ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ຄາດວ່າເສດຖະກິດ ລາວ ໃນປີ 2022 ຈະຂະຫຍາຍຕົວທີ່ລະດັບ 4.2 ເປີເຊັນ


ລົດຈໍາໂບ ແລ່ນແຜ່ນອານຸສາວະລີ, ນະຄອນຫຼວງ ວຽງຈັນ, ລາວ. 12 ມີນາ 2020.
ລົດຈໍາໂບ ແລ່ນແຜ່ນອານຸສາວະລີ, ນະຄອນຫຼວງ ວຽງຈັນ, ລາວ. 12 ມີນາ 2020.

ລັດຖະບານ ລາວ ຄາດວ່າເສດຖະກິດ ລາວ ໃນປີ 2022 ຈະຂະຫຍາຍຕົວທີ່ລະດັບ 4.2 ເປີເຊັນຊຶ່ງຕໍ່າກວ່າລະດັບຄາດໝາຍຂອງກຸ່ມອາຊຽນ ທີ່ທະນາຄານພັດທະນາເອເຊຍ (ADB) ຄາດວ່າຈະຂະຫຍາຍຕົວທີ່ອັດຕາສະເລ່ຍ 5.1 ເປີເຊັນ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນຖະແຫຼງວ່າລັດຖະບານ ລາວ ໄດ້ວາງເປົ້າໝາຍການເຕີບໂຕຂອງຜະລິດຕະພັນລວມພາຍໃນ (GDP) ໃນປີ 2022 ໄວ້ທີ່ລະດັບ 4.2 ເປີເຊັນທຽບໃສ່ປີ 2021 ຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມ 191,600 ຕື້ກີບ ທີ່ຄິດສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ທີ່ລະດັບ 2,496 ໂດລາຕໍ່ຄົນຕໍ່ປີ ແລະ ພາກບໍລິການຈະມີມູນຄ່າຫຼາຍທີ່ສຸດ ຕິດຕາມດ້ວຍພາກອຸດສາຫະກຳ, ພາກກະສິ ກຳ-ປ່າໄມ້ ແລະ ລາຍຮັບພາສີອາກອນຕາມລຳດັບດັ່ງທີ່ທ່ານ ສອນໄຊ ໄດ້ຖະແຫຼງຢືນຢັນວ່າ

“ປັດໄຈທີ່ເຮັດໃຫ້ເສດຖະກິດສາມາດຈະເຕີບໂຕ 4.2 ເປີເຊັນມີຫຍັງແດ່ ນຶ່ງ-ຂະແໜງກະສິກຳຄາດ ວ່າຈະຂະຫຍາຍຕົວໃນລະດັບ 2.5 ສ່ວນຮ້ອຍ ຊຶ່ງກວມເອົາ 16.8 ສ່ວນຮ້ອຍຂອງ GDP, ສອງ-ອຸດສາ ຫະກຳຂະຫຍາຍຕົວໃນລະດັບ 5 ສ່ວນຮ້ອຍ ກວມເອົາ 34 ສ່ວນຮ້ອຍຂອງ GDP, ບໍລິ ການຈະຂະຫຍາຍຕົວໃນລະດັບ 4.2 ສ່ວນຮ້ອຍກວມເອົາ 38.9 ສ່ວນຮ້ອຍ, ສີ່-ແມ່ນພາສີອາກອນຈະຂະຫຍາຍຕົວໃນລະ ດັບ 3.5 ສ່ວນຮ້ອຍກວມເອົາ 10.3 ສ່ວນຮ້ອຍຂອງ GDP.”

ທ່ານ ສອນໄຊ ຖະແຫຼງດ້ວຍວ່າລັດຖະບານ ລາວ ໄດ້ວາງຄາດໝາຍການລົງທຶນໃນພາກເສດຖະ ກິດໃນປີນີ້ໄວ້ທີ່ມູນຄ່າລວມ 43,950 ຕື້ກີບ ໃນນີ້ຈະເປັນການລົງທຶນໂດຍລັດຖະບານໃນມູນຄ່າ 3,950 ຕື້ກີບ ແລະ ຂໍການຊ່ວຍເຫຼືອຈາກຕ່າງປະເທດ 6,750 ຕື້ກີບ ສ່ວນທີ່ເຫຼືອໃນມູນຄ່າລວມ 33,250 ຕື້ກີບນັ້ນຈະເປັນການສົ່ງເສີມການລົງທຶນຂອງພາກເອກະຊົນທັງໃນ ລາວ ແລະ ຈາກຕ່າງປະເທດເປັນດ້ານຫຼັກ.

ທາງດ້ານທ່ານ ອາລເບີດ ພາກ ຫົວໜ້ານັກເສດຖະສາດໃນທະນາຄານພັດທະນາແຫ່ງເອເຊຍ (ADB) ໄດ້ໃຫ້ການຄາດໝາຍວ່າເສດຖະກິດຂອງກຸ່ມເອເຊຍໃນປີ 2022 ຈະຂະຫຍາຍຕົວທີ່ລະ ດັບສະເລ່ຍ 5.1 ເປີເຊັນ ໝາຍຄວາມວ່າ GDP ລາວຂະຫຍາຍຕົວຕໍ່າກວ່າລະດັບສະເລ່ຍຂອງກຸ່ມ ອາຊຽນ ທັງຍັງຕໍ່າກວ່າການຂະຫຍາຍຕົວ GDP ທີ່ລະດັບ 5.3 ເປີເຊັນໃນພາກພື້ນ ເອເຊຍຕາ ເວັນອອກອີກດ້ວຍ ດັ່ງທີ່ທ່ານ ອາລເບີດ ພາກ ຢືນຢັນວ່າ

“ພວກເຮົາພຽງແຕ່ຫຼຸດການຄາດຄະເນລົງພຽງເລັກນ້ອຍ ແລະມັນພຽງແຕ່ ເປັນການຮັບຮູ້ຄວາມຕ້ອງການຊ້າລົງໃນປະເທດຈີນ ແລະແຫ່ງອື່ນໆ ແຕ່ພວກ ເຮົາກໍຍັງຄາດຫວັງວ່າການເຕີບໂຕໃນປີນີ້, 2022 ເປັນ 5.3 ເປີເຊັນ ໃນພາກພື້ນ ຊຶ່ງພວກເຮົາຄິດວ່າເປັນການຟື້ນຕົວທີ່ດີໃນເອເຊຍ. ແລະການເຕີບໂຕທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ຈະຢູ່ໃນລະດັບປານກາງ. ພວກເຮົາຄາດວ່າຈະຂະຫຍາຍຕົວປະມານ 5.1 ເປີເຊັນ.”

ກ່ອນໜ້ານີ້ ADB ໄດ້ປັບຫຼຸດຄາດໝາຍການຂະຫຍາຍຕົວ GDP ປີ 2021 ຂອງ ລາວ ຈາກລະດັບ 4 ເປີເຊັນລົງມາເປັນ 2.3 ເປີເຊັນໃນທ້າຍເດືອນກັນຍາ 2021 ດ້ວຍເຫດຜົນວ່າການສະກັດກັ້ນ ແລະ ຄວບຄຸມການລະບາດໄວຣັສໂຄວິດ-19 ໃນ ລາວ ໄດ້ດຳເນີນໄປຢ່າງຊັກຊ້າ ໂດຍສະເພາະກໍແມ່ນການສັກຢາວັກຊີນກັນ ໂຄວິດ-19 ໃຫ້ປະຊາຊົນ ລາວນັ້ນຍັງບໍ່ທົ່ວເຖິງ ແລະ ບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ຊຶ່ງກໍເຮັດໃຫ້ໂຄວິດ-19 ຍັງຄົງສືບຕໍ່ການລະບາດໃນ ລາວ ຢູ່ເລື້ອຍມາ ແລະ ສົ່ງຜົນກະທົບຕໍ່ການຟື້ນຕົວທາງເສດຖະກິດຂອງ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ໂດຍສະເພາະແມ່ນພາກບໍລິການ ແລະ ທ່ອງທ່ຽວນັ້ນໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ເພາະການປິດຊາຍແດນເຮັດໃຫ້ບໍ່ມີນັກທ່ອງທ່ຽວເດີນທາງມາ ລາວ ນັບແຕ່ປີ 2020.

ທັງນີ້ໂດຍທະນາຄານພັດທະນາເອເຊຍ ໄດ້ສະເໜີລາຍງານເສດຖະກິດ ລາວ ໃນປີ 2020 ດ້ວຍການປັບຫຼຸດ GDP ລາວຕິດລົບທີ່ລະດັບ 2.5 ເປີເຊັນ ທຽບກັບປີ 2019 ອັນຖືເປັນການຕິດລົບຄັ້ງທຳ ອິດໃນໄລຍະກວ່າ 30 ປີນັບຈາກປີ 1986 ເປັນຕົ້ນມາ ໂດຍມີສາເຫດທີ່ສຳຄັນຈາກການລະບາດໂຄວິດ-19 ໃນຕະຫຼອດປີ 2020 ທີ່ລັດຖະບານ ລາວ ໄດ້ວາງຄາດໝາຍ GDP ຂະຫຍາຍຕົວໄວ້ທີ່ລະດັບ 6.5 ເປີເຊັນ ມີມູນຄ່າລວມ 117,780 ຕື້ກີບທີ່ຄິດເປັນລາຍໄດ້ສະເລ່ຍຂອງປະຊາຊົນ ລາວ ທີ່ລະດັບ 2,733 ໂດລາຕໍ່ຄົນຕໍ່ປີ ແຕ່ດ້ວຍການລະບາດໄວຣັສໂຄວິດ-19 ດັ່ງກ່າວ ຈຶ່ງເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍໄດ້ຈິງ ເພາະວ່າການລະບາດໂຄວິດ-19 ເຮັດໃຫ້ ລາວ ສູນເສຍທາງເສດ ຖະກິດຫຼາຍກວ່າ 7,000 ຕື້ກີບ ແລະ ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດທັງໝົດໃນ ລາວ ທີ່ມີຫຼາຍກວ່າ 129,690 ລາຍໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ລາວ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວຍປີ 2021-2025 ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່ອັດ ຕາສະເລ່ຍ 4 ເປີເຊັນ.

XS
SM
MD
LG