ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ຄາດວ່າ ເສດຖະກິດ ຈະຂະຫຍາຍຕົວ ເພີ່ມຂຶ້ນ ໃນອັດຕາສະເລ່ຍ 7 ເປີເຊັນ


ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ກ່າວຄຳປາ
ໄສທີ່ກອງປະຊຸມສະພາ. ນະຄອນຫຼວງ ວຽງຈັນ, ສປປ ລາວ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນ ກ່າວຄຳປາ ໄສທີ່ກອງປະຊຸມສະພາ. ນະຄອນຫຼວງ ວຽງຈັນ, ສປປ ລາວ.

ລັດຖະບານ ລາວ ຄາດວ່າເສດຖະກິດຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 7
ເປີເຊັນ ແລະ ຈະເຮັດໃຫ້ມູນຄ່າຜະລິດຕະພັນລວມສະເລ່ຍເປັນລາຍໄດ້ຂອງປະຊາ
ຊົນ ລາວ ທີ່ລະດັບ 2,536 ໂດລາຕໍ່ຄົນໃນປີ 2018.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການ
ເງິນ ຖະແຫຼງວ່າ ໃນແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດປະຈຳ
ສົກປີ 2018 ນີ້ ລັດຖະບານ ລາວ ໄດ້ວາງຄາດໝາຍການຂະຫຍາຍຕົວທາງເສດຖະ
ກິດໄວ້ທີ່ລະດັບ 7 ເປີເຊັນ ທຽບໃສ່ປີ 2017 ໂດຍຍອດຜະລິດຕະພັນພາຍໃນ
(GDP) ຈະມີມູນຄ່າລວມເຖິງ 149,471 ຕື້ກີບ ຫຼືປະມານ 18,100 ລ້ານໂດລາ ທີ່
ສະເລ່ຍເປັນລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບ 2,536 ໂດລາຕໍ່ຄົນໃນທ້າຍປີ
2018.

ແຕ່ຢ່າງໃດກໍຕາມ ໃນແຜນການປີ 2017 ຜ່ານມາລັດຖະບານ ລາວ ກໍໄດ້ວາງຄາດ
ໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່ລະດັບ 7 ເປີເຊັນເຊັ່ນດຽວກັນ ຫາກ
ແຕ່ສາມາດຈັດຕັ້ງປະຕິບັດໄດ້ຈິງທີ່ອັດຕາສະເລ່ຍ 6.83 ເປີເຊັນເທົ່ານັ້ນ ໂດຍມີມູນ
ຄ່າຜະລິດຕະພັນລວມ 129,683 ຕື້ກີບ ຫຼື ປະມານ 16,210 ລ້ານໂດລາທີ່ສະເລ່ຍ
ເປັນລາຍໄດ້ຂອງປະຊາຊົນ ລາວ ທີ່ລະດັບ 2,341 ໂດລາຕໍ່ຄົນໃນປີ 2017 ຜ່ານ
ມາ.

ສະນັ້ນຈຶ່ງບໍ່ແມ່ນເລື່ອງງ່າຍໆທີ່ລັດຖະບານ ລາວ ຈະສາມາດບັນລຸເປົ້າໝາຍທີ່ວາງ
ໄວ້ໃນປີ 2018 ດັ່ງກ່າວ ຫາກແຕ່ຜູ້ນຳລັດຖະບານ ລາວ ກໍເຊື່ອໝັ້ນວ່າ ພື້ນຖານເສດ
ຖະກິດຂອງ ລາວ ຍັງຄົງມີສະຖຽນລະພາບ ແລະ ຍັງຈະຂະຫຍາຍຕົວເພີ່ມຂຶ້ນຢ່າງ
ຕໍ່ເນື່ອງ ທັງລັດຖະບານ ລາວ ຍັງຈະເພີ່ມລະດັບປະສິດທິພາບການບໍລິຫານງານ
ແລະ ຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆຕາມລະບຽບກົດໝາຍຢ່າງ
ເຂັ້ມງວດອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ໃຫ້ການຢືນ
ຢັນວ່າ.

"ເຖິງແມ່ນວ່າລັດຖະບານຈະບໍ່ບັນລຸຕົວເລກຄາດໝາຍການເຕີບໂຕໃນອັດຕາ 7 ເປີ
ເຊັນໄດ້ກໍຕາມ ແຕ່ດ້ວຍພື້ນຖານເສດຖະກິດຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ແລະ ມີ
ບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະການຄຸ້ມຄອງ ແລະ ບໍລິຫານລັດໃຫ້ເຂົ້າ
ສູ່ກົດໝາຍ ແລະ ລະບຽບການ ກ້າວໄປເຖິງການຍຸຕິການປະຕິບັດໂຄງການ ແລະ
ການສ້າງໜີ້ນອກແຜນງົບປະມານ."

ທາງດ້ານທ່ານ ອາດສະພັງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງການ
ເງິນ ຢືນຢັນວ່າລັດຖະບານ ລາວ ຈະຈັດເກັບລາຍຮັບໃຫ້ໄດ້ໃນມູນຄ່າ 25,452 ຕື້ກີບ
ຄິດເປັນ 17.02 ເປີເຊັນຂອງ GDP ແລະ ຈະຄວບຄຸມລາຍຈ່າຍໃຫ້ຢູ່ທີ່ມູນຄ່າບໍ່ເກີນ
32,809 ຕື້ກີບ ຄິດເປັນ 21.94 ເປີເຊັນຂອງ GDP ຊຶ່ງກະຊວງການເງິນໄດ້ກຳນົດ
ໃຫ້ທຸກພາກສ່ວນຂອງລັດຈະຕ້ອງຈັດຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດ ທັງຈະ
ນຳໃຊ້ເທັກນິກທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບຈາກພາສີອາກອນຕ່າງໆ
ດ້ວຍ.

ທັງນີ້ໂດຍລັດຖະບານ ລາວ ຄາດໝາຍວ່າ ຈະຂາດດຸນງົບປະມານໃນມູນຄ່າລວມບໍ່
ເກີນ 7,357 ຕື້ກີບ ຄິດເປັນ 4.92 ເປີເຊັນຂອງ GDP ໃນຕະຫຼອດປີ 2018 ຊຶ່ງຄາດ
ວ່າຈະມີມູນຄ່າລວມ 149,471 ຕື້ກີບ ຫຼື 18,100 ລ້ານໂດລາ ຫາກແຕ່ໃນແຜນການ
ປີ 2017 ຜ່ານມາ ກໍປະກົດວ່າລັດຖະບານ ລາວ ຂາດດຸນງົບປະມານໃນມູນຄ່າ 8,019
ຕື້ກີບ ຄິດເປັນ 6.18 ເປີເຊັນຂອງ GDP ໂດຍມີລາຍຈ່າຍພາກລັດໃນມູນຄ່າ 31,508
ຕື້ກີບ ຊຶ່ງບໍ່ລວມເຖິງໜີ້ສິນເງິນກູ້ ແລະ ໜີພັນທະບັດໃນມູນຄ່າ 6,216 ຕື້ກີບທີ່ລັດຖະ
ບານ ລາວ ຕ້ອງຊຳລະຄືນໃນປີ 2017 ແຕ່ຢ່າງໃດ ໝາຍຄວາມວ່າ ລັດຖະບານ ລາວ
ຂາດດຸນງົບປະມານໃນຄວາມເປັນຈິງເກີນກວ່າ 10.97 ເປີເຊັນຂອງ GDP ນັ້ນເອງ.

ຍິ່ງໄປກວ່ານັ້ນລັດຖະບານ ລາວ ກໍສາມາດຈັດເກັບລາຍຮັບໄດ້ພຽງແຕ່ 95 ເປີເຊັນ
ແລະ ປະຕິບັດລາຍຈ່າຍໄດ້ພຽງ 96.65 ເປີເຊັນຂອງແຜນການປີ 2017 ໂດຍລາຍ
ຮັບທີ່ຫຼຸດລົງຫຼາຍທີ່ສຸດຄືຄ່າສຳປະທານໃນທຸລະກິດໂທລະຄົມມະນາຄົມ ແລະ ການ
ຂຸດຄົ້ນແຮ່ທາດ ໂດຍສະເພາະບໍ່ຄຳຢູ່ພູເບ້ຍ ແລະ ບ້ານຫ້ວຍຊາຍ ໃນແຂວງໄຊສົມ
ບູນ ນັ້ນກໍຍັງປະເຊີນກັບການຂາດດຸນລວມກັນເກີນກວ່າ 200 ຕື້ກີບອີກດ້ວຍ.

ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ທະນາຄາດພັດທະນາເອເຊຍ ກໍຄາດວ່າລັດຖະ
ບານ ລາວ ຈະຂາດດຸນເງິນທຶນໝຸນວຽນເຖິງ 20 ເປີເຊັນຂອງ GDP.

XS
SM
MD
LG