໄມ້ໄດ້ໃຫ້ການອະທິບາຍເຖິງສະພາບການທີ່ເປັນຢູ່ ໃນເວລານີ້ວ່າ.

ທົ່ງນາແຫ້ງຍ້ອນໄພແຫ້ງແລ້ງໃນພາກໃຕ້ຂອງ ລາວ.
ທົ່ງນາແຫ້ງຍ້ອນໄພແຫ້ງແລ້ງໃນພາກໃຕ້ຂອງ ລາວ.

"ເນື່ອງຈາກວ່າກະແມ່ນເລື່ອງລະດັບນ້ຳເນາະ ແລະ ສັງເກດ ເບິ່ງແລ້ວໃນຫຼາຍໆຈຸດທີ່ພວກເຮົາໃຊ້ສະຖານີ ຫຼືວ່າຈັກສູບນ້ຳ ຈາກນ້ຳຂອງນີ້ ເຫັນວ່າຫຼາຍຈຸດແມ່ນຈະເກີດຊາຍ ຖືວ່າລະດັບ ນ້ຳເອີ້ນວ່ານ້ອຍກວ່າປີປົກກະຕິ ແລະ ແມານເລື່ອງອາກາດ ແລະ ອີກອັນໜຶ່ງປະຊາຊົນນີ້ກະຈຳນວນໜຶ່ງ ກະຫັນໄປຜະລິດ ແນວອື່ນ ເຊັ່ນປູກຢາສູບ, ປູກສາລີ, ປູກມັກຕົ້ນ, ປູກຢາງພາລາ ເພື່ອມາປ່ຽນແທນໃນການຜະລິດເຂົ້ານາແຊງນີ້ ອັນນີ້ກະແມ່ນ ສາເຫດທີ່ວ່າຈະໃຫ້ໄທເຮົາບໍ່ສາມາດບັນລຸຕົວເລກຄາດໝາຍ."

ນອກຈາກໄພແຫ້ງແລ້ງແລ້ວ, ສປປ ລາວ ກໍຍັງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຫຼາຍຂຶ້ນ ນັບມື້ດ້ວຍເຊັ່ນກັນ ໂດຍສະເພາະກໍແມ່ນໃນປີ 2013 ທີ່ພາຍຸໂຊນຮ້ອນເຖິງ 4 ໜ່ວຍໄດ້ພັດ ເຂົ້າມາໃນ ລາວ ນັ້ນນອກຈາກຈະສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 6 ໜື່ນຄອບຄົວແລ້ວ ຍັງເຮັດໃຫ້ນາເຂົ້າເສຍຫາຍໄປຫຼາຍກວ່າ 3 ແສນເຮັກຕາ ແລະ ພື້ນຖານໂຄງລ່າງຕ່າງໆ ໄດ້ເສຍຫາຍໄປຄິດເປັນມູນຄ່າເກີນກວ່າ 494 ຕື້ກີບອີກດ້ວຍ.

ສ່ວນໃນລະຫວ່າງເດືອນກໍລະກົດ ຫາ ສິງ 2014 ໄພນ້ຳຖ້ວມທີ່ແຂວງຈຳປາສັກ, ຄຳມ່ວນ, ວຽງຈັນ ແລະ ຫຼວງພະບາງ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ຜົນຜະລິດດ້ານການ ກະເສດກໍເສຍຫາຍໄປຢ່າງກວ້າງຂວາງ ໂດຍທີ່ເສຍຫາຍຫຼາຍກວ່າໝູ່ກໍຄືພື້ນທີ່ໃນເຂດ ແຂວງຈຳປາສັກ ທີ່ມີນາເຂົ້າຖືກນ້ຳຖ້ວມເຖິງ 11,887 ເຮັກຕາ ຫຼື 9.86 ເປີເຊັນຂອງທີ່ນາ ທັງໝົດໃນແຂວງຈຳປາສັກ ສ່ວນທີ່ແຂວງຄຳມ່ວນ ກໍມີເຖິງ 6 ເມືອງທີ່ເສຍຫາຍຈາກໄພ ນ້ຳຖ້ວມ ກໍຄືເມືອງໜອງບົກ, ເມືອງເຊບັ້ງໄຟ, ເມືອງຫີນບູນ, ເມືອງມະຫາໄຊ, ເມືອງຍົມມະ ລາດ ແລະ ເມືອງນາກາຍ.

ນອກຈາກນີ້ ກໍຍັງມີເມືອງໂພນໄຊ ທີ່ເສຍຫາຍຫຼາຍກວ່າເມືອງອື່ນໆ ທີ່ຢູ່ໃນແຂວງຫຼວງ ພະບາງ ດ້ວຍກັນ ສ່ວນຢູ່ໃນແຂວງວຽງຈັນ ກໍເກີດການເສຍຫາຍຫຼາຍສົມຄວນ ເນື່ອງຈາກ ຫຼາຍພື້ນທີ່ໃນແຂວງວຽງຈັນ ຕ້ອງຮອງຮັບນ້ຳທີ່ຖືກປ່ອຍລົງມາຈາກເຂື່ອນນ້ຳງື່ມນັ້ນເອງ.

ທັງນີ້ລັດຖະບານ ລາວ ໄດ້ວາງເປົ້າໝາຍຈະຊຸກຍູ້ຜົນຜະລິດເຂົ້າໃຫ້ໄດ້ໃນປະລິມານລວມ 4.2 ລ້ານໂຕນໃນແຜນການປີ 2015-2016 ໃນນີ້ແບ່ງເປັນ 3.53 ລ້ານໂຕນເພື່ອຄ້ຳປະ ກັນສະບຽງອາຫານແຫ່ງຊາດ.

XS
SM
MD
LG