ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສັງຄົມລາວ ກຳລັງປະເຊີນກັບບັນຫາການຢ່າຮ້າງ ເພີ້ມຂຶ້ນ ທີ່ໄດ້ສົ່ງຜົນກະທົບຕໍ່ເດັກໃນຄອບຄົວດ້ວຍ


ບັນຫາການຢ່າຮ້າງ ລະຫວ່າງສາມີ-ພັນລະຍາ ເພີ້ມຂຶ້ນ ອັນໄດ້ສົ່ງຜົນກະທົບເຮັດໃຫ້ເດັກໃນຄອບຄົວທີ່ແຕກແຍກກັນ ມີຄຸນນະພາບຊີວິດຕົກຕ່ຳລົງ ແລະພົວພັນກັບຢາເສບຕິດເພີ້ມຂຶ້ນດ້ວຍ.
ບັນຫາການຢ່າຮ້າງ ລະຫວ່າງສາມີ-ພັນລະຍາ ເພີ້ມຂຶ້ນ ອັນໄດ້ສົ່ງຜົນກະທົບເຮັດໃຫ້ເດັກໃນຄອບຄົວທີ່ແຕກແຍກກັນ ມີຄຸນນະພາບຊີວິດຕົກຕ່ຳລົງ ແລະພົວພັນກັບຢາເສບຕິດເພີ້ມຂຶ້ນດ້ວຍ.

ສັງຄົມລາວ ກຳລັງປະເຊີນກັບບັນຫາການຢ່າຮ້າງ ລະຫວ່າງສາມີ-ພັນລະຍາ ເພີ້ມຂຶ້ນ ອັນໄດ້ສົ່ງຜົນກະທົບເຮັດໃຫ້ເດັກໃນຄອບຄົວທີ່ແຕກແຍກກັນ ມີຄຸນນະພາບຊີວິດຕົກຕ່ຳລົງ ແລະພົວພັນກັບຢາເສບຕິດເພີ້ມຂຶ້ນດ້ວຍ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານນາງວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຖະແຫລງຢືນຢັນວ່າ ສັງຄົມລາວ ເວລານີ້ ປະເຊີນກັບບັນຫາຄອບຄົວແຕກແຍກເພີ້ມຂຶ້ນນັບມື້ ໂດຍເຫັນໄດ້ຈາກຄະດີຟ້ອງຮ້ອງກ່ຽວກັບການຢ່າຮ້າງ ລະຫວ່າງສາມີ-ພັນລະຍາ ທີ່ກວມເອົາເກີນກວ່າ 86 ເປີເຊັນຂອງຄະດີຂັດແຍ້ງກ່ຽວກັບຄອບຄົວທັງໝົດ ທີ່ໄດ້ມີການຟ້ອງຮ້ອງຕໍ່ສານປະຊາຊົນຂັ້ນຕົ້ນ ໃນຊ່ວງປີ 2016-2020 ທີ່ຜ່ານມາ ພ້ອມກັນນັ້ນ ຄະດີຂັດແຍ້ງທີ່ເຮັດໃຫ້ຄອບຄົວແຕກແຍກດັ່ງກ່າວ ກໍຍັງໄດ້ສົ່ງຜົນກະທົບຕໍ່ຄຸນນະພາບຊີວິດ-ການເປັນຢູ່ຂອງເດັກ ທີ່ເປັນລູກໆຂອງສາມີ-ພັນລະຍາທີ່ຢ່າຮ້າງກັນນັ້ນດ້ວຍ ໂດຍໃນນີ້ກໍປາກົດວ່າ ມີເດັກຈຳນວນບໍ່ນ້ອຍທີ່ໄດ້ເຂົ້າໄປພົວພັນໃນຄະດີຄວາມຜິດທີ່ກ່ຽວກັບຢາເສບຕິດ ດັ່ງທີ່ ທ່ານນາງວຽງທອງ ໄດ້ຖະແຫລງຢືນຢັນວ່າ:

“ຄະດີຄອບຄົວແມ່ນການຂໍຢ່າຮ້າງ ມີຈໍານວນ 2,534 ເລື້ອງ ຫຼືວ່າກວມເອົາ 86.89 ເປີເຊັນຂອງຄະດີຄອບຄົວເຂົ້າມາສານຂັ້ນຕົ້ນ ທຽບໃສ່ 5 ປີກ່ອນ ຄະດີຢ່າຮ້າງຖືວ່າ ເພີ້ມຂຶ້ນ 44 ເລື້ອງ ຄະດີເດັກກະທຳຜິດໃນຖານຢາເສບຕິດ ມີຈຳນວນ 529 ເລື້ອງ ກວມເອົາ 45.21 ເປີເຊັນຂອງຄະດີເດັກເຂົ້າມາສານຂັ້ນຕົ້ນທັງໝົດ ເມື່ອທຽບໃສ 5 ປີກ່ອນ ຄະດີເດັກກະທຳຜິດໃນຖານຢາເສບຕິດເພີ້ມຂຶ້ນ 277 ເລື້ອງ.”

ທາງດ້ານອົງການສະຫະປະຊາຊາດເພື່ອການລົບລ້າງທຸກການກະທຳທີ່ເປັນການເລືອກປະຕິບັດຕໍ່ເພດຍິງ (CEDAW) ລາຍງານວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນລາວ ກໍມີທ່າອ່ຽງເພີ້ມຂຶ້ນນັບມື້ ຄືສາເຫດສຳຄັນປະການໜຶ່ງທີ່ເຮັດໃຫ້ມີການຢ່າຮ້າງເພີ້ມຂຶ້ນ ຊຶ່ງຈາກການສຳຫຼວດ ດ້ວຍການສຳພາດແມ່ຍິງລາວ ຈຳນວນ 3,000 ກວ່າຄົນ ທີ່ອາຍຸ 15-64 ປີ ພົບວ່າຫຼາຍກວ່າ 50 ເປີເຊັນ ເຄີຍຖືກກະທຳຮຸນແຮງຕໍ່ຮ່າງກາຍແລະຈິດໃຈ ໂດຍຜູ້ເປັນສາມີຫຼືຄົນຮັກ ແລະເກີນກວ່າ 75 ເປີເຊັນ ຂອງແມ່ຍິງລາວ ທີ່ຖືກກະທຳຮຸນແຮງດັ່ງກ່າວ ຍັງຄົງມີອາການບາດເຈັບຢູ່ເລື້ອຍມາຈົນເຖິງປັດຈຸບັນນີ້.

ນອກຈາກນັ້ນ ບັນຫາຄ່າຄອງຊີບ ແລະຄ່າໃຊ້ຈ່າຍຕ່າງໆ ພາຍໃນຄົວເຮືອນທີ່ປັບຕົວສູງຂຶ້ນນັບມື້ ກໍນັບເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດການຢ່າຮ້າງລະຫວ່າງສາມີກັບພັນລະຍາ ໂດຍສະເພາະແມ່ນຄວາມບໍ່ຮັບຜິດຊອບຕໍ່ຄອບຄົວຢ່າງເຕັມສ່ວນຂອງຜູ້ເປັນສາມີ ກໍຍັງໄດ້ສົ່ງຜົນກະທົບເຖິງສະຖານະພາບຂອງຜູ້ເປັນພັນລະຍາທີ່ຕ້ອງດິ້ນຮົນໃນການລ້ຽງດູລູກໂດຍລຳພັງອີກດ້ວຍ ຊຶ່ງການເກັບຂໍ້ມູນພາກສະໜາມ ເມື່ອບໍ່ດົນມານີ້ ກໍເຮັດໃຫ້ທາງການລາວ ປະເມີນວ່າ ມີແມ່ຍິງລາວຫຼາຍກວ່າ 15,340 ຄົນທີ່ຕ້ອງຂາຍບໍລິການທາງເພດເປັນອາຊີບໂດຍສ່ວນໃຫຍ່ ກໍຄືແມ່ຍິງລາວທີ່ຢ່າຮ້າງກັບສາມີນັ້ນເອງ.

ທາງດ້ານທ່ານພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ຖະແຫລງວ່າ ການໃຊ້ແຮງງານເດັກ ທີ່ມີລັກຊະນະຂອງການເອົາລັດເອົາປຽບໃນດ້ານຄ່າຈ້າງຫຼືບໍ່ປະຕິຕາມກົດໝາຍແຮງງານນັ້ນ ກຳລັງກາຍເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນການໃຊ້ແຮງງານເດັກໃນພາກກະສິກຳຢູ່ເຂດຊົນນະບົດທີ່ເດັກສ່ວນໃຫຍ່ ບໍ່ມີໂອກາດດ້ານການສຶກສາໃນລະດັບມັດທະຍົມຫຼືດ້ານວິຊາຊີບນັ້ນ ກໍຖືເປັນກຸ່ມເຍົາວະຊົນທີ່ຖືກເອົາລັດເອົາປຽບແຮງງານຫຼາຍທີ່ສຸດໃນລາວ ດັ່ງທີ່ ທ່ານພົງໄຊສັກ ຢືນຢັນວ່າ:

“ຄັນຊິເວົ້າຄວາມຈິງ ມັນກະມີລັກຊະນະທີ່ເຂົ້າຂ່າຍ ເຮົາກະເຄີຍສຳຫຼວດ ເພາະວ່າ ໃນກົດໝາຍເຮົາ ເວົ້າວ່າ ຖ້າບໍລິສັດໃດ ມີການນຳໃຊ້ຜູ້ອອກແຮງງານທີ່ມີອາຍຸຕ່ຳກວ່າ 18 ປີ ໜີ້ເນາະ ຕ້ອງໄດ້ລາຍງານພວກເຮົາ ແຕ່ວ່າ ກະຍັງບໍ່ທັນມີບໍລິສັດໃດ ທີ່ລາຍງານ ແຕ່ວ່າໃນຄວາມເປັນຈິງ ມັນມີ ຕາມການຕິດຕາມກວດກາ ຂອງເຈົ້າໜ້າທີ່ ໂດຍສະເພາະແມ່ນຢູ່ໃນບັນດາຂະແໜງການຜະລິດຕ່າງໆ ກັບການເຮັດວຽກຢູ່ໃນຂະແໜງກະສິກຳ ອັນນີ້ເຂົ້າຂ່າຍການນຳໃຊ້ແຮງງານແບບເປັນການນຳໃຊ້ແຮງງານເດັກ.”

ໃນປັດຈຸບັນ ອັດຕາການເຂົ້າຮຽນຂອງເດັກນ້ອນລາວອາຍຸ 3-5 ປີຢູ່ທີ່ລະດັບ 49 ເປີເຊັນ ສ່ວນການເຂົ້າຮຽນລະດັບປະຖົມ ມັດທະຍົມຕົ້ນແລະມັດທະຍົມປາຍ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ, 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລຳດັບ ຫາກແຕ່ການພັດທະນາການສຶກສາໃນລາວຍັງຂາດຄຸນນະພາບ ຊຶ່ງເປັນໄດ້ຈາກອັດຕາການຄ້າງຫ້ອງຊັ້ນປະຖົມ ທີ່ອັດຕາສະເລ່ຍ 3.8 ເປີເຊັນ ສ່ວນບັນຫາຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະບົດ ກໍຍັງເຮັດໃຫ້ເດັກນ້ອຍລາວ ຕ້ອງປະການຮຽນໃນອັດຕາສະເລ່ຍເຖິງ 4.8 ເປີເຊັນ ທີ່ຖືເປັນອັດຕາທີ່ສູງສຸດ ໃນອາຊຽນດ້ວຍກັນ ເມື່ອສົມທົບກັບຄວາມຍາກຈົນຢ່າງຍິ່ງຂອງປະຊາຊົນ ແລະຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ແລະລັດຖະບານລາວ ກໍບໍ່ສາມາດຈະໃຫ້ການຊ່ວຍເຫຼືອໄດ້ຢ່າງທົ່ວເຖິງນັ້ນ ຍັງເຮັດໃຫ້ການປະການຮຽນລະດັບປະຖົມໃນເຂດຊົນນະບົດຂອງລາວ ມີອັດຕາສະເລ່ຍສູງກວ່າ 20 ເປີເຊັນ ຂອງຈຳນວນນັກຮຽນລະດັບປະຖົມທັງໝົດໃນເຂດຊົນນະບົດໃນທົ່ວປະເທດລາວ ອີກດ້ວຍ.

XS
SM
MD
LG