ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວ ສົ່ງອອກໄມ້ ຈໍານວນມະຫາສານ ແຕ່ຈັດເກັບ ລາຍໄດ້ ຕໍ່າກວ່າຄາດໝາຍ


ພື້ນທີ່ປ່າໄມ້ແຫ່ງນຶ່ງ ໃນລາວ ທີ່ສໍາປະທານ ໂດຍບໍລິສັດຫວຽດນາມ
ພື້ນທີ່ປ່າໄມ້ແຫ່ງນຶ່ງ ໃນລາວ ທີ່ສໍາປະທານ ໂດຍບໍລິສັດຫວຽດນາມ
ລາວ​ສົ່ງ​ອອກ​ໄມ້​ໄປ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລ່າ
ສະຫະລັດແຕ່​ກັບ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕໍ່າ​ກວ່າ​ຄາດໝາຍ
​ເພາະ​ການ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ ຂອງ​ພະນັກງານ​ລັດ.


ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ
ຍອມຮັບ​ວ່າ ລັດຖະບານ​ລາວ​ສາມາດ​ ເກັບ​ລາຍ​ຮັບ​ ຈາກ​ພາສີ​
ອາກອນສົ່ງ​ອອກ​ໄມ້​ ໄປ​ຕ່າງປະ​ເທດ​ ໄດ້​ຕໍ່າຫຼາຍ ທັງໆ​ທີ່​ວ່າ ການ​ສົ່ງ​ອອກ​ໄມ້​ຂອງ​ລາວ​ ມີ​ມູນ​ຄ່າ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລ່າ​ສະຫະລັດໃນ​ແຕ່ລະ​ປີ ຫາກ​ແຕ່​ກໍ​ສາມາດ​ເກັບ​ລາຍ​ຮັບໄດ້​ພຽງ​ບໍ່​ເຖິງ 20 ລ້ານໂດ​ລ່າເທົ່າ​ນັ້ນ ​ໃນ​ແຜນການ ປະ​ຈໍາປີ 2012-2013 ທີ່​ຜ່ານ​ມາ.

ການຈັດ​ເກັບ​ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ໄມ້​ໄດ້​ຕໍ່າ​ກວ່າ​ຄາດໝາຍ​ດັ່ງກ່າວ ຍັງ​ລວມ​ເຖິງ​ການຈັດ​ເກັບ​ຄ່າ​ສໍາ​ປະທານ​ປ່າ​ໄມ້​ທີ່​ລັດຖະບານ​ລາວ​ປະຕິບັດ​ໄດ້​ບໍ່​ເຖິງ 70% ຂອງ​ເປົ້າ ໝາຍ​ແຜນການ​ທີ່​ວາງ​ເອົາ​ໄວ້​ໃນ​ແຕ່ລະ​ປີ​ອິກດ້ວຍ. ​ໂດຍ​ມີສາ​ເຫດ​ສໍາຄັນ​ມາ​ຈາກ​ການ​ທີ່​ພະນັກງານ​ຂອງ​ລັດຖະບານ ທັງ​ໃນ​ຂັ້ນ​ສູນ​ກາງ ​ແລະ​ລະ​ດັບທ້ອງ​ຖິ່ນ​ໄດ້​ປະຕິບັດ​ໜ້າ​ທີ່ ​ໂດຍ​ຄໍາ​ນຶງ​ເຖິງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ເປັນ​ສໍາຄັນ.

ໄມ້ທ່ອນ ຈໍານວນນຶ່ງ ທີ່ໄດ້ຖືກສົ່ງອອກໄປຕ່າງປະເທດ
ໄມ້ທ່ອນ ຈໍານວນນຶ່ງ ທີ່ໄດ້ຖືກສົ່ງອອກໄປຕ່າງປະເທດ

ທັງ​ນີ້​ໂດຍ​ສະ​ເພາະ​ແມ່ນ​ພະນັກງານຂອງ​ລັດຖະບານ​ ທີ່​ຮັບຜິດ
ຊອບ​ ໃນ​ການ​ປະ​ເມີນ​ລາຄາ​ແລະ​ພາສີ​ການ​ສົ່ງ​ອອກ​ໄມ້​ໄປ​ຕ່າງ
ປະ​ເທດ​ນັ້ນ ຖືເປັນ​ພາກສ່ວນ​ ທີ່​ເຮັດ​ໃຫ້​ລັດຖະບານ​ລາວ​ ຕ້ອງ​
ສູນ​ເສຍ​ ຜົນ​ປະ​ໂຫຍ​ດ ຈາກ​ສໍາປະທານໄມ້​ ຫຼາຍ​ທີ່​ສຸດ ​ເນື່ອງ​
ຈາກ​ວ່າ​ ພະນັກງານ​ເຫຼ່ົາ​ນີ້ ຈະ​ປະ​ເມີນ​ ທັງ​ລາຄາ​ ແລະ​ພາສີ​ໄມ້
ຕໍ່າກວ່າ​ ຄວາມ​ເປັນຈິງ ດັ່ງ​ທີ່ເຈົ້າ ໜ້າ​ທີ່​ຂັ້ນ​ສູງ​ ໃນ​ຄະນະການ​
ກວດກາ​ແຫ່ງ​ລັດ​ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໄມ້​ພວກ​ເຮົາ​ນີ້ ຂຸດ​ຄົ້ນ​ອອກ​ເປັນ​ ຈໍານວນ​ມະຫາສານທີ່​ສຸດ ​ແຕ່​
ວ່າ​ ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ນີ້ ກໍ​ບໍ່​ໄດ້​ພໍ​ເທົ່າໃດ ​ໄມ້ແມັດ​ກ້ອນ​
ນຶ່ງ​ ພວກ​ເຮົາຂາຍ​ນີ້ ມີ​ແຕ່​ຢູ່​ໃນ​ລະດັບ 50-60 ຫຼຽນ ຕໍ່​ແມັດ​ກ້ອນ 50-60 ຫຼຽນ​ນີ້ ​ແລ້ວ ​ເບິ່ງ​ປ່າ​ໄມ້​ພວກ​ເຮົາ​ທີ່​ຖືກ​ບຸກລຸກ​ທໍາລາຍ​ນັ້ນ ​ເປັນ​ຈໍານວນ​ມະຫາສານ ອັນ​ນີ້​ມັນ ສວນ​ ທາງ​ກັນ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ.”


​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ຄະນະ​ກໍາມະການ​ກວດ​ສອບ​ແຫ່ງ​ລັດ ບອກ​ວ່າການ​ປະ​ເມີນ​ດັ່ງ ກ່າວ​ຖື ​ເປັນ​ການ​ ປະ​ເມີນ​ລາຄາ​ໄມ້​ ທີ່​ຕໍ່າ​ກວ່າຄວາມ​ເປັນ​ຈິງ ​ໃນ​ອັດຕາ​ສະ​ເລ່ຍ​ ເຖິງ 50% ຊຶ່ງ​ກໍ​ເປັນຜົນ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ສູນ​ເສຍ​ຜົນ​ປະໂຫຍ​ດຄິດ​ເປັນ​ມູນ​ຄ່າ​ຫຼາຍ​ຮ້ອຍ​ຕື້​ກີບ ​ໃນ​ແຜນການ​ປີ 2012-2013 ທີ່​ຜ່ານ​ມາ.

ກ່ອນ​ໜ້າ​ນີ້ ທ່ານ​ວິ​ໄລ​ວັນ ພົມ​ເຂ ລັດຖະມົນຕີວ່າການ​ກະຊວງ​ກະສິກໍາ-ປ່າ​ໄມ້ ຖະ​ແຫຼ​ງ ຢືນຢັນ​ວ່າ ລັດຖະບານ​ລາວ​ໄດ້​ວາງ​ແຜນການ​ຟື້ນ​ຟູ​ສະພາບ​ປ່າ​ໄມ້​ໃນ​ທົ່ວ​ປະ​ເທດ ດ້ວຍ​ການ​ເນັ້ນ​ໜັກ​ ການ​ປະຕິບັດໃນ 5 ​ແຜນ​ງານ​ດ້ວຍ​ກັນ ​ໂດຍ​ທີ່​ສໍາຄັນ​ ກໍ​ຄື​ການ​ສໍາ​ຫຼວດ​ແລະ​ສ້າງ​ແຜນ​ຈັດ​ສັນ​ປ່າ​ຜະລິດ​ແບບ​ຍືນ​ຍົງ ​ໃນ​ເນື້ອ​ທີ່ 319,000 ​ເຮັກ​ຕ້າ ການ ຈັດ​ ທໍາ​ແຜນ ການ​ຈັດ​ສັນ​ປ່າ​ຜະລິດ​ຈໍານວນ 41 ​ເຂດ ​ໃນ​ເນື້ອ​ທີ່ 273,160 ​ເຮັກ​ຕ້າ ການ​ຟື້ນ​ຟູ​ປ່າ​ຜະລິດ​ໃຫ້​ໄດ້ 60,​000 ​ເຮັກ​ຕ້າ ​ແລະ​ການ​ປູກ​ຕົ້ນ​ໄມ້​ໃຫ້​ໄດ້​ໃນ​ເນື້ອ​ທີ່ 30,000 ​ເຮັກ​ຕ້າ ​ໃນ​ແຕ່ລະ​ປີ.

​ໂດຍ​ການ​ປະຕິບັດ​ຈັດ​ຕັ້ງ​ແຜນ​ງານ​ເຫຼົ່າ​ນີ້ ກໍ​ເພື່ອ​ເປັນ​ການ​ຕອບ​ສະໜອງ​ຕໍ່ເປົ້າໝາຍ​ທີ່​ລັດຖະບານ​ລາວ​ຈະ​ເພີ່ມ​ຄວາມ​ໜາ​ແໜ້ນ​ຂອງ​ປ່າ​ໄມ້ ​ໃຫ້​ປົກ​ຫຸ້ມ​ເຖິງ 60% ​ແລະ 7​0% ຂອງ​ເນື້ອ​ທີ່​ທັງ​ໝົດ​ຂອງ​ລາວ ​ໃຫ້​ໄດ້​ໃນ​ປີ 2015 ​ແລະ 2020 ຕາມ​ລໍາດັບ ຫາກ​ແຕ່​ທາງ​ການ​ລາວ ກໍ​ຍອມ​ຮັບວ່າການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ນີ້​ໄດ້​ຢ່າງ​ແທ້​ຈິ​ງ ນັ້ນ ກໍ​ບໍ່ແມ່ນ​ເລຶ່ອງງ່າຍ.

ທັງ​ນີ້​ກໍເນື່ອງ​ຈາກ​ວ່າ ການ​ສໍາຫຼວດນັບ​ຈາກ​ປີ 1992 ​ເປັນ​ຕົ້ນ​ມາ ພົບ​ວ່າ ສະພາບ​ປ່າ​ໄມ້​ຂອງ​ລາວ ​ໄດ້​ລົດ​ຄວາມ​ໜາ​ແໜ້ນ​ລົງ​ຢ່າງ​ຕໍ່​ເນື່ອງ ຄື​ລົດ​ລົງ​ຈາກ 47% ​ໃນ ປີ 1992 ມາ​ເປັນ 42% ​ໃນປີ 2002 ​ແລະ​ຕໍ່າ​ກວ່າ 40% ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ລາວ​ໃນ​ປັດ​ຈຸ​ບັນ​ນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ ກໍ​ໄດ້​ວາງ​ແຜນການ​ ຈະ​ສ້າງ​ຕັ້ງ​ ເຂດ​ປ່າ​ປ້ອງ​ກັນ​ແຫ່ງຊາດ 49 ​ແຫ່ງ ​ໃນ​ເຂດ 16 ​ແຂວງ ດ້ວຍ​ເປົ້າໝາຍ​ທີ່​ຈະ​ປົກ​ປັກ​ຮັກສາ​ຊັບພະຍາ ກອນ​ປ່າ ​ໄມ້​ໃຫ້​ໄດ້​ຢ່າງ​ຍາວ​ນານ.
XS
SM
MD
LG