ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ກະເສດຕະກອນ ລາວ ຕັດຕົ້ນຢາງ ພາລາ ຖິ້ມ ຍ້ອນລາຄາ ຢາງທີ່ ຕົກຕ່ຳຫຼາຍ


ຮອງນາຍົກລັດຖະມົນຕີ ທ່ານ ສົມສະຫວາດ ເລັ່ງສະຫວັດ ສາທິດວິທີການຂູດຢາງພາລາ.
ຮອງນາຍົກລັດຖະມົນຕີ ທ່ານ ສົມສະຫວາດ ເລັ່ງສະຫວັດ ສາທິດວິທີການຂູດຢາງພາລາ.

ກະເສດຕະກອນ ລາວ ໄດ້ພາກັນຕັດຕົ້ນຢາງພາລາຖິ້ມຫຼາຍຂຶ້ນ ນັບມື້ ເນື່ອງຈາກທົນ ແບກຮັບພາລະຂາດທຶນຕໍ່ໄປບໍ່ໄຫວ ໂດຍມີ ສາເຫດຈາກລາຄາຢາງພາລາທີ່ຕົກຕ່ຳລົງ ເກີນກວ່າ 680 ເປີເຊັນ ທຽບໃສ່ປີ 2013.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ ແລະ ປ່າໄມ້ ເປີດເຜີຍວ່າກະເສດຕະກອນທີ່ປູກຢາງ ພາລາໃນ ລາວ ໄດ້ພາກັນຕັດຕົ້ນຢາງພາລາຖິ້ມຫຼາຍຂຶ້ນນັບມື້ ເພາະວ່າລາຄາຢາງພາລາ ໃນ ລາວ ທີ່ຕົກຕ່ຳລົງຢ່າງຕໍ່ເນື່ອງຈາກລາຄາສະເລ່ຍ 17,000 ກີບຕໍ່ກິໂລກຣາມ ໃນປີ 2013 ມາເປັນ 2,500 ກີບຕໍ່ກິໂລກຣາມໃນປະຈຸບັນນີ້ ເຮັດໃຫ້ລາຍຮັບຂອງຊາວສວນ ຢາງພາລາ ໃນ ລາວ ຫຼຸດລົງຫຼາຍກວ່າ 680 ເປີເຊັນ ທຽບໃສ່ປີ 2013 ຈຶ່ງເຮັດໃຫ້ພວກ ເຂົາເຈົ້າບໍ່ສາມາດ ທີ່ຈະທົນແບກຮັບສະພາວະການຂາດທຶນໄດ້ອີກຕໍ່ໄປ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະ ປ່າໄມ້ ຍັງບໍ່ມີສະຖິຕິທີ່ຄັກແນ່ວ່າກະເສດຕະກອນ ລາວ ໄດ້ພາກັນຕັດຕົ້ນຢາງພາລາໄປແລ້ວໃນເນື້ອທີ່ລວມເທົ່າໃດໃນທົ່ວປະເທດ ຫາກແຕ່ ຈາກການເກັບກຳຂໍ້ມູນເບື້ອງຕົ້ນສະເພາະໃນເຂດແຂວງຫຼວງນ້ຳທານັ້ນ ກໍພົບວ່າກະເສດຕະ ກອນ ລາວ ໃນແຂວງດັ່ງກ່າວນີ້ໄດ້ພາກັນຕັດຕົ້ນຢາງພາລາໄປແລ້ວ ໃນເນື້ອ ທີ່ກວ້າງກວ່າ 500 ເຮັກຕາ ແລະ ຍັງຈະມີການຕັດຕໍ່ໄປອີກເພາະວ່າໃນແຂວງຫຼວງນ້ຳທາ ມີການປູກຢາງ ພາລາໃນເນື້ອທີ່ລວມເຖິງ 35,000 ເຮັກຕານັ້ນເອງ.

ໃນປະຈຸບັນມີສວນຢາງພາລາຄິດເປັນເນື້ອທີ່ລວມ 250,000 ກວ່າເຮັກຕາໃນທົ່ວປະເທດ ລາວ ຊຶ່ງສ່ວນໃຫຍ່ເປັນພື້ນທີ່ສຳປະທານຂອງບັນດາບໍລິສັດຈາກ ຈີນ, ຫວຽດນາມ ແລະ ໄທ. ຂະນະທີ່ກະເສດຕະກອນ ລາວ ໄດ້ພາກັນປູກຢາງພາລາພາຍໃຕ້ສັນຍາກະເສດຕະກອນ ພັນທະ (Contract Farming) ທີ່ໄດ້ຕົກລົງຮ່ວມກັບບັນດາບໍລິສັດຈາກ ຈີນ, ຫວຽດນາມ ແລະ ໄທ ດັ່ງກ່າວ.

ການທີ່ກະເສດຕະກອນ ລາວ ໄດ້ພາກັນຕັດຕົ້ນຢາງພາລາດັ່ງກ່າວນີ້ ນອກຈາກຈະເພື່ອເປັນ ການຫຼຸດພາລະການຂາດທຶນແລ້ວ ກໍຍັງມີເປົ້າໝາຍທີ່ຈະຫັນປ່ຽນໄປປູກພືດເສດຖະກິດຊະ ນິດອື່ນໆທົດແທນດ້ວຍ ໂດຍກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານວ່າ ຜົນຜະລິດດ້ານ ກະສິກຳໃນ ລາວ ໄດ້ເພີ່ມຂຶ້ນເຖິງ 2 ເທົ່າເມື່ອທຽບກັນ ລະຫວ່າງປີ 2011 ກັບປີ 2015 ໂດຍສະເພາະແມ່ນພືດອຸດສະຫະກຳເຊັ່ນ ມັນຕົ້ນ, ອ້ອຍ, ໃບຢາສູບ, ໝາກເດືອຍ, ຖົ່ວເຫຼືອງ, ຖົ່ວດິນ, ສາລີ ແລະ ກາເຟນັ້ນ ຖືເປັນຜົນຜະລິດທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຈະເຫັນໄດ້ຈາກ ຜົນຜະລິດສາລີອາຫານສັດທີ່ເພີ່ມຂຶ້ນເຖິງ 1.1 ລ້ານໂຕນໃນ 5 ປີທີ່ຜ່ານມາ ສ່ວນຜົນຜະ ລິດກາເຟກໍເພີ່ມຂຶ້ນເປັນຫຼາຍກວ່າ 99,800 ໂຕນໃນປະຈຸບັນນີ້.

ທັງນີ້ໂດຍໃນປີ 2014 ທີ່ຜ່ານມາ ກະເສດຕະກອນ ລາວ ໄດ້ປູກກະເຟໃນເນື້ອທີ່ລວມ 130,000 ເຮັກຕາ ຢູ່ໃນເຂດເມືອງປາກຊ່ອງ ແລະ ເມືອງບາຈຽງ ໃນແຂວງຈຳປາສັກ, ເມືອງ ເຫຼົ່າງາມ ໃນແຂວງສາລະວັນ ແລະ ເມືອງທ່າແຕງ ໃນແຂວງເຊກອງ ຊຶ່ງໄດ້ສົ່ງກາ ເຟໄປຕ່າງ ປະເທດລວມ 87,000 ໂຕນ ແລະ ເພີ່ມຂຶ້ນເປັນ 98,000 ໂຕນໃນປີ 2015 ແລະ ຄາດວ່າຈະ ເພີ່ມຂຶ້ນເປັນ 120,000 ໂຕນໃນປີ 2020 ແລະ 280,000 ໂຕນໃນປີ 2025 ຕາມລຳດັບໂດຍ ໄດ້ຂະຫຍາຍພື້ນທີ່ປູກກາເຟໄປໃນເຂດແຂວງພາກເໜືອດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ການຢືນຢັນວ່າ.

"ເນື້ອທີ່ປູກກາເຟກຳລັງຂະຫຍາຍໄປບັນດາແຂວງອື່ນໆ ໂດຍສະເພາະຢູ່ໃນບັນດາແຂວງ ພາກເໜືອ ຕາມຂໍ້ມູນທີ່ພວກເຮົາເກັບກຳໄດ້ມາຮອດມື້ນີ້ ກະປະມານ 3,000 ກວ່າເຮັກຕາ ແລະ ພິເສດແມ່ນຂະຫຍາຍຢູ່ແຂວງຫຼວງພະບາງ, ຜົ້ງສາລີ, ແຂວງຫົວ ພັນ ແລະ ຊຽງ ຂວາງ ແລະ ກໍປະກອບມີ 3 ສາຍພັນ ມີພັນ Arabica, Robusta ແລ້ວກະພັນ Asamsa ແຕ່ຢູ່ລາວນີ້ກະປະມານ 80 ເປີເຊັນ ແມ່ນກາເຟ Robusta."

ແຕ່ຢ່າງໃດກໍຕາມ ກະເສດຕະກອນ ລາວ ທີ່ປູກກາເຟກໍໄດ້ຮັບຜົນກະທົບຢ່າງໜັກຈາກການ ທີ່ລາຄາກາເຟໃນຕະຫຼາດໂລກຕົກ ຕ່ຳລົງຢ່າງຕໍ່ເນື່ອງນັບແຕ່ປີ 2005 ເປັນຕົ້ນມາ ຊຶ່ງປະກົດ ວ່າ ລາຄາກາເຟໄດ້ຕົກຕ່ຳລົງຫຼາຍກວ່າ 45 ເປີເຊັນ ໃນເວລານີ້ກໍຄືລາຄາກາເຟ Arabica ໄດ້ຕົກຕ່ຳລົງຈາກ 5,000 ໂດລາ ມາເປັນ 2,687 ໂດລາຕໍ່ໂຕນ ສ່ວນກາເຟ Robusta ກໍຕົກ ຕ່ຳລົງຈາກ 2,500 ໂດລາ ມາເປັນ 1,641 ໂດລາຕໍ່ໂຕນໃນປະຈຸບັນ.

XS
SM
MD
LG