ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອບຄົວລາວ ຢູ່ລັດນິວເຊົ້າເວລສ໌ ຂອງອອສເຕຣເລຍ ຕ້ອງກັກໂຕທັງໝົດຢູ່ໃນບ້ານ ເມື່ອລູກຊາຍຕິດໂຄວິດ-19


ບັນດາພະນັກງານ ຊ່ອຍເຫຼືອພວກຜູ້ຄົນທີ່ລໍຖ້າໃນແຖວ ຢູ່ທີ່ສູນກາງສັກຢາວັກຊີນກັນໄວຣັສໂຄໂຣນາ ກໍຄືພະຍາດ COVID-19 ໃນສະໜາມແຂ່ງຂັນກິລາ ໂອລິມປິກ ນະຄອນຊິດນີ ໃນລະຫວ່າງການປິດເມືອງ ຫຼື ລັອກດາວ ເພື່ອຫລຸດຜ່ອນການແຜ່ລະບາດຢູ່ໃນນະຄອນຊິດນີ, ອອສເຕຣເລຍ, ວັນທີ 16 ສິງຫາ 2021.
ບັນດາພະນັກງານ ຊ່ອຍເຫຼືອພວກຜູ້ຄົນທີ່ລໍຖ້າໃນແຖວ ຢູ່ທີ່ສູນກາງສັກຢາວັກຊີນກັນໄວຣັສໂຄໂຣນາ ກໍຄືພະຍາດ COVID-19 ໃນສະໜາມແຂ່ງຂັນກິລາ ໂອລິມປິກ ນະຄອນຊິດນີ ໃນລະຫວ່າງການປິດເມືອງ ຫຼື ລັອກດາວ ເພື່ອຫລຸດຜ່ອນການແຜ່ລະບາດຢູ່ໃນນະຄອນຊິດນີ, ອອສເຕຣເລຍ, ວັນທີ 16 ສິງຫາ 2021.

ໃນຂະນະທີ່ອອສເຕຣເລຍ ໄດ້ລາຍງານຈຳນວນກໍລະນີຕິດໂຄວິດ-19 ສູງເປັນປະຫວັດການ ຢູ່ໃນສອງລັດທີ່ມີປະຊາຊົນອາໄສຢູ່ໜາແໜ້ນ ເມື່ອເດືອນສິງຫາຜ່ານມາ ຊຶ່ງໄດ້ພາໃຫ້ມີການປິດເມືອງອີກຮອບໃໝ່. ມາເຖິງປັດຈຸບັນນີ້ ກໍລະນີຕິດໂຄວິດ-19 ຢູ່ໃນລັດນິວເຊົ້າເວລສ໌ ໄດ້ສູງຂຶ້ນເປັນປະຫວັດການເຖິງ 1,257 ກໍລະນີ ອີງຕາມລາຍງານຂອງອົງການຂ່າວທ້ອງຖິ່ນ SBS. ຄອບຄົວຄົນລາວທີ່ອາໄສຢູ່ໃນລັດນິວເຊົ້າເວລສ໌ ກໍມີລູກຊາຍຄົນນຶ່ງທີ່ໄດ້ຕິດເຊື້ອໄວຣັສມາຈາກເພື່ອນຄົນນຶ່ງ ຊຶ່ງຜູ້ກ່ຽວເອງກໍໄດ້ສັກຢາວັກຊີນກັນໂຄວິດ-19 ແລ້ວສອງເຂັມ ແຕ່ໄດ້ຖືກກວດພົບວ່າມີເຊື້ອໄວຣັສ ຈຶ່ງໄດ້ກັກໂຕຢູ່ໃນຫ້ອງເປັນເວລາ 14 ວັນ ສ່ວນພວກສະມາຊິກຄອບຄົວທີ່ອາໄສຢູ່ໃນເຮືອນນຳກັນ ອີກສາມຄົນກໍຕ້ອງໄດ້ກັກໂຕຢູ່ໃນເຮືອນເຊັ່ນກັນ ດັ່ງທີ່ຍານາງໝອນແກ້ວ ສີທຳມາລາ ໄດ້ກ່າວໃຫ້ວີໂອເອລາວຟັງວ່າ:

ລູກຊາຍຂອງຍານາງມີອາການໄຂ້ແລະໄອ ຕ້ອງໄດ້ກິນຢາແກ້ໄອແລະຢາວິດຕາມິນຊີ ສ່ວນອີກສາມຄົນລວມທັງຍານາງໝອນແກ້ວນັ້ນ ບໍ່ໄດ້ຕິດເຊື້ອໄວຣັສ. ຍານາງໝອນແກ້ວກ່າວໃຫ້ວີໂອເອຟັງອີກວ່າ ທາງການຕຳຫຼວດຂອງລັດນິວເຊົ້າເວລສ໌ ຈະມາກວດເບິ່ງ ລູກຊາຍຂອງຍານາງເປັນບາງຄັ້ງບາງຄາວ ເພື່ອເບິ່ງວ່າລູກຊາຍຂອງເພິ່ນຢູ່ບ້ານຫຼືບໍ່. ຖ້າຫາກວ່າ ລູກຊາຍຂອງເພິ່ນອອກໄປຈາກບ້ານເຈົ້າໜ້າທີ່ຕຳຫຼວດ ກໍຈະປັບໃໝເປັນເງິນ 500 ໂດລາອອສເຕຣເລຍ ນອກຈາກນັ້ນແລ້ວ ຜູ້ກ່ຽວກໍຍັງຈະໄດ້ຖືກດຳເນີນຄະດີອີກດ້ວຍ.

XS
SM
MD
LG